ບົດທີ 6

1 ບັດນີ້ທາງເຂົ້າເມືອງເຢຣີໂກ, ທັງຫມົດກໍຖືກປິດເພາະເຫດແຫ່ງກອງທັບຂອງອິສະຣາເອນ. ບໍ່ມີຜູ້ໃດອອກ ແລະ ບໍ່ມີຜູ້ໃດເຂົ້າ. 2 ພຣະຢາເວໄດ້ກ່າວກັບໂຢຊວຍວ່າ, "ຈົ່ງເບິ່ງເຖີດເຮົາໄດ້ມອບເມືອງເຢຣີໂກທັງກະສັດຂອງເມືອງ, ແລະ ເຫລົ່າທະຫານທີ່ຝຶກຝົນຂອງເມືອງໄວ້ໃນມືພວກເຈົ້າແລ້ວ. 3 ພວກເຈົ້າຈະຕ້ອງຍ່າງອ້ອມເມືອງນີ້, ພວກທະຫານຍ່າງຮອບເມືອງຫນຶ່ງຄັ້ງ. ພວກເຈົ້າຈະຕ້ອງເຮັດເຊັ່ນນີ້ເປັນເວລາຫົກວັນ. 4 ພວກປະໂລຫິດເຈັດຄົນຈະຕ້ອງຖືແກເຂົາແກະເຈັດອັນນຳຫນ້າຫີບ. ໃນວັນທີເຈັດ, ພວກເຈົ້າຈົ່ງຍ່າງອ້ອມເມືອງເຈັດຮອບ, ແລະ ໃຫ້ພວກປະໂລຫິດເປົ່າແກ. 5 ແລ້ວພວກເຂົາຈະຕ້ອງເປົ່າເຂົາແກະເປັນສຽງຍາວໆ, ແລະ ເມື່ອພວກເຈົ້າໄດ້ຍິນສຽງແກນັ້ນ ປະຊາຊົນທຸກຄົນຈະຕ້ອງໂຫ່ຮ້ອງຂຶ້ນສຽງດັງໆ, ແລະ ກຳແພງເມືອງກໍຈະເຈື່ອນລົງ. ເຫລົ່າທະຫານຈະຕ້ອງໂຈມຕີ, ແຕ່ລະຄົນມຸ່ງໄປຂ້າງຫນ້າ." 6 ໂຢຊວຍລູກຂອງນູນຈຶ່ງເອີ້ນພວກປະໂລຫິດແລະ ເວົ້າກັບພວກເພິ່ນວ່າ, " ຈົ່ງຍົກຫີບແຫ່ງພັນທະສັນຍາຂຶ້ນຫາມ, ແລະ ໃຫ້ປະໂລຫິດເຈັດຄົນຖືແກເຂົາແກະເຈັດອັນ, ຍ່າງນຳຫນ້າຫີບແຫ່ງພຣະຢາເວ," 7 ເຂົາໄດ້ກ່າວກັບປະຊາຊົນວ່າ " ຈົ່ງໄປ ແລະ ຍ່າງອ້ອມຮອບເມືອງ, ແລະ ໃຫ້ທະຫານອາວຸດຄົບມືຈະເດີນຂ້າງຫນ້າຫີບແຫ່ງພຣະຢາເວ." 8 ເມື່ອໂຢຊວຍໄດ້ເວົ້າກັບປະຊາຊົນແລ້ວໆ, ພວກປະໂລຫິດເຈັດຄົນໄດ້ຖືແກເຂົາແກະເຈັດອັນຕໍ່ຫນ້າພຣະຢາເວ. ຂະນະທີ່ຍ່າງໄປຂ້າງຫນ້າ ພວກເຂົາກໍໄດ້ເປົ່າແກ. ຫີບແຫ່ງພັນທະສັນຍາຂອງພຣະຢາເວ, ກໍໄດ້ຕາມຫລັງພວກເຂົາ. 9 ເຫລົ່າທະຫານພ້ອມຖືອາວຸດໄດ້ເດີນນຳຫນ້າພວກປະໂລຫິດ, ແລະ ພວກເຂົາໄດເປົ່າແກຂອງພວກເຂົາ, ແຕ່ກອງຣະວັງຫລັງກໍໄດ້ເດີນຕາມຫີບ ແລະພວກປະໂລຫິດກໍໄດ້ເປົ່າແກຂອງພວກເພິ່ນຢ່າງຕໍ່ເນື່ອງ. 10 ແຕ່ໂຢຊວຍໄດ້ສັ່ງປະຊາຊົນກ່າວວ່າ, "ຈົ່ງຢ່າຮ້ອງໂຮ, ຈົ່ງຢ່າໃຫ້ມີສຽງອອກຈາກປາກພວກທ່ານຈົນກວ່າຈະເຖິງວັນທີ່ເຮົາຈະບອກ ໃຫ້ພວກທ່ານຮ້ອງໂຮ ເມື່ອເຖິງຕອນນັ້ນແລ້ວພວກທ່ານຈຶ່ງຈະຮ້ອງໂຮໄດ້." 11 ດັ່ງນັ້ນເຂົາໄດ້ເຮັດໃຫ້ຫີບແຫ່ງພຣະຢາເວ, ຍ່າງອ້ອມເມືອງຫນຶ່ງຮອບ, ໃນມື້ນັ້ນແລ້ວພວກເຂົາກໍພັກຄ້າງຄືນຢູ່ໃນຄ້າຍ. 12 ແລ້ວໂຢຊວຍກໍໄດ້ຕື່ນຂຶ້ນແຕ່ເຊົ້າມືດ, ແລະ ພວກປະໂລຫິດໄດ້ຍົກຫີບແຫ່ງພຣະຢາເວຂຶ້ນ. 13 ພວກປະໂລຫິດເຈັດຄົນ, ຜູ້ທີ່ຖືແກເຂົາແກະ ເຈັດອັນຢຸ່ຫນ້າຫີບແຫ່ງພຣະຢາເວ, ໄດ້ຍ່າງໄປຂ້າງຫນ້າຢ່າງມຸ້ງຫມັ້ນ ແລະ ເປົ່າແກ ເຫລົ່າທະຫານຖືອາວຸດກໍຍ່າງຢູ່ຂ້າງຫນ້າພວກເຂົາ. ແຕ່ເມື່ອກອງຣະວັງຫລັງໄດ້ຍ່າງຢູ່ຂ້າງຫລັງຫີບແຫ່ງພຣະຢາເວ, ແລ້ວແກທັງຫລາຍກໍໄດ້ຖືກເປົ່າຢ່າງຕໍ່ເນື່ອງ. 14 ພວກເຂົາຍ່າງເປັນແຖວອ້ອມເມືອງຫນຶ່ງຮອບໃນມື້ທີສອງ ແລະ ໄດ້ກັບເຂົ້າຄ້າຍພວກເຂົາເຮັດເຊັ່ນນີ້ຢູ່ຫົກມື້. 15 ໃນມື້ທີເຈັດ ພວກເຂົາໄດ້ຕື່ນຂຶ້ນແຕ່ເດິກໆ, ແລະ ພວກເຂົາຍ່າງອອ້ມຮອບເມືອງຕາມແບບຂອງພວກເຂົາ ເຊັ່ນເຄີຍໃນເທື່ອນີ້ເປັນເທື່ອທີ ເຈັດ. 16 ໃນມື້ນີ້ແຫລະທີ່ພວກເຂົາຍ່າງອ້ອມຮອບເມືອງເປັນມື້ທີເຈັດ, ເມື່ອພວກປະໂລຫິດເປົ່າແກ, ແລ້ວໂຢຊວຍໄດ້ສັ່ງພວກປະຊາຊົນວ່າ, " ຈົ່ງໂຫ່ຮ້ອງ! ເພາະພຣະຢາເວຊົງມອບເມືອງໃຫ້ພວກທ່ານແລ້ວ. 17 ເມືອງ ແລະ ທຸກສິ່ງໃນເມືອງຈະຕ້ອງຖືກທຳລາຍລົງເພື່ອຖວາຍແດ່ພຣະຢາເວ, ມີພຽງຣາຮາບຍິງໂສເພນີເທົ່ານັ້ນທີ່ຈະລອດຊີວິດ - ຄື ນາງ ແລະ ທຸກຄົນທີ່ຢູ່ໃນບ້ານຂອງນາງເພາະວ່ານາງໄດ້ເຊື່ອງຜູ້ຊາຍທີ່ພວກເຮົາໄດ້ໃຊ້ໄປ. 18 ແຕ່ສຳລັບພວກທ່ານ, ຈົ່ງເຝົ້າຣະວັງກ່ຽວກັບການນຳສິ່ງຂອງຕ່າງໆທີ່ຈະຖືກທຳລາຍນັ້ນ, ພວກທ່ານຢ່າໄດ້ນຳສິ່ງໃດອອກມາ. ຖ້າພວກທ່ານເຮັດແບບນັ້ນ, ພວກທ່ານຈະເຮັດໃຫ້ຄ້າຍຂອງພວກອິສະຣາເອນຈະຕ້ອງຖືກທຳລາຍ ແລະ ພວກທ່ານຈະນຳບັນຫາມາ. 19 ເຄື່ອງໃຊ້ທັງຫມົດທີ່ເປັນເງິນ, ທອງຄຳ, ແລະ ສິ່ງຂອງທີ່ເຮັດດ້ວຍທອງສຳລິດ ແລະ ເຫລັກເປັນຂອງຖວາຍແດ່ພຣະຢາເວ. ຂອງພວກນັ້ນຈະຕ້ອງນຳໄປທີ່ຄັງຂອງພຣະຢາເວ." 20 ເມື່ອພວກເຂົາເປົ່າແກ, ພວກປະຊາຊົນກໍຮ້ອງຂຶ້ນກຶກກ້ອງ ແລະ ກຳແພງເມືອງກໍເຈື່ອນລົງ ທຸກຄົນກໍບຸກ ແລະ ຢຶດເມືອງ. 21 ພວກເຂົາໄດ້ທຳລາຍເມືອງລົງຈົນຫມົດກ້ຽງ ທຸກຢ່າງທີ່ຢູ່ໃນເມືອງ ດ້ວຍຄົມດາບຂອງພວກເຂົາ - ຜູ້ຊາຍແລະ ຜູ້ຍິງ, ຄົນຫນຸ່ມ ແລະ ຄົນເຖົ້າ, ງົວ, ແກະແລະ ລໍທັງຫລາຍ. 22 ແລ້ວໂຢຊວຍໄດ້ກ່າວກັບຜູ້ຊາຍສອງຄົນ ທີ່ໄດ້ເຂົ້າໄປສອດແນມໃນເມືອງວ່າ, " ຈົ່ງໄປຍັງບ້ານໂສເພນີ. ນຳພວກຜູ້ຍິງ ແລະ ທຸກຄົນທີ່ຢູ່ກັບນາງມາ, ຕາມທີ່ພວກທ່ານໄດ້ສັນຍາໄວ້ກັບນາງ." 23 ດັ່ງນັ້ນຊາຍຫນຸ່ມສອງຄົນທີ່ໄດ້ໄປສອດແນມກໍໄດ້ເຂົ້າໄປ ແລະ ນຳຣາຮາບອອກມາ. ພວກເຂົາໄດ້ນຳເອົາພໍ່, ແມ່, ອ້າຍ, ເອື້ອຍນ້ອງ ແລະ ຍາດພີ່ນ້ອງທຸກໆຄົນໃນຄອບຄົວຂອງນາງອອກມາ. ພວກເຂົາໄດ້ນຳຄົນເຫລົ່ານັ້ນໄປຍັງສະຖານທີ່ນອກຄ້າຍຢູ່ຂອງພວກອິສະຣະເອນ. 24 ພວກເຂົາເຜົາເມືອງ ແລະ ທຸກສິ່ງໃນນັ້ນ ພຽງແຕ່ເງິນ, ຄຳ, ແລະ ເຄື່ອງໃຊ້ທີ່ເປັນທອງເຫລືອງ ແລະ ເປັນເຫລັກ ເທົ່ານັ້ນໄດ້ຖືກນຳໄປໄວ້ທີ່ຄັງໃນພຣະວິຫານຂອງພຣະຢາເວ. 25 ແຕ່ໂຢຊວຍໄດ້ປ່ອຍໃຫ້ຣາຮາບຍິງໂສເພນີ, ແລະ ຄອບຄົວພໍ່ຂອງນາງ, ແລະ ທຸກສິ່ງທີ່ເປັນຂອງນາງໄດ້ລອດຊີວິດ. ນາງໄດ້ໃຊ້ຊີວິດຢູ່ໃນອິສະຣະເອນຈົນເຖິງທຸກວັນນີ້ ເພາະວ່ານາງໄດ້ເຊື່ອງຜູ້ຊາຍທີ່ໂຢຊວຍໄດ້ສົ່ງໄປສອດແນມເຢຣີໂກ. 26 ແລ້ວໂຢຊວຍໄດ້ສັ່ງພວກເຂົາໃນເວລານັ້ນດ້ວຍຄຳສາບານ, ແລະ ເຂົາໄດ້ກ່າວວ່າ, " ຂໍໃຫ້ຊາຍໃດກໍຕາມທີ່ໄດ້ສ້າງເມືອງນີ້ຄື, ເຢຣີໂກຂຶ້ນມາໃຫມ່. ຈະຖືກສາບແຊ່ງຕໍ່ຫນ້າພຣະຢາເວ, ຄົນທີ່ຈະວາງຮາກຖານກໍຂໍໃຫ້ເສຍລູກຊາຍກົກຂອງຕົນ, ແລະ ຄົນທີ່ຈະສ້າງປະຕູກໍຂໍໃຫ້ເສຍລູກຊາຍຫລ້າຂອງຕົນ." 27 ດັ່ງນັ້ນພຣະຢາເວກໍໄດ້ສະຖິດກັບໂຢຊວຍ, ແລະ ຊື່ສຽງຂອງເຂົາກໍຊ່າລືໄປທົ່ວແຜ່ນດິນ.