21

1 ອົງ ພຣະ ຜູ້ ເປັນ ເຈົ້າ ໂຜດ ຊ່ວຍ ນາງ ຊາຣາ ຕາມ ທີ່ພຣະອົງ ໄດ້ ສັນຍາ ໄວ້; 2 ນາງ ໄດ້ ຕັ້ງ ທ້ອງ ແລະ ເກີດ ລູກຊາຍ ຜູ້ໜຶ່ງ ໃຫ້ ແກ່ ອັບຣາຮາມ ເມື່ອ ເພິ່ນ ເຖົ້າ ແກ່ ແລ້ວ. ເດັກ ຊາຍ ນັ້ນ ເກີດ ມາ ຕາມ ເວລາ ທີ່ ພຣະເຈົ້າ ໄດ້ ກຳ ນົດ ໄວ້ 3 ອັບຣາຮາມ ໃສ່ ຊື່ ລູກຊາຍ ວ່າ ອີຊາກ 4 ແລະ ເມື່ອ ອີຊາກ ໄດ້ ແປດວັນ ອັບຣາຮາມ ກໍ ເຮັດ ພິທີຕັດ ໃຫ້ ຕາມ ທີ່ພຣະເຈົ້າ ໄດ້ ສັ່ງ ເພິ່ນ. 5 ເມື່ອ ອີຊາກ ເກີດມາ ອັບຣາຮາມ ອາຍຸ ໄດ້ 100 ປີ 6 ແລະ ຊາຣາ ເວົ້າວ່າ, “ພຣະເຈົ້າ ໃຫ້ ຂ້ອຍ ຊົມຊື່ນ ຍິນດີ ແລະ ຫົວເລາະ. (ຮ) ທຸກຄົນ ທີ່ ໄດ້ຍິນ ເລື່ອງນີ້ ກໍຈະຫົວເລາະ ນຳຂ້ອຍ. ” 7 ນາງ ເວົ້າອີກວ່າ, “ໃຜ ໜໍ ຈະກ້າເວົ້າກັບ ອັບຣາຮາມ ວ່າ ຊາຣາ ຍັງ ມີລູກດູດນົມ? ແຕ່ ຂ້ອຍ ກໍໄດ້ ລູກຊາຍ ຜູ້ໜຶ່ງ ໃຫ້ ລາວ ເມື່ອ ເຖົ້າ ແກ່ ແລ້ວ.” 8 ເດັກນ້ອຍ ນັ້ນ ໄດ້ ຈະເລີນ ເຕີບໂຕ ຂຶ້ນ ແລະ ໃນ ມື້ ທີ່ ອີຊາກ ເຊົານົມ ອັບຣາຮາມ ໄດ້ ຈັດງານກິນລ້ຽງ ຢ່າງ ຍິ່ງໃຫຍ່. 9 ມື້ໜຶ່ງ ອິດຊະມາເອນ ລູກຊາຍ ຂອງ ອັບຣາຮາມ ຜູ້ທີ່ເກີດ ຈາກ ນາງ ຮາກາ ຊາວເອຢິບ ກໍາລັງ ເຢາະເຢີ້ຍ (ກ) ອີຊາກ ລູກຊາຍ ຂອງນາງ ຊາຣາ. (ຂ) 10 ເມື່ອ ນາງ ຊາຣາ ເຫັນ ເຊັ່ນນີ້ ຈຶ່ງເວົ້າກັບ ອັບຣາຮາມ ວ່າ, “ຈົ່ງ ສົ່ງ ຄົນ ຮັບໃຊ້ ຍິງຜູ້ນີ້ ແລະ ລູກຊາຍ ຂອງນາງ ໜີໄປສາ. ລູກຊາຍ ຂອງ ນາງ ບໍ່ ຄວນ ໄດ້ ຮັບ ມໍຣະດົກ ສ່ວນ ໃດໆ ຂອງ ເຈົ້າ ຊຶ່ງ ອີຊາກ ລູກຊາຍ ຂອງຂ້ອຍ ແຕ່ຜູ້ດຽວ ເທົ່ານັ້ນ ຈະ ເປັນ ຜູ້ ໄດ້ ຮັບ. ” 11 ເລື່ອງນີ້ ສ້າງ ຄວາມ ໜັກໃຈ ໃຫ້ ແກ່ ອັບຣາຮາມ ເພາະ ອິດຊະມາເອນ ກໍເປັນລູກ ຂອງເພິ່ນ ຄື ກັນ. 12 ແຕ່ ພຣະເຈົ້າ ກ່າວ ແກ່ ອັບຣາຮາມ ວ່າ, “ຢ່າ ອຸກໃຈ ໃນ ເລື່ອງ ເດັກນ້ອຍ ກັບ ຄົນຮັບໃຊ້ຍິງ ຮາກາ ເລີຍ. ຈົ່ງ ເຮັດ ຕາມ ທີ່ ຊາຣາ ບອກເຈົ້າ ເພາະ ແມ່ນ ທາງ ອີຊາກ ທີ່ ເຈົ້າ ຈະ ມີ ເຊື້ອ ສາຍ ຫລວງຫລາຍ ຕາມ ທີ່ ເຮົາ ໄດ້ ສັນ ຍາ ໄວ້. 13 ເຮົາ ຈະ ໃຫ້ ເດັກ ນ້ອຍ ເກີດ ມາ ຢ່າງ ຫລວງຫລາຍ ແກ່ ລູກຊາຍ ຂອງ ຄົນ ຮັບ ໃຊ້ ຍິງ ຜູ້ ນີ້ ເໝືອນກັນ ເພື່ອວ່າ ພວກເຂົາ ຈະ ໄດ້ ກາຍເປັນ ປະເທດ ໜຶ່ງ. ລາວ ກໍ ເປັນ ລູກຊາຍ ຂອງ ເຈົ້າ ເໝືອນກັນ.” 14 ມື້ ຕໍ່ມາ ຕັ້ງແຕ່ ເຊົ້າ ໆ ອັບຣາຮາມ ໄດ້ ເອົາອາຫານ ແລະ ນ້ຳ ໃສ່ ຖົງ ໜັງ ໃຫ້ ນາງ ຮາກາ. ເພິ່ນ ເອົາ ເດັກ ນ້ອຍ ເຈ່ຍ ໃສ່ ຫລັງ ໃຫ້ ນາງ ແລະ ສົ່ງ ນາງ ໜີໄປ. ນາງພະເນຈອນໄປ ໃນ ຖິ່ນ ແຫ້ງແລ້ງ ກັນດານ ເບເອນເຊບາ. 15-16 ເມື່ອ ນ້ຳ ໃນ ຖົງ ໜັງ ໝົດ ນາງ ຈຶ່ງ ປະ ລູກ ໄວ້ ຢູ່ ໃຕ້ ພຸ່ມໄມ້ ແຫ່ງ ໜຶ່ງ ແລະ ໜີໄປ ນັ່ງ ຢູ່ ຫ່າງ ຈາກ ເດັກ ນັ້ນ ປະມານ ລູກ ໜ້າທະນູ ຕົກ. ນາງ ເວົ້າ ຢູ່ຜູ້ດຽວ ວ່າ, “ຂ້ອຍ ບໍ່ກ້າ ເບິ່ງ ລູກ ສິ້ນ ໃຈ ຕາຍ ຕໍ່ ໜ້າ ຕໍ່ ຕາ. ” ແລ້ວ ນາງ (ຄ) ກໍ ເລີ່ມ ຮ້ອງໄຫ້ ຂຶ້ນ. 17 ພຣະເຈົ້າ ໄດ້ຍິນ ສຽງຂອງເດັກນ້ອຍຮ້ອງໄຫ້ ແລະ ເທວະດາ ຂອງ ພຣະເຈົ້າ ກໍໄດ້ ເອີ້ນນາງ ຮາກາ ມາຈາກສະຫວັນ ວ່າ, “ຮາກາ ເຈົ້າມີ ຄວາມເດືອດຮ້ອນຫຍັງ? ຢ່າຢ້ານກົວ ເລີຍ. ພຣະເຈົ້າ ໄດ້ຍິນສຽງເດັກນ້ອຍ ຮ້ອງໄຫ້ ແລ້ວ. 18 ຈົ່ງລຸກຂຶ້ນ ໄປອູ້ມ ແລະອອຍລາວ ເຖີດ. ເຮົາຈະໃຫ້ ບັນດາເຊື້ອສາຍຂອງລາວເກີດເປັນຊົນຊາດ ໃຫຍ່.” 19 ແລ້ວ ພຣະເຈົ້າ ກໍ ໄດ້ ບັນດານໃຫ້ ນາງເຫັນ ນ້ຳສ້າງໜ່ວຍໜຶ່ງ. ນາງຈຶ່ງ ຟ້າວໄປຕັກ ເອົາ ນ້ຳ ຈົນ ເຕັມ ຖົງ ແລະ ເອົາ ມາ ໃຫ້ ລູກຊາຍ ດື່ມ. 20 ພຣະເຈົ້າ ຢູ່ ນຳ ເດັກຊາຍຜູ້ ນີ້ ຈົນລາວຈະເລີນເຕີບໂຕໃຫຍ່ ຂຶ້ນ; ລາວອາໄສຢູ່ທີ່ ຖິ່ນແຫ້ງແລ້ງ ກັນດານ ປາຣານ ແລະກາຍເປັນນາຍພານຜູ້ສະຫລາດແລະຊຳນິ ຊຳນານ. 21 ຜູ້ເປັນແມ່ ໄດ້ ໄປຫາເມຍຈາກປະເທດເອຢິບ ມາໃຫ້ລາວ. 22 ໃນ ຄາວນັ້ນເຈົ້າ ອາບີເມເຫລັກ ແລະ ຟີໂກນ ແມ່ທັບ ຂອງ ເພິ່ນໄດ້ ມາຫາ ອັບຣາຮາມ ແລະ ເວົ້າວ່າ, “ພຣະເຈົ້າ ສະຖິດ ຢູ່ ກັບເຈົ້າ ບໍ່ວ່າ ເຈົ້າຈະເຮັດຫຍັງ ກໍຕາມ. 23 ສະນັ້ນ ຈົ່ງ ປະຕິຍານ ໃນທີ່ນີ້ ຊ້ອງໜ້າພຣະເຈົ້າ ວ່າ ເຈົ້າຈະບໍ່ຫລອກລວງ ເຮົາ, ລູກຫລານ ຫລື ເຊື້ອສາຍ ຂອງເຮົາ. ເຮົາສັດຊື່ຕໍ່ເຈົ້າ. ດັ່ງ ນັ້ນ ຈົ່ງສັນຍາ ກັບເຮົາວ່າ ເຈົ້າຈະ ສັດຊື່ຕໍ່ເຮົາເໝືອນກັນ ແລະ ຕໍ່ດິນແດນ ທີ່ ເຈົ້າຢູ່ນີ້. ” 24 ອັບຣາຮາມ ຕອບ ວ່າ, “ຂ້ານ້ອຍ ຂໍ ປະຕິຍານ.” 25 ອັບຣາຮາມ ຮ້ອງ ຂໍ ຕໍ່ ເຈົ້າອາບີເມເຫລັກ ເຖີງ ເລື່ອງ ນໍ້າ ສ້າງ ທີ່ ຂ້າຣາຊການ ຂອງ ເພິ່ນ ໄດ້ ຢຶດ ເອົາ ໄປ ນັ້ນ. 26 ເພິ່ນ ຕອບ ວ່າ, “ ບໍ່ຮູ້ຈັກ ເຈົ້າບໍ່ເຄີຍບອກເຮົາ ເຖິງ ເລື່ອງ ນີ້ ເລີຍ ແລະ ແມ່ນ ເທື່ອ ທຳ ອິດ ທີ່ ເຮົາ ໄດ້ຍິນ ກ່ຽວກັບ ເລື່ອງ ນີ້. ” 27 ແລ້ວ ອັບຣາຮາມ ກໍໄດ້ ເອົາ ແກະ ແລະ ງົວ ບາງ ໂຕ ມອບ ໃຫ້ ເຈົ້າອາບີເມເຫລັກ ແລະ ທັງ ສອງ ໄດ້ ເຮັດ ຂໍ້ ຕົກ ລົງ ກັນ. 28 ອັບຣາຮາມ ໄດ້ ແຍກ ເອົາ ລູກແກະ ເຈັດ ໂຕ ອອກ ມາ ຈາກ ຝູງ 29 ແລະ ເຈົ້າອາບີເມເຫລັກ ໄດ້ ຖາມ ວ່າ, “ເປັນຫຍັງ ເຈົ້າ ຈຶ່ງ ເຮັດ ເຊັ່ນ ນັ້ນ? ” 30 ແລ້ວ ອັບຣາຮາມ ກໍ ຕອບ ວ່າ, “ທ່ານ ຈົ່ງ ຮັບ ເອົາ ລູກແກະ ເຈັດ ໂຕ ນີ້ ໄປ ເຖີດ. ໂດຍ ກະທຳ ເຊັ່ນນີ້ ທ່ານ ຮັບ ຮູ້ວ່າ ຂ້ານ້ອຍ ເປັນ ຜູ້ຂຸດ ນໍ້າສ້າງ ນີ້. ” 31 ດັ່ງນັ້ນ ບ່ອນ ນັ້ນ ຈຶ່ງ ເອີ້ນ ວ່າ ເບເອນເຊບາ (ງ) ເພາະ ເປັນ ບ່ອນ ທີ່ ທັງ ສອງ ຝ່າຍ ໄດ້ ປະຕິຍານ ຕໍ່ ກັນແລະກັນ. 32 ຫລັງ ຈາກທີ່ ທັງສອງ ໄດ້ ເຮັດ ຂໍ້ ຕົກ ລົງ ກັນ ທີ່ ເບເອນເຊບາ ແລ້ວ; ເຈົ້າອາບີເມເຫລັກ ແລະ ຟີໂກນ ຜູ້ ທີ່ ເປັນ ແມ່ ທັບ ຂອງ ເພິ່ນ ກໍ ພາກັນ ກັບ ຄືນ ສູ່ ດິນແດນ ຊາວ ຟິລິດສະຕິນ. 33 ແລ້ວ ອັບຣາຮາມ ກໍ ປູກ ກົກ ໄມ້ ຕົ້ນ ໜຶ່ງ ຊື່ວ່າ, “ຕາມາຣີ” ໃສ່ ທີ່ ເບເອນເຊບາ ແລະ ຮ້ອງທູນ ອອກ ນາມຊື່ ອົງ ພຣະ ຜູ້ ເປັນ ເຈົ້າ ຄື ພຣະເຈົ້າ ຜູ້ ດຳລົງ ຢູ່ ຕະຫລອດໄປ ເປັນນິດ. 34 ອັບຣາຮາມ ໄດ້ ຢູ່ ທີ່ ດິນແດນ ຟີລິດສະຕິນ ເປັນ ເວລາ ນານ.