50

1 ໂຢເຊັບ ຟ້າວ ເຂົ້າ ໄປ ຫາ ພໍ່ ຂອງຕົນ ທັງ ຮ້ອງໄຫ້ ແລະ ຈູບ ທີ່ ໜ້າ ຜາກ ຂອງ ເພິ່ນ. 2 ແລ້ວ ໂຢເຊັບ ກໍ ສັ່ງ ໃຫ້ ແພດ ທີ່ ຢູ່ ໃຕ້ ການປົກ ຄອງ ຂອງຕົນ ອາບນໍ້າ ຢາ ຮັກສາ ສົບ ຂອງ ຢາໂຄບ. 3 ພວກເຂົາ ໃຊ້ ເວລາ ສີ່ ສິບ ວັນ ເພື່ອ ດອງ ສົບ ນັ້ນ. ແລ້ວ ຊາວ ເອຢິບ ກໍ ໄວ້ທຸກ ໃຫ້ ເພິ່ນ ເປັນ ເວລາ ເຈັດ ສິບ ວັນ. 4 ເມື່ອ ເວລາ ກຳ ນົດ ໄວ້ທຸກ ສິ້ນ ສຸດ ລົງ ແລ້ວ ໂຢເຊັບ ຈຶ່ງ ກ່າວ ແກ່ ຂຸນນາງ ຂອງ ກະສັດ ວ່າ, “ກະລຸນາ ໄປ ບອກ ກະສັດ ໃຫ້ ຂ້ອຍ ແດ່ ວ່າ, 5 ‘ເມື່ອ ພໍ່ ຂອງ ຂ້ານ້ອຍ ໃກ້ ຈະ ສິ້ນໃຈ ຕາຍ ນັ້ນ ເພິ່ນ ໄດ້ ໃຫ້ ຂ້ານ້ອຍ ສັນຍາ ຕໍ່ ເພິ່ນ ວ່າ ໃຫ້ ນຳ ເອົາ ສົບ ຂອງ ເພິ່ນ ໄປ ຝັງ ໄວ້ ຢູ່ ໃນ ຖໍ້າ ທີ່ ເພິ່ນ ໄດ້ ຕຽມ ໄວ້ ເອງ ໃນ ການາອານ. ສະນັ້ນ ຂໍ ທ່ານ ຈົ່ງ ອະນຸຍາດ ໃຫ້ ຂ້ານ້ອຍ ໄປ ຝັງ ສົບ ພໍ່ ຂອງ ຂ້ານ້ອຍ ແດ່ ທ້ອນ ເມື່ອ ຝັງ ແລ້ວ ໆ ຂ້ານ້ອຍ ຈະ ກັບ ຄືນ ມາ ທີ່ ນີ້. ’” 6 ກະສັດ ຝາກ ຕອບ ໂຢເຊັບ ມາ ວ່າ, “ຈົ່ງ ໄປ ຝັງ ສົບ ຂອງ ພໍ່ ເຈົ້າ ຕາມ ທີ່ ເຈົ້າ ໄດ້ ສັນຍາ ໄວ້ ກັບເພິ່ນ ສາ.” 7 ດັ່ງ ນັ້ນ ໂຢເຊັບ ຈຶ່ງ ໄປ ຝັງ ສົບ ພໍ່ ຂອງຕົນ. ບັນດາ ຂຸນນາງ ໃນ ວັງ ຂອງ ກະສັດ ທຸກຄົນ, ຣາຊມົນຕີ ໃນ ຣາຊວັງ ແລະ ບັນດາ ຜູ້ນໍາ ຂອງ ຊາວ ເອຢິບ ກໍ ໄປ ນໍາ ໂຢເຊັບ ດ້ວຍ. 8 ຄອບຄົວ ຂອງ ໂຢເຊັບ, ພວກອ້າຍ ນ້ອງ ຂອງ ເພິ່ນ ແລະ ຄອບຄົວ ຂອງ ພໍ່ ທັງ ໝົດ ກໍ ໄປ ນໍາ ເໝືອນກັນ. ເວັ້ນໄວ້ ແຕ່ ພວກ ເດັກ ນ້ອຍ, ຝູງແກະ, ຝູງແບ້ ແລະ ຝູງງົວ ທີ່ ປະ ໄວ້ ຢູ່ ໃນ ເຂດ ໂກເຊັນ. 9 ນອກຈາກນີ້ ຍັງ ມີ ລົດ ມ້າ ກັບ ທະຫານ ມ້າ ຕິດ ຕາມ ເພິ່ນ ໄປ ເປັນ ຂະບວນ ແຫ່ ຢ່າງ ຍືດ ຍາວ. 10 ເມື່ອ ຂະບວນ ແຫ່ ໄດ້ ມາ ເຖິງ ລານເຂົ້າ ຂອງ ອາຕາດ ຢູ່ທາງທິດຕາເວັນອອກ ຂອງແມ່ ນໍ້າ ຈໍ ແດນ; ພວກເຂົາ ໄດ້ ຈັດ ພິທີ ປົງສົບ ຢ່າງຍິ່ງ ໃຫຍ່ ຂຶ້ນ ແລະໂຢເຊັບ ກໍ ຈັດ ພິທີ ໄວ້ທຸກເປັນ ເວລາເຈັດ ວັນ. 11 ເມື່ອຊາວ ການາອານ ເຫັນ ການໄວ້ທຸກທີ່ ອາຕາດ ພວກເຂົາ ຈຶ່ງ ເວົ້າ ວ່າ, “ແມ່ນ ພິທີ ໄວ້ ທຸກຢ່າງ ພິລຶກ ຂອງ ຊາວ ເອຢິບ” ສະນັ້ນ ພວກເຂົາ ຈຶ່ງ ໄດ້ ໃສ່ ຊື່ ບ່ອນນັ້ນ ວ່າ ອາເບັນມີຊະຣາອິມ (ນ) ຊຶ່ງ ຢູ່ທາງທິດຕາເວັນອອກ ຂອງແມ່ນ້ຳຈໍແດນ. 12 ດັ່ງ ນັ້ນ ພວກ ລູກຫລານ ຂອງ ຢາໂຄບ ຈຶ່ງ ເຮັດ ຕາມ ສິ່ງ ທີ່ ພໍ່ ໄດ້ ສັ່ງ ພວກເຂົາ ທຸກປະການ; 13 ພວກເຂົາ ໄດ້ ຫາມ ສົບ ຂອງ ພໍ່ ໄປ ຍັງ ການາອານ ແລະ ຝັງ ໄວ້ ຢູ່ ໃນ ຖໍ້າ ຝັງ ສົບ ທີ່ ມັກເປລາ; ທາງ ທິດຕາເວັນ ອອກ ຂອງ ມໍາເຣ ໃນນາ ຊຶ່ງ ອັບຣາຮາມ ໄດ້ ຊື້ຈາກ ເອຟະໂຣນ ຊາວ ຮິດຕີ ເພື່ອ ເອົາ ໄວ້ ເປັນ ບ່ອນ ຝັງສົບ. 14 ຫລັງຈາກ ໂຢເຊັບ ໄດ້ ຝັງ ສົບ ພໍ່ ຂອງຕົນ ແລ້ວ ເພິ່ນ ກໍ ກັບ ຄືນ ເມືອ ປະເທດ ເອຢິບ ພ້ອມ ກັບ ພວກ ອ້າຍ ນ້ອງ ຂອງຕົນ ແລະ ຜູ້ ຕິດ ຕາມ ເພິ່ນ ມາ ນັ້ນ ທຸກຄົນ. 15 ຫລັງ ຈາກ ພໍ່ ຂອງ ພວກເຂົາ ໄດ້ ຕາຍໄປ ແລ້ວ ພວກ ອ້າຍ ຂອງ ໂຢເຊັບ ຈຶ່ງ ປຶກ ສາ ກັນ ວ່າ, “ພວກເຮົາ ຈະ ເຮັດ ແນວ ໃດ ດີ? ໂຢເຊັບ ອາດ ຈະ ຍັງ ກຽດຊັງ ພວກເຮົາ ຢູ່ ກໍໄດ້ ແລະ ອາດ ວາງແຜນ ແກ້ແຄ້ນ ການ ຊົ່ວ ຊ້າ ທຸກຢ່າງ ທີ່ ພວກເຮົາ ໄດ້ ເຮັດ ຕໍ່ ລາວ ນັ້ນ ກໍໄດ້. ” 16 ດັ່ງນັ້ນ ພວກເຂົາ ຈຶ່ງ ສັ່ງ ຄວາມ ໄປ ຫາ ໂຢເຊັບ ວ່າ, 17 “ກ່ອນ ພໍ່ ຕາຍ ເພິ່ນ ໄດ້ ສັ່ງ ໄວ້ ກັບ ພວກເຮົາ ໃຫ້ ມາ ບອກ ເຈົ້າ ວ່າ, ‘ລູກ ຈົ່ງ ກະລຸນາ ຍົກ ຄວາມຜິດ ທີ່ ພວກ ອ້າຍ ຂອງ ເຈົ້າ ໄດ້ ເຮັດ ຕໍ່ ເຈົ້າ ເດີ. ’ ບັດນີ້ ກະລຸນາ ຍົກ ຄວາມຜິດ ທີ່ ພວກເຮົາ ຜູ້ຮັບໃຊ້ ພຣະເຈົ້າ ຂອງ ພໍ່ ເຈົ້າ ໄດ້ ເຮັດ ມາ ນັ້ນ ເຖີດ. ” ເມື່ອ ໂຢເຊັບ ໄດ້ຍິນ ເລື່ອງ ນີ້ ແລ້ວ ເພິ່ນ ກໍ ຮ້ອງໄຫ້. 18 ແລ້ວ ພວກ ອ້າຍ ຂອງ ໂຢເຊັບ ກໍ ພາກັນ ມາຫາ ໂຢເຊັບ ໂດຍ ຕົນ ເອງ ແລະ ຂາບລົງ ຕໍ່ ໜ້າ ເພິ່ນ. ພວກເຂົາ ເວົ້າ ວ່າ, “ພວກເຮົາ ຢູ່ ທີ່ ນີ້ ເໝືອນ ຜູ້ຮັບໃຊ້ ຂອງທ່ານ. ” 19 ແຕ່ ໂຢເຊັບ ກ່າວ ແກ່ ພວກເຂົາ ວ່າ, “ຢ່າ ຢ້ານ ເລີຍ ຂ້ອຍ ບໍ່ ສາມາດ ຍົກ ຕົວ ເອງ ຂຶ້ນ ໄປ ແທນ ພຣະເຈົ້າ ໄດ້ດອກ. 20 ພວກເຈົ້າ ໄດ້ ເຮັດ ເລື່ອງ ຊົ່ວ ຊ້າ ຕໍ່ ຂ້ອຍ, ແຕ່ ພຣະເຈົ້າ ໄດ້ ຫັນ ປ່ຽນ ໃຫ້ ເປັນ ເລື່ອງ ດີ ເພື່ອ ຊ່ວຍ ຊີວິດ ຂອງ ຫລາຍໆ ຄົນ ໃຫ້ ຍັງ ມີ ຊີວິດ ຢູ່ ໄດ້ ຈົນ ທຸກ ວັນ ນີ້ ຍ້ອນ ເຫດການ ທີ່ ໄດ້ ເກີດຂຶ້ນ ນັ້ນ. 21 ບັດນີ້ ຢ່າ ຢ້ານ ເລີຍ ຂ້ອຍ ຈະ ປົກ ປັກ ຮັກ ສາ ພວກເຈົ້າ ພ້ອມ ທັງ ລູກຫລານ ຂອງ ພວກເຈົ້າ ທຸກຄົນ. ” ເພິ່ນ ເວົ້າ ອອຍໃຈ ຂອງ ພວກເຂົາ ດ້ວຍ ຖ້ອຍຄໍາ ທີ່ ສຸພາບ ອ່ອນໂຍນ. 22 ໂຢເຊັບ ສືບ ຕໍ່ ອາໄສ ຢູ່ ໃນ ປະເທດ ເອຢິບ ກັບ ຄອບຄົວ ຂອງ ພໍ່ ຕົນ; ເພິ່ນິ ຕາຍໄປ ເມື່ອ ອາຍຸ ໄດ້ 110 ປີ. 23 ເພິ່ນ ມີ ຊີວິດ ຢູ່ ຈົນ ເຫັນ ລູກ ແລະ ຫລານ ຂອງ ເອຟຣາອິມ. ເພິ່ນ ມີ ຊີວິດ ຢູ່ ຈົນ ໄດ້ ຮັບ ເອົາ ລູກ ຂອງ ມາກີ ລູກຊາຍ ຂອງ ມານາເຊ ເຂົ້າ ໃນ ຄອບຄົວ ຄືກັນ. 24 ໂຢເຊັບ ກ່າວ ແກ່ ພວກ ອ້າຍ ນ້ອງ ວ່າ, “ຂ້ອຍ ໃກ້ ຈະ ສິ້ນໃຈ ຕາຍ ແລ້ວ, ແຕ່ ພຣະເຈົ້າ ຈະ ຮັກ ສາ ພວກເຈົ້າ ຢ່າງ ແນ່ ນອນ ແລະ ພຣະອົງ ຈະ ນໍາ ພວກເຈົ້າ ອອກ ໄປ ຈາກ ປະເທດ ນີ້ ຄືນ ສູ່ ດິນແດນ ທີ່ ພຣະອົງ ໄດ້ ສັນຍາ ໄວ້ ຢ່າງ ໜັກ ແໜ້ນ ກັບ ອັບຣາຮາມ, ອີຊາກ ແລະ ຢາໂຄບ. ” 25 ແລ້ວ ໂຢເຊັບ ກໍ ໃຫ້ ປະຊາຊົນ ຂອງຕົນ ສາບານ ຕໍ່ ຕົນ ວ່າ, “ຈົ່ງ ສາບານ ຕໍ່ ຂ້ອຍ ວ່າ ເມື່ອ ພຣະເຈົ້າ ໄດ້ນໍາ ພາ ພວກເຈົ້າ ອອກ ໄປ ສູ່ ດິນແດນ ນັ້ນ ແລ້ວ ພວກເຈົ້າ ຈະ ຕ້ອງ ເອົາ ສົບ ຂອງຂ້ອຍ ອອກ ໄປ ນໍາ. ” 26 ສະນັ້ນ ໂຢເຊັບ ຈຶ່ງ ໄດ້ ຕາຍໄປ ທີ່ ປະເທດ ເອຢິບ ເມື່ອ ເພິ່ນ ອາຍຸ ໄດ້ ໜຶ່ງ ຮ້ອຍ ສິບ ປີ. ພວກເຂົາ ໄດ້ ອາບນໍ້າ ຢາ ຮັກ ສາ ສົບ ຂອງ ເພິ່ນ ແລະ ບັນຈຸ ໃສ່ ໂລງສົບ ເພື່ອ ເກັບ ຮັກສາ ໄວ້.