ບົດທີ 5

1 ທັນທີທີ່ກະສັດທັງຫມົດຂອງຄົນອາໂມຣິດຊຶ່ງຢູ່ຟາກຕາເວັນຕົກຂອງເເມ່ນ້ຳຈໍເເດນ, ເເລະ ກະສັດທັງຫມົດຂອງຄົນການາອານ, ຊຶ່ງຢູ່ແຄມຝັ່ງທະເລໃຫຍ່, ໄດ້ຍິນວ່າພຣະຢາເວໄດ້ຊົງໃຫ້ນ້ຳໃນເເມ່ນ້ຳຈໍເເດນເຫືອດເເຫ້ງໄປຈົນກວ່າປະຊາຊົນອິສະຣາເອນໄດຂ້ວາມຟາກໄປໄດ້, ຫົວໃຈຂອງພວກເຂົາກໍ່ຫົດຫູ່ ເເລະ ບໍ່ມີກຳລັງໃຈເພາະພວກປະຊາຊົນອິສະຣາເອນ. 2 ໃນເວລານັ້ນພຣະຢາເວໄດ້ກ່າວກັບໂຢຊວຍວ່າ, "ຈົ່ງເຮັດມີດດ້ວຍຫີນ ເເລະ ຈົ່ງໃຫ້ຜູ້ຊາຍອິສະຣາເອນທັງຫມົດເຂົ້າພິທີຕັດອີກຄັ້ງ." 3 ເເລ້ວໂຢຊວຍໄດ້ເຮັດມີດຫີນ ເເລະ ເຮັດພິທີຕັດໃຫ້ຜູ້ຊາຍທັງຫມົດຂອງອິສະຣາເອນທີ່ກິເບອັນ ຮາອາຣາໂລດ. 4 ນີ້ເເມ່ນສາເຫດທີ່ໂຢຊວຍເຮັດພິທີຕັດພວກເຂົາຄື: ຜູ້ຊາຍທຸກຄົນທີ່ອອກມາຈາກເອຢິບລວມທັງທະຫານທັງຫມົດທີ່ໄດ້ເສຍຊີວິດຕາມທາງໃນຖິ່ນທຸຣະກັນດານ, ຫລັງຈາກທີ່ພວກເຂົາໄດ້ອອກມາຈາກເອຢິບ. 5 ເຖິງແມ່ນວ່າຜູ້ຊາຍທຸກຄົນທີ່ອອກມາຈາກເອຢິບ ຈະໄດ້ເຂົ້າພິທີຕັດຫມົດເເລ້ວ, ເເຕ່ບໍ່ມີເດັກຊາຍຄົນໃດທີ່ເກີດໃນຖິ່ນທຸຣະກັນດານ ຫລັງຈາກອອກມາຈາກເອຢິບນັ້ນໄດ້ເຂົ້າພິທີຕັດເລີຍ. 6 ສຳລັບປະຊາຊົນຂອງອິສະຣາເອນທີ່ເດີນທາງສີ່ສິບປີ ໃນຖິ່ນທຸຣະກັນດານຈົນກວ່າປະຊາຊົນທຸກຄົນກ່າວຄື, ປະຊາຊົນທຸກຄົນທີ່ເປັນນັກຮົບທີ່ໄດ້ອອກມາຈາກເອຢິບ, ໄດ້ເສຍຊີວິດ, ເພາະວ່າພວກເຂົາບໍ່ໄດ້ເຊື່ອຟັງສຽງຂອງພຣະຢາເວ. ພຣະຢາເວໄດ້ຊົງສັນຍາກັບພວກເຂົາໄວ້ວ່າ ພຣະອົງຈະບໍ່ອະນຸຍາດໃຫ້ພວກເຂົາ ໄດ້ເຫັນແຜ່ນດິນທີ່ພຣະອົງ, ຊົງສັນຍາໄວ້ກັບບັນພະບຸຣຸດຂອງພວກເຂົາວ່າ ພຣະອົງຈະປຣະທານ, ແຜ່ນດິນທີ່ມີນ້ຳນົມ ແລະ ນຳ້ເຜິ້ງເຕັມລົ້ນໃຫ້ເຮົາ. 7 ມີແຕ່ລູກຫລານຂອງພວກເຂົາທີ່ພຣະຢາເວ, ໄດ້ຊົງໃຫ້ມາແທນພວກເຂົານັ້ນທີ່ໂຢຊວຍໄດ້ເຮັດພິທີຕັດ, ເພາະວ່າພວກເຂົາບໍ່ໄດ້ເຂົ້າພິທີຕັດໃນລະຫວ່າງທາງ. 8 ເມື່ອພວກເຂົາທັງຫມົດເຂົ້າພິທີຕັດແລ້ວ ພວກເຂົາກໍພັກໃນບ່ອນທີ່ພວກເຂົາຕັ້ງຄ້າຍ ຈົນພວກເຂົາດີເປັນປົກກະຕິ. 9 ແລ້ວພຣະຢາເວ, ກ່າວກັບໂຢຊວຍວ່າ, " ວັນນີ້ເຮົາໄດ້ໃຫ້ພວກເຈົ້າພົ້ນຈາກຄວາມອັບອາຍຂອງເອຢິບໄປຈາກພວກເຈົ້າແລ້ວ." ດັ່ງນັ້ນ, ສະຖານທີ່ນັ້ນໄດ້ຖືກເອີ້ນວ່າກິນການຈົນເຖິງທຸກວັນນີ້. 10 ປະຊາຊົນຂອງອິສະຣາເອນທີ່ຢູ່ໃນກິນການ. ໃນຕອນຄ່ຳຂອງວັນທີສິບສີ່ຂອງເດືອນ, ພວກເຂົາໄດ້ຖືເທສະການປັສະຄາຕາມທົ່ງຮາບພຽງຂອງເຢຣີໂກ. 11 ພວກເຂົາໄດ້ກິນຜົນບາງຢ່າງ ຂອງແຜ່ນດິນນັ້ນ ໃນວັນຫລັງຈາກເທສະການປັສະຄາ: ຄືເຂົ້າຂົ້ວ ແລະ ເຂົ້າຈີ່ບໍ່ມີເຊື້ອແປ້ງ. 12 ມານາກໍຂາດຫາຍໄປ ຫລັງຈາກທີ່ພວກເຂົາໄດ້ກິນຜົນຈາກແຜ່ນດິນ. ບໍ່ມີມານາສຳລັບປະຊາຊົນອິສະຣາເອນອີກຕໍ່ໄປ, ແຕ່ພວກເຂົາກິນຜົນຂອງແຜ່ນດິນການາອານໃນປີນັ້ນ. 13 ເມື່ອໂຢຊວຍເຂົ້າໃກ້ເມືອງເຢຣີໂກ, ເຂົາໄດ້ເງີຍຫນ້າຂຶ້ນເບິ່ງ, ແລະ ນີ້ເດ, ຊາຍຄົນຫນຶ່ງກຳລັງຢືນຢູ່ຕໍ່ຫນ້າເຂົາ; ເຂົາໄດ້ຊັກດາບຂອງເຂົາແລະ ຖືຢູ່ໃນມືຂອງເຂົາ. ໂຢຊວຍໄດ້ເຂົ້າໄປຫາເຂົາ ແລະ ກ່າວວ່າ, "ທ່ານຢູ່ຝ່າຍເຮົາ ຫລື ຝ່າຍສັດຕຣູຂອງເຮົາ?" 14 "ບໍ່ແມ່ນທັງສອງຢ່າງເຮົາເປັນຜູ້ບັນຊາການທັບຂອງພຣະຢາເວ. ບັດນີ້ເຮົາໄດ້ມາແລ້ວ. " ແລ້ວໂຢຊວຍກໍກາບລົງເຖິງພື້ນດິນເພື່ອນະມັສະການແລ້ວຖາມເຂົາວ່າ, "ເຈົ້ານາຍຂອງຂ້ານ້ອຍຈະກ່າວສິ່ງໃດກັບຜູ້ຮັບໃຊ້ຂອງທ່ານ?" 15 ຜູ້ບັນຊາການທັບຂອງພຣະຢາເວໄດ້ເວົ້າກັບໂຢຊວຍວ່າ, "ຈົ່ງຖອດເກີບຂອງເຈົ້າອອກຈາກຕີນຂອງເຈົ້າເສຍ, ເພາະວ່າບ່ອນທີ່ເຈົ້າກຳລັງຢືນຢູ່ນີ້ເປັນບ່ອນສັກສິດ." ໂຢຊວຍກໍເຮັດຕາມ.