20

1 ອັບຣາຮາມ ໄດ້ ຍ້າຍ ຈາກ ເມືອງ ມຳເຣ ໄປ ຍັງ ເຂດ ພາກໃຕ້ ຂອງ ການາອານ ແລະ ເພິ່ນ ໄດ້ ຕັ້ງ ຖິ່ນ ຖານ ຢູ່ ລະຫວ່າງ ເມືອງ ກາເດັດ ແລະ ເມືອງ ຊູເຣ. ຕໍ່ມາ ເມື່ອ ອັບຣາຮາມ ພັກ ຢູ່ ທີ່ ເມືອງ ເກຣາ ນັ້ນ 2 ເພິ່ນ ເວົ້າ ວ່າ ນາງ ຊາຣາ ເມຍ ຂອງຕົນ ເປັນ ນ້ອງສາວ. ດັ່ງ ນັ້ນ ເຈົ້າ ອາບີເມເຫລັກ ກະສັດ ແຫ່ງ ເກຣາ ຈຶ່ງ ເອົາ ນາງ ຊາຣາ ໄປ. 3 ໃນ ຄືນ ໜຶ່ງ ພຣະເຈົ້າ ໄດ້ ປາກົດ ແກ່ ກະສັດ ໃນ ຄວາມຝັນ ວ່າ “ເຈົ້າ ຈະ ຕາຍ ເພາະ ເຈົ້າ ເອົາ ຍິງ ຜູ້ ນີ້ ມາ. ນາງ ມີ ຜົວ ແລ້ວ.” 4 ແຕ່ ເຈົ້າ ອາບີເມເຫລັກ ຜູ້ທີ່ ບໍ່ໄດ້ ແຕະຕ້ອງ ນາງ ແຕ່ ຢ່າງ ໃດ ຖາມ ວ່າ, “ຂ້າ ແດ່ ພຣະເຈົ້າ ຢາເວ ຂ້ານ້ອຍ ບໍ່ ໄດ້ ເຮັດ ຜິດ ຫຍັງ ພຣະອົງ ຈະ ທຳ ລາຍ ຂ້າ ນ້ອຍ ແລະ ປະຊາຊົນ ຂອງ ຂ້າ ນ້ອຍ ດ້ວຍ ກັນ ບໍ? 5 ອັບຣາຮາມ ເອງ ບອກ ວ່າ ນາງ ເປັນ ນ້ອງສາວ ຂອງ ລາວ ແລະ ນາງ ຊາຣາ ເອງ ກໍ ເວົ້າ ຄືກັນ. ຂ້າ ນ້ອຍ ເຮັດ ໄປ ດ້ວຍ ຄວາມ ບໍຣິສຸດ ໃຈ ແລະ ບໍ່ ໄດ້ ເຮັດ ຜິດ ຫຍັງ ເລີຍ.” 6 ພຣະເຈົ້າ ຕອບ ເພິ່ນ ທາງ ຄວາມຝັນ ວ່າ, “ຖືກ ຕ້ອງ ເຮົາ ຮູ້ ດີ ວ່າ ເຈົ້າ ໄດ້ ເຮັດ ໄປ ດ້ວຍ ຄວາມ ບໍຣິສຸດໃຈ. ສະນັ້ນ ແຫລະ ເຮົາ ຈຶ່ງ ປ້ອງກັນ ເຈົ້າ ໄວ້ ບໍ່ ໃຫ້ ເຮັດ ຜິດ ຕໍ່ ເຮົາ ແລະ ບໍ່ໃຫ້ ເຈົ້າ ໄດ້ ແຕະຕ້ອງ ນາງ. 7 ແຕ່ ບັດ ນີ້ ຈົ່ງ ເອົາ ຍິງ ຜູ້ ນີ້ ໄປສົ່ງ ໃຫ້ ຜົວຂອງນາງ. ຜົວ ຂອງ ນາງ ເປັນ ຜູ້ທຳນວາຍ ແລະ ລາວ ຈະ ພາວັນນາ ອະທິຖານ ສໍາລັບ ເຈົ້າ ເພື່ອ ເຈົ້າ ຈະ ບໍ່ ຕາຍ, ແຕ່ ເຮົາ ຂໍ ເຕືອນ ເຈົ້າ ວ່າ ຖ້າ ເຈົ້າ ບໍ່ ສົ່ງ ນາງ ຄືນ ໄປ ເຈົ້າ ແລະ ປະຊາຊົນ ທັງໝົດ ຂອງ ເຈົ້າ ຈະ ຕ້ອງ ຕາຍ.” 8 ມື້ ໃໝ່ ມາ ແຕ່ ເຊົ້າ ໆ ເຈົ້າ ອາບີເມເຫລັກ ໄດ້ ເອີ້ນ ຄົນ ຮັບ ໃຊ້ ທຸກຄົນ ຂອງຕົນມາ ແລະ ເລົ່າ ເຫດການ ນັ້ນ ສູ່ ພວກເຂົາ ຟັງ ແລະ ພວກເຂົາ ກໍ ຢ້ານ ທີ່ ສຸດ. 9 ແລ້ວ ເຈົ້າ ອາບີເມເຫລັກ ກໍ ເອີ້ນ ອັບຣາຮາມ ມາ ແລະ ຖາມ ວ່າ, “ເປັນ ຫຍັງ ເຈົ້າ ຈຶ່ງ ເຮັດ ເຊັ່ນນີ້ ກັບເຮົາ? ເຮົາ ເຮັດ ຜິດ ຫຍັງ ຕໍ່ ເຈົ້າ ເຈົ້າ ຈຶ່ງ ຈະ ນຳ ຄວາມ ຈິບ ຫາຍ ແບບ ນີ້ ມາ ສູ່ ເຮົາ ແລະ ອານາຈັກ ຂອງເຮົາ? ບໍ່ ມີ ຜູ້ໃດ ເຄີຍເຮັດສິ່ງ ທີ່ ເຈົ້າ ໄດ້ ເຮັດ ນີ້ ກັບ ເຮົາ ຈັກ ເທື່ອ. 10 ເປັນ ຫຍັງ ເຈົ້າ ຈຶ່ງ ເຮັດ ກັບ ເຮົາ ເຊັ່ນນີ້? ” 11 ອັບຣາຮາມ ຈຶ່ງ ຕອບວ່າ, “ຂ້າ ນ້ອຍ ຄິດວ່າໃນທີ່ນີ້ ຈະບໍ່ມີ ໃຜຢຳເກງພຣະເຈົ້າ ແລະພວກເຂົາ ອາດສັງຫານ ຂ້ານ້ອຍເສຍ ເພື່ອ ເອົາ ເມຍຂອງຂ້ານ້ອຍໄ ປ. 12 ຕາມ ຄວາມເປັນຈິງ ແລ້ວ ນາງເປັນ ນ້ອງສາວຂອງຂ້ານ້ອຍ ແທ້. ນາງເປັນ ລູກຕ່າງແມ່ ແລະຂ້ານ້ອຍໄດ້ນາງ ມາເປັນ ເມຍ. 13 ດັ່ງ ນັ້ນ ເມື່ອ ພຣະເຈົ້າ ໃຫ້ ຂ້າ ນ້ອຍ ອອກໜີ ຈາກເຮືອນຂອງພໍ່ ່ໄປສູ່ ດິນແດນທີ່ ຕ່າງປະເທດ; ຂ້ານ້ອຍ ຈຶ່ງ ເວົ້າ ກັບ ນາງ ວ່າ, “ເຈົ້າ ຕ້ອງສັດ ຊື່ ຕໍ່ ຂ້ອຍ ໂດຍ ໃຫ້ ເວົ້າ ກັບ ທຸກຄົນ ວ່າ ຂ້ອຍເປັນ ອ້າຍຂອງເຈົ້າ. ” 14 ແລ້ວ ເຈົ້າ ອາບີເມເຫລັກ ກໍ ສົ່ງ ນາງ ຊາຣາ ຄືນ ໃຫ້ ອັບຣາຮາມ ແລະ ເພິ່ນ ກໍ ເອົາ ຝູງແກະ, ຝູງງົວ, ແລະ ຄົນຮັບໃຊ້ ຊາຍຍິງ ຫລາຍ ຄົນ ໃຫ້ ອັບຣາຮາມ ອີກ ດ້ວຍ. 15 ເຈົ້າ ອາບີເມເຫລັກ ເວົ້າກັບ ອັບຣາຮາມ ວ່າ, “ທີ່ນີ້ ເປັນ ດິນແດນ ຂອງເຮົາທັງໝົດ; ເຈົ້າຢູ່ບ່ອນໃດ ກໍໄດ້ ຕາມທີ່ ເຈົ້າ ຕ້ອງການ. ” 16 ແລ້ວ ເພິ່ນກໍກ່າວແກ່ ນາງ ຊາຣາ ວ່າ, “ເຮົາ ເອົາ ເງິນ ໜຶ່ງ ພັນ ຫລຽນ ໃຫ້ ອ້າຍ ຂອງ ເຈົ້າ ເພື່ອ ເປັນ ຂໍ້ ພິສູດ ໃຫ້ ທຸກຄົນ ທີ່ ຢູ່ ນຳ ເຈົ້າ ເຫັນ ວ່າ ເຈົ້າ ເປັນ ຄົນ ສັດຊື່; ທຸກຄົນ ຈະ ຮູ້ ເຫັນ ວ່າ ເຈົ້າ ບໍ່ ໄດ້ ເຮັດ ຜິດ ຫຍັງ ເລີຍ. ” (ອ) 17-18 ຍ້ອນ ເລື່ອງ ເກີດຂຶ້ນ ກັບ ຊາຣາ ເມຍ ຂອງ ອັບຣາຮາມ ອົງພຣະຜູ້ເປັນເຈົ້າ ຈ່ຶ່ງ ເຮັດ ໃຫ້ ຜູ້ຍິງ ທຸກຄົນ ໃນວັງຂອງເຈົ້າ ອາບີເມເຫລັກ ບໍ່ມີລູກ. ສະນັ້ນ ອັບຣາຮາມ ຈຶ່ງພາວັນນາ ອະທິຖານເພື່ອເພິ່ນ ແລະ ພຣະເຈົ້າ ກໍ ໂຜດ ຮັກສາ ເພິ່ນ ໃຫ້ ຫາຍດີ. ພຣະອົງ ຍັງ ໄດ້ ໂຜດ ໃຫ້ ເມຍ ຂອງ ເພິ່ນ ແລະ ບັນດາ ຍິງ ທັງໝົດ ຫາຍດີ ເໝືອນກັນ ເພື່ອ ວ່າ ພວກເຂົາ ຈະ ມີ ລູກ ໄດ້.