ບົດທີ 3

1 ຂ້ານ້ອຍຄືຜູ້ເຫັນຄວາມທຸກລຳບາກ ຈາກໄມ້ແສ້ຂອງຄວາມໂກດຮ້າຍຂອງພຣະຢາເວ. 2 ພຣະອົງໄດ້ຊົງຂັບໄລ່ຂ້ານ້ອຍ ແລະ ເຮັດໃຫ້ຂ້ານ້ອຍຍ່າງໄປໃນຄວາມມືດ ແທນທີ່ຈະຍ່າງໄປໃນຄວາມສະຫວ່າງ. 3 ອັນທີ່ຈິງ ພຣະອົງຊົງຫັນມືຂອງພຣະອົງມາຕໍ່ສູ້ຂ້ານ້ອຍ ຊໍ້າແລ້ວຊໍ້າອີກ, ຈົນຫມົດມື້. 4 ພຣະອົງໄດ້ເຮັດໃຫ້ຊີ້ນ ແລະ ຫນັງຂອງຂ້ານ້ອຍຫ່ຽວຍານໄປ; ພຣະອົງໄດ້ຫັກກະດູກຂອງຂ້ານ້ອຍ. 5 ພຣະອົງໄດ້ສ້າງເຄື່ອງດັກຈັບຂ້ານ້ອຍ, ແລະລ້ອມຂ້ານ້ອຍໄວ້ດ້ວຍຄວາມຂົມຂື່ນ ແລະ ຄວາມທຸກລຳບາກ. 6 ພຣະອົງໄດ້ເຮັດໃຫ້ຂ້ານ້ອຍຢູ່ໃນສະຖານທີ່ມືດ, ເຫມືອນຄົນທີ່ຕາຍໄປດົນແລ້ວ. 7 ພຣະອົງໄດ້ລ້ອມຂ້ານ້ອຍໄວ້ ແລະ ຂ້ານ້ອຍບໍ່ສາມາດຫນີໄດ້. ພຣະອົງໄດ້ຖ່ວງຂ້ານ້ອຍດ້ວຍໂສ້ອັນຫນັກ. 8 ແລະເຖິງແມ່ນວ່າ ຂ້ານ້ອຍຮ້ອງອ້ອນວອນ ແລະ ຂໍຄວາມຊ່ວຍເຫລືອ, ພຣະອົງກໍລະເລີຍຕໍ່ຄຳອະທິຖານຂອງຂ້ານ້ອຍ. 9 ພຣະອົງໄດ້ຕັນທາງຂອງຂ້ານ້ອຍດ້ວຍກຳແພງຫີນສະກັດ; ພຣະອົງໄດ້ເຮັດໃຫ້ຫົນທາງທັງຫລາຍຂອງຂ້ານ້ອຍຄົດລ້ຽວ. 10 ພຣະອົງເປັນເຫມືອນຫມີທີຄອຍໂດດຄຸບຂ້ານ້ອຍ, ເຫມືອນໂຕສິງທີ່ດັກຊຸ້ມຢູ່; 11 ພຣະອົງໄດ້ລາກຂ້ານ້ອຍອອກຈາກທາງ, ພຣະອົງໄດ້ເຮັດໃຫ້ຂ້ານ້ອຍເສົ້າໃຈ. 12 ພຣະອົງໄດ້ກົ່ງຄັນທະນູ ແລະ ໄດ້ແນໃສ່ຂ້ານ້ອຍດ້ວຍລູກທະນູຂອງພຣະອົງ. 13 ພຣະອົງໄດ້ຍິງເຂົ້າຫມາກໄຂ່ຫລັງຂອງຂ້ານ້ອຍ ດ້ວຍລູກທະນູຈາກບັ້ງທະນູຂອງພຣະອົງ. 14 ຂ້ານ້ອຍຕົກເປັນຂີ້ປາກຂອງປະຊາຊົນທັງຫມົດ ຊຶ່ງຫົວຂວັນໃສ່ຂ້ານ້ອຍ, ເປັນສິ່ງທີ່ເຮັດໃຫ້ພວກເຂົາເຍາະເຍີ້ຍຂ້ານ້ອຍທັງກາງເວັນກາງຄືນ. 15 ພຣະອົງໄດ້ໃຫ້ຂ້ານ້ອຍເຕັມໄປດ້ວຍຄວາມຂົມຂື່ນ ແລະໄດ້ບັງຄັບຂ້ານ້ອຍໃຫ້ດື່ມນໍ້າບໍລະເພັດ. 16 ພຣະອົງໄດ້ຫລົກແຂ້ວຂ້ານ້ອຍດ້ວຍເສດແກ້ວ; ພຣະອົງໄດ້ຢຽບຢໍ່າຂ້ານ້ອຍໃຫ້ຈົມເຖິງຂີ້ຝຸ່ນດິນ. 17 ຈິດໃຈຂອງຂ້ານ້ອຍກໍບໍ່ມີສັນຕິສຸກ: ຂ້ານ້ອຍລືມສິ່ງທີ່ເປັນຄວາມສຸກໄປແລ້ວ. 18 ດັ່ງນັ້ນຂ້ານ້ອຍຈຶ່ງກ່າວວ່າ, "ຄວາມອົດທົນຂອງຂ້ານ້ອຍຈິບຫາຍໄປ ແລະ ຄວາມຫວັງຂອງຂ້ານ້ອຍໃນພຣະຢາເວໄດ້ສູນຫາຍແລ້ວ." 19 ໂຜດຣະນຶກເຖິງຄວາມລຳບາກຂອງຂ້ານ້ອຍ ແລະການພະເນຈອນຂອງຂ້ານ້ອຍ, ນໍ້າບໍລະເພັດ ແລະຄວາມຂົມຂື່ນ. 20 ຂ້ານ້ອຍຈື່ຈຳສິ່ງເຫລົ່ານີ້ໄດ້ດີ ແລະຂ້ານ້ອຍກໍຫົດຫູ່ຢູ່ພາຍໃນຂ້ານ້ອຍສະເຫມີ. 21 ແຕ່ຂ້ານ້ອຍກຳຫວນຄິດເຖິງ ແລະຂ້ານ້ອຍກໍໄດ້ມີຄວາມຫວັງ. 22 ຄວາມຮັກອັນຫມັ້ນຄົງຂອງພຣະຢາເວ ບໍ່ເຄີຍສິ້ນສຸດ ແລະຄວາມເມດຕາຂອງພຣະອົງບໍ່ເຄີຍຫມົດສິ້ນ, 23 ຄວາມສັດຊື່ຂອງພຣະອົງຍິ່ງໃຫຍ່ຫລາຍ; ມັນໃຫມ່ທຸກໆເຊົ້າ. 24 "ພຣະຢາເວຊົງເປັນມໍຣະດົກຂອງຂ້ານ້ອຍ," ຂ້ານ້ອຍກ່າວວ່າ, ເຫດສະນັ້ນ ຂ້ານ້ອຍຈະຫວັງໃນພຣະອົງ. 25 ພຣະຢາເວດີຕໍ່ຜູ້ທີ່ລໍຖ້າພຣະອົງ, ຕໍ່ຄົນທີ່ສະແຫວງຫາພຣະອົງ. 26 ເປັນການດີທີ່ຈະລໍຖ້າຄວາມພົ້ນພຣະຢາເວຢ່າງງຽບໆ. 27 ເປັນການດີທີ່ຈະແບກແອກໄວ້ ຂະນະທີ່ລາວຍັງຫນຸ່ມຢູ່. 28 ໃຫ້ລາວນັ່ງງຽບໆ ຢູ່ຕາມລຳພັງ ເມື່ອພຣະອົງວາງແອກນັ້ນໄວ້ເທິງເຂົາ. 29 ໃຫ້ລາວເອົາປາກລົງໄປຈຸຂີ້ຝຸ່ນດິນກໍຍັງຈະມີຄວາມຫວັງ. 30 ໃຫ້ລາວອ່ຽງແກ້ມໃຫ້ຜູ້ທີ່ຈະຕົບລາວ, ແລະໃຫ້ລາວຍອມຮັບຄວາມອັບປະຍົດ. 31 ເພາະພຣະຜູ້ເປັນເຈົ້າຈະບໍ່ໄດ້ລະຖິ້ມພວກເຮົາຕະຫລອດໄປ, 32 ແຕ່ເຖິງວ່າພຣະອົງໃຫ້ເກີດຄວາມໂສກເສົ້າ, ພຣະອົງກໍຈະສະແດງຄວາມເມດຕາຕາມ ຄວາມຮັກຫມັ້ນຄົງຂອງພຣະອົງຢ່າງບໍຣິບູນ. 33 ເພາະພຣະອົງບໍ່ໄດ້ຊົງເຕັມໃຈທີ່ຈະໃຫ້ເກີດຄວາມທຸກທໍຣະມານ ຫລືຄວາມໂສກເສົ້າແກ່ລູກຫລານຂອງມະນຸດຊາດ. 34 ການຢຽບຢໍ່ານັກໂທດແຫ່ງແຜ່ນດິນໂລກທັງຫມົດໃຫ້ຢູ່ໃຕ້ຕີນ, 35 ການບໍ່ໃຫ້ຄວາມຍຸຕິທັມ ແກ່ຜູ້ຫນຶ່ງຜູ້ໃດຕໍ່ພຣະພັກຂອງອົງຜູ້ສູງສຸດ, 36 ທີ່ໄດ້ປະຕິເສດຄວາມຍຸຕິທັມແຕ່ຄົນເຊັ່ນນັ້ນ—ພຣະຜູ້ເປັນເຈົ້າຈະບໍ່ເຫັນດີນຳໃນສິ່ງເຫລົ່ານີ້. 37 ໃຜທີ່ໄດ້ເວົ້າ ແລະ ມັນເປັນໄປໄດ້, ນອກຈາກພຣະຜູ້ເປັນເຈົ້າຈະສັ່ງໃຫ້ມັນເກີດຂຶ້ນຕາມນັ້ນ? 38 ນອກຈາກລົມປາກຂອງອົງຜູ້ສູງສຸດ ທັງພັຍພິບັດ ແລະ ສິ່ງດີງາມລ້ວນເກີດຂຶ້ນບໍ່ແມ່ນບໍ? 39 ມະນຸດຈະຈົ່ມໄດ້ຢ່າງໃດ? ຄົນຫນຶ່ງຈະຈົ່ມເມື່ອຖືກລົງໂທດ ເພາະບາບທັງຫລາຍຂອງຕົນໄດ້ແນວໃດ? 40 ໃຫ້ພວກເຮົາສຳຫລວດເບິ່ງທາງທັງຫລາຍຂອງພວກເຮົາ ແລະທົດສອບສິ່ງເຫລົ່ານີ້, ແລະໃຫ້ພວກເຮົາກັບມາຫາພຣະຢາເວ. 41 ໃຫ້ພວກເຮົາຊູໃຈ ແລະ ຍົກມືຂື້ນຕໍ່ພຣະເຈົ້າໃນທ້ອງຟ້າ: 42 "ຂ້ານ້ອຍທັງຫລາຍໄດ້ເຮັດບາບ ແລະ ໄດ້ກະບົດ, ແລະ ພຣະອົງບໍ່ໄດ້ໃຫ້ອະພັຍ. 43 ພຣະອົງໄດ້ຊົງປົກຄຸມພຣະອົງເອງໄວ້ ດ້ວຍຄວາມໂກດຮ້າຍຂອງພຣະອົງ, ແລະຊົງໄລ່ຕາມລ່າພວກຂ້ານ້ອຍທັງຫລາຍ, ພຣະອົງປຣະຫານຂ້ານ້ອຍ ແລະ ພຣະອົງບໍ່ໄດ້ຍົກເວັ້ນໃຜເລີຍ. 44 ພຣະອົງໄດ້ປົກຄຸມພຣະອົງເອງໄວ້ດ້ວຍເມກ ເພື່ອບໍ່ໃຫ້ຄຳອະທິຖານສາມາດຜ່ານຂຶ້ນໄປໄດ້. 45 ພຣະອົງໄດ້ເຮັດໃຫ້ຂ້ານ້ອຍທັງຫລາຍສົກກະປົກ ແລະຖືກປະຕິເສດໃນຫມູ່ປະຊາຊາດ, 46 ສັດຕຣູທັງຫລາຍສາບແຊ່ງນ້ອຍທັງຫລາຍ. 47 ຄວາມຢ້ານແລະຂຸມດັກຈັບໄດ້ມາຍັງຂ້ານ້ອຍທັງຫລາຍ, ຄວາມວິບັດແລະການທຳລາຍກໍຕາມມາ. 48 ດວງຕາຂອງຂ້ານ້ອຍມີແຕ່ນໍ້າຕາໄຫລ ເຫມືອນດັ່ງແມ່ນໍ້າເພາະປະຊາຊົນຂອງຂ້ານ້ອຍຖືກທຳລາຍ. 49 ດວງຕາຂອງຂ້ານ້ອຍຈະຫລັ່ງນໍ້າຕາບໍ່ຢຸດເຊົາ; ບໍ່ໄດ້ບັນເທົາເລີຍ. 50 ຈົນກວ່າພຣະອົງຈະເບິ່ງລົງມາ ແລະ ພຣະຢາເວຈະເຫັນຈາກສະຫວັນ. 51 ດວງຕາຂອງຂ້ານ້ອຍເຮັດໃຫ້ຂ້ານ້ອຍເປັນທຸກ ເພາະບັນດາລູກສາວແຫ່ງເມືອງຂອງຂ້ານ້ອຍ. 52 ຂ້ານ້ອຍຖືກຕາມລ່າເຫມືອນກັບນົກ ຈາກຜູ້ເປັນສັດຕຣູທັງຫລາຍຂອງຂ້ານ້ອຍ; ພວກເຂົາໄດ້ໄລ່ລ່າຂ້ານ້ອຍໂດຍບໍ່ມີເຫດຜົນ. 53 ພວກເຂົາໄດ້ໂຍນຂ້ານ້ອຍລົງໃນຂຸມເລິກ ແລະພວກເຂົາໄດ້ແກ່ວງກ້ອນຫີນໃສ່ຂ້ານ້ອຍ, 54 ແລະນໍ້າໄດ້ໄຫລຖ້ວມຫົວຂອງຂ້ານ້ອຍ. ຂ້ານ້ອຍກ່າວວ່າ, "ຂ້ານ້ອຍເຖິງຈຸດຈົບແລ້ວ!" 55 ຂ້ານ້ອຍຮ້ອງຫາພຣະນາມຂອງພຣະອົງ, ພຣະຢາເວ, ຈາກເບື້ອງລຸ່ມຂອງຂຸມເລິກ. 56 ພຣະອົງຍິນສຽງຂອງຂ້ານ້ອຍ ເມື່ອຂ້ານ້ອຍອ້ອນວອນວ່າ, "ຂໍຢ່າປິດຫູຂອງພຣະອົງຈາກຄຳຮ້ອງຂໍການຊ່ວຍເຫລືອຂອງຂ້ານ້ອຍ." 57 ພຣະອົງໄດ້ມາໃກ້ເມື່ອຂ້ານ້ອຍໄດ້ຮ້ອງຫາພຣະອົງ; ພຣະອົງໄດ້ກ່າວວ່າ, "ຢ່າຢ້ານເລີຍ." 58 ໂອ້, ພຣະຜູ້ເປັນເຈົ້າ, ພຣະອົງຮັບຄຳຮ້ອງຂອງຂ້ານ້ອຍ, ພຣະອົງໄດ້ຊ່ວຍຊີວິດຂອງຂ້ານ້ອຍ! 59 ພຣະຢາເວ, ພຣະອົງໄດ້ເຫັນຄວາມຜິດທີ່ພວກເຂົາເຫັນແກ່ຂ້ານ້ອຍ; ຂໍໃຫ້ຄວາມເປັນທັມແກ່ຂ້ານ້ອຍ. 60 ພຣະອົງໄດ້ເຫັນການຫມິ່ນປະຫມາດ, ສິ່ງທັງຫມົດທີ່ພວກເຂົາຄິດກັນເພື່ອຕໍ່ສູ້ຂ້ານ້ອຍ. 61 ພຣະອົງໄດ້ຍິນຄຳຮ້ອງຂອງຂ້ານ້ອຍ, ໂອ້ພຣະຢາເວ, ແລະສິ່ງທັງຫມົດທີ່ພວກເຂົາຄິດກັນຕໍ່ສູ້ຂ້ານ້ອຍ. 62 ຮີມສົບທີ່ກ່າວໃສ່ຮ້າຍຂ້ານ້ອຍ ແລະຄຳກ່າວຕໍ່ສູ້ຂ້ານ້ອຍຂອງພວກເຂົາຫມົດມື້. 63 ໂຜດເບິ່ງວິທີທີ່ພວກເຂົາຈະລຸກຂຶ້ນ ແລະນັ່ງລົງ; ພວກເຂົາໄດ້ຮ້ອງເພງທັງຫລາຍຂອງພວກເຂົາຖາກຖາງຂ້ານ້ອຍ. 64 ໂອ້ພຣະຢາເວ, ຂໍຊົງສະຫນອງຄືນພວກເຂົາ, ໃຫ້ສົມກັບສິ່ງທີ່ມືຂອງພວກເຂົາໄດ້ເຮັດ. 65 ຂໍພຣະອົງໃຫ້ໃຈຂອງພວກເຂົາບໍ່ອາຍ! ຂໍໃຫ້ຄຳສາບແຊ່ງຂອງພຣະອົງຕົກໃສ່ພວກເຂົາ! 66 ຂໍພຣະອົງໄລ່ຕາມພວກເຂົາດ້ວຍຄວາມໂກດຮ້າຍຂອງພຣະອົງ ແລະທຳລາຍລ້າງພວກເຂົາຈາກພາຍໃຕ້ຟ້າສະຫວັນເຖີ້ນ, ພຣະຢາເວ.