ບົດທີ 5

1 ຂໍຊົງຣະນຶກ, ໂອຂ້າແດ່ພຣະຢາເວ, ໃນສິ່ງທີ່ເກີດຂຶ້ນແກ່ຂ້ານ້ອຍທັງຫລາຍ ເບິ່ງເຖີດ ແລະ ຂໍຊົງພິຈາຣະນາເບິ່ງຄວາມອົດສູຂອງພວກຂ້ານ້ອຍທັງຫລາຍ. 2 ມໍຣະດົກຂອງພວກຂ້ານ້ອຍທັງຫລາຍກັບເປັນຂອງຄົນແປກຫນ້າ; ບັນດາເຮືອນຂອງພວກຂ້ານ້ອຍເປັນຂອງພວກຕ່າງດ້າວ. 3 ພວກຂ້ານ້ອຍໄດ້ກາຍເປັນບັນດາລູກກໍາພ້າ, ບໍ່ມີພໍ່, ແລະແມ່ຂອງພວກນ້ອຍທັງຫລາຍກໍເປັນດັ່ງແມ່ຫມ້າຍ. 4 ພວກຂ້ານ້ອຍຕ້ອງຈ່າຍເງິນຊື້ນໍ້າໃຫ້ພວກເຮົາດື່ມ, ແລະ ພວກຂ້ານ້ອຍຕ້ອງຈ່າຍເງິນ ຊື້ຟືນຂອງພວກຂ້ານ້ອຍໃຊ້ເອງ. 5 ຜູ້ຄົນເຫລົ່ານັ້ນທີ່ໄລ່ຕິດຕາມພວກຂ້ານ້ອຍນັ້ນ ໃກ້ພວກຂ້ານ້ອຍເຂົ້າມາແລ້ວ; ພວກຂ້ານ້ອຍທັງອ່ອນເພັຽ ແລະພວກຂ້ານ້ອຍບໍ່ໄດ້ພັກຜ່ອນເລີຍ. 6 ພວກຂ້ານ້ອຍຍອມຈຳນົນຕົນເອງຕໍ່ຊາວ ອີຢິບ ແລະ ຊາວອັດຊີເລັຽເພື່ອຈະໄດ້ອາຫານພໍກິນ. 7 ບັນດາບັນພະບູຣຸດຂອງຂ້ານ້ອຍທັງຫລາຍເຮັດບາບ, ແລະພວກເຂົາບໍ່ຢູ່ແລ້ວ, ແລະພວກຂ້ານ້ອຍຕ້ອງຮັບໂທດເພາະບາບຂອງພວກເຂົາແທນ. 8 ພວກທາດປົກຄອງເຫນືອພວກຂ້ານ້ອຍທັງຫລາຍ, ແລະບໍ່ມີໃຜຊ່ວຍພວກຂ້ານ້ອຍໃຫ້ພົ້ນຈາກມືຂອງພວກເຂົາໄດ້. 9 ພວກຂ້ານ້ອຍໄດ້ອົດອາຫານມາໂດຍສ່ຽງຊີວິດຂອງພວກຂ້ານ້ອຍ, ຍ້ອນຄົມດາບໃນຖິ່ນແຫ້ງແລ້ງກັນດານ. 10 ຜີວຫນັງຂອງພວກຂ້ານ້ອຍກໍຮ້ອນປານເຕົາອົບ ເພາະຄວາມຮ້ອນເຜົາຜານແຫ່ງຄວາມອຶດຫິວອາຫານ. 11 ຜູ້ຍິງໃນຊີໂອນຖືກຂືນໃຈ, ແລະລວມທັງສາວບໍຣິສຸດໃນເມືອງຕ່າງໆຂອງຢູດາ. 12 ຜູ້ປົກຄອງເມືອງຕ້ອງຖືກມັດມືໂດຍແຂວນໄວ້ດ້ວຍມືຂອງຕົນເອງ, ແລະບໍ່ມີໃຜນັບຖືພວກຜູ້ອາວຸໂສອີກແລ້ວ. 13 ພວກຄົນຫນຸ່ມຖືກບັງຄັບໃຫ້ໂມ້ແປ້ງດ້ວຍຫີນໂມ້, ແລະພວກເດັກຊາຍຕ້ອງເດີນໂຊເຊເພາະແບກຟືນຫນັກ. 14 ພວກຜູ້ອາວຸໂສຫາຍໄປຈາກປະຕູເມືອງ, ແລະພວກຄົນຫນຸ່ມໄດ້ຢຸດຫລິ້ນດົນຕຣີຂອງພວກເຂົາແລ້ວ. 15 ຄວາມຍີນດີລົ້ນກໍຫາຍໄປຈາກໃຈຂອງພວກຂ້ານ້ອຍ ແລະການເຕັ້ນລໍາຂອງພວກຂ້ານ້ອຍກາຍເປັນການໄວ້ທຸກ. 16 ມົງກຸດໄດ້ຕົກຈາກຫົວຂອງພວກຂ້ານ້ອຍ; ແລ້ວວິບັດກໍມີແກ່ພວກຂ້ານ້ອຍ, ເພາະພວກຂ້ານ້ອຍໄດ້ເຮັດບາບ! 17 ເພາະເຫດນີ້ຫົວໃຈຂອງພວກຂ້ານ້ອຍຈຶ່ງເຈັບປ່ວຍ, ແລະດວງຕາຂອງພວກຂ້ານ້ອຍຈຶ່ງມົວໄປ, ເພາະສິ່ງເຫລົ່ານີ້ດວງຕາຂອງພວກເຮົາຈຶ່ງມືດມົວໄປ 18 ເພາະພູຊີໂອນຮົກຮ້າງເພພັງ, ດ້ວຍຝູງຫມາໄນທີ່ທ່ຽວໄປມາຢູ່ບ່ອນນັ້ນ. 19 ໂອ ຂ້າແດ່ພຣະຢາເວ, ຂໍພຣະອົງຊົງຄອບຄອງຢູ່ເປັນນິດ, ແລະ ພຣະອົງຈະນັ່ງເທິງບັນລັງຂອງພຣະອົງ ຈາກຄົນຮຸ້ນຫນຶ່ງໄປສູ່ອີກຮຸ້ນຫນຶ່ງ. 20 ດ້ວຍເຫດໃດ ພຣະອົງຈຶ່ງລືມພວກຂ້ານ້ອຍເປັນນິດ? ດ້ວຍເຫດໃດ ຈຶ່ງຊົງປະຖິ້ມພວກຂ້ານ້ອຍດົນປານນີ້? 21 ຂ້າແດ່ພຣະຢາເວ, ຂໍຊ່ວຍເຫລືອພວກຂ້ານ້ອຍໃຫ້ກັບສູ່ພຣະອົງດ້ວຍເຖີດ, ແລະຂໍຊົງຟື້ນຟູວັນເວລາຂອງຂ້ານ້ອຍໃຫ້ຄືດັ່ງແຕ່ກ່ອນ — 22 ເວັ້ນແຕ່ພຣະອົງຈະປັດພວກຂ້ານ້ອຍຖິ້ມຢ່າງເດັດຂາດເສັຽແລ້ວ ແລະ ພຣະອົງໂມໂຫຮ້າຍພວກຂ້ານ້ອຍຢ່າງເຫລືອຫລາຍແລ້ວ.