23

1 ນາງ ຊາຣາ ໄດ້ ຕາຍໄປ ເມື່ອນາງ ອາຍຸ ໄດ້ 127 ປີ 2 ນາງ ໄດ້ເສຍ ຊີວິດ ທີ່ ເຮັບໂຣນ ໃນ ແຜ່ນດິນ ການາອານ ແລະ ອັບຣາຮາມ ໄດ້ ໄວ້ທຸກ ໃຫ້ ນາງ. 3 ອັບຣາຮາມ ປະສົບ ເມຍ ຂອງຕົນ ໄວ້ ແລະ ໄປ ເວົ້າ ກັບ ຊາວ ຮິດຕີ ວ່າ, 4 “ຂ້ານ້ອຍ ເປັນ ຄົນຕ່າງດ້າວ ທ່ີ່ ອາໄສ ຢູ່ ທ່າມກາງ ພວກທ່ານ; ສະນັ້ນ ຂໍ ຂາຍ ທີ່ ດິນ ບາງ ຕອນ ໃຫ້ ຂ້ານ້ອຍ ເພື່ອຈະ ໄດ້ ຝັງ ສົບ ເມຍ ຂອງ ຂ້ານ້ອຍ ແດ່ ທ້ອນ.” 5 ຊາວ ຮິດຕີ ຕອບ ອັບຣາຮາມ ວ່າ, 6 “ກະລຸນາ ຟັງ ພວກເຮົາ ກ່ອນ. ພວກເຮົາ ນັບຖື ທ່ານ ເປັນ ຜູ້ນຳ ທີ່ ມີ ອໍານາດ ຍິ່ງໃຫຍ່ ຄົນ ໜຶ່ງ; ຈົ່ງ ຝັງສົບ ເມຍ ຂອງທ່ານ ໃນ ຂຸມຝັງສົບ ທີ່ ດີ ທີ່ສຸດ ຂອງ ພວກເຮົາ ເທີ້ນ. ໃຜໆ ໃນ ພວກເຮົາ ຕ່າງ ກໍ ຍິນ ດີ ທີ່ ຈະ ໃຫ້ ທ່ານ ຝັງສົບ ເມຍ ຂອງທ່ານ ໃສ່ ໃນ ອຸບມຸງ ທີ່ ພວກເຮົາ ມີ ຢູ່.” 7 ແລ້ວ ອັບຣາຮາມ ກໍ ກົ້ມ ຄໍານັບ ພວກເຂົາ ແລະ ເວົ້າ ວ່າ, 8 “ຖ້າ ພວກທ່ານ ຍິນດີ ໃຫ້ ຂ້ານ້ອຍ ຝັງສົບ ເມຍ ຂອງ ຂ້ານ້ອຍ ໃນ ທີ່ນີ້; ຈົ່ງ ກະລຸນາ ໄປ ຂໍ ນຳ ເອຟະໂຣນ ລູກຊາຍ ຂອງ ໂສຮາ 9 ໃຫ້ ຂາຍຖ້ຳ ມັກເປລາ ທີ່ ແຄມນາ ຂອງ ລາວ ໃຫ້ ຂ້ານ້ອຍ ຕາມ ລາຄາ ທີ່ ກຳນົດ ໄວ້ ຢູ່ ຊ້ອງໜ້າ ພວກທ່ານ ໃນທີ່ນີ້ ເພື່ອ ວ່າ ຂ້ານ້ອຍ ຈະ ໄດ້ມີ ຖ້ຳ ຂອງ ຕົນ ເອງ ໄວ້ ເປັນ ບ່ອນ ຝັງສົບ.” 10 ສ່ວນ​ ເອ​ຟະ​ໂຣນ ເອງ​ກໍ​ນັ່ງ​ຮ່ວມ​ປະ​ຊຸມ​ກັບ​ຊາວ ຮິດ​ຕິ​ຄົນ​ອື່ນໆ ທີ່​ທາງ​ປະ​ຕູ​ເຂົ້າ​ເມືອງ; ລາວ​ຕອບ​ໃຫ້​ທຸກ​ຄົນ​ໃນ​ທີ່​ນັ້ນ ໄດ້​ຍິນ​ວ່າ, ” 11 “ບໍ່ ແມ່ນ, ທ່ານເອີຍ ຈົ່ງ ຟັງ ຂ້ານ້ອຍ ກ່ອນ; ຂ້ານ້ອຍ ຈະມອບ ທີ່ດິນ ຢູ່ ໃນ ນາ ທັງໝົດ ພ້ອມ ທັງ ຖໍ້າ ໃຫ້ ແກ່ ທ່ານ ຊ້ອງໜ້າ ປະຊາຊົນຂອງຂ້ານ້ອຍ ນີ້ແຫລະ; ຂ້ານ້ອຍ ຈະ ມອບ ຖ້ຳ ນັ້ນ ໃຫ້ ແກ່ ທ່ານ ເພື່ອ ວ່າ ທ່ານ ຈະ ໄດ້ ຝັງ ສົບ ເມຍ ທ່ານ ໃສ່ ທີ່ ນັ້ນ.” 12 ແຕ່ ອັບຣາຮາມ ກົ້ມຂາບ ຊາວ ເມືອງ ນັ້ນ 13 ແລະ ກ່າວ ຕໍ່ ເອຟະໂຣນ ດ້ວຍ ສຽງ ອັນດັງ ເພື່ອ ຊາວ ເມືອງ ຈະ ໄດ້ຍິນນຳ ວ່າ, “ກະລຸນາ ຟັງ ກ່ອນ ຂ້ານ້ອຍ ຂໍ ເວົ້າ ອີກ ແດ່. ຂ້ານ້ອຍ ຈະ ຊື້ນາ ນັ້ນ ທັງໝົດ. ຈົ່ງຮັບ ເງິນ ຄ່າ ຊື້ນາ ໄປ ແລະ ຂ້ານ້ອຍ ກໍ ຈະ ຝັງ ສົບ ເມຍ ຂອງ ຂ້ານ້ອຍ ໃສ່ ໃນທີ່ນັ້ນ.” 14 ເອຟະໂຣນ ຕອບ ວ່າ, 15 “ທ່ານເອີຍ ນາ ທົ່ງ ນັ້ນ ມີ ລາຄາ ພຽງ 400 ຫລຽນ ເທົ່ານັ້ນ ມັນ ຈະ ມີ ຫຍັງ ລະຫວ່າງ ທ່ານ ກັບ ຂ້າ ນ້ອຍ? ຈົ່ງ ຝັງ ສົບ ເມຍ ຂອງທ່ານ ໃສ່ ໃນ ນາ ນັ້ນ ສາ. ” 16 ອັບຣາຮາມ ໄດ້ ຕົກລົງ ຊື້ ທີ່ດິນ ນັ້ນ ນຳ ເອຟະໂຣນ ໂດຍ ຈ່າຍ ເງິນ ຈຳນວນ 400 ຫລຽນ ຊ້ອງໜ້າ ຊາວ ຮິດຕີ ຕາມອັດຕາເງິນ ທີ່ ໃຊ້ ກັນ ໃນ ທ້ອງຕະຫລາດ. 17 ທີ່ ດີນ ຂອງ ເອຟະໂຣນ ທາງທິດ ຕາເວັນອອກ ຂອງ ມຳເຣ ທີ່ມັກເປລາ ຕົກເປັນຂອງ ອັບຣາຮາມ ດ້ວຍວິທີ ນີ້ແຫລະ. ມີ ທົ່ງນາ ກັບ ຖໍ້າ ຊຶ່ງ ຢູ່ໃນນັ້ນ ຕົ້ນໄມ້ ທັງສິ້ນ ທີ່ ຢູ່ໃນ ທົ່ງນາ ຕະຫລອດ ທົ່ວ ບໍລິເວນນັ້ນ ເອຟະໂຣນ ກໍ ໂອນໃຫ້ 18 ຕົກ ເປັນ ສົມບັດ ຂອງ ອັບຣາຮາມ ໂດຍ ການ ຮັບຮອງ ຂອງ ຊາວ ຮິດຕີ ທັງໝົດ. 19 ແລ້ວ ອັບຣາຮາມ ກໍ ຝັງສົບ ນາງ ຊາຣາ ເມຍ ຂອງຕົນ ໄວ້ ໃນ ຖໍ້າ ທີ່ ມັກເປລາ ໃນ ດິນແດນ ການາອານ. 20 ສະນັ້ນ ນາ ແລະ ຖ້ຳ ຢູ່ໃນນັ້ນ ຊຶ່ງເຄີຍ ເປັນ ຂອງ ຊາວ ຮິດຕີ ຈຶ່ງ ຕົກ ເປັນ ສົມ ບັດ ຂອງ ອັບຣາຮາມ ເພື່ອ ໃຊ້ ໃຫ້ ເປັນ ບ່ອນ ຝັງສົບ.