ບົດທີ 2

1 ຕໍ່ມາໂຢຊວຍລູກຂອງນູນສົ່ງຊາຍສອງຄົນຈາກເມື່ອງຊິດຕິມເປັນການລັບໄປສອດແນມ. ເຂົາກ່າວວ່າ, " ຈົ່ງໄປ, ກວດກາເບິ່ງໃຫ້ທົ່ວແຜ່ນດິນ, ສະເພາະຢ່າງຍິ່ງເມືອງເຢຣີໂກ." ພວກເຂົາກໍໄປ ແລະ ໄດ້ມາຮອດໃນບ້ານຂອງໂສເພນີຄົນຫນຶ່ງຊື່ຣາຮາບ, ແລະ ພວກເຂົາພັກຢູ່ທີ່ນັ້ນ. 2 ມີລາຍງານໄປເຖິງກະສັດຂອງເມືອງເຢຣີໂກ ວ່າ, "ຈົ່ງເບິ່ງເຖີດ, ຊາຍຊາວອິສະຣາເອນສອງຄົນໄດ້ມາທີ່ນີ້ເພື່ອສອດແນມເບີ່ງແຜ່ນດິນ." 3 ກະສັດຂອງເມືອງເຢຣີໂກ ໄດ້ຊົງມີຄຳສັ່ງໄປຍັງຣາຮາບ ແລະ ບອກວ່າ, "ຈົ່ງນຳຕົວຊາຍຜູ້ທີ່ມາຫາເຈົ້າ ເຂົ້າຢູ່ໃນບ້ານຂອງເຈົ້າ, ພວກເຂົາມາເພື່ອສອດແນມທົ່ວແຜ່ນດິນນີ້." 4 ແຕ່ຜູ້ຍິງໄດ້ພາຊາຍສອງຄົນໄປ ແລະ ເຊື່ອງພວກເຂົາໄວ້. ນາງຕອບວ່າ, "ແມ່ນແລ້ວ, ພວກຜູ້ຊາຍມາຫາຂ້ອຍ, ແຕ່ຂ້ອຍບໍ່ຮູ້ວ່າພວກເຂົາມາຈາກທີ່ແຫ່ງໃດ. 5 ພວກເຂົາກໍຈາກໄປເມື່ອເວລາຄ່ຳ, ເມື່ອເປັນເວລາທີ່ປະຕູປິດ. ຂ້ອຍບໍ່ຮູ້ວ່າພວກເຂົາໄປທີ່ແຫ່ງໃດ. ທ່ານອາດຈະຈັບພວກເຂົາຖ້າທ່ານຮີບຕາມພວກເຂົາໄປ." 6 ແຕ່ຍິງນັ້ນໄດ້ພາເຂົາທັງສອງຄົນຂຶ້ນໄປເທິງດາດຟ້າ ແລະ ກໍໄດ້ເຊື່ອງຕົວພວກເຂົາໄວ້ທີ່ຕົ້ນປ່ານທີ່ນາງ ໄດ້ລຽງໄວ້ເທິງຫລັງຄາ. 7 ດັ່ງນັ້ນພວກຜູ້ຊາຍກໍໄລ່ຕາມຄົນທັງສອງ ໄປຈົນຮອດທ່າຂ້ວາມແມ່ນ້ຳຈໍແດນ. ປະຕູກໍຖືກປິດທັນທີທີ່ພວກຄົນໄລ່ຕາມນັ້ນອອກໄປແລ້ວ. 8 ຊາຍທັງສອງຄົນຍັງບໍ່ນອນໃນຄືນນັ້ນ, ເມື່ອຜູ້ຍິງໄດ້ຂຶ້ນໄປຫາພວກເຂົາທີ່ເທີງດາດຟ້າ. 9 ນາງກ່າວວ່າ, "ຂ້ອຍບໍ່ຮູ້ວ່າພຣະຢາເວໄດ້ຊົງມອບແຜ່ນດິນໃຫ້ແກ່ທ່ານ ແລະ ຄວາມຢ້ານພວກຂອງທ່ານມາເຫນືອພວກເຮົາ. ບັນດາຄົນເຫລົ່ານັ້ນທີ່ອາໄສຢູ່ເທິ່ງແຜ່ນດິນ ເກືອບຈະຫລອມລະລາຍຕໍ່ຫນ້າທ່ານ. 10 ພວກເຂົາໄດ້ຍິນເລື່ອງທີ່ພຣະຢາເວໄດ້ເຮັດໃຫ້ນ້ຳຂອງທະເລແດງເຫືອດແຫ້ງໄປເພື່ອພວກທ່ານ ເມື່ອພວກທ່ານອອກມາຈາກເອຢິບ. ພວກເຮົາໄດ້ຍິນເລື່ອງພວກທ່ານໄດ້ເຮັດໃຫ້ກະສັດສອງພະອົງຂອງຄົນອາໂມລິດອີກຝັ່ງຂອງແມ່ນ້ຳຈໍແດນ - ຄືສີໂຫນ ແລະ ໂອກ - ຜູ້ຊື່ງຖືກຂ້າລົງຢ່າງສິ້ນເຊີງ. 11 ທັນທີທີ່ພວກເຮົາໄດ້ຍິນ ຫົວໃຈຂອງພວກເຮົາກໍເສຍຂວັນ, ແລະ ບໍ່ມີຄວາມກ້າຫານເຫລືອໃນຄົນໃດເລີຍເພາະວ່າພຣະຢາເວພຣະເຈົ້າຂອງພວກທ່ານ - ພຣະອົງຊົງເປັນພຣະເຈົ້າ, ໃນສະຫວັນເບື້ອງເທິງ ແລະ ເທິງແຜ່ນດິນໂລກເບື້ອງລຸ່ມ. 12 ບັດນີ້ແລ້ວ, ຂໍສາບານຕໍ່ຂ້ານ້ອຍໃນນາມຂອງພຣະຢາເວວ່າ, ໃນເມື່ອຂ້ອຍໄດ້ສະແດງຄວາມເມດຕາຕໍ່ທ່ານແລ້ວ, ທ່ານຈະສະແດງຄວາມເມດຕາຕໍ່ຄອບຄົວພໍ່ຂອງຂ້ອຍດ້ວຍ. ຈົ່ງໃຫ້ຂ້ອຍມີຫມາຍສຳຄັນທີ່ແນ່ນອນ. 13 ວ່າທ່ານຈະໄວ້ຊີວິດພໍ່ຂອງຂ້ານ້ອຍ, ແມ່, ອ້າຍ, ນ້ອງຊາຍ, ເອື້ອຍນ້ອງຍິງ, ແລະ ທຸກຄົນໃນຄອບຄົວຂອງພວກເຂົາ ແລະ ທ່ານຈະໄວ້ຊີວິດຂອງພວກເຮົາ." 14 ພວກຜູ້ຊາຍນັ້ນຈຶ່ງຕອບນາງວ່າ, "ຊີວິດຂອງເຮົາເພື່ອຊີວິດຂອງພວກເຈົ້າ, ແມ່ນແຕ່ເຖິງຕາຍ! ຖ້າພວກເຈົ້າ ບໍ່ເປີດເຜີຍພາຣະກິດນີ້ຂອງເຮົາກັບໃຜ, ເມື່ອພຣະຢາເວປຣະທານແຜ່ນດິນນີ້ແກ່ເຮົາ ພວກເຮົາຈະມີຄວາມເມດຕາ ແລະ ສັດຊື່ຕໍ່ພວກເຈົ້າ." 15 ດັ່ງນັ້ນນາງຈື່ງຢ່ອນພວກເຂົາລົງທາງປ່ອງຢ້ຽມໂດຍໃຊ້ເຊືອກ. ບ້ານທີ່ນາງອາໄສຢູ່ໄດ້ສ້າງໃນກຳແພງຂອງເມືອງ. 16 ນາງໄດ້ກ່າວກັບພວກເຂົາວ່າ, "ຈົ່ງໄປທີ່ເນີນພູ ແລະ ລີ້ຢູ່ທີ່ນັ້ນເພຶ່ອພວກຜູ້ໄລ່ນຳຈະບໍ່ເຫັນພວກທ່ານ. ຈົ່ງລີ້ຢູ່ທີ່ນັ້ນສາມມື້ ຈົນກວ່າພວກທີ່ໄລ່ນຳທ່ານຈະກັບ. ແລ້ວທ່ານກໍເດີນທາງຕໍ່ໄປ." 17 ພວກຜູ້ຊາຍເວົ້າກັບນາງວ່າ, "ເຮົາຈະບໍ່ຜູກມັດຕາມຄຳສັນຍາທີ່ເຮົາສາບານ, ຖ້າເຈົ້າບໍ່ເຮັດສິ່ງນີ້. 18 ເມື່ອພວກເຮົາໄດ້ເຂົ້າມາໃນແຜ່ນດິນນີ້, ເຈົ້າຈົ່ງເອົາເຊືອກສີແດງນີ້ຜູກໄວ້ທີ່ປ້ອງຢ້ຽມທີ່ເຈົ້າໄດ້ຢ່ອນພວກເຮົາລົງໄປນັ້ນ, ແລະ ເຈົ້າຈົ່ງຮວບຮວມພໍ່ແມ່ພີ່ນ້ອງ ແລະ ທຸກຄົນໃນຄອບຄົວຂອງພໍ່ມາໄວ້ໃນບ້ານ. 19 ໃຜກໍຕາມທີ່ອອກນອກປະຕູບ້ານຂອງເຈົ້າໄປທີ່ຫົນທາງ, ເລືອດຂອງພວກເຂົາຈະຢູ່ເທິງຫົວຂອງພວກເຂົາ ແລະ ເຮົາຈະບໍ່ມີຄວາມຜິດ ແຕ່ຖ້າມື້ໃດມາແຕະຕ້ອງໃຜກໍຕາມທີ່ຢູ່ໃນບ້ານ, ເລືອດຂອງເຂົາຈະຢູ່ເທິງຫົວຂອງເຮົາ. 20 ແຕ່ຖ້າເຈົ້າເວົ້າກ່ຽວກັບພາຣະກິດຂອງເຮົາ, ເຮົາກໍຈະພົ້ນຈາກຄຳສາບານທີ່ພວກເຈົ້າໃຫ້ເຮົາສາບານໄວ້ນັ້ນ." 21 ຣາຮາບໄດ້ຕອບວ່າ, "ຂໍໃຫ້ເປັນໄປຕາມທ່ານໄດ້ເວົ້ານັ້ນ." ນາງກໍສົ່ງພວກເຂົາໄປ ແລ້ວນາງໄດ້ມັດເຊືອກສີແດງທີ່ປ່ອງຢ້ຽມນັ້ນ. 22 ພວກເຂົາໄດ້ຈາກໄປ ແລະ ໄດ້ຂຶ້ນໄປຍັງເນີນພູ ແລະ ພວກເຂົາໄດ້ຢູ່ທີ່ນັ້ນສາມມື້ຈົນກະທັ້ງພວກຄົນທີ່ໄລ່ນຳພວກເຂົາໄດ້ກັບໄປ. ພວກຄົນທີ່ຕິດຕາມໄດ້ຫາຕະຫລອດທາງ ແຕ່ບໍ່ເຫັນຫຍັງເລີຍ. 23 ຊາຍສອງຄົນກໍກັບໄປ ແລະ ຂ້ວາມກັບໄປຫາໂຢຊວຍລູກຂອງນູນ, ແລະ ພວກເຂົາໄດ້ບອກເຂົາທຸກສິ່ງທີ່ໄດ້ເກີດກັບພວກເຂົາ. 24 ພວກເຂົາກ່າວແກ່ໂຢຊວຍວ່າ, "ແທ້ຈິງແລ້ວ ພຣະຢາເວໄດ້ມອບແຜ່ນດິນທັງຫມົດໄວ້ໃນມືເຮົາແລ້ວ. ຊາວເມືອງທຸກຄົນໃນແຜ່ນດິນກໍຢ້ານວ່າເພາະພວກເຮົາ."