ບົດທີ 4

1 ເມຶ່ອປະຊາຊົນອິສະຣາເອນທັງຫມົດໄດ້ຂ້ວາມແມ່ນ້ຳຈໍແດນແລ້ວ, ພຣະຢາເວໄດ້ກ່າວສັ່ງໂຢຊວຍວ່າ. 2 "ຈົ່ງເລືອກຄົນສິບສອງຄົນໃນຫມູ່ປະຊາຊົນ, ເຜົ່າລະຄົນ. 3 ໃຫ້ສັ່ງພວກເຂົາວ່າ: 'ຈົົ່ງເອົາກ້ອນຫີນສິບສອງກ້ອນຈາກກາງແມ່ນ້ຳຈໍເເດນ ບ່ອນທີ່ພວກປະໂລຫິດໄດ້ຢືນເທິງພື້ນທີ່ແຫ້ງ, ເເລະ ໃຫ້ຂົນກ້ອນຫີນມາກັບທ່ານແລະ ໃຫ້ວາງລົງເທິງໃນບ່ອນທີ່ພວກທ່ານຈະນອນໃນຄືນນີ້."' 4 ເເລ້ວໂຢຊວຍໄດ້ເອີ້ນຄົນສິບສອງຄົນທີ່ທ່ານໄດ້ຄັດເລືອກມາຈາກເຜົ່າຕ່າງໆ ຂອງອິສະຣາເອນ, ເຜົ່າລະຄົນ. 5 ໂຢຊວຍໄດ້ກ່າວກັບພວກເຂົາວ່າ, "ຈົ່ງໄປທາງຫນ້າຫີບຂອງພຣະຢາເວພຣະເຈົ້າຂອງພວກທ່ານ ໄປຍັງກາງເເມ່ນ້ຳຈໍເເດນ. ໃຫ້ພວກທ່ານເເຕ່ລະຄົນຍົກກ້ອນຫີນຄົນລະກ້ອນແບກຂຶ້ນບ່າຕາມຈຳນວນຂອງເຜົ່າຕ່າງໆ ຂອງປະຊາຊົນອິສະຣາເອນ. 6 ນີ້ຈະເປັນສັນຍາລັກໃນທ່າມກາງພວກທ່ານເມື່ອບັນດາລູກຫລານພວກທ່ານຈະຖາມໃນວັນຂ້າງຫນ້າວ່າ, "ກ້ອນຫີນເຫລົ່ານີ້ມີຄວາມຫມາຍຫຍັງສຳລັບທ່ານ? 7 ເເລ້ວທ່ານຈົ່ງຕອບພວກເຂົາວ່າ, "ນ້ຳຂອງເເມ່ນ້ຳຈໍເເດນເເຍກຈາກກັນ ຕໍ່ຫນ້າຫີບພັນທະສັນຍາເເຫ່ງພຣະຢາເວ, ເມຶ່ອຫີບໄດ້ຂ້ວາມເເມ່ນ້ຳຈໍເເດນກໍເເຍກຈາກກັນ, ດັ່ງນັ້ນ ກ້ອນຫີນເຫລົ່ານີ້ ຈະເປັນສິ່ງເຕືອນຄວາມຊົງຈຳຂອງປະຊາຊົນຂອງອິສະຣາເອນຕະຫລອດໄປ.'" 8 ປະຊາຊົນຊາວອິດສ​ະ​ຣາເອນ ໄດ້ເຮັດຕາມໂຢຊວຍໄດ້ສັ່ງນັ້ນ, ເເລະ ພວກເຂົາຂົນກ້ອນຫີນສິບສອງກ້ອນມາຈາກກາງເເມ່ນ້ຳຈໍເເດນ, ຕາມທີ່ພຣະຢາເວໄດ້ເວົ້າກັບໂຢຊວຍ. ພວກເຂົາໄດ້ກໍ່ກ້ອນຫີນຂຶ້ນຕາມຈຳນວນເຜົ່າຂອງປະຊາຊົນອິສະຣາເອນ. ພວກເຂົາເເບກກ້ອນຫີນມາຍັງສະຖານທີ່, ທີ່ພວກເຂົາຕັ້ງຄ້າຍພັກຢູ່ ເເລະ ໄດ້ກໍ່ພວກມັນຂຶ້ນໃນທີ່ນັ້ນ. 9 ເເລ້ວໂຢຊວຍໄດ້ກໍ່ກ້ອນຫີນສິບສອງກ້ອນທີ່ກາງເເມ່ນ້ຳຈໍເເດນ, ໃນບ່ອນທີ່ຕີນຂອງພວກປະໂລຫິດທີ່ໄດ້ຫາມຫີບພຣະບັນຍັດຂອງພັນທະສັນຍາຢືນຢູ່. ສິ່ງເຕືອນຄວາມຊົງຈຳຍັງຢູ່ທີ່ນັ້ນຈົນຮອດມື້ນີ້. 10 ພວກປະໂລຫິດທີ່ຫາມຫີບຄຳສັນຍາຢືນຢູ່ກາງເເມ່ນ້ຳຈໍເເດນຈົນກວ່າທຸກສິ່ງທີ່ພຣະຢາເວ, ໄດ້ສັ່ງໂຢຊວຍໃຫ້ບອກປະຊາຊົນໄດ້ສຳເລັດ, ຕາມທີ່ໂມເຊໄດ້ບັນຊາໂຢຊວຍທຸກປະການ. ປະຊາຊົນຈຶ່ງຟ້າວຂ້ວາມແມ່ນ້ຳໄປ. 11 ເມື່ອປະຊາຊົນຂ້ວາມໄປຫມົດເເລ້ວ, ຫີບຂອງພຣະຢາເວ, ເເລະ ພວກປະໂລຫິດກໍ່ຂ້ວາມໄປຕໍ່ຫນ້າປະຊາຊົນ. 12 ຄົນເຜົ່າຄົນຣູເບັນ, ຄົນເຜົ່າກາດ, ເເລະ ເຄິ່ງຫນຶ່ງຂອງຄົນເຜົ່າມານາເຊ ໄດ້ຂ້ວາມໄປ ຕໍ່ຫນ້າປະຊາຊົນອິສະລາເອນ ໄດ້ຈັດຕັ້ງເປັນກອງທັບ, ຕາມທີ່ໂມເຊໄດ້ສັ່ງໄວ້ກັບພວກເຂົາ. 13 ມີຄົນຖືອາວຸດຄົບມືພ້ອມທີ່ຈະເຂົ້າເຮັດເສິກປະມານສີ່ສິບພັນຄົນ, ໄດ້ຂ້ວາມໄປຢູ່ຊ້ອງຫນ້າພຣະຢາເວ, ເພື່ອໄປສູ່ທົ່ງຮາບພຽງຂອງເມືອງເຢຣີໂກ. 14 ໃນມື້ນັ້ນພະຢາເວ, ໄດ້ຊົງເຮັດໃຫ້ໂຢຊວຍຍິ່ງໃຫຍ່ໃນສາຍຕາຂອງອິສະຣາເອນທັງຫມົດ. ເຂົາທັງຫລາຍກໍ່ຍົກຍ້ອງທ່ານ ດັ່ງທີ່ພວກເຂົາເຄີຍຍົກຍ້ອງໂມເຊ ມາຕະຫລອດຊີວິດຂອງທ່ານ. 15 ແລ້ວພຣະຢາເວໄດ້ກ່າວກັບໂຢຊວຍວ່າ, 16 "ຈົ່ງສັ່ງພວກປະໂລຫິດຜູ້ທີ່ຫາມຫີບແຫ່ງສັກຂີພະຍານໃຫ້ຂຶ້ນມາຈາກເເມ່ນ້ຳຈໍເເດນ." 17 ດັ່ງນັ້ນ, ໂຢຊວຍໄດ້ສັ່ງພວກປະໂລຫິດ, "ຈົ່ງຂຶ້ນມາຈາກເເມ່ນ້ຳຈໍເເດນ." 18 ເມຶ່ອພວກປະໂຫິດຜູ້ຫາມຫີບຄຳສັນຍາເເຫ່ງພຣະຢາເວຂຶ້ນມາຈາກກາງເເມ່ນ້ຳຈໍເເດນ, ເເລະ ຕີນຂອງພວກເຂົາຍົກຂຶ້ນຢຽບເເຜ່ນດິນເເຫ້ງເເລ້ວ, ແລ້ວນ້ຳໃນເເມ່ນ້ຳຈໍເເດນກໍ່ໄຫລກັບມາຍັງບ່ອນເກົ່າ, ເເລະ ຖ້ວມສອງຝັ່ງເຫມືອນເດີມຢ່າງເມຶ່ອສີ່ວັນກ່ອນ. 19 ປະຊາຊົນໄດ້ຂຶ້ນຈາກເເມ່ນ້ຳຈໍເເດນໃນວັນທີ່ສິບເດືອນທີຫນຶ່ງ. ພວກເຂົາພັກທີ່ກິນການ, ດ້ານທິດຕາເວັນອອກຂອງເມືອງເຢຣິໂກ. 20 ກ້ອນຫິນສິບສອງກ້ອນທີ່ພວກເຂົານຳມາຈາກເເມ່ນ້ຳຈໍເເດນ, ໂຢຊວຍກໍໄດ້ຕັ້ງໄວ້ໃນກິນການ. 21 ເຂົາໄດ້ກ່າວກັບປະຊາຊົນອິສະຣາເອນວ່າ, "ເມື່ອລູກຫລານຂອງທ່ານຖາມພໍ່ຂອງພວກເຂົາວ່າໃນເວລາຂ້າງຫນ້າວ່າ, "ກ້ອນຫີນເຫລົ່ານີ້ເເມ່ນຫຍັງ?' 22 ຈົ່ງບອກລູກຫລານຂອງທ່ານວ່າ, 'ນີ້ເປັນສະຖານທີ່, ທີ່ຊົນຊາດອິສະຣາເອນຂ້ວາມເເມ່ນ້ຳຈໍເເດນເທິງເເຜ່ນດິນເເຫ້ງ.' 23 ພຣະຢາເວພຣະເຈົ້າຂອງພວກທ່ານຊົງເຮັດໃຫ້ນ້ຳໃນເເມ່ນ້ຳຈໍເເດນເເຫ້ງເພື່ອພວກທ່ານ, ຈົນພວກທ່ານໄດ້ຂ້ວາມໄປ ດັ່ງທີ່ພຣະຢາເວພຣະເຈົ້າ, ຂອງພວກທ່ານໄດ້ເຮັດເເກ່ທະເລເເດງ, ຊຶ່ງພຣະອົງເຮັດໃຫ້ເເຫ້ງເພື່ອພວກເຮົາຈົນກວ່າພວກເຮົາຂ້ວາມໄປໄດ້ຫມົດ. 24 ດັ່ງນັ້ນ ປະຊາຊົນທັງຫມົດເທິງເເຜ່ນດິນຈະໄດ້ຮູ້ວ່າພຣະຫັດຂອງພຣະຢາເວຊົງອານຸພາບ , ເເລະ ເພື່ອພວກທ່ານຈະສັນຣະເສີນພຣະຢາເວພຣະເຈົ້າຂອງທ່ານນິດນິຣັນດອນ.