ບົດທີ 5

1 ຫລັງຈາກນັ້ນກໍມີງານເທ­ສະ­ການຂອງຄົນຢິວ, ພຣະ­ເຢຊູຈິ່ງສະ­ເດັດໄປຍັງນະຄອນເຢ­ຣູ­ຊາ­ເລັມ. 2 ຂະນະນັ້ນໃກ້ໆ ກັບປະ­ຕູແກະມີສະນ້ຳແຫ່ງຫນຶ່ງ ໃນພາ­ສາເຮັບ­ເຣີເອີ້ນວ່າ ເບັດ­ສາທາ, ມີສາ­ລາອ້ອມຢູ່ຫ້າຫລັງ. 3 ໃນສາ­ລາເຫລົ່າ­ນັ້ນມີຄົນປ່ວຍເປັນຈຳ­ນວນຫລາຍຄືຄົນຕາ­ບອດ, ຄົນຂາເສັ້ງ, ແລະຄົນອົງ­ຄະລີບນອນຢູ່ [ຄອຍຖ້ານ້ຳເຟືອນ. 4 ດ້ວຍວ່າມີເທ­ວະ­ດາຄົນຫນຶ່ງຂອງພຣະ­ຜູ້­ເປັນ­ເຈົ້າລົງມາກວນນ້ຳສະ­ນັ້ນເປັນຍາມ ແລະເມື່ອນ້ຳເຟືອນຜູ້ໃດລົງໄປໃນນ້ຳກ່ອນກໍຫາຍຈາກພະ­ຍາດທີ່ຕົນເປັນຢູ່ນັ້ນ]. 5 ມີຊາຍຄົນຫນຶ່ງທີ່ຢູ່ນັ້ນ ລາວນອນປ່ວຍໄດ້ສາມສິບແປດປີມາແລ້ວ. 6 ເມື່ອພຣະ­ເຢຊູເຫັນຄົນນັ້ນນອນຢູ່ ແລະຫລັງຈາກທີ່ພຣະອົງຮູ້ວ່າລາວເປັນຢູ່ຢ່າງນັ້ນເຫິງແລ້ວ ພຣະ­ອົງກ່າວກັບລາວວ່າ, “ທ່ານຢາກຫາຍດີບໍ?” 7 ຊາຍປ່ວຍຄົນນັ້ນຕອບວ່າ, “ນາຍເຈົ້າເອີຍ, ບໍ່ມີໃຜຈະເອົາຂ້ານ້ອຍວາງລົງໄປໃນສະເມື່ອນ້ຳນັ້ນເຟືອນຂຶ້ນ. ເມື່ອຂ້າ­ນ້ອຍຈະລົງໄປ ກໍມີຄົນອື່ນລົງໄປກ່ອນຂ້ານ້ອຍ.” 8 ພຣະ­ເຢຊູບອກລາວວ່າ, “ຈົ່ງລຸກ­ຂຶ້ນ, ຍົກເອົາບ່ອນນອນ, ແລະຍ່າງໄປເຖີດ.” 9 ໃນທັນ­ໃດນັ້ນຊາຍຄົນນັ້ນກໍເຊົາປ່ວຍ, ລາວລຸກຂື້ນແລະຍົກເອົາບ່ອນນອນຂອງຕົນແລະຍ່າງໄປ. ວັນນັ້ນເປັນສະບາໂຕ. 10 ພວກຢິວຈຶ່ງເວົ້າກັບຄົນທີ່ເຊົາປ່ວຍນັ້ນວ່າ, “ວັນນີ້ເປັນວັນສະ­ບາ­ໂຕ ຫ້າມບໍ່ໃຫ້ເຈົ້າແບກບ່ອນນອນຂອງເຈົ້າ.” 11 ລາວຕອບວ່າ, “ແຕ່ຊາຍຄົນທີ່ຮັກສາຂ້າ­ນ້ອຍບອກຂ້າ­ນ້ອຍ, ‘ລຸກຂື້ນແລະແບກບ່ອນນອນແລະຍ່າງໄປ’.” 12 ພວກເຂົາຖາມຊາຍຄົນນັ້ນວ່າ, “ຊາຍຄົນນັ້ນທີ່ບອກເຈົ້າວ່າ, ‘ຈົ່ງແບກບ່ອນນອນແລະຍ່າງໄປແມ່ໃຜ?” 13 ຢ່າງໃດກໍຕາມ ຄົນທີ່ໄດ້ດີພະ­ຍາດນັ້ນ ບໍ່ຮູ້ວ່າແມ່ນໃຜທີ່ຮັກສາເຂົາ ເພາະວ່າພຣະ­ເຢຊູໄດ້ຫລົບໄປແລ້ວ, ເພາະ­ທີ່ນັ້ນມີຄົນຊຸມນຸມຢູ່ຫລາຍ. 14 ­ຫລັງຈາກນັ້ນ, ພຣະ­ເຢຊູໄດ້ພົບຄົນນັ້ນທີ່ພຣະວິຫານແລະເວົ້າກັບລາວວ່າ, “ເບິ່ງແມ, ເຈົ້າເຊົາປ່ວຍແລ້ວ! ຢ່າເຮັດບາບອີກ, ເພື່ອວ່າສິ່ງຊົ່ວຮ້າຍຈະໄດ້ບໍ່ເກີດແກ່ທ່ານ.” 15 ຊາຍຜູ້ນັ້ນຈາກທີ່ນັ້ນໄປແລະໄປລາຍງານແກ່ພວກຢິວວ່າ ຜູ້ທີ່ຮັກສາຕົວເຂົາຄືພຣະ­ເຢຊູ. 16 ດ້ວຍເຫດນີ້ ພວກຢິວຈຶ່ງຂົ່ມ­ເຫັງພຣະ­ເຢຊູ, ເພາະວ່າພຣະອົງຊົງເຮັດການນີ້ໃນວັນສະ­ບາ­ໂຕ. 17 ພຣະເຢຊູຕອບພວກເຂົາວ່າ, “ໃນຂະນະນີ້ ພຣະ­ບິ­ດາຂອງເຮົາກຳລັງ­ເຮັດພາຣະກິດຢູ່, ແລະເຮົາເອງກໍເຮັດຢູ່ເຫມືອນກັນ.” 18 ເຫດສັນ­ນັ້ນ, ພວກຢິວຈິ່ງຫາທາງທີ່ຈະຂ້າພຣະ­ອົງ ເພາະນອກຈາກພຣະ­ອົງຈະທຳລາຍກົດວັນສະ­ບາ­ໂຕແລ້ວ, ພຣະອົງຍັງເອີ້ນພຣະເຈົ້າວ່າເປັນພຣະບິດາຂອງຕົນເອງ, ຊຶ່ງເປັນການເຮັດຕົນສະ­ເໝີພຣະ­ເຈົ້າ. 19 ພຣະ­ເຢຊູຕອບພວກເຂົາວ່າ, “ເຮົາບອກຄວາມຈິງແກ່ທ່ານວ່າ, ພຣະ­ບຸດຈະບໍ່­ເຮັດສິ່ງໃດດ້ວຍຕົນເອງ ນອກ­ຈາກສິ່ງທີ່ໄດ້ເຫັນພຣະ­ບິ­ດາ­ເຮັດ, ບໍ່ວ່າພຣະ­ບິ­ດາກຳລັງເຮັດສິ່ງໃດ, ພຣະບຸດກໍເຮັດສິ່ງເຫລົ່ານັ້ນດ້ວຍ. 20 ເພາະ­ວ່າພຣະບິດາຊົງຮັກພຣະ­ບຸດແລະສຳ­ແດງທຸກສິ່ງທີ່ພຣະ­ອົງເຮັດໃຫ້ພຣະ­ບຸດເຫັນ, ແລະພຣະບິດາຈະຊົງສຳ­ແດງສິ່ງທີ່ຍິ່ງໃຫຍ່ກວ່ານີ້ແກ່ພຣະບຸດ ເພື່ອທີ່ທ່ານທັງ­ຫລາຍຈະໄດ້ອັດ­ສະ­ຈັນໃຈ. 21 ເພາະພຣະ­ບິ­ດາຊົງບັນ­ດານໃຫ້ຄົນຕາຍເປັນຄືນແລະໃຫ້ຊີວິດແກ່ພວກເຂົາສັນ­ໃດ, ພຣະ­ບຸດກໍໃຫ້ຊີວິດແກ່ຜູ້ທີ່ພຣະອົງປາຖນາສັນ­ນັ້ນ. 22 ດ້ວຍ­ວ່າພຣະ­ບິ­ດາບໍ່ໄດ້ພິ­ພາກ­ສາຜູ້ໃດ, ແຕ່ໄດ້ມອບການພິ­ພາກ­ສາທັງໝົດນັ້ນໄວ້ແກ່ພຣະ­ບຸດ, 23 ເພື່ອທຸກຄົນຈະໄດ້ໃຫ້ກຽດແດ່ພຣະ­ບຸດນັ້ນ ເໝືອນຢ່າງທີ່ພວກເຂົາໃຫ້ກຽດພຣະ­ບິ­ດາ. ແຕ່ຜູ້ໃດບໍ່ຖວາຍກຽດແດ່ພຣະ­ບຸດ ກໍບໍ່ຖວາຍກຽດພຣະ­ບິ­ດາຜູ້ສົ່ງພຣະ­ບຸດມາດ້ວຍ. 24 ເຮົາບອກຄວາມຈິງແກ່ທ່ານວ່າ, ຜູ້ໃດທີ່ຍິນຄຳຂອງເຮົາແລະເຊື່ອທ່ານຜູ້ນັ້ນທີ່ສົ່ງເຮົາມາມີຊີ­ວິດອັນຕະ­ຫລອດໄປເປັນ­ນິດ ແລະບໍ່ເຂົ້າໃນການລົງໂທດ, ແຕ່ໄດ້ຜ່ານພົ້ນຈາກຄວາມຕາຍໄປສູ່ຊີ­ວິດແລ້ວ. 25 ເຮົາບອກຄວາມຈິງແກ່ທ່ານວ່າ, ເວ­ລານັ້ນໃກ້ຈະເຖິງ ແລະບັດນີ້ກໍມາເຖິງແລ້ວ ເມື່ອຄົນຕາຍໄດ້ຍິນສຽງແຫ່ງພຣະ­ບຸດຂອງພຣະ­ເຈົ້າ ແລະຄົນເຫລົ່ານັ້ນທີ່ໄດ້ຍິນຈະມີຊີວິດ. 26 ເພາະ­ວ່າໃນພຣະ­ບິ­ດານັ້ນຊົງມີຊີວິດໃນພຣະ­ຊົນພຣະ­ອົງຢ່າງໃດ, ພຣະ­ອົງໄດ້ປຣະ­ທານຊີວິດນັ້ນແກ່ພຣະ­ບຸດ ເພື່ອໃຫ້ຊີວິດນັ້ນຢູ່ໃນພຣະບຸດຢ່າງນັ້ນ, 27 ແລະພຣະບິດາໄດ້ໃຫ້ສິດອຳນາດແກ່ພຣະບຸດເພື່ອເຮັດການພິ­ພາກ­ສານັ້ນ ເພາະພຣະ­ອົງຊົງເປັນບຸດມະ­ນຸດ. 28 ຢ່າປະ­ຫລາດໃຈໃນເລື່ອງນີ້, ເພາະເວ­ລານັ້ນຈະມາເຖິງ ເມື່ອທຸກຄົນທີ່­ຢູ່ໃນຂຸມຝັງສົບຈະໄດ້ຍິນ­ສຽງຂອງພຣະ­ອົງ, 29 ແລະຈະອອກມາ: ສຳລັບຄົນເຫລົ່ານັ້ນທີ່ໄດ້ເຮັດການດີກໍຈະໄດ້ຟື້ນຄືນສູ່ຊີ­ວິດ, ແຕ່ຄົນທີ່ໄດ້ເຮັດຄວາມຊົ່ວຮ້າຍຈະຄືນສູ່ການພິພາກ­ສາລົງໂທດ. 30 ເຮົາບໍ່ໄດ້ເຮັດດ້ວຍຕົວເຮົາເອງ. ເຮົາໄດ້ຍິນຢ່າງ­ໃດ, ເຮົາພິພາກ­ສາຕາມນັ້ນ ແລະການພິ­ພາກ­ສາຂອງເຮົາກໍຊອບທັມ ເພາະວ່າເຮົາບໍ່ໄດ້ເຮັດຕາມນ້ຳ­ໃຈຂອງເຮົາ ແຕ່ເຮົາເຮັດຕາມນ້ຳພຣະ­ທັຍຂອງຜູ້ຊົງໃຊ້ເຮົາມາ. 31 ຫາກເຮົາເປັນພະ­ຍານໃຫ້ຕົວເຮົາເອງ, ຄຳພະ­ຍານຂອງເຮົານັ້ນກໍບໍ່ຈິງ. 32 ຈະມີອີກຜູ້ໜຶ່ງທີ່ມາເພື່ອເປັນພະ­ຍານແກ່ເຮົາ, ແລະເຮົາຮູ້ວ່າຄຳພະ­ຍານທີ່ເພິ່ນໄດ້ເວົ້າເຖິງເຮົາກໍເປັນ­ຄວາມຈິງ. 33 ພວກທ່ານໄດ້ສົ່ງຄົນໄປຫາໂຢ­ຮັນ, ແລະເພິ່ນໄດ້ຢືນຢັນຄວາມຈິງນີ້ແລ້ວ. 34 ແຕ່ຄຳພະຍານທີ່ເຮົາໄດ້ຮັບນັ້ນບໍ່ໄດ້ມາຈາກມະນຸດ, ເຮົາກ່າວຢ່າງນີ້ເພື່ອທີ່ທ່ານຈະໄດ້ລອດ. 35 ໂຢຮັນເປັນໂຄມທີ່ໄຕ້ໄວ້ແລະສ່ອງສະ­ຫວ່າງຢູ່, ແລະທ່ານເອງກໍໄດ້ຊື່ນຊົມຍິນດີໃນຄວາມສະ­ຫວ່າງນັ້ນຊົ່ວຂະ­ນະຫນຶ່ງ. 36 ແຕ່ຄຳພະ­ຍານທີ່ເຮົາມີນັ້ນກໍຍິ່ງໃຫຍ່ກວ່າຄຳພະ­ຍານຂອງໂຢ­ຮັນ, ເພາະ­ການງານທີ່ພຣະ­ບິ­ດາໄດ້ມອບຫມາຍໃຫ້ເຮົາເຮັດໃຫ້ສຳ­ເລັດທຸກຢ່າງ, ທີ່ເຮົາໄດ້ເຮັດກໍໄດ້ເປັນພະຍານເຖິງເຮົາ, ແລະເປັນພະ­ຍານວ່າພຣະ­ບິ­ດາໄດ້ສົ່ງເຮົາມາ. 37 ພຣະບິດາຜູ້ສົ່ງເຮົາມາໄດ້ເປັນພະ­ຍານໃຫ້ແກ່ເຮົາ, ພວກທ່ານເອງບໍ່ໄດ້ຍິນສຽງຫລືເຫັນພຣະອົງເລີຍ. 38 ພວກທ່ານບໍ່ມີຄຳຂອງພຣະ­ອົງຢູ່ໃນຕົວຂອງພວກທ່ານ, ເພາະ­ພວກທ່ານບໍ່ໄດ້ເຊື່ອໃນທ່ານຜູ້ນັ້ນທີ່ຖືກສົ່ງມາ. 39 ທ່ານຄົ້ນຫາໃນຂໍ້ພຣະ­ທັມຄຳພີ ເພາະທ່ານຄຶດວ່າໃນຂໍ້ພຣະ­ທັມຄຳພີນັ້ນມີຊີ­ວິດອັນຕະ­ຫລອດໄປເປັນ­ນິດ, ແລະຂໍ້ພຣະຄັມພີນີ້ກໍໄດ້ເປັນພະ­ຍານໃຫ້ແກ່ເຮົາ. 40 ແລະທ່ານກໍບໍ່ຢາກມາຫາເຮົາເພື່ອທ່ານຈະໄດ້ມີຊີ­ວິດ. 41 ເຮົາບໍ່ໄດ້ຮັບການສັນຣະເສີນຈາກມະ­ນຸດ. 42 ແຕ່ເຮົາຮູ້ວ່າທ່ານບໍ່ມີຄວາມຮັກຂອງພຣະ­ເຈົ້າໃນຕົວທ່ານເອງ. 43 ເຮົາໄດ້ມາໃນພຣະ­ນາມພຣະ­ບິ­ດາຂອງເຮົາ, ແຕ່ພວກທ່ານກໍບໍ່ໄດ້ຮັບເຮົາ. ຫາກມີອີກຄົນມາໃນນາມຂອງພວກເຂົາເອງ, ທ່ານຈະຮັບຜູ້ນັ້ນໄວ້. 44 ທ່ານຈະເຊື່ອໄດ້ຢ່າງໃດ, ເພາະພວກທ່ານສັນຣະເສີນກັນເອງ, ແຕ່ບໍ່ໄດ້ສະ­ແຫວງ­ຫາການສັນຣະເສີນ ທີ່ມາຈາກພຣະ­­ເຈົ້າແຕ່ພຽງອົງດຽວ? 45 ຢ່າຫາວ່າເຮົາໄດ້ກ່າວໂທດພວກທ່ານຕໍ່ພຣະ­ບິ­ດາ. ຄົນທີ່ກ່າວໂທດພວກທ່ານຄືໂມ­ເຊ, ຄົນທີ່ທ່ານມອບຄວາມຫວັງໄວ້ກັບເຂົາ. 46 ຫາກທ່ານເຊື່ອໂມ­ເຊ, ພວກທ່ານກໍຈະເຊື່ອເຮົາດ້ວຍ, ເພາະໂມ­ເຊໄດ້ຂຽນກ່ຽວກັບເຮົາ. 47 ຫາກທ່ານບໍ່ເຊື່ອສິ່ງທີ່ໂມ­ເຊຂຽນໄວ້, ແລ້ວພວກທ່ານຈະເຊື່ອຖ້ອຍຄຳຂອງເຮົາໄດ້ຢ່າງໃດ?”