22

1 ຕໍ່ມາ ພຣະເຈົ້າ ໄດ້ ລອງໃຈ ອັບຣາຮາມ; ພຣະອົງ ເອີ້ນ ເພິ່ນວ່າ, “ອັບຣາຮາມ ເອີຍ” ແລະ ອັບຣາຮາມ ກໍ ຕອບ ວ່າ, “ໂດຍ ຂ້ານ້ອຍ ກຳລັງຟັງຢູ່. ” 2 ພຣະເຈົ້າ ສັ່ງວ່າ, “ເອົາ ອີຊາກ ລູກຊາຍ ຂອງ ເຈົ້າ ຄື ລູກຊາຍ ຄົນດຽວ ທີ່ ເຈົ້າ ຮັກ ຫລາຍ ນັ້ນ ໄປ ທີ່ ແຄວ້ນ ໂມຣິຢາ. (ຈ) ໃຫ້ ເຈົ້າ ເຜົາ ລາວ ຖວາຍ ເປັນ ເຄື່ອງ ບູຊາ ແກ່ ເຮົາ ຢູ່ ເທິງ ພູເຂົາ ແຫ່ງ ໜຶ່ງ ຊຶ່ງ ເຮົາ ຈະ ບອກ ເຈົ້າ ທີ່ ນັ້ນ. ” 3 ອັບຣາຮາມ ຈຶ່ງ ລຸກ ຂຶ້ນ ແຕ່ ເຊົ້າ ມືດ ຈັດ ຕຽມ ເອົາ ຟືນ ເພື່ອ ເຜົາ ເຄື່ອງ ບູຊາ, ເອົາ ເຄື່ອງ ຂອງ ບັນທຸກ ໃສ່ ເທິງ ຫລັງ ລໍ ແລະ ເອົາ ອີຊາກ ກັບ ຄົນ ຮັບ ໃຊ້ ສອງ ຄົນ ໄປ ນຳ ຕົນ. ພວກເຂົາ ອອກ ເດີນ ທາງ ມຸ່ງໜ້າ ໄປ ສູ່ ບ່ອນ ທີ່ ພຣະເຈົ້າ ໄດ້ ບອກ. 4 ເມື່ອ ເດີນ ທາງ ມາ ໄດ້ ສາມ ວັນ ແລ້ວ ອັບຣາຮາມ ກໍ ຫລຽວເຫັນ ບ່ອນ ນັ້ນ ແຕ່ ໄກ. 5 ແລ້ວ ເພິ່ນ ກໍ ກ່າວ ແກ່ ຄົນ ຮັບ ໃຊ້ວ່າ, “ພວກເຈົ້າ ກັບ ລໍ ຈົ່ງ ຖ້າ ຂ້ອຍ ຢູ່ ທີ່ ນີ້. ຂ້ອຍ ກັບ ລູກ ຈະ ຂຶ້ນ ໄປ ນະມັດສະການ ພຣະເຈົ້າ ຢູ່ ເທິງພຸ້ນ ແລະ ຈະ ກັບ ມາຫາ ພວກເຈົ້າ. ” 6 ອັບຣາຮາມ ເອົາ ຟືນ ສໍາລັບ ເຜົາ ເຄື່ອງ ບູຊາ ໃຫ້ ອີຊາກ ແບກ ຂຶ້ນ ໄປ ສ່ວນ ເພິ່ນ ເອງ ຖື ມີດ ກັບ ຖ່ານໄຟ ທີ່ ກຳ ລັງ ລຸກ ຢູ່. ເມ່ື່ອ ເດີນທາງ ໄປນັ້ນ 7 ອີຊາກ ເວົ້າ ກັບ ອັບຣາຮາມ ວ່າ, “ພໍ່ ເອີຍ” ພໍ່ ຈຶ່ງ ຕອບ ວ່າ, “ແມ່ນ ຫຍັງ ລູກ? ” ອີຊາກ ຖາມ ວ່າ, “ຟືນ ກັບ ໄຟ ກໍ ມີ ແລ້ວ, ແຕ່ ລູກແກະ ທີ່ ຈະ ເຜົາບູຊາ ນັ້ນ ຢູ່ໃສ? ” 8 ອັບຣາຮາມ ຕອບ ວ່າ, “ພຣະເຈົ້າ ຈະຈັດຫາ ໃຫ້ ເອງ. ” ແລ້ວ ສອງ ພໍ່ ລູກ ກໍ ຍ່າງ ຕໍ່ ໄປ. 9 ເມື່ອ ເດີນທາງ ມາ ຮອດ ບ່ອນ ທີ່ ພຣະເຈົ້າ ໄດ້ ບອກ ໄວ້ ແລ້ວ ອັບຣາຮາມ ໄດ້ ສ້າງ ແທ່ນບູຊາ ຂຶ້ນ ແລະ ຈັດ ເອົາ ຟືນ ວາງ ໄວ້ ເທິງ ແທ່ນ ນັ້ນ. ເພິ່ນ ມັດ ລູກຊາຍ ຂອງຕົນ ວາງ ໄວ້ ທີ່ ກອງຟືນ ເທິງ ແທ່ນບູຊາ. 10 ແລ້ວ ເພິ່ນ ກໍ ຈັບ ເອົາ ມີດ ຕຽມ ຈະ ລົງ ມື ຂ້າ 11 ແຕ່ ໃນ ທັນໃດນັ້ນ ເທວະດາ ຂອງ ອົງ ພຣະຜູ້ ເປັນເຈົ້າ ໄດ້ ເອີ້ນ ມາ ແຕ່ ສະຫວັນ ວ່າ, “ອັບຣາຮາມ ອັບຣາຮາມ ເອີຍ! ” ເພິ່ນຈຶ່ງ ຕອບ ວ່າ, “ໂດຍ ຂ້ານ້ອຍ ກຳລັງ ຟັງ ຢູ່. ” 12 ເທວະດາ ຂອງ ພຣະເຈົ້າ ກ່າວ ຕໍ່ ໄປ ວ່າ, “ຢ່າ ທຳ ຮ້າຍ ຫລື ເຮັດ ຫຍັງ ແກ່ ເດັກ ຊາຍ ນີ້ ເລີຍ. ບັດນີ້ ເຮົາ ຮູ້ ແລ້ວ ວ່າ ເຈົ້າ ເຊື່ອ ຟັງ ແລະ ຢໍາເກງ ພຣະເຈົ້າ ຢູ່ ສະເໝີ; ດ້ວຍວ່າ ເຈົ້າ ບໍ່ ໄດ້ ຫວງ ລູກຊາຍ ຄົນ ດຽວ ຂອງ ເຈົ້າ ໄວ້ ຈາກ ພຣະອົງ.” 13 ອັບຣາຮາມ ແນມ ໄປ ຮອບໆ ຕົວ ແລະ ເຫັນ ແກະເຖິກ ໂຕໜຶ່ງ ຊຶ່ງ ເຂົາ ຂອງ ມັນ ຄາ ພຸ່ມໄມ້ ຢູ່. ເພິ່ນ ຈຶ່ງ ໄປ ອຸ້ມ ເອົາ ມັນ ມາ ຂ້າ ຖວາຍ ແທນ ລູກຊາຍ ຂອງຕົນ. 14 ອັບຣາຮາມ ໃສ່ ຊື່ ບ່ອນ ນັ້ນ ວ່າ, “ອົງ ພຣະຜູ້ ເປັນເຈົ້າ ຈັດຕຽມ ໃຫ້ ” (ສ) ແລະ ຈົນເຖິງ ທຸກ ມື້ນີ້ ຊາວ ເມືອງ ກໍ ຍັງ ເວົ້າ ຕໍ່ ໆ ກັນ ມາ ວ່າ, “ເທິງ ພູ ຂອງ ອົງ ພຣະ ຜູ້ ເປັນ ເຈົ້າ ຜູ້ ຈັດ ຫາ ໃຫ້. ” (ຊ) 15 ເທວະດາ ຂອງ ອົງພຣະ ຜູ້ ເປັນເຈົ້າ ກໍໄດ້ ເອີ້ນ ອັບຣາຮາມ ເປັນ ເທື່ອ ທີ ສອງ ມາ ແຕ່ ສະຫວັນ ວ່າ, 16 “ເຮົາ ຂໍ ສາບານ ໃນ ນາມ ຂອງເຮົາ ຄື ອົງພຣະ ຜູ້ ເປັນ ເຈົ້າ ຜູ້ ກຳ ລັງ ກ່າວ ຢູ່ ນີ້ ວ່າ, ເຮົາ ຈະ ອວຍພອນ ເຈົ້າ ຢ່າງ ຫລວງຫລາຍ. ເພາະ ເຈົ້າ ໄດ້ ເຮັດ ຕາມ ສິ່ງ ທີ່ ເຮົາ ບອກ ແລະ ບໍ່ ໄດ້ ຫວງ ລູກຊາຍ ຄົນ ດຽວ ຂອງ ເຈົ້າ ໄວ້; 17 ເຮົາ ຂໍ ສັນ ຍາ ວ່າ ຈະ ໃຫ້ ເຈົ້າ ມີ ເຊື້ອ ສາຍ ຢ່າງ ຫລວງຫລາຍ ດັ່ງ ດວງດາວ ໃນ ທ້ອງຟ້າ ຫລື ເມັດ ດິນຊາຍ ທີ່ ແຄມ ທະເລ. ເຊື້ອ ສາຍ ຂອງ ເຈົ້າ ຈະ ຕີ ຊະນະ ສັດ ຕູ ທັງ ປວງ. 18 ຊົນຊາດ ທັງ ປວງ ໃນ ໂລກ ຈະ ຂໍຮ້ອງ ເຮົາ ໃຫ້ ອວຍພອນ ພວກເຂົາ ດັ່ງ ທີ່ ເຮົາ ໄດ້ ອວຍພອນ ເຊື້ອ ສາຍ ຂອງ ເຈົ້າ. ເຮົາ ຈະ ເຮັດ ສິ່ງ ທັງ ໝົດ ນີ້ ເພາະ ເຈົ້າ ເຊື່ອ ຟັງ ຄໍາສັ່ງ ຂອງເຮົາ. ” 19 ອັບຣາຮາມ ກັບຄືນ ມາ ຫາ ຄົນ ຮັບ ໃຊ້ ທັງ ສອງ ຂອງຕົນ ແລະ ພາກັນ ກັບ ເມືອ ເມືອງ ເບເອນເຊບາ ບ່ອນ ທີ່ ຕົນ ອາໄສ ຢູ່. 20 ຕໍ່ມາ ອັບຣາຮາມ ກໍຮູ້ ວ່າ ມີລະກາ ເມຍ ຂອງ ນາໂຮ ນ້ອງຊາຍ ຂອງຕົນ ນັ້ນ ມີ ລູກ ແປດ ຄົນ ດັ່ງ ນີ້: 21 ອູເສ ອ້າຍ ກົກ, ບູເສ ນ້ອງຊາຍ, ເກມູເອນ ພໍ່ ຂອງ ອາຣາມ, 22 ເກເຊັດ, ຮາໂຊ, ປິນດາດ, ຢິດລັບ ແລະ ເບທູເອນ 23 ຜູ້ ທີ່ ເປັນ ພໍ່ຂອງ ນາງ ເຣເບກາ. ມີລະກາ ໄດ້ ເກີດ ລູກຊາຍ ແປດ ຄົນ ນີ້ ໃຫ້ ນາໂຮ ນ້ອງຊາຍ ຂອງ ອັບຣາຮາມ. 24 ນາງ ຣູມາ ເມຍ ຜູ້ ທີສອງ ຂອງ ນາໂຮ ໄດ້ ເກີດ ລູກ ສີ່ ຄົນ ດັ່ງນີ້: ເຕບາ, ກາຮາມ, ຕາຮາດ ແລະ ມາອາກາ.