ບົດທີ 4

1 ເມື່ອພຣະ­ເຢຊູຮູ້ວ່າພວກຟາ­ຣີ­ຊາຍໄດ້ຍິນວ່າ ພຣະ­ອົງມີຄົນຕິດຕາມ ແລະຮັບບັບ­ຕິ­ສະ­ມາຫລາຍກວ່າໂຢ­ຮັນ, 2 (ພຣະເຢຊູບໍ່ໄດ້ຊົງໃຫ້ບັບ­ຕິ­ສະ­ມາເອງ ແຕ່ພວກສາ­ວົກຂອງພຣະອົງເປັນຜູ້ໃຫ້), 3 ພຣະ­ອົງຈຶ່ງອອກຈາກແຂວງຢູ­ດາຍແລະກັບໄປຍັງແຂວງຄາ­ລີ­ເລອີກ. 4 ພຣະ­ອົງຈຳເປັນຕ້ອງເດີນທາງຜ່ານແຂວງຊາ­ມາ­ເຣັຽ. 5 ເມື່ອພຣະ­ອົງໄດ້ສະ­ເດັດໄປເຖິງເມືອງຫນຶ່ງຂອງແຂວງຊາ­ມາ­ເຣັຽຊື່ເມືອງ ຊີ­ຂາ, ຢູ່ໃກ້ກັບທີ່ດິນຊຶ່ງຢາ­ໂຄບມອບໃຫ້ໂຢ­ເຊັບລູກຊາຍຂອງຕົນ. 6 ທີ່ນັ້ນມີນ້ຳ­ສ້າງຂອງຢາ­ໂຄບ. ພຣະ­ເຢຊູເມື່ອຍກັບການເດີນ­ທາງ ຈຶ່ງນັ່ງພັກທີ່ຂ້າງນ້ຳ­ສ້າງນັ້ນ. ຕອນນັ້ນເປັນເວ­ລາທ່ຽງ. 7 ຍິງຊາວຊາ­ມາ­ເຣັຽຄົນຫນຶ່ງໄດ້ມາຕັກນ້ຳ, ແລະພຣະເຢຊູກ່າວກັບນາງວ່າ, “ເຮົາຂໍນໍ້າໃຫ້ເຮົາດື່ມແດ່ໄດ້ບໍ.” 8 ຂະນະນັ້ນພວກສາ­ວົກຂອງພຣະ­ອົງເຂົ້າໄປໃນເມືອງເພື່ອຊື້ອາຫານ. 9 ຍິງຊາວຊາ­ມາ­ເຣັຽທູນພຣະ­ອົງວ່າ, “ດ້ວຍເຫດໃດທ່ານຜູ້ເປັນຄົນຢິວ, ມາຂໍດື່ມ­ນ້ຳນຳຂ້າ­ນ້ອຍຜູ້ເປັນຊາວຊາ­ມາເຣັຽ?” ເພາະຄົນຢິວມັກບໍ່ຍຸ່ງກ່ຽວໃດໆກັບຄົນຊາ­ມາ­ເຣັຽ. 10 ພຣະເຢຊູຊົງຕອບນາງນັ້ນວ່າ, “ຖ້າເຈົ້າໄດ້ຮູ້­ຈັກຂອງປຣະ­ທານຂອງພຣະ­ເຈົ້າແລະຜູ້ທີ່ກຳ­ລັງເວົ້າກັບເຈົ້າວ່າ ‘ຂໍນ້ຳໃຫ້ເຮົາດື່ມ’ ເຈົ້າຄົງຈະຂໍຈາກທ່ານຜູ້ນັ້ນ, ແລະທ່ານຄົງຈະມອບນ້ຳແຫ່ງຊີ­ວິດນັ້ນແກ່ເຈົ້າ.” 11 ຍິງນັ້ນຕອບພຣະ­ອົງວ່າ, “ນາຍເອີຍ, ນາຍບໍ່ມີຄຸທີ່ຈະຕັກນໍ້າແລະນ້ຳ­ສ້າງນີ້ກໍເລິກ. ແລ້ວນາຍຈະຫານ້ຳແຫ່ງຊີ­ວິດນັ້ນມາແຕ່ໃສ? 12 ນາຍບໍ່ໄດ້ຍິ່ງໃຫຍ່ກວ່າຢາ­ໂຄບບັນ­ພະ­ບຸ­ຣຸດຂອງເຮົາ, ຜູ້ໄດ້ໃຫ້ນ້ຳ­ສ້າງນີ້ແກ່ເຮົາແລະດື່ມ, ທັງຕົວທ່ານເອງ ທັງບັນດາລູກແລະຝູງສັດ.” 13 ພຣະ­ເຢຊູຕອບຍິງນັ້ນວ່າ, “ທຸກຄົນທີ່ດື່ມນ້ຳຈາກບໍ່ນີ້ກໍຍັງຈະກະຫາຍນ້ຳອີກຄັ້ງ. 14 ແຕ່ໃຜກໍຕາມທີ່ດື່ມນ້ຳທີ່ເຮົາມອບໃຫ້, ເຂົາຈະບໍ່ກະຫາຍຫີວອີກເລີຍ, ເພາະນ້ຳຊຶ່ງເຮົາຈະໃຫ້ແກ່ເຂົານັ້ນຈະກາຍເປັນນ້ຳ­ພຸໃນຕົວເຂົາ, ພຸ່ງຂຶ້ນເຖິງຊີ­ວິດອັນຕະຫລອດໄປເປັນ­ນິດ.” 15 ຍິງນັ້ນທູນພຣະ­ອົງວ່າ, “ນາຍເອີຍ, ຂໍນ້ຳນັ້ນໃຫ້ຂ້ານ້ອຍເພື່ອຂ້າ­ນ້ອຍຈະບໍ່ກະຫາຍແລະບໍ່ຕ້ອງມາຕັກທີ່ບໍ່ນີ້ອີກ.” 16 ພຣະເຢຊູບອກກັບຍິງນັ້ນວ່າ, “ຈົ່ງໄປເອີ້ນຜົວຂອງເຈົ້າແລະກັບມາທີ່ນີ້ອີກ.” 17 ຍິງນັ້ນຕອບວ່າ, “ຂ້າ­ນ້ອຍບໍ່ມີຜົວ” ພຣະ­ເຢຊູຕອບວ່າ, “ຖືກແລ້ວທີ່ເຈົ້າບອກວ່າ 'ຂ້ານ້ອຍບໍ່ມີຜົວ'. 18 ເພາະເຈົ້າໄດ້ມີຜົວມາຫ້າຄົນແລ້ວ, ແລະຄົນທີ່ເຈົ້າມີຕອນ­ນີ້ກໍບໍ່ແມ່ນຜົວຂອງເຈົ້າ. ທີ່ເຈົ້າເວົ້ານັ້ນເປັນ­ຄວາມຈິງ.” 19 ຍິງນັ້ນທູນພຣະ­ອົງວ່າ, “ນາຍເອີຍ, ຂ້າ­ນ້ອຍເຫັນແລ້ວວ່າ ທ່ານເປັນຜູ້ທຳ­ນວາຍ. 20 ບັນ­ພະ­ບຸ­ຣຸດຂອງພວກຂ້ານ້ອຍເຄີຍນະ­ມັດ­ສະ­ການເທິງພູນີ້, ແຕ່ພວກທ່ານບອກວ່າເຢ­ຣູຊາເລັມ ຄືສະຖານ­ທີ່ທີ່ຄົນຈະໄປນະ­ມັດ­ສະ­ການ.” 21 ພຣະ­ເຢຊູກ່າວກັບນາງວ່າ, “ຈົ່ງເຊື່ອເຮົາເທາະ, ຍິງເອີຍ, ເວລານັ້ນມາເຖິງ ເມື່ອເຈົ້າຈະນະ­ມັດ­ສະ­ການພຣະບິດາບໍ່ໄດ້ໃນທີ່ພູນີ້ ຫລື ທີ່ກຸງເຢ­ຣູ­ຊາ­ເລັມ. 22 ເຈົ້ານະ­ມັດ­ສະ­ການໃນສິ່ງທີ່ເຈົ້າບໍ່ຮູ້ຈັກ. ເຮົານະ­ມັດ­ສະ­ການສິ່ງທີ່ເຮົາຮູ້­ຈັກ, ເພາະຄວາມລອດພົ້ນນັ້ນມາຈາກຄົນຢິວ. 23 ແຕ່ຊົ່ວໂມງນັ້ນໃກ້ເຂົ້າມາແລ້ວ, ແລະຕອນນີ້ກໍມາເຖິງແລ້ວ, ເມື່ອຜູ້ທີ່ນະ­ມັດ­ສະ­ການທີ່ແທ້ຈິງຈະນະ­ມັດ­ສະ­ການພຣະບິດາໃນວິນຍານແລະໃນຄວາມຈິງ, ເພາະພຣະ­ບິ­ດາຊົງສະແຫວງຫາຄົນແບບນັ້ນທີ່ຈະນະ­ມັດ­ສະ­ການພຣະ­ອົງ. 24 ພຣະເຈົ້າເປັນພຣະ­ວິນ­ຍານແລະຜູ້ທີ່ນະ­ມັດ­ສະ­ການພຣະ­ອົງຕ້ອງນະມັດ­ສະ­ການໃນວິນຍານແລະໃນຄວາມຈິງ.” 25 ຍິງນັ້ນທູນພຣະ­ອົງວ່າ, “ຂ້າ­ນ້ອຍຮູ້ວ່າພຣະ­ເມ­ຊີ­ອາ ກຳລັງສະເດັດມາ (ຜູ້ທີ່ເອີ້ນວ່າພຣະ­ຄຣິດ). ເມື່ອພຣະ­ອົງສ­ເດັດມາ, ພຣະ­ອົງຈະອະທິບາຍທຸກສິ່ງແກ່ພວກເຮົາ.” 26 ພຣະເຢຊູກ່າວກັບນາງວ່າ, “ເຮົາຜູ້ທີ່ເວົ້າກັບເຈົ້າຢູ່ຕອນນີ້, ຄືຜູ້ນັ້ນ.” 27 ເມື່ອພວກສາ­ວົກຂອງພຣະ­ອົງໄດ້ກັບມາ, ພວກເຂົາຕ່າງປະຫລາດໃຈວ່າເປັນຫຍັງພຣະ­ອົງຈຶ່ງສົນ­ທະ­ນາກັບຜູ້­ຍິງ, ແຕ່ບໍ່ມີໃຜຖາມວ່າ, “ພຣະອົງຕ້ອງການອັນໃດ?” ຫລື “ເຫດໃດພຣະອົງຈຶ່ງສົນ­ທະ­ນາກັບນາງ?” 28 ແລ້ວຍິງນັ້ນກໍປະຫມໍ້ນ້ຳ­ຂອງນາງໄວ້ ແລ້ວກັບໄປໃນເມືອງ, ແລະ ບອກຄົນທັງປວງວ່າ, 29 “ຈົ່ງມາ, ມາເບິ່ງຊາຍຜູ້ຫນຶ່ງທີ່ບອກຂ້ອຍທຸກຢ່າງທີ່ຂ້ອຍເຄີຍເຮັດ. ພຣະອົງເປັນພຣະຄຣິດຫລືບໍ?” 30 ພວກເຂົາກໍອອກຈາກເມືອງໄປຫາພຣະ­ອົງ. 31 ໃນລະ­ຫວ່າງນັ້ນ, ພວກສາ­ວົກກໍຊວນພຣະອົງ ເວົ້າວ່າ, “ຣັບບີ, ເຊີນຮັບປະ­ທານອາ­ຫານ.” 32 ແຕ່ພຣະ­ອົງຕອບກັບພວກເຂົາວ່າ, “ເຮົາມີອາ­ຫານທີ່ເຮົາກິນທີ່ພວກທ່ານບໍ່ຮູ້ຈັກ.” 33 ແລ້ວພວກສາວົກ­ກໍເວົ້າກັນວ່າ, “ຍັງບໍ່ມີໃຜເອົາອາຫານມາໃຫ້ພຣະອົງແມ່ນບໍ?” 34 ພຣະ­ເຢຊູກ່າວກັບພວກເຂົາວ່າ, “ອາ­ຫານຂອງເຮົາຄືເຮົາຈະເຮັດຕາມພຣະ­ທັຍຂອງຜູ້ທີ່ສົ່ງເຮົາມາ ແລະ ເຮັດງານຂອງພຣະ­ອົງຜູ້ນັ້ນສຳ­ເລັດ. 35 ທ່ານເວົ້າວ່າ 'ອີກຕັ້ງສີ່ເດືອນ ກວ່າຈະຮອດເວລາເກັບກ່ຽວ? ເຮົາບອກສິ່ງນີ້ກັບທ່ານວ່າ, ຈົ່ງເງີຍໜ້າເບິ່ງທົ່ງນາເຫລົ່ານັ້ນ, ພວກມັນພ້ອມທີ່ຈະຖືກເກັບກ່ຽວແລ້ວ! 36 ຜູ້ທີ່ກຳ­ລັງເກັບ­ກ່ຽວກໍໄດ້ຮັບຄ່າຈ້າງ ແລະຮີບໂຮມຜົນສຳລັບຊີ­ວິດອັນຕະ­ຫລອດໄປເປັນ­ນິດ, ເພື່ອຜູ້ທີ່ຫວ່ານແລະຜູ້ເກັບກ່ຽວຈະໄດ້ຊົມ­ຊື່ນຍິນ­ດີຮ່ວມກັນ. 37 ເພາະມີຄຳກ່າວໄວ້ໃນນີ້ວ່າ ‘ຄົນຫນຶ່ງຫວ່ານແລະອີກຄົນຫນຶ່ງກ່ຽວ’ ກໍເປັນຈິງ. 38 ເຮົາສົ່ງທ່ານໄປເກັບກ່ຽວສິ່ງທີ່ທ່ານບໍ່ໄດ້ຫວ່ານ. ຄົນອື່ນໄດ້ເຮັດງານນັ້ນ, ແລະທ່ານກໍໄດ້ເຂົ້າມາຮ່ວມແຮງກັບຂອງພວກເຂົາ.” 39 ມີຊາວຊາ­ມາ­ເຣັຽຫລາຍຄົນໃນເມືອງນັ້ນເຊື່ອໃນພຣະອົງ ເພາະວ່າສິ່ງທີ່ຍິງຜູ້ນັ້ນໄດ້ເປັນພະ­ຍານຢືນຢັນນວ່າ, “ທ່ານບອກຂ້ອຍເຖິງທຸກສິ່ງທີ່ຂ້ອຍໄດ້ເຮັດ.” 40 ເມື່ອຊາວຊາ­ມາເຣັຽ ມາຫາພຣະ­ອົງ, ພວກເຂົາຂໍໃຫ້ພຣະ­ອົງພັກຢູ່ກັບພວກເຂົາ, ແລະພຣະອົງຈິ່ງພັກຢູ່ທີ່ນັ້ນສອງວັນ. 41 ມີຄົນອື່ນອີກຫລວງ­ຫລາຍມາເຊື່ອດ້ວຍພຣະທັມຂອງພຣະ­ອົງ. 42 ພວກເຂົາກ່າວກັບຍິງນັ້ນວ່າ, “ເຮົາບໍ່ໄດ້ເຊື່ອເພາະສິ່ງທີ່ເຈົ້າເວົ້າອີກຕໍ່ໄປ, ເພາະພວກເຮົາໄດ້ຍິນ, ແລະພວກເຮົາຮູ້ວ່າແທ້ຈິງແລ້ວທ່ານຜູ້ນີ້ຄືພຣະ­ຜູ້ຊ່ວຍໃຫ້ລອດຂອງ­ໂລກນີ້.” 43 ຫລັງຈາກນັ້ນສອງສາມມື້, ພຣະອົງສະ­ເດັດອອກຈາກທີ່ນັ້ນໄປຍັງແຂວງຄາ­ລີ­ເລ. 44 ເພາະພຣະ­ເຢຊູໄດ້ປະກາດເອງວ່າຜູ້ປະກາດພຣະ­ທັມບໍ່ໄດ້ຮັບກຽດໃນບ້ານເກີດຂອງຕົນເອງ. 45 ເມື່ອພຣະ­ອົງມາເຖິງແຂວງຄາ­ລີ­ເລ, ຊາວຄາ­ລີ­ເລໄດ້ຕ້ອນ­ຮັບພຣະ­ອົງ. ພວກເຂົາໄດ້ເຫັນສິ່ງສາ­ຣະ­ພັດທີ່ພຣະ­ອົງຊົງກະ­ທຳໃນເທ­ສະ­ການໃນເຢ­ຣູ­ຊາ­ເລັມ, ເພາະພວກເຂົາກໍໄປໃນເທສະການເໝືອນກັນ. 46 ແລ້ວພຣະ­ອົງໄດ້ສະ­ເດັດກັບມາທີ່ບ້ານກາ­ນາ ແຂວງຄາລີເລອີກຄັ້ງ, ບ່ອນທີ່ພຣະ­ອົງໄດ້ປ່ຽນນ້ຳໃຫ້ກາຍ­ເປັນເຫລົ້າແວງນັ້ນ. ທີ່ນັ້ນມີເສ­ນາບໍ­ດີຄົນຫນຶ່ງ ຊຶ່ງລູກຊາຍຂອງທ່ານກໍາລັງປ່ວຍຢູ່ທີ່ເມືອງກາ­ເປ­ນາ­ອູມ. 47 ເມື່ອທ່ານໄດ້ຍິນຂ່າວວ່າພຣະ­ເຢຊູໄດ້ສະເດັດຈາກແຂວງຢູ­ດາຍມາເຖິງແຂວງຄາ­ລີເລ, ທ່ານໄດ້ໄປຫາພຣະ­ເຢຊູແລະຂໍໃຫ້ພຣະອົງໄປໂຜດຮັກສາລູກຂອງຕົນທີ່ກຳລັງຈະຕາຍ. 48 ແລ້ວພຣະ­ເຢຊູຈິ່ງບອກກັບເພິ່ນວ່າ, “ຈົນກວ່າທ່ານຈະໄດ້ເຫັນຫມາຍສຳ­ຄັນແລະການອັດ­ສະ­ຈັນ ທ່ານຈະບໍ່ເຊື່ອ.” 49 “ນາຍເອີຍ, ຂໍເຊີນໄປກ່ອນທີ່ລູກຂ້າ­ນ້ອຍຈະຕາຍ.” 50 ພຣະເຢຊູບອກກັບທ່ານວ່າ, “ຈົ່ງໄປເຖີດ ລູກຂອງທ່ານຈະເຊົາດີ” ຊາຍຄົນນັ້ນເຊື່ອພຣະ­ທັມທີ່ພຣະ­ເຢຊູຊົງກ່າວແກ່ເພິ່ນ, ເພິ່ນຈິ່ງກັບໄປ. 51 ໃນຂະ­ນະທີ່ທ່ານກຳ­ລັງໄປ, ຄົນໃຊ້ຂອງເພິ່ນກໍມາຕ້ອນຮັບ, ແລ້ວບອກວ່າລູກຂອງທ່ານມີຊີ­ວິດຢູ່. 52 ເພິ່ນຈຶ່ງຖາມຄົນໃຊ້ວ່າ ເປັນເວ­ລາໃດທີ່ລູກຊາຍຂອງເພິ່ນເຊົາປ່ວຍ. ພວກເຂົາຕອບວ່າ, “ມື້ວານນີ້ເວ­ລາປະມານບ່າຍໂມງທີ່ລາວເຊົາໄຂ້.” 53 ແລ້ວບິ­ດາຂອງເດັກຄົນນັ້ນກໍ່ນຶກໄດ້ວ່າເປັນຊ່ວງເວລາທີ່ພຣະ­ເຢຊູກ່າວກັບຕົນວ່າ, “ລູກຂອງທ່ານຈະມີຊີວິດຢູ່.” ທ່ານເອງແລະຄົນໃນຄອບຄົວຂອງທ່ານຕ່າງກໍຮັບເຊື່ອ. 54 ນີ້ເປັນຫມາຍສຳ­ຄັນທີສອງທີ່ພຣະ­ເຢຊູໄດ້ເຮັດ ຂະນະທີ່ພຣະ­ອົງສະເດັດອອກຈາກແຂວງຢູ­ດາຍໄປຍັງແຂວງຄາ­ລີ­ເລ.