ບົດທີ 3

1 ໂຢຊວຍຕື່ນແຕ່ເຊົ້າ, ແລະ ພວກເຂົາອອກຈາກຊິດຕີມ. ພວກເຂົາ ແລະ ປະຊາຊົນອິສະຣາເອນທັງຫມົດມາເຖິງແມ່ນ້ຳຈໍແດນ, ແລະ ພວກເຂົາຕັ້ງຄ້າຍພັກບ່ອນນັ້ນກ່ອນຈະຂ້ວາມໄປ. 2 ຕໍ່ມາອີກສາມມື້, ພວກເຈົ້າຫນ້າທີ່ກໍໄປທົ່ວຄ້າຍ; 3 ພວກເຂົາໄດ້ສັ່ງປະຊາຊົນວ່າ, "ເມື່ອພວກທ່ານເຫັນຫີບພັນທະສັນຍາແຫ່ງພຣະຢາເວພຣະເຈົ້າຂອງທ່ານ, ແລະ ເຫັນພວກປະໂລຫິດຊຶ່ງມາຈາກຊົນເຜົ່າເລວີຫາມໄປພວກທ່ານຈະຕ້ອງອອກຈາກສະຖານທີ່ແຫ່ງນີ້ແລະນຳໄປ. 4 ຈະຕ້ອງມີໄລຍະຫ່າງລະຫ່ວາງພວກທ່ານ ແລະ ຫີບປະມານຫນຶ່ງກິໂລແມັດ. ຈົ່ງຢ່າເຂົ້າໄປໃກ້ຫີບນັ້ນ ເພຶ່ອພວກທ່ານຈະໄດ້ຮູ້ຈັກທາງທີ່ຈະໄປ, ເພາະພວກທ່ານຍັງບໍ່ເຄີຍໄປທາງນີ້ມາກ່ອນ." 5 ໂຢຊວຍກ່າວກັບປະຊາຊົນວ່າ, "ຈົ່ງຊຳຣະຕົວຂອງພວກທ່ານໃຫ້ບໍຣິສຸດໃນມື້ອື່ນນີ້ ເພາະພຣະຢາເວຈະຊົງເຮັດການອັສະຈັນທ່າມກາງພວກທ່ານ." 6 ແລ້ວໂຢຊວຍໄດ້ສັ່ງພວກປະໂລຫິດວ່າ, "ຈົ່ງຫາມຫີບພັນທະສັນຍາ, ແລະຜ່ານໄປທາງຫນ້າປະຊາຊົນ." ດັ່ງນັ້ນພວກເຂົາກໍຫາມຫີບພັນທະສັນຍາ ແລະ ຍ່າງໄປທາງຫນ້າປະຊາຊົນ. 7 ພຣະຢາເວໄດ້ບອກກັບໂຢຊວຍວ່າ, "ໃນມື້ນີ້ເຮົາຈະໃຫ້ເຈົ້າເປັນຊາຍທີ່ຍິ່ງໃຫຍ່ ໃນສາຍຕາຂອງຊາວອິສະຣາເອນທັງມວນ. ພວກເຂົາຈະໄດ້ຮູ້ວ່າ ເຮົາຢູ່ກັບໂມເຊມາແລ້ວຢ່າງໃດ, ເຮົາກໍຈະຢູ່ກັບພວກເຈົ້າຢ່າງນັ້ນ. 8 ເຈົ້າຈະສັ່ງປະໂລຫິດຜູ້ຫາມຫີບພັນທະສັນຍາວ່າ, "ເມື່ອພວກທ່ານມາຮອດແຄມແມ່ນ້ຳຈໍແດນ, ພວກທ່ານຈະຢຸດຢືນຢູ່ໃນແມ່ນ້ຳຈໍແດນ." 9 ແລ້ວໂຢຊວຍກໍໄດ້ກ່າວແກ່ປະຊາຊົນອິສະຣາເອນວ່າ, "ຈົ່ງມາບ່ອນນີ້, ແລະ ຟັງຖ້ອຍຄຳທີ່ພຣະຢາເວພຣະເຈົ້າຂອງທ່ານ. 10 ໂດຍເຫດນີ້ພວກທ່ານທັງຫລາຍຈະໄດ້ຮູ້ວ່າ ພຣະເຈົ້າ, ຜູ້ຊົງພຣະຊົນຢູ່ສະຖິດຢູ່ທ່າມກາງທ່ານທັງຫລາຍ ແລະ ຈະຊົງຂັບໄລ່ ຄົນການາອານ, ຄົນຮິດຕີ, ຄົນຮີວີ, ຄົນເປຣິຊີ, ຄົນກີກາຊີ, ຄົນອາໂມລິດ, ແລະຄົນເຢບຸດໃຫ້ພົ້ນຫນ້າທ່ານທັງຫລາຍ. 11 ຈົ່ງເບິ່ງນັ້ນ! ຫີບພັນທະສັນຍາຂອງອົງພຣະຜູ້ເປັນເຈົ້າ, ແຫ່ງໂລກທັງມວນຈະຂ້ວາມໄປທາງຫນ້າທ່ານລົງໄປໃນແມ່ນ້ຳຈໍແດນ. 12 ບັດນີ້ຈົ່ງເລືອກຄົນສິບສອງຄົນອອກຈາກເຜົ່າຂອງອິສະຣາເອນ, ເຜົ່າລະຫນຶ່ງຄົນ. 13 ເມື່ອຕີນຂອງພວກປະໂລຫິດຜູ້ຫາມຫີບຂອງພຣະຢາເວ, ອົງພຣະຜູ້ເປັນເຈົ້າ, ເເຫ່ງໂລກທັງມວນ ເເຕະເເມ່ນ້ຳຈໍເເດນຈະເເຍກອອກ, ເເລະ ເເມ່ນເເຕ່ນ້ຳທີິ່ໄຫລມາຈາກທາງເທິງຈະຢຸດໄຫລ ເເລະ ຈະຕັ້ງຂຶ້ນເປັນກອງດຽວ." 14 ດັ່ງນັ້ນ ເມື່ອປະຊາຊົນໄດ້ອອກເດີນທາງເພຶ່ອຈະຂ້ວາມເເມ່ນ້ຳຈໍເເດນ, ພວກປະໂລຫິດທີ່ຫາມຫີບພັນທະສັນຍາໄປທາງຫນ້າປະຊາຊົນ. 15 ທັນທີທີ່ຄົນເຫລົ່ານັ້ນທີ່ແບກຫີບພັນທະສັນຍາມາຮອດແມ່ນ້ຳຈໍແດນ, ແລະ ຕີນຂອງຄົນເຫລົ່ານັ້ນທີ່ຫາມຫີບຈຸ່ມລົງທີ່ແມ່ນ້ຳແລ້ວ (ຂະນະນັ້ນແມ່ນ້ຳຈໍແດນໄຫລຖ້ວມຝັ່ງຕະຫລອດຣະດູເກັບກ່ຽວ), 16 ນ້ຳທີ່ໄຫລມາຈາກທາງເທິງກໍຢຸດເປັນກອງດຽວ.​ນ້ຳຢຸດໄຫລຈາກໄລຍະໄກ. ນ້ຳຢຸດໄຫລຈາກເມືອງອາດາມ, ຊິ່ງເປັນເມຶອງຂ້າງໆເມືອງຊາເຣທານ, ແລະ ນ້ຳທີ່ໄຫລລົງເນເກບ, ທະເລເກືອ. ປະຊາຊົນກໍຂ້ວາມໄປໃກ້ເມືອງເຢຣີໂກ. 17 ພວກປະໂລຫິດທີ່ຫາມຫີບພັນທະສັນຍາຂອງພຣະຢາເວຢືນເທິງພື້ນດິນແຫ້ງກາງແມ່ນ້ຳຈໍແດນ ຈົນກວ່າປະຊາຊົນອິສະຣາເອນທັງຫມົດຍ່າງຂ້ວາມໄປເທິງພື້ນດິນແຫ້ງ.