24

1 ມາບັດນີ້ ອັບຣາຮາມ ກໍ ເຖົ້າແກ່ ແລະ ມີອາຍຸ ສູງ ຫລາຍ ແລ້ວ; ແລະ ອົງ ພຣະຜູ້ເປັນເຈົ້າ ໄດ້ ອວຍພອນ ວຽກງານ ທຸກຢ່າງ ທີ່ ເພ່ິ່ນ ໄດ້ເຮັດ. 2 ເພິ່ນເວົ້າ ກັບ ຄົນຮັບໃຊ້ ຜູ້ອາວຸໂສ ທີ່ຮັບຜົດຊອບ ຊັບ ສົມບັດ ທັງໝົດຂອງຕົນ ວ່າ, “ຈົ່ງ ວາງ ມື ໃສ່ ວ່າງຂາ ຂອງຂ້ອຍ (ຍ) ແລະ ສາບານ ສາ. 3 ຂ້ອຍ ຢາກ ໃຫ້ ເຈົ້າ ສາບານ ໃນ ນາມ ຂອງ ອົງ ພຣະ ຜູ້ ເປັນ ເຈົ້າ ແຫ່ງ ສະຫວັນ ແລະ ແຜ່ນດິນ ໂລກ ວ່າ, ເຈົ້າ ຈະບໍ່ຫາ ເມຍ ທີ່ ການາອານ ນີ້ໃຫ້ ລູກຊາຍ ຂອງຂ້ອຍ. 4 ແຕ່ ໃຫ້ ເຈົ້າ ກັບ ເມືອ ຍັງ ບ້ານເກີດ ເມືອງນອນ ຂອງຂ້ອຍ ແລະ ຊອກຫາ ເມຍ ໃຫ້ ອີຊາກ ໃນ ທ່າມກາງ ພວກ ຍາດຕີພີ່ນ້ອງ ຂອງຂ້ອຍ.” 5 ແຕ່ ຄົນຮັບໃຊ້ ຖາມ ວ່າ, “ຈະ ເຮັດ ແນວ ໃດ ເມື່ອ ຜູ້ຍິງ ບໍ່ ຍອມ ຈາກ ບ້ານ ມາ ຢູ່ນຳ ເຮົາ ທີ່ ດິນແດນ ນີ້? ຈະ ໃຫ້ ຂ້ານ້ອຍ ສົ່ງ ລູກຊາຍ ຂອງທ່ານ ໄປ ຢູ່ ພຸ້ນບໍ? ” 6 ອັບຣາຮາມ ຕອບ ວ່າ, “ບໍ່, ຢ່າ ສົ່ງ ລູກຊາຍ ຂອງຂ້ອຍ ກັບ ເມືອ ຍັງ ທີ່ ນັ້ນ ເດັດ ຂາດ 7 ອົງ ພຣະ ຜູ້ ເປັນ ເຈົ້າ ພຣະເຈົ້າ ແຫ່ງ ສະຫວັນ ໄດ້ ນຳ ພາ ຂ້ອຍ ໜີ ຈາກ ເຮືອນ ພໍ່ ແລະ ບ້ານເກີດເມືອງນອນ ຕະຫລອດ ທັງຍາດຕິພີ່ນ້ອງ ຂອງຂ້ອຍ ມາຢູ່ໃນ ດິນຕອນ ນີ້ ຊຶ່ງ ພຣະອົງ ໄດ້ ສັນຍາ ຢ່າງ ໜັກແໜ້ນວ່າ ຈະ ມອບ ໃຫ້ ແກ່ ເຊື້ອສາຍ ຂອງຂ້ອຍ. ພຣະອົງ ຈະ ໃຊ້ ເທວະດາ ຂອງ ພຣະອົງ ນໍາໜ້າໄປ ເພື່ອ ເຈົ້າ ຈະ ຫາ ເມຍ ທີ່ນັ້ນ ໃຫ້ ລູກຊາຍ ຂອງຂ້ອຍ ໄດ້. 8 ຖ້າ ຍິງ ນັ້ນ ບໍ່ ຍອມມາ ກັບເຈົ້າ ເຈົ້າ ກໍ ຫວິດ ຈາກ ຄໍາ ສາບານ. ແຕ່ ເຈົ້າ ຢ່າ ພາ ລູກຊາຍ ຂອງຂ້ອຍ ກັບ ໄປ ຍັງ ທີ່ນັ້ນ ເດັດຂາດ. ” 9 ສະນັ້ນ ຄົນ ຮັບໃຊ້ ຈຶ່ງ ວາງ ມື ໃສ່ ຫວ່າງ ຂາ ອັບຣາຮາມ ຜູ້ ເປັນ ນາຍ ຂອງ ຕົນ ແລະ ສາບານ ວ່າ ຕົນ ຈະ ເຮັດ ທຸກສິ່ງ ຕາມ ທີ່ ເພິ່ນ ໄດ້ ຂໍຮ້ອງ. 10 ຄົນ ຮັບ ໃຊ້ ຜູ້ ທີ່ຮັບຜິດຊອບ ຊັບສົມບັດ ທັງໝົດ ຂອງ ອັບຣາຮາມ ໄດ້ ເອົາ ອູດ ຂອງ ນາຍ ສິບ ໂຕ ອອກ ເດີນ ທາງ ພ້ອມ ທັງ ຂອງຂວັນ ທີ່ ມີ ຄ່າ ຫລາຍ ຢ່າງ; ລາວ ມຸ່ງໜ້າ ໄປ ສູ່ ເມືອງ ທີ່ ນາໂຮ ອາໄສ ຢູ່ ທາງ ທິດ ເໜືອ ຂອງ ເມໂຊໂປຕາເມຍ. 11 ລາວ ມາ ຮອດ ເມືອງ ນີ້ ພໍ ດີ ເປັນ ເວລາ ແລງ. ລາວ ຈຶ່ງ ໃຫ້ ໂຕ ອູດ ຄຸເຂົ່າ ລົງ ທີ່ ບໍລິເວນ ນ້ຳ ສ້າງ ນອກ ເມືອງ ຊຶ່ງ ພວກຜູ້ຍິງ ເຄີຍ ອອກ ມາ ຕັກ ນ້ຳ. 12 ລາວ ພາວັນນາ ອະທິຖານ ພຣະເຈົ້າ ວ່າ, “ຂ້າແດ່ ອົງ ພຣະ ຜູ້ ເປັນ ເຈົ້າ ອົງ ເປັນ ພຣະເຈົ້າ ຂອງ ອັບຣາຮາມ ນາຍຂ້ານ້ອຍ; ຂໍໂຜດ ໃຫ້ ຂ້ານ້ອຍ ເຮັດ ສໍາເລັດ ໜ້າທີ່ ໃນ ມື້ນີ້ດ້ວຍ ແລະ ຂໍໂຜດ ຮັກສາ ພັນທະສັນຍາ ຂອງ ພຣະອົງ ທີ່ ມີ ຕໍ່ ນາຍ ຂອງ ຂ້ານ້ອຍ ດ້ວຍເທີ້ນ. 13 ຂ້ານ້ອຍ ກໍາລັງ ຢູ່ ແຄມ ນໍ້າສ້າງ ນີ້ ຄື ບ່ອນ ທີ່ ບັນດາ ຍິງ ສາວ ຊາວ ເມືອງ ກຳລັງ ອອກ ມາ ຕັກນ້ຳ. 14 ຂ້ານ້ອຍ ຈະ ເວົ້າ ກັບ ຍິງ ຜູ້ໜຶ່ງ ວ່າ, ‘ກະລຸນາ ປົງ ໄຫ ຂອງ ເຈົ້າ ລົງ ແລະ ໃຫ້ ຂ້ອຍ ດື່ມ ນໍ້າ ຈາກ ໄຫ ຂອງ ເຈົ້າ ແດ່. ’ ຖ້າ ນາງ ຕອບ ວ່າ, ‘ເຊີນ ດື່ມ ແມ ແລະ ຫລານ ຈະ ເອົາ ໃຫ້ ຝູງ ອູດ ຂອງ ລຸງ ກິນນຳດ້ວຍ’ ຂໍ ໃຫ້ ຍິງ ສາວ ຜູ້ນັ້ນ ເປັນ ຜູ້ ທີ່ພຣະອົງ ຊົງ ເລືອກ ໄວ້ ໃຫ້ ເປັນ ເມຍ ອີຊາກ ຜູ້ຮັບໃຊ້ຂອງ ພຣະອົງທ້ອນ. ຖ້າ ເປັນ ເຊັ່ນນີ້ ຂ້ານ້ອຍ ຈະ ຮູ້ ໄດ້ ວ່າ ພຣະອົງ ຮັກສາ ພັນທະສັນຍາ ທີ່ ພຣະອົງ ມີ ຕໍ່ ນາຍ ຂອງ ຂ້ານ້ອຍ.” 15 ກ່ອນ ຄໍາ ພາວັນນາ ອະທິຖານ ຂອງ ລາວ ຈົບ ລົງ ນາງ ເຣເບກາ ກໍ ແບກ ໄຫ ນ້ຳ ຍ່າງ ມາ ທີ່ ນ້ຳ ສ້າງ. ນາງ ເປັນ ລູກສາວ ຂອງ ເບທູເອນ. ເບທູເອນ ເປັນ ລູກຊາຍ ຂອງ ນາງ ມີລະກາ ເມຍ ຂອງ ນາໂຮ ຜູ້ ທີ່ ເປັນ ນ້ອງຊາຍ ຂອງ ອັບຣາຮາມ. 16 ນາງ ເປັນ ສາວ ບໍຣິສຸດ ແລະ ຮູບຮ່າງ ໜ້າ ຕາ ງາມ ຫລາຍ. ນາງ ລົງ ມາ ທີ່ ນ້ຳ ສ້າງ ຕັກ ນ້ຳ ຈົນ ເຕັມ ໄຫ ແລະ ກຳ ລັງ ຈະ ກັບ ຄືນ ເມືອ. 17 ແຕ່ ຄົນ ຮັບ ໃຊ້ ຂອງ ອັບຣາຮາມ ຟ້າວ ແລ່ນ ໄປ ຫາ ນາງ ແລະ ເວົ້າ ວ່າ, “ຂ້ອຍ ຂໍ ດື່ມ ນໍ້າ ຈາກ ໄຫ ຂອງ ເຈົ້າແດ່. ” 18 ນາງ ຕອບ ວ່າ “ເຊີນໂລດ ລຸງ” ນາງ ປົງ ໄຫ ນ້ຳ ລົງ ຈາກ ບ່າ ແລະ ເອົາ ນ້ຳ ໃຫ້ ລາວ ດື່ມ. 19 ຫລັງຈາກ ລາວ ອີ່ມ ແລ້ວ ນາງ ຈຶ່ງ ເວົ້າ ວ່າ “ຫລານ ຈະ ຕັກ ນໍ້າ ໃຫ້ ໂຕ ອູດ ຂອງ ລຸງ ກິນ ຄື ກັນ ແລະ ໃຫ້ ກິນ ອີ່ມ ໝົດ ທຸກ ໂຕ. ” 20 ນາງ ຖອກ ນ້ຳ ໃນ ໄຫ ໃສ່ ຮາງ ແລະ ຟ້າວ ແລ່ນ ໄປ ຕັກ ມາ ຖອກ ໃສ່ ອີກ ຈົນ ອູດ ທຸກ ໂຕ ກິນ ອີ່ມ. 21 ຊາຍ ຄົນ ນັ້ນ ຢືນ ເບິ່ງ ນາງ ຢ່າງ ງຽບໆ ເພື່ອ ຢາກ ຈະ ຮູ້ ວ່າ ອົງພຣະ ຜູ້ ເປັນເຈົ້າ ໄດ້ ໃຫ້ ຄວາມ ສໍາເລັດ ແກ່ ຕົນ ຫລື ບໍ່. 22 ເມື່ອ ນາງ ເອົາ ນໍ້າ ໃຫ້ ອູດ ກິນ ອີ່ມ ໝົດ ທຸກ ໂຕ ແລ້ວ ຄົນ ຮັບ ໃຊ້ຂອງ ອັບຣາຮາມ ກໍ ເອົາແຫວນຄໍາ ລາຄາ ແພງ ປະດັບ ທີ່ ດັງ ຂອງ ນາງ ແລະ ເອົາ ປອກ ແຂນ ຄໍາ ຄູ່ ໜຶ່ງ ໃສ່ ໃຫ້ ນາງ. 23 ລາວ ເວົ້າ ວ່າ, “ບອກ ຂ້ອຍ ແດ່ ໄດ້ ບໍ ວ່າ ພໍ່ ຂອງ ເຈົ້າ ແມ່ນ ໃຜ? ໃນ ເຮືອນ ຂອງ ພໍ່ ເຈົ້າ ມີ ບ່ອນ ນອນ ພັກ ສໍາລັບ ຄົນຂອງຂ້ອຍ ແລະ ຂ້ອຍ ເອງ ແດ່ ບໍ?” 24 ນາງ ຕອບ ວ່າ, “ຫລານ ເປັນ ລູກສາວ ຂອງ ເບທູເອນ. ພໍ່ ຂອງ ຫລານ ເປັນ ລູກຊາຍ ຂອງ ນາໂຮ ແລະ ມີລະກາ. 25 ຢູ່ ບ້ານ ຂອງ ພວກເຮົາ ມີ ເຟືອງ ແລະ ຫຍ້າ ຢ່າງ ຫລວງຫລາຍ ສໍາລັບ ສັດ ແລະ ມີ ບ່ອນ ນອນ ພັກ ສໍາລັບ ລຸງ ດ້ວຍ.” 26 ເມື່ອ ໄດ້ຍິນ ນາງ ເວົ້າ ຢ່າງ ນັ້ນ ຄົນຮັບໃຊ້ ຂອງ ອັບຣາຮາມ ຈຶ່ງ ຂາບລົງ ນະມັດສະການ ອົງພຣະ ຜູ້ເປັນເຈົ້າ. 27 ລາວ ເວົ້າ ວ່າ, “ສັນລະເສີນ ອົງພຣະຜູ້ ເປັນເຈົ້າ ອົງ ເປັນ ພຣະເຈົ້າ ຂອງ ອັບຣາຮາມ ນາຍ ຂອງ ຂ້ານ້ອຍ; ພຣະອົງ ຮັກສາ ຄໍາສັນຍາ ທີ່ ມີ ຕໍ່ ນາຍ ຂອງ ຂ້າ ນ້ອຍ ຢ່າງ ສັດຊື່ ໂດຍ ໄດ້ ນຳ ພາ ຂ້ານ້ອຍ ມາ ເຖິງ ບ້ານ ຍາດຕິພີ່ນ້ອງ ຂອງ ເພິ່ນ.” 28 ຍິງສາວ ຈຶ່ງ ຟ້າວ ແລ່ນ ເມືອຫາ ແມ່ ຢູ່ ເຮືອນ ແລະ ເລົ່າ ເລື່ອງ ທັງໝົດ ສູ່ ຟັງ. 29 ເມື່ອ ລາບານ ອ້າຍ ຂອງ ເຣເບກາ ເຫັນ ແຫວນ ຄໍາ ປະດັບ ດັງ; ແລະ ສາຍ ແຂນ ຄໍາ ທີ່ ແຂນ ຂອງ ນ້ອງສາວ ຂອງຕົນ ທັງ ໄດ້ຍິນ ເລື່ອງ ທີ່ ນ້ອງສາວ ເວົ້າ ເຖິງ ຊາຍ ຄົນ ນັ້ນ ສູ່ ແມ່ ຟັງ; 30 ລາວ ຈຶ່ງ ຟ້າວ ແລ່ນ ອອກ ໄປ ພົບ ຄົນຮັບໃຊ້ ຂອງ ອັບຣາຮາມ ທີ່ ຢືນ ລໍ ຖ້າຢູ່ກັບ ຝູງ ອູດ ໃກ້ ນ້ຳ ສ້າງ 31 ແລະ ເວົ້າວ່າ “ທ່ານ ຜູ້ ມີພຣະພອນ ເອີຍ ເຊີນ ໄປ ທີ່ ເຮືອນ ຂອງ ຂ້ານ້ອຍ ເທີ້ນ. ເປັນ ຫຍັງ ຈຶ່ງ ຢືນ ຢູ່ ທີ່ ນີ້? ຢູ່ ທີ່ ເຮືອນ ຂອງ ຂ້ານ້ອຍ ມີ ບ່ອນ ສໍາລັບ ທ່ານ ແລະ ມີ ທີ່ພັກ ສໍາລັບ ໂຕ ອູດ ຂອງທ່ານ ດ້ວຍ. ” 32 ສະນັ້ນ ຄົນ ຮັບໃຊ້ ຂອງ ອັບຣາຮາມ ຈຶ່ງ ໄປ ຍັງ ເຮືອນ ແລະ ລາບານ ໄດ້ ຂົນ ເຄື່ອງ ລົງ ຈາກ ຫລັງ ອູດ, ເອົາ ເຟືອງ ກັບ ຫຍ້າ ໃຫ້ ອູດ ກິນ, ແລ້ວ ລາວ ກໍ ເອົາ ນ້ຳ ໃຫ້ ຄົນ ຮັບ ໃຊ້ ຂອງ ອັບຣາຮາມ ແລະ ຄົນ ທີ່ ມາ ນຳ ລາວ ລ້າງ ຕີນ. 33 ເມື່ອ ຄົນ ຍໍ ພາເຂົ້າ ມາ ຄົນ ຮັບ ໃຊ້ ຂອງ ອັບຣາຮາມ ຈຶ່ງ ເວົ້າ ວ່າ, “ຂ້ອຍ ຈະ ບໍ່ ລົງ ມື ກິນ ຈົນ ກວ່າ ຈະ ໄດ້ ເວົ້າ ເລື່ອງ ທີ່ ຂ້ອຍ ຢາກ ເວົ້າ ສາ ກ່ອນ. ” ລາບານ ເວົ້າ ວ່າ “ເຊີນ ທ່ານ ເວົ້າ ມາ ເຖີດ. ” 34 ລາວ ຈຶ່ງ ເລີ່ມ ເວົ້າ ວ່າ “ຂ້ອຍ ເປັນ ຄົນ ຮັບ ໃຊ້ ຂອງ ອັບຣາຮາມ. 35 ອົງພຣະ ຜູ້ ເປັນເຈົ້າ ໄດ້ ອວຍພອນ ນາຍ ຂອງຂ້ອຍ ຢ່າງ ຫລວງຫລາຍ. ສະນັ້ນ ເພິ່ນ ຈຶ່ງ ກາຍເປັນ ຄົນ ຮັ່ງ ມີ. ພຣະອົງ ໂຜດ ໃຫ້ ເພິ່ນ ມີ ຝູງແກະ, ຝູງແບ້, ຝູງງົວ, ຝູງລໍ ແລະ ຝູງອູດ ທັງ ມີ ເງິນ ຄໍາ ແລະ ຄົນ ຮັບ ໃຊ້ ຊາຍ ຍິງ ຕັ້ງ ຫລາຍ ຄົນ. 36 ນາງ ຊາຣາ ເມຍ ຂອງ ນາຍ ຂ້ອຍ ມີ ລູກຊາຍ ຢູ່ ຜູ້ໜຶ່ງ ເມື່ອ ເວລາ ເພິ່ນ ເຖົ້າແກ່ແລ້ວ ແລະ ນາຍ ຂອງຂ້ອຍ ໄດ້ ມອບ ຊັບສົມ ບັດ ທັງ ໝົດ ໃຫ້ ລາວ. 37 ເພິ່ນ ໃຫ້ ຂ້ອຍ ເຮັດ ຕາມ ຄໍາສັ່ງ ຂອງ ເພິ່ນ ໂດຍ ເພິ່ນ ເວົ້າ ວ່າ, ‘ເຈົ້າ ຢ່າ ເອົາ ຍິງ ສາວ ຊາວ ການາອານ ມາ ເປັນ ເມຍ ລູກຊາຍ ຂອງຂ້ອຍ. 38 ແຕ່ ໃຫ້ ໄປ ຫາ ຄົນ ຈາກ ຄອບຄົວ ຂອງ ພໍ່ ຂ້ອຍ ແລະ ຍາດຕິພີ່ນ້ອງ ຂອງຂ້ອຍ ໃຫ້ ມາ ເປັນ ເມຍ ລູກຊາຍ ຂອງຂ້ອຍ.’ 39 ຂ້ອຍ ເວົ້າ ກັບ ເພິ່ນ ວ່າ, ‘ຈະ ເຮັດ ແນວ ໃດ ຖ້າ ຍິງ ສາວ ຄົນ ນັ້ນ ບໍ່ ມາ ນຳ. ’ 40 ເພິ່ນ ຕອບ ຂ້ອຍ ວ່າ, ‘ອົງພຣະ ຜູ້ ເປັນເຈົ້າ ພຣະເຈົ້າ ທີ່ ຂ້ອຍ ເຊື່ອຟັງ ຕະຫລອດ ມາ ນັ້ນ ຈະ ສົ່ງ ເທວະດາ ຂອງ ພຣະອົງ ໄປ ກັບ ເຈົ້າ ແລະ ພຣະອົງ ຈະ ໃຫ້ ເຈົ້າ ເຮັດ ສໍາເລັດ ໜ້າ ທີ່. ເຈົ້າ ຈະ ໄດ້ ຍິງ ສາວ ຜູ້ໜຶ່ງ ຈາກ ຄອບຄົວ ຍາດຕິພີ່ນ້ອງ ຂອງ ພໍ່ ຂ້ອຍ ມາ ໃຫ້ ອີຊາກ. 41 ມີ ວີທີດຽວ ເທົ່ານັ້ນ ທີ່ເຈົ້າຈະຫວິດ ຈາກ ຄໍາ ສາບານ ຄື: ຖ້າເຈົ້າ ໄປ ຫາ ຍາດຕິພີ່ນ້ອງ ໃນ ຄອບຄົວ ຂອງຂ້ອຍ ແລ້ວ ແລະ ພວກເຂົາ ປະຕິເສດ ເຈົ້າ ກໍ ຫວິດ ຈາກ ຄໍາ ສາບານ ນີ້. ’ 42 “ເມື່ອ ເດີນທາງ ມາ ຮອດ ນໍ້າສ້າງ ໃນ ມື້ນີ້ ຂ້ອຍ ຈຶ່ງ ພາວັນນາ ອະທິຖານ ວ່າ, ‘ຂ້າແດ່ ອົງພຣະ ຜູ້ ເປັນເຈົ້າ ພຣະເຈົ້າ ຂອງ ອັບຣາຮາມ ນາຍ ຂອງ ຂ້ານ້ອຍ ໂຜດ ໃຫ້ ຂ້ານ້ອຍ ເຮັດ ສໍາເລັດ ໜ້າທີ່ດ້ວຍ. 43 ເວລານີ້ ຂ້ານ້ອຍ ກຳລັງຢືນ ຢູ່ໃກ້ ນ້ຳສ້າງ. ເມື່ອ ຍິງສາວ ຄົນໜຶ່ງ ມາ ຕັກນ້ຳ ຂ້ານ້ອຍ ຈະ ເວົ້າ ກັບ ນາງ ວ່າ ຂ້ານ້ອຍ ຂໍ ດື່ມ ນ້ຳ ຈາກ ໄຫ ຂອງ ນາງ. 44 ຖ້າ ນາງ ຕອບ ວ່າ ເຊີນ ດື່ມ ແມ ແລະ ນາງ ເອົາ ນ້ຳ ໃຫ້ ຝູງອູດຂອງຂ້ານ້ອຍ ກິນ ດ້ວຍ ກໍ ຂໍ ໃຫ້ ຍິງ ສາວ ຄົນ ນັ້ນ ເປັນ ຜູ້ ທີ່ ພຣະອົງ ໄດ້ ຊົງ ເລືອກ ໄວ້ ໃຫ້ ເປັນ ເມຍ ລູກຊາຍ ຂອງ ນາຍ ຂ້ານ້ອຍ.’ 45 ກ່ອນ ຂ້ອຍ ພາວັນນາ ອະທິຖານ ຢ່າງ ງຽບໆ ຈົບ ລົງ ຂ້ອຍ ກໍ ເຫັນ ນາງ ເຣເບກາ ແບກ ໄຫ ລົງ ມາ ຕັກ ນ້ຳ. ຂ້ອຍ ເວົ້າ ກັບ ນາງ ວ່າ, ‘ຂ້ອຍ ຂໍ ດື່ມ ນ້ຳ ແດ່. ’ 46 ນາງ ຈຶ່ງ ຟ້າວ ປົງ ໄຫ ລົງ ຈາກ ບ່າ ແລະ ເວົ້າ ວ່າ, ‘ເຊີນ ດື່ມ ແມ ແລະ ຫລານ ຈະ ເອົາ ໃຫ້ ຝູງ ອູດ ຂອງ ລຸງ ກິນ ນຳ ດ້ວຍ. ’ ດັ່ງ ນັ້ນ ຂ້ອຍ ຈຶ່ງ ດື່ມ ນ້ຳ ແລະ ນາງ ໄດ້ ຕັກ ນ້ຳ ໃຫ້ ຝູງ ອູດ ກິນດ້ວຍ. 47 ຂ້ອຍ ຖາມ ນາງ ວ່າ, ‘ພໍ່ ຂອງ ຫລານ ແມ່ນ ໃຜ? ’ ແລະ ນາງ ຕອບ ວ່າ, ‘ພໍ່ ຂອງ ຫລານ ແມ່ນ ເບທູເອນ ລູກຊາຍ ຂອງ ນາໂຮ ແລະ ມີລະກາ. ’ ດັ່ງ ນັ້ນ ຂ້ອຍ ຈຶ່ງ ເອົາ ແຫວນ ຄໍາ ປະດັບ ທີ່ ດັງ ຂອງ ນາງ ແລະ ເອົາ ສາຍ ແຂນ ໃສ່ ໃຫ້ ນາງ. 48 ແລ້ວ ຂ້ອຍ ກໍ ຂາບລົງ ນະມັດສະການ ອົງ ພຣະ ຜູ້ ເປັນ ເຈົ້າ ແລະ ສັນລະເສີນ ອົງພຣະ ຜູ້ ເປັນເຈົ້າ ພຣະເຈົ້າ ຂອງ ອັບຣາຮາມ ນາຍ ຂອງຂ້ອຍ ທີ່ ພຣະອົງ ໄດ້ ນຳ ຂ້ອຍ ມາ ສູ່ ຍາດຕິພີ່ນ້ອງ ຂອງ ນາຍ ຂ້ອຍ ຄື ບ່ອນ ທີ່ ຂ້ອຍ ໄດ ພົບ ລູກສາວ ຂອງ ເພິ່ນ ສໍາລັບ ລູກຊາຍ ຂອງ ຜູ້ ເປັນ ນາຍ ຂ້ອຍ. 49 ມາບັດນີ້ ຖ້າພວກເຈົ້າ ຈະ ສະແດງ ຄວາມ ເມດຕາ ແລະ ຄວາມ ສັດຊື່ ຕໍ່ ນາຍ ຂອງຂ້ອຍ ແລະ ຈິງໃຈ ຕໍ່ ເພິ່ນ ຈົ່ງ ບອກ ໃຫ້ ຂ້ອຍຮູ້ ຫລື ຖ້າເປັນໄປ ບໍ່ໄດ້ ກໍ ໃຫ້ ບອກມາ ແລະ ຂ້ອຍ ຈະ ຕັດສິນ ໃຈ ໄດ້ວ່າ ຄວນ ຈະ ເຮັດ ແນວ ໃດ ໃນ ຂັ້ນ ຕໍ່ໄປ.” 50 ເບທູເອນ ແ ລະ ລາບານ ຈຶ່ງຕອບວ່າ “ເມື່ອ ເລື່ອງນີ້ ເປັນ ຄວາມປະສົງ ຂອງອົງພຣະຜູ້ເປັນເຈົ້າ ແລ້ວ ບໍ່ແມ່ນ ພວກເຮົາ ທີ່ ຈະຕັດສິນໃຈ ແນວໃດແນວໜຶ່ງໄດ້. 51 ນາງ ເຣເບກາ ກໍຢູ່ໃນທີ່ນີ້ ຈົ່ງ ເອົານາງໄປເປັນ ເມຍລູກຊາຍ ຂອງນາຍເຈົ້າ ຕາມທີ່ ພຣະອົງ ກ່າວໄວ້ ສາ.” 52 ເມື່ອ ຄົນຮັບໃຊ້ ຂອງ ອັບຣາຮາມ ໄດ້ຍິນ ເຊັ່ນນັ້ນ ລາວຈຶ່ງ ຂາບລົງນະມັດສະການ ອົງພຣະຜູ້ເປັນເຈົ້າ. 53 ແລ້ວ ລາວກໍ ເອົາ ເສື້ອຜ້າ ກັບ ເຄື່ອງເອ້ ເປັນ ເງິນ ເປັນ ຄຳ ອອກມາ ແລະມອບໃຫ້ ນາງເຣເບກາ. ລາວຍັງ ເອົາ ຂອງຂວັນ ລາຄາແພງໃຫ້ ແມ່ ແລະອ້າຍຂອງນາງເຣເບກາ ດ້ວຍ. 54 ແລ້ວ ຄົນ ຮັບ ໃຊ້ ຂອງ ອັບຣາຮາມ ແລະ ຄົນ ທີ່ ມາ ກັບ ລາວ ກໍ ພາກັນ ຮັບປະທານ ອາຫານ ແລະ ພັກ ແຮມ ຢູ່ ທີ່ ນັ້ນ. ເມື່ອ ພວກເຂົາ ຕື່ນ ຂຶ້ນ ມາ ໃນ ຕອນເຊົ້າ ຄົນຮັບໃຊ້ ຂອງ ອັບຣາຮາມ ຈຶ່ງ ເວົ້າວ່າ, “ຈົ່ງ ໃຫ້ ຂ້ອຍ ກັບ ເມືອ ຫາ ນາຍ ຂອງຂ້ອຍ ເທີ້ນ. ” 55 ແຕ່ ແມ່ ແລະ ອ້າຍ ຂອງ ເຣເບກາ ໄດ້ ເວົ້າ ວ່າ, “ຂໍ ໃຫ້ ນາງ ຢູ່ ກັບ ພວກເຮົາ ຈັກ ອາທິດ ໜຶ່ງ ຫລື ສິບ ມື້ ກ່ອນ ຈຶ່ງ ຄ່ອຍ ໄປ ບໍ່ໄດ້ບໍ?” 56 ແຕ່ ລາວ ຕອບ ວ່າ, “ຢ່າ ໜ່ວງໜ່ຽວ ຂ້ອຍ ໄວ້ ເທາະ ອົງພຣະ ຜູ້ ເປັນເຈົ້າ ໄດ້ ໃຫ້ ຂ້ອຍ ເຮັດ ສໍາເລັດ ໜ້າ ທີ່ ແລ້ວ ຈົ່ງ ໃຫ້ ຂ້ອຍ ກັບ ເມືອ ຫາ ນາຍ ສາ. ” 57 ພວກເຂົາ ຕອບ ວ່າ “ຖ້າດັ່ງນັ້ນ ໃຫ້ ເອີ້ນ ນາງ ເຣເບກາ ມາ ຖາມ ເບິ່ງ ແລະ ນາງ ຈະ ວ່າ ຢ່າງໃດ? ” 58 ດັ່ງ ນັ້ນ ພວກເຂົາ ຈຶ່ງ ເອີ້ນ ນາງ ເຣເບກາ ມາ ແລະ ຖາມ ວ່າ “ເຈົ້າ ຈະ ໄປ ກັບ ເພິ່ນ ບໍ? ” ນາງ ຕອບ ວ່າ, “ໂດຍ ລູກ ຈະ ໄປ.” 59 ດ້ວຍເຫດນີ້ ພວກເຂົາ ຈຶ່ງ ມອບ ນາງ ເຣເບກາ ພ້ອມ ດ້ວຍ ເອື້ອຍ ລ້ຽງ ໃຫ້ ໄປ ກັບ ຄົນ ຮັບ ໃຊ້ ຂອງ ອັບຣາຮາມ ແລະ ຄົນ ຂອງ ລາວ. 60 ກ່ອນ ຈະ ຈາກ ໄປ ພວກເຂົາ ໄດ້ ອວຍພອນ ນາງ ເຣເບກາ ດ້ວຍ ຖ້ອຍຄໍາ ດັ່ງ ນີ້: “ນ້ອງເອີຍ ຂໍ ໃຫ້ ເຈົ້າ ເປັນ ແມ່ ຂອງ ຄົນ ຫລາຍ ແສນ; ຂໍ ໃຫ້ ແມ່ນ ເຊື້ອ ສາຍ ຂອງ ເຈົ້າ ທີ່ ຊະນະ ສັດ ຕູ ຕາມ ເມືອງ ຕ່າງໆ.” 61 ແລ້ວ ເຣເບກາ ແລະ ເອື້ອຍ ລ້ຽງ ຈຶ່ງ ຂີ່ ອູດ ອອກ ເດີນ ທາງ ໄປ ກັບ ຄົນ ຮັບໃຊ້ ຂອງ ອັບຣາຮາມ. 62 ອີຊາກ ໄດ້ ມາ ຈາກ ນໍ້າສ້າງ ລາໄຮຣອຍ (ດ) ເພາະ ເພິ່ນ ເປັນ ຄົນ ທີ່ ອາໄສ ຢູ່ ທາງ ພາກ ໃຕ້. 63 ໃນ ຕອນແລງ ຂອງ ມື້ ນັ້ນ ເພິ່ນ ອອກ ໄປ ຍ່າງ ຫລິ້ນ ໃນ ທົ່ງ ນາ ແລະ ເຫັນ ຂະບວນ ອູດ ກຳ ລັງ ມາ. 64 ເມື່ອ ເຣເບກາ ເຫັນ ອີຊາກ ນາງ ກໍ ລົງ ຈາກ ຫລັງ ອູດ 65 ແລະ ຖາມ ຄົນ ຮັບໃຊ້ ຂອງ ອັບຣາຮາມ ວ່າ, “ຜູ້ ທີ່ ກຳ ລັງ ຍ່າງ ຜ່ານ ທົ່ງ ນາ ມາ ຫາ ພວກເຮົາ ນັ້ນ ແມ່ນ ໃຜ? ” ລາວ ຈຶ່ງ ຕອບ ນາງ ວ່າ, “ແມ່ນ ນາຍ ຂອງຂ້ອຍ. ” ດັ່ງ ນັ້ນ ນາງ ຈຶ່ງ ເອົາ ຜ້າ ອັດ ໜ້າ ໄວ້. 66 ຄົນ ຮັບໃຊ້ ຈຶ່ງ ເລົ່າ ສູ່ ອີຊາກ ຟັງ ທຸກໆ ສິ່ງ ທີ່ ຕົນ ໄດ້ ເຮັດ ມາ. 67 ແລ້ວ ອີຊາກ ກໍ ພາ ນາງ ເຣເບກາ ເຂົ້າ ໄປ ໃນ ເຕັນ ບ່ອນ ທີ່ ຊາຣາ ແມ່ ຂອງຕົນ ເຄີຍ ຢູ່ ແລະ ເອົານາງເປັນເມຍ ອີຊາກ ຮັກ ນາງ ເຣເບກາ ດັ່ງນັ້ນ ນາງ ຈຶ່ງ ເປັນ ຜູ້ເລົ້າໂລມໃຈ ຂອງ ອີຊາກ ຫລັງຈາກ ລາວ ໄດ້ ສູນເສຍ ແມ່ ຜູ້ ເປັນ ທີ່ ຮັກ ຂອງຕົນ.