ບົດທີ 4

1 ຄຳໄດ້ມົວຫມອງລົງແລ້ວຫນໍ; ຄຳບໍຣິສຸດທີ່ສຸດໄດ້ປ່ຽນໄປເສັຽແລ້ວ! ອັນຍະມະນີສັກສິດໄດ້ກະຈັດກະຈາຍຢູ່ທຸກແຈຂອງຖະຫນົນ. 2 ບັນດາລູກຊາຍຫົວແກ້ວຫົວແຫວນແຫ່ງຊີໂອນ ຊຶ່ງເຄີຍສູງຄ່າທຽບກັບຄຳບໍຣິສຸດ, ແຕ່ບັດນີ້ພວກເຂົາມີຄ່າບໍ່ຫລາຍໄປກວ່າຫມໍ້ດິນ, ຜົນງານຈາກມືຂອງຊ່າງປັ້ນຫມໍ້! 3 ເຖິງແມ່ນຫມາໄນຍັງໃຫ້ນົມຟູມຟັກລູກໆຂອງມັນ, ແຕ່ລູກສາວຂອງປະຊາຊົນຂອງຂ້ານ້ອຍກັບໃຈດຳ, ເຫມືອນຝູງນົກກະຈອກເທດໃນທະເລຊາຍ. 4 ລີ້ນຂອງເດັກແດງແຫ້ງ ຕິດເພດານປາກເພາະຄວາມຫີວນໍ້າ; ເດັກນ້ອຍໄດ້ຮ້ອງຂໍອາຫານ, ແຕ່ບໍ່ມີໃຜເອົາໃຫ້ພວກເຂົາ. 5 ບັນດາຜູ້ທີເຄີຍກິນອາຫານຊັ້ນເລີດ ບັດນີ້ກໍອົດຢາກຢູ່ຕາມຖະຫນົນທັງຫລາຍ; ບັນດາຜູ້ຄົນທີ່ຖືກລ້ຽງໃຫ້ນຸ່ງຜ້າສີມ່ວງນັ້ນ, ແຕ່ບັດນີ້ນອນເລືອຢູ່ກອງຂີ້ເຫຍື່ອ. 6 ໂທດກັມຂອງລູກສາວຂອງປະຊາຊົນຂອງຂ້ານ້ອຍນັ້ນ ໃຫຍ່ກວ່າໂທດກັມຂອງເມືອງໂຊໂດມ, ແລະຊຶ່ງຖືກໂຄ່ນລົ້ມໃນຊົ່ວພິບຕາດຽວ ແລະບໍ່ມີໃຜຍື່ນມືເຂົ້າມາຊ່ວຍນາງເລີຍ. 7 ບັນດາຜູ້ນຳຂອງນາງຂາວຍິ່ງກວ່າຫິມະ, ຂາວຍິ່ງກວ່ານໍ້ານົມ; ຮ່າງກາຍຂອງພວກເຂົາສົດໃສຍິ່ງກວ່າທັບທິມ, ຮູບຮ່າງຫນ້າຕາສະຫງ່າງາມດັ່ງອັນຍະມະນີ. 8 ແຕ່ບັດນີ້ຜີວພັນຂອງພວກເຂົາດຳຄໍ້າຍິ່ງກວ່າຂີ້ຄວັນໄຟ; ພວກເຂົາຢູ່ຕາມຖະຫນົນໂດຍບໍ່ມີໃຜຈື່ໄດ້. ຜີວຫນັງຂອງເຂົາຫ່ຽວແຫ້ງໃນກະດູກຂອງພວກເຂົາ; ມັນຈ່ອຍຜອມຫລາຍຈົນຫນັງຕິດກະດູກ. 9 ບັນດາຄົນທີ່ຖືກຂ້າດ້ວຍຄົມດາບ ຍັງດີກວ່າຄົນທີ່ຕາຍຍ້ອນຄວາມອຶດຢາກ,​ ຊຶ່ງໄດ້ທົນທຸກທໍຣະມານ, ເພາະບໍ່ມີການເກັບກ່ຽວຈາກທົ່ງນາ. 10 ມືຂອງຍິງທີ່ເຕັມໄປດ້ວຍຄວາມຮັກ ໄດ້ຕົ້ມລູກຂອງພວກນາງເອງ ລູກໄດ້ກາຍມາເປັນອາຫານຂອງພວກນາງໃນອຶດຢາກນີ້ ເມື່ອລູກສາວຂອງປະຊາຊົນຂອງຂ້ານ້ອຍຖືກທຳລາຍ. 11 ພຣະຢາເວໄດ້ສຳແດງຄວາມໂກດຮ້າຍຂອງພຣະອົງ; ພຮະອົງໄດ້ລະບາຍຄວາມໂກດຮ້າຍອັນຮຸນແຮງອອກມາ. ພຣະອົງໄດ້ຈູດໄຟຂື້ນໃນຊີໂອນ ເພື່ອເຜົາຜານຮາກຖານຂອງເມືອງນີ້. 12 ບໍ່ມີກະສັດອົງໃດເຊື່ອ, ຫລືບໍ່ມີຜູ້ໃດຢູ່ອາໄສໃດໆທົ່ວໂລກນີ້ເຊື່ອ, ວ່າສັດຕຣູ ຫລືຄູ່ແຂ່ງຈະສາມາດລ່ວງລໍ້າຜ່ານປະຕູນະຄອນເຢຣູຊາເລັມເຂົ້າມາໄດ້. 13 ສິ່ງນີ້ໄດ້ເກີດຂຶ້ນ ເພາະວ່າຄວາມບາບທັງຫລາຍຂອງບັນດາຜູ້ທຳນວາຍຂອງນາງ ແລະ ຄວາມຊົ່ວຮ້າຍຂອງເຫລົ່າປະໂລຫິດ ຊຶ່ງເຮັດໃຫ້ເລືອດຂອງຄົນຊອບທັມ ໄຫລນອງຢູ່ກາງເມືອງຂອງນາງ. 14 ພວກເຂົາໄດ້ເດີນທາງພະເນຈອນ, ເຫມືອນຄົນຕາບອດ, ຜ່ານຖະຫນົນ. ພວກເຂົາໄດ້ເປື້ອນໄປດ້ວຍເລືອດ ຈົນບໍ່ມີໃຜກ້າແຕະຕ້ອງເສື້ອຜ້າຂອງພວກເຂົາ. 15 ປະຊາຊົນຮ້ອງໃສ່ພວກເຂົາວ່າ. "ຫນີໄປ! ເຈົ້າຄົນຜູ້ບໍ່ສະອາດ!" "ຫນີໄປ! ຫນີໄປ! ຢ່າໄດ້ແຕະຕ້ອງພວກເຂົາ! " ດັ່ງນັ້ນພວກເຂົາຈຶ່ງພະເນຈອນໄປ; ປະຊາຊົນເວົ້າກັນທ່າມກາງຊາດຕ່າງໆວ່າ, "ພວກເຂົາຢູ່ບ່ອນນີ້ຕໍ່ໄປບໍ່ໄດ້." 16 ພຣະຢາເວເອງນີ້ແຫລະໄດ້ຊົງເຮັດໃຫ້ພວກເຂົາແຕກຊະຊາຍໄປ; ພຣະອົງບໍ່ໄດ້ເບິ່ງແຍງພວກເຂົາອີກແລ້ວ. ພວກເຂົາບໍ່ໃຫ້ກຽດປະໂລຫິດອີກ, ແລະພວກເຂົາບໍ່ໄດ້ນິຍົມຊົມຊອບຜູ້ອາວຸໂສອີກຕໍ່ໄປ. 17 ດວງຕາຂອງພວກເຮົາກໍ່ອ່ອນລ້າ, ເບິ່ງຫາຄວາມຊ່ວຍເຫລືອຈາກເຂົາບໍ່ໄດ້; ຈາກຫໍຄອຍຂອງພວກເຮົາ ພວກເຮົາເຝົ້າເບິ່ງຊົນຊາດຫນຶ່ງ ຊຶ່ງບໍ່ສາມາດຊ່ວຍເຫລືອພວກເຮົາໄດ້. 18 ພວກເຂົາໄດ້ໄລ່ຕິດຕາມຮອຍທາງຍ່າງຂອງພວກເຮົາ, ພວກເຮົາບໍ່ສາມາດຍ່າງຕາມທາງຂອງພວກເຮົາໄດ້. ຈຸດຈົບຂອງພວກເຮົາໃກ້ເຂົ້າມາແລ້ວ ແລະ ວັນເວລາຂອງພວກເຮົາໄດ້ໃກ້ຄົບກຳນົດແລ້ວ, ເພາະຈຸດຈົບຂອງພວກເຮົາໄດ້ມາເຖິງແລ້ວ. 19 ຄົນທີ່ຕາມລ່າພວກເຮົາ ໄວຍິ່ງກວ່າບັນດານົກອິນຊີຢູ່ເທິງຟ້າ. ພວກເຂົາໄດ້ບຸກໄລ່ພວກເຮົາເທິງພູຕ່າງໆ ແລະດັກພວກເຮົາຢູໃນຖິ່ນແຫ້ງແລ້ງກັນດານ. 20 ເຈົ້າຊີວິດຂອງພວກເຮົາ —ຄືພຣະຢາເວຜູ້ທີ່ເຈີມແລ້ວ—ພຣະອົງເປັນຜູ້ດຽວທີດັກຈັບພວກເຂົາໃຫ້ຕິດຢູ່ໃນກັບດັກຕ່າງໆຂອງພວກເຂົາ; ທີ່ພວກເຂົາເຄີຍເວົ້າວ່າ, "ໃຕ້ຮົ່ມເງົາຂອງເຂົາ ພວກເຮົາຈຶ່ງມີຊິວີດຢູ່ທ່າມກາງຂອງບັນດາປະຊາຊາດ." 21 ລູກສາວແຫ່ງເອໂດມເອີຍ, ຜູ້ອາໄສຢູ່ໃນດິນແດນອູເຊ, ຊື່ນຊົມແລະຍິນດີໄປເຖີດ. ແຕ່ສຳລັບເຈົ້າ ຈອກແຫ່ງຄວາມໂກດຮ້າຍກໍວຽນໄປເຖິງເຈົ້າ; ເຈົ້າຈະເມົາ ແລະ ເຈົ້າເອງຈະເປືອຍກາຍລ່ອນຈ້ອນ. 22 ລູກສາວແຫ່ງຊີໂອນເອີຍ ການລົງໂທດຂອງເຈົ້າໃກ້ຈະເຖິງທີ່ສິ້ນສຸດແລ້ວ, ພຣະອົງຈະບໍ່ປ່ອຍໃຫ້ເຈົ້າຕົກເປັນຊະເລີຍຢູ່ຢ່າງນີ້ດົນດອກ ແຕ່ລູກສາວແຫ່ງເອໂດມເອີຍ; ພຣະອົງຈະລົງໂທດບາບຂອງເຈົ້າ, ແລະພຣະອົງຈະເປີດເຜີຍຄວາມບາບທັງຫລາຍຂອງເຈົ້າ.