ບົດທີ 6

1 ຫລັງຈາກນັ້ນສິ່ງເຫລົ່ານີ້, ພຣະ­ເຢຊູໄດ້ສະ­ເດັດຂ້ວາມໄປອີກຟາກຂອງທະ­ເລ­ສາບຄາ­ລີ­ເລ ຫລືທີ່ເອີ້ນອີກຊື່ໜຶ່ງວ່າທະ­ເລສາບຕີ­ເບ­ເຣັຽ. 2 ມີຝູງປະ­ຊາ­ຊົນເປັນຈຳ­ນວນຫລວງ­ຫລາຍຕິດຕາມພຣະ­ອົງ, ເພາະເຂົາໄດ້ເຫັນໝາຍສຳ­ຄັນທີ່ພຣະ­ອົງຊົງເຮັດໃຫ້ແກ່ຄົນເຈັບປ່ວຍເຫລົ່ານັ້ນ. 3 ພຣະ­ເຢຊູໄດ້ສະ­ເດັດຂຶ້ນໄປຍັງພູແລະນັ່ງລົງກັບພວກສາ­ວົກຂອງພຣະ­ອົງ. 4 (ໃນຊ່ວງເວລານັ້ນເປັນເທ­ສະ­ການປັດ­ສະ­ຄາ, ແລະເທສະການຂອງຄົນຢິວແລ້ວ). 5 ເມື່ອພຣະ­ເຢຊູຊົງເງີຍຫນ້າຂຶ້ນເບິ່ງເຫັນຄົນເປັນຈຳ­ນວນຫລວງ­ຫລາຍກຳລັງມາຫາພຣະ­ອົງ, ພຣະ­ອົງຊົງກ່າວກັບຟີ­ລິບວ່າ, “ເຮົາຈະຊື້ອາ­ຫານທີ່ໃດໃຫ້ຄົນເຫລົ່ານີ້ກິນ?” 6 (ພຣະ­ອົງກ່າວຢ່າງນີ້ເພື່ອລອງໃຈຟີ­ລິບ, ແຕ່ພຣະ­ອົງຊົງຮູ້ຢູ່ແລ້ວວ່າພຣະອົງຈະເຮັດອັນໃດ). 7 ຟີ­ລິບຕອບພຣະ­ອົງວ່າ, “ສອງຮ້ອຍເດ­ນາ­ຣິ­ອົນກໍບໍ່ພໍຊື້ອາຫານໃພວກເຂົາກິນແມ້ນແຕ່ຜູ້ລະເລັກລະຫນ້ອຍ.” 8 ສາວົກຄົນຫນຶ່ງຊື່ອັນ­ເດ­ອາ ນ້ອງຊາຍຂອງຊິໂມນເປ­ໂຕ, ໄດ້ທູນພຣະ­ອົງວ່າ, 9 “ມີເດັກ­ນ້ອຍຄົນຫນຶ່ງມີເຂົ້າ­ຈີ່ເຮັດດ້ວຍເຂົ້າຝ້າງຫ້າກ້ອນກັບປາສອງໂຕ, ແຕ່ຈະພໍກັບຄົນຫລວງ­ຫລາຍປານນີ້­ໄດ້ຢ່າງ­ໃດ?” 10 ພຣະ­ເຢຊູສັ່ງວ່າ, “ໃຫ້ຄົນເຫລົ່ານັ້ນນັ່ງລົງ” (ທີ່ນັ້ນມີຫຍ້າຫລາຍ) ພວກຜູ້ຊາຍຈຶ່ງນັ່ງລົງ, ມີປະ­ມານຫ້າພັນຄົນ. 11 ແລ້ວພຣະ­ເຢຊູກໍຈັບເຂົ້າ­ຈີ່ແລະເມື່ອໂມ­ທະ­ນາຂອບພຣະ­ຄຸນແລ້ວກໍແຈກແກ່ພວກຄົນທີ່ນັ່ງຢູ່ນັ້ນ ແລະກໍເຮັດຢ່າງດຽວກັນກັບປາດ້ວຍ, ແຈກໃຫ້ພວກເຂົາຫລາຍຕາມທີ່ພວກເຂົາຕ້ອງການ. 12 ເມື່ອຄົນໄດ້ຮັບປະທານຈົນອີ່ມ ພຣະອົງບອກພວກສາ­ວົກຂອງພຣະອົງວ່າ, “ຈົ່ງເກັບເອົາເສດຕ່ອນເຂົ້າຈີ່ທີ່ເຫລືອ ເພື່ອບໍ່ໃຫ້ອັນໃດເສັຽເລີຍ.” 13 ພວກເຂົາຈິ່ງໄດ້ຮວບຮວມເສດເຂົ້າຈີ່ແລະລວມໄດ້ສິບສອງບຸງເຕັມຈາກເຂົ້າ­ຈີ່ເຂົ້າຝ້າງຫ້າກ້ອນ ຊຶ່ງເປັນຕ່ອນເສດເຫລືອທີ່ທຸກຄົນໄດ້ກິນແລ້ວ. 14 ຫລັງຈາກນັ້ນ ເມື່ອພວກເຂົາໄດ້ເຫັນຫມາຍສຳ­ຄັນທີ່ພຣະ­ອົງໄດ້ເຮັດ, ພວກເຂົາເວົ້າວ່າ, “ແທ້ຈິງແລ້ວ, ນີ້ຄືຜູ້ປະ­ກາດພຣະ­ທັມທີ່ຈະມາໃນໂລກນີ້.” 15 ເມື່ອພຣະ­ເຢຊູຊາບວ່າ ພວກເຂົາກຳລັງຈະມາຫາແລະເພື່ອບັງຄັບໃຫ້ພຣະ­ອົງເປັນກະສັດຂອງພວກເຂົາ, ພຣະ­ອົງຈຶ່ງແຍກຕົວອອກໄປຍັງພູເຂົາແຕ່ພຽງຜູ້ດຽວ. 16 ເມື່ອເຖິງເວລາແລງ, ພວກສາ­ວົກຂອງພຣະອົງໄດ້ລົງໄປທີ່ທະເລ. 17 ພວກເຂົາຂື້ນເຮືອໄປ ເພື່ອຂ້ວາມຟາກໄປຍັງເມືອງກາເປນາ­ອູມ. ຕອນນັ້ນກໍມືດຫລາຍແລ້ວ, ແລະພຣະເຢຊູກໍຍັງບໍ່ໄດ້ມາຫາພວກເຂົາ. 18 ແລ້ວລົມກໍເລີ້ມພັດແຮງ, ແລະທະເລກໍມີຄື້ນແຮງຂຶ້ນ. 19 ເມື່ອພວກເຂົາກຳລັງພາຍເຮືອໄປໄດ້ປະ­ມານຫ້າກິໂລ, ພວກເຂົາເຫັນພຣະ­ເຢຊູກຳລັງຍ່າງມາເທິງທະເລແລະມາໃກ້ເຮືອຫລາຍຂຶ້ນ, ແລະພວກເຂົາກໍເລີ້ມຢ້ານ. 20 ແຕ່ພຣະອົງກ່າວບອກກັບເຂົາວ່າ, “ແມ່ນເຮົາເອງ! ຢ່າຢ້ານເລີຍ.” 21 ແລ້ວພວກເຂົາກໍຍິນດີຮັບພຣະ­ອົງຂຶ້ນເທິງເຮືອ, ແລະທັນ­ໃດນັ້ນເຮືອຂອງພວກເຂົາກໍມາເຖິງເມືອງທີ່ພວກເຂົາກຳລັງຈະໄປ. 22 ວັນຕໍ່ມາ, ປະ­ຊາ­ຊົນທີ່ໄດ້ຢືນຄອຍຖ້າຢູ່ຟາກຂອງອີກທະເລເຫັນວ່າບໍ່ມີເຮືອລຳອື່ນ, ນອກຈາກລຳທີ່ຢູ່ທີ່ນັ້ນ ແຕ່ພຣະເຢຊູບໍ່ໄດ້ສະ­ເດັດລົງເຮືອລຳນັ້ນໄປກັບພວກສາ­ວົກ ມີແຕ່ພວກສາ­ວົກຂອງພຣະ­ອົງໄປເທົ່ານັ້ນ. 23 ແຕ່ກໍມີເຮືອລຳອື່ນຈາກເມືອງຕີເບ­ເຣັຽມາຈອດໃກ້ບ່ອນທີ່ເຂົາໄດ້ກິນເຂົ້າ­ຈີ່ ຫລັງຈາກທີ່ອົງພຣະ­ຜູ້­ເປັນ­ເຈົ້າໄດ້ຊົງຂອບພຣະ­ຄຸນ. 24 ເມື່ອຝູງປະ­ຊາ­ຊົນເຫັນວ່າພຣະ­ເຢຊູແລະພວກສາວົກຂອງພຣະອົງບໍ່ໄດ້ຢູ່ທີ່ນັ້ນ, ພວກເຂົາຈຶ່ງຂຶ້ນເຮືອແລະໄປຍັງເມືອງ ກາເປນາ­ອູມ ເພື່ອຊອກຫາພຣະ­ເຢຊູ. 25 ເມື່ອພວກເຂົາພົບພຣະອົງອີກຟາກຂອງທະ­ເລສາບ, ພວກເຂົາທູນພຣະ­ອົງວ່າ, “ຣັບບີ, ທ່ານມາທີ່ນີ້ເມື່ອໃດ?” 26 ພຣະ­ເຢຊູຕອບພວກເຂົາວ່າ, “ເຮົາບອກຄວາມຈິງແກ່ທ່ານວ່າ, ທ່ານຊອກຫາເຮົາ ບໍ່ແມ່ນຍ້ອນພວກທ່ານໄດ້ເຫັນຫມາຍສຳຄັນ ແຕ່ເພາະພວກທ່ານໄດ້ກິນເຂົ້າ­ຈີ່ຈົນອີ່ມ. 27 ຢ່າເຮັດວຽກເພື່ອອາຫານທີ່ເສື່ອມສູນໄດ້, ແຕ່ຈົ່ງເຮັດວຽກເພື່ອທີ່ຈະໄດ້ອາຫານ ທີ່ຕັ້ງຫມັ້ນຈົນເຖິງຊີວິດນິຣັນດອນ ທີ່ບຸດມະ­ນຸດຈະໃຫ້ແກ່ທ່ານ, ເພາະວ່າພຣະ­ເຈົ້າພຣະ­ບິ­ດາ ໄດ້ປຣະ­ທັບຕາຫມາຍພຣະບຸດແລ້ວ.” 28 ພວກເຂົາຈຶ່ງທູນພຣະ­ອົງວ່າ, “ພວກຂ້າ­ນ້ອຍຈະຕ້ອງເຮັດປະ­ການໃດ ຈຶ່ງຈະໄດ້ເຮັດວຽກງານຂອງພຣະເຈົ້າ?” 29 ພຣະອົງຕອບແກ່ພວກເຂົາວ່າ, “ງານຂອງພຣະ­ເຈົ້າຄື: ການທີ່ທ່ານເຊື່ອວາງ­ໃຈໃນຜູ້ນັ້ນທີ່ພຣະ­ອົງໄດ້ສົ່ງມາ.” 30 ພວກເຂົາຈຶ່ງຖາມພຣະ­ອົງວ່າ, “ແລ້ວພຣະອົງຈະເຮັດໝາຍສຳ­ຄັນອັນໃດ ເພື່ອພວກຂ້າ­ນ້ອຍຈະໄດ້ເຫັນແລະເຊື່ອໃນພຣະອົງ? ທ່ານຈະເຮັດສິ່ງໃດແດ່? 31 ບັນ­ພະ­ບຸ­ຣຸດຂອງພວກຂ້າ­ນ້ອຍໄດ້ກິນມາ­ນາໃນປ່າ ດັ່ງຄຳທີ່ຂຽນໄວ້ວ່າ, ‘ທ່ານໄດ້ໃຫ້ພວກເຂົາກິນອາຫານຈາກສະ­ຫວັນ.’” 32 ແລ້ວພຣະ­ເຢຊູຕອບພວກເຂົາວ່າ, “ເຮົາບອກຄວາມຈິງແກ່ທ່ານວ່າ, ບໍ່ແມ່ນໂມ­ເຊທີ່ໃຫ້ອາ­ຫານນັ້ນຈາກສະ­ຫວັນ, ແຕ່ເປັນພຣະ­ບິ­ດາຂອງເຮົາທີ່ໃຫ້ອາ­ຫານທີ່ແທ້ຈິງຈາກສະ­ຫວັນແກ່ພວກທ່ານ. 33 ເພາະ­ວ່າອາ­ຫານຂອງພຣະ­ເຈົ້ານັ້ນ ຄືຜູ້ທີ່ລົງມາຈາກສະ­ຫວັນແລະໃຫ້ຊີ­ວິດແກ່ໂລກນີ້.” 34 ເຂົາເວົ້າກັບພຣະ­ອົງວ່າ, “ນາຍເຈົ້າເອີຍ, ໄດ້ໂຜດໃຫ້ອາ­ຫານນີ້ແກ່ພວກຂ້າຕະລອດໄປ.” 35 ພຣະ­ເຢຊູບອກພວກເຂົາວ່າ, “ເຮົາເປັນອາຫານທິບແຫ່ງຊີ­ວິດ, ຜູ້ທີ່ມາຫາເຮົາຈະບໍ່ຫິວ ແລະຜູ້ທີ່ເຊື່ອໃນເຮົາຈະບໍ່ກະຫາຍນ້ຳອີກເລີຍ. 36 ແຕ່ເຮົາບອກທ່ານວ່າ, ທ່ານໄດ້ເຫັນເຮົາແລ້ວ­ ແລະທ່ານບໍ່ເຊື່ອເຮົາ. 37 ທຸກຄົນທີ່ພຣະ­ບິ­ດາໄດ້ມອບໃຫ້ກັບເຮົາຈະມາຫາເຮົາ ແລະຜູ້ທີ່ມາຫາເຮົາ, ເຮົາຈະບໍ່ໂຍນເຂົາຖິ້ມອອກໄປ. 38 ເພາະ­ເຮົາໄດ້ລົງມາຈາກສະ­ຫວັນ ບໍ່ໄດ້ມາເຮັດຕາມ­ຄວາມປະສົງຂອງເຮົາເອງ, ແຕ່ເຮັດຕາມພຣະປະສົງຂອງຜູ້ຊົງໃຊ້ເຮົາມາ. 39 ແລະນີ້ຄືພຣະປະສົງຂອງຜູ້ຊົງໃຊ້ເຮົາມາ ເພື່ອຈະບໍ່ໃຫ້ຄົນທັງປວງທີ່ມອບໄວ້ກັບເຮົາສູນ­ຫາຍແມ້ແຕ່ຄົນດຽວ ແລ້ວພວກເຂົາຈະເປັນຄືນມາໃນວັນສຸດທ້າຍ. 40 ແລະນີ້ຄືພຣະປະສົງຂອງພຣະ­ບິ­ດາຂອງເຮົາ, ແລະທຸກຄົນທີ່ເຫັນພຣະ­ບຸດ ແລະເຊື່ອໃນພຣະ­ບຸດນັ້ນ ຈະໄດ້ມີຊີ­ວິດອັນຕະ­ຫລອດໄປເປັນ­ນິດ ແລະເຮົາຈະໃຫ້ຜູ້ນັ້ນເປັນຄືນມາໃນວັນສຸດທ້າຍ.” 41 ແລ້ວພວກຄົນຢິວກໍເລີ່ມຈົ່ມພຣະ­ອົງທີ່ພຣະອົງໄດ້ເວົ້າວ່າ, “ເຮົາເປັນອາ­ຫານທິບທີ່ໄດ້ລົງມາຈາກສະ­ຫວັນ.” 42 ພວກເຂົາກ່າວວ່າ, “ນີ້ບໍ່ແມ່ນເຢຊູ ລູກຂອງໂຢ­ເຊັບຫລື, ພໍ່ແມ່ຂອງລາວເຮົາກໍຮູ້­ຈັກ? ເຫດ­ໃດຄົນນີ້ຈຶ່ງເວົ້າວ່າ 'ເຮົາໄດ້ລົງມາຈາກສະຫວັນ'?'' 43 ພຣະ­ເຢຊູຊົງຕອບພວກເຂົາວ່າ, “ເຊົາຈົ່ມຖ່າມກາງພວກທ່ານເທາະ. 44 ບໍ່ມີຜູ້ໃດມາຫາເຮົາໄດ້, ຫາກພຣະບິ­ດາຜູ້ຊົງໃຊ້ເຮົາມາບໍ່ໄດ້ນຳຄົນນັ້ນມາ ແລະເຮົາຈະໃຫ້ຜູ້ນັ້ນເປັນຄືນມາໃນວັນສຸດທ້າຍ. 45 ມີຜູ້ປະ­ກາດພຣະ­ທັມຂຽນໄວ້ວ່າ ‘ພຣະເຈົ້າຈະສັ່ງສອນພວກເຂົາທຸກຄົນ’ ທຸກຄົນທີ່ໄດ້ຍິນແລະຮຽນຈາກພຣະເຈົ້າກໍມາເຖິງເຮົາ. 46 ບໍ່ມີຜູ້ໃຜໄດ້ເຫັນພຣະ­ບິ­ດາ ນອກ­ຈາກຜູ້ທີ່ມາຈາກພຣະເຈົ້າ ຄືຜູ້ນັ້ນແຫລະທີ່ເຄີຍເຫັນພຣະ­ບິ­ດາ. 47 ເຮົາບອກຄວາມຈິງກັບທ່ານວ່າ, ຜູ້ທີ່ເຊື່ອໃນເຮົາກໍມີຊີ­ວິດອັນຕະ­ຫລອດໄປເປັນ­ນິດ. 48 ເຮົາເປັນອາ­ຫານທິບແຫ່ງຊີ­ວິດ. 49 ບັນ­ພະ­ບຸ­ຣຸດຂອງທ່ານໄດ້ກິນມາ­ນາໃນປ່າ ແລະພວກເຂົາກໍຕາຍ. 50 ນີ້ຄືອາ­ຫານທີ່ລົງມາຈາກສະ­ຫວັນ ເພື່ອຜູ້ນັ້ນທີ່ໄດ້ກິນແລ້ວຈະບໍ່ຕາຍ. 51 ເຮົາເປັນອາ­ຫານແຫ່ງຊີ­ວິດທີ່ລົງມາຈາກສະຫວັນ, ຫາກໃຜໄດ້ກິນອາ­ຫານນີ້, ຜູ້ນັ້ນຈະຢູ່ຕະລອດໄປເປັນນິດ. ອາ­ຫານທີ່ເຮົາໃຫ້ແກ່ທ່ານນັ້ນຄືເນື້ອໜັງຂອງເຮົາເພື່ອຊີ­ວິດຂອງໂລກນີ້.” 52 ຄົນຢິວທ່າມກາງພວກເຈົາກໍເລີ່ມໃຈຮ້າຍແລະໂຕ້ຖຽງວ່າ, “ຊາຍຄົນນີ້ຈະເອົາເນື້ອໜັງຂອງຕົນໃຫ້ເຮົາກິນໄດ້ຢ່າງ­ໃດ?” 53 ພຣະ­ເຢຊູກ່າວແກ່່ພວກເຂົາວ່າ, “ເຮົາບອກຄວາມຈິງກັບທ່ານວ່າ, ນອກເສັຽຈາກທ່ານຈະກິນເນື້ອໜັງຂອງບຸດມະນຸດແລະດື່ມຈາກເລືອດຂອງພຣະອົງ, ທ່ານຈະບໍ່ມີຊີ­ວິດໃນຕົວທ່ານເລີຍ. 54 ຜູ້ທີ່ກິນເນື້ອໜັງຂອງເຮົາແລະດື່ມເລືອດຂອງເຮົາ ຈະມີຊີ­ວິດອັນຕະ­ຫລອດໄປເປັນ­ນິດ, ແລະເຮົາຈະໃຫ້ເຂົາເປັນຄືນມາໃນວັນສຸດທ້າຍ. 55 ເພາະ­ເນື້ອໜັງຂອງເຮົາຄືອາຫານທີ່ແທ້ຈິງ, ແລະເລືອດຂອງເຮົາກໍເປັນຂອງດື່ມທີ່ແທ້ຈິງ. 56 ຜູ້ທີ່ກິນເນື້ອໜັງຂອງເຮົາແລະດື່ມເລືອດຂອງເຮົາ ກໍຈະຍັງຄົງໃນເຮົາແລະເຮົາຢູ່ໃນຜູ້ນັ້ນ. 57 ພຣະ­ບິ­ດາຜູ້ຊົງພຣະ­ຊົນຢູ່ໄດ້ໃຊ້ເຮົາມາ ແລະເຮົາມີຊີ­ວິດຢູ່ເພາະພຣະ­ບິ­ດາສັນ­ໃດ, ຜູ້ນັ້ນທີ່ກິນເຮົາ ຜູ້ນັ້ນຈະມີຊີ­ວິດຢູ່ໃນເຮົາສັນນັ້ນດ້ວຍ. 58 ນີ້ເປັນອາ­ຫານຊຶ່ງລົງມາຈາກສະ­ຫວັນ, ບໍ່ເໝືອນກັບອາ­ຫານທີ່ພວກບັນ­ພະ­ບຸ­ຣຸດຂອງທ່ານທັງ­ຫລາຍໄດ້ກິນແລ້ວຕາຍໄປ ຜູ້ທີ່ກິນອາ­ຫານນີ້ຈະມີຊີ­ວິດສືບໄປ. 59 ພຣະເຢຊູໄດ້ກ່າວຂໍ້­ຄວາມເຫລົ່ານີ້ໃນໂຮງທັມມະເທ­ສະ­ໜາ ໃນຂະນະທີ່ພຣະ­ອົງຊົງສັ່ງ­ສອນຢູ່ເມືອງກາ­ເປ­ນາ­ອູມ. 60 ເມື່ອພວກສາ­ວົກຂອງພຣະ­ອົງຫລາຍຄົນໄດ້ຍິນດັ່ງ­ນັ້ນຈຶ່ງຖາມວ່າ, “ຄຳສອນນີ້ຍາກເຫລືອເກີນ ໃຜຈະຮັບຟັງໄດ້?” 61 ພຣະອົງຈຶ່ງກ່າວແກ່ພວກເຂົາວ່າ, “ເລື່ອງນີ້ໄດ້ເຮັດໃຫ້ພວກທ່ານສະ­ດຸດໃຈຫລື? 62 ແລ້ວຖ້າຫາກທ່ານໄດ້ເຫັນບຸດມະ­ນຸດສະເດັດຂຶ້ນເມືອໄປຍັງບ່ອນທີ່ທ່ານຢູ່ແຕ່ກ່ອນໜ້ານີ້ລະ? 63 ຄືພຣະວິນ­ຍານທີ່ໃຫ້ຊີວິດ; ເນື້ອກາຍນັ້ນບໍ່ມີປະ­ໂຫຍດອັນໃດ. ຄຳທີ່ເຮົາໄດ້ກ່າວແກ່ທ່ານນັ້ນຄືພຣະ­ວິນຍານ ແລະຄຳເຫລົ່ານັ້ນເປັນຊີ­ວິດ. 64 ຍັງມີບາງຄົນໃນພວກເຈົ້າທີ່ບໍ່ເຊື່ອ.” ເພາະພຣະເຢຊູຊົງຮູ້ແຕ່ເດີມແລ້ວວ່າໃຜຜູ້ໃດທີ່ບໍ່ເຊື່ອ ແລະຄົນໃດທີ່ຈະທໍ­ຣະຍົດຕໍ່ພຣະອົງດ້ວຍ. 65 ພຣະ­ອົງກ່າວວ່າ, “ເປັນເພາະເຫດນີ້, ເຮົາຈຶ່ງບອກທ່ານວ່າບໍ່ມີຜູ້ໃດຈະມາຫາເຮົາໄດ້ ນອກ­ຈາກພຣະ­ບິ­ດາຈະປຣະທານຜູ້ນັ້ນມາ.” 66 ດ້ວຍເຫດນີ້, ມີລູກ­ສິດຫລາຍຄົນໄດ້ລະຖິ້ມພຣະ­ອົງແລະບໍ່ຕິດ­ຕາມພຣະ­ອົງອີກ. 67 ພຣະ­ເຢຊູຈຶ່ງກ່າວກັບສາວົກສິບສອງຄົນວ່າ, “ພວກທ່ານບໍ່ຄິດຢາກຖອຍຈາກເຮົາໄປດ້ວຍຫລື?” 68 ຊີ­ໂມນເປໂຕຕອບພຣະ­ອົງວ່າ, “ອົງພຣະຜູ້ເປັນເຈົ້າ, ມີໃຜທີ່ພວກຂ້າ­ນ້ອຍຄວນຈະຕິດຕາມອີກຫລື? ພຣະອົງຊົງມີຖ້ອຍຄຳແຫ່ງຊີ­ວິດອັນຕະ­ຫລອດໄປເປັນ­ນິດ. 69 ແລະພວກຂ້າ­ນ້ອຍໄດ້ເຊື່ອແລະມາຮູ້ວ່າພຣະອົງຊົງເປັນອົງບໍ­ຣິ­ສຸດຂອງພຣະ­ເຈົ້າແຕ່ພຽງຜູ້ດຽວ.” 70 ພຣະ­ເຢຊູຊົງຕອບພວກເຂົາວ່າ, “ເຮົາໄດ້ເລືອກພວກທ່ານທັງສິບສອງຄົນໄວ້ບໍ່ແມ່ນຫລື, ແຕ່ໜຶ່ງໃນພວກທ່ານນັ້ນຄືມານຮ້າຍ?” 71 ທີ່ພຣະ­ອົງກ່າວໝາຍເຖິງຢູ­ດາລູກຊາຍຂອງຊີໂມນອິ­ສະ­ກາ­ຣີ­ອົດ, ເພາະເຂົາຄືຄົນທີ່ເປັນໜຶ່ງໃນສິບສອງຄົນ ທີ່ຈະທໍ­ຣະຍົດຕໍ່ພຣະ­ເຢຊູ.