ບົດທີ 3

1 ຂະນະນັ້ນ ມີຟາຣີຊາຍທີ່ເປັນຜູ້ນຳຊາວຢິວຄົນໜຶ່ງ ຊື່ນີໂກເດມ. 2 ຊາຍຄົນນີ້ມາຫາພຣະເຢຊູໃນເວລາກາງຄືນແລະເວົ້າກັບພຣະ­ອົງວ່າ, “ຮັບບີ, ພວກຂ້ານ້ອຍຮູ້ວ່າທ່ານເປັນອາຈານທີ່ມາຈາກພຣະເຈົ້າ, ເພາະບໍ່ມີຜູ້ໃດອາດສາມາດເຮັດການອັດສະຈັນເຫລົ່ານີ້ໄດ້ເຫມືອນທ່ານເຮັດຢູ່, ເວັ້ນແຕ່ຈາກພຣະເຈົ້າຈະຊົງສະຖິດຢູ່ກັບຜູ້ນັ້ນ.” 3 ພຣະ­ເຢຊູຕອບເຂົາວ່າ, “ເຮົາບອກຄວາມຈິງແກ່ທ່ານວ່າ, ນອກເສັຽຈາກຄົນນັ້ນຈະບັງເກີດໃຫມ່, ເຂົາຈະບໍ່ສາມາດເຫັນຣາ­ຊະອານາຈັກຂອງພຣະເຈົ້າ.” 4 ນີ­ໂກ­ເດມທູນກັບພຣະ­ອົງວ່າ, “ຄົນເຮົາຈະບັງເກີດໃຫມ່ໄດ້ຢ່າງ­ໃດ ຫາກເຂົາມີອາຍຸຫລາຍແລ້ວ? ເຂົາຈະກັບເຂົ້າໄປຢູ່ໃນທ້ອງມາດາເປັນເທື່ອທີ່ສອງ, ແລະເກີດໃຫມ່ໄດ້ຫລື?” 5 ພຣະ­ເຢຊູຕອບວ່າ, “ເຮົາບອກຄວາມຈິງແກ່ທ່ານວ່າ, ຖ້າຄົນນັ້ນບໍ່ເກີດໃຫມ່ໂດຍນ້ຳແລະພຣະ­ວິນ­ຍານ, ເຂົາບໍ່ສາມາດເຂົ້າໃນລາ­ຊະອານາຈັກຂອງພຣະ­ເຈົ້າໄດ້. 6 ສິ່ງຊຶ່ງເກີດຈາກເນື້ອກາຍກໍເປັນເນື້ອກາຍ, ສິ່ງຊຶ່ງເກີດຈາກພຣະວິນຍານກໍເປັນພຣະວິນຍານ. 7 ຢ່າປະ­ຫລາດໃຈໃນສິ່ງທີ່ເຮົາກ່າວແກ່ທ່ານວ່າ 'ທ່ານຈະຕ້ອງບັງເກີດໃໝ່. 8 ລົມພັດໄປຕາມໃຈຂອງມັນ; ທ່ານໄດ້ຍິນສຽງຂອງລົມ, ແຕ່ທ່ານບໍ່ຮູ້ວ່າມັນມາຈາກໃສ ແລ້ວຈະໄປໃສ. ທຸກຄົນທີ່ບັງ­ເກີດໃຫມ່ໂດຍພຣະ­ວິນ­ຍານກໍເປັນເຊັ່ນ­ນັ້ນ.” 9 ນີ­ໂກ­ເດມຕອບພຣະ­ອົງວ່າ, “ສິ່ງເຫລົ່ານີ້ຈະເກີດຂຶ້ນໄດ້ຢ່າງໃດ?” 10 ພຣະ­ເຢຊູຕອບວ່າ, “ທ່ານເປັນອາ­ຈານຂອງຄົນອິສຣາ­ເອນ, ເຫດໃດທ່ານຈິ່ງຍັງບໍ່ເຂົ້າໃຈສິ່ງເຫລົ່ານີ້? 11 ເຮົາບອກຄວາມຈິງແກ່ທ່ານວ່າ, ເຮົາເວົ້າໃນສິ່ງທີ່ເຮົາຮູ້, ແລະເຮົາເປັນພະຍານໃນສິ່ງທີ່ພວກເຮົາໄດ້ເຫັນ. ແຕ່ເຖິງຢ່າງນັ້ນທ່ານກໍຍັງບໍ່ຍອມຮັບຄຳພະ­ຍານຂອງເຮົາ. 12 ຖ້າເຮົາບອກທ່ານເຖິງສິ່ງຝ່າຍໂລກແລະທ່ານຍັງບໍ່ເຊື່ອ, ແລ້ວທ່ານຈະເຊື່ອເຮົາໄດ້ຢ່າງ­ໃດ ຫາກເຮົາບອກທ່ານເຖິງສິ່ງທີ່ກ່ຽວກັບສະ­ຫວັນ? 13 ບໍ່ມີຜູ້ໃດໄດ້ເຄີຍຂຶ້ນໄປສູ່ສະ­ຫວັນ ຍົກເວັ້ນແຕ່ພຽງທ່ານຜູ້ນັ້ນທີ່ມາຈາກສະ­ຫວັນ ຄືບຸດມະ­ນຸດ.” 14 ເຫມືອນໂມ­ເຊທີ່ໄດ້ຍົກງູຂຶ້ນໃນປ່າ, ບຸດມະ­ນຸດກໍຈະຕ້ອງຖືກຍົກຂຶ້ນເຊັ່ນດຽວກັນ, 15 ເພື່ອທຸກຄົນທີ່ເຊື່ອໃນພຣະ­ອົງຈະໄດ້ຮັບມີຊີ­ວິດອັນຕະ­ຫລອດໄປເປັນ­ນິດ. 16 ເພາະ­ວ່າພຣະ­ເຈົ້າຊົງຮັກໂລກ ຈົນພຣະອົງໄດ້ປຣະ­ທານພຣະບຸດພຽງອົງດຽວຂອງພຣະ­ອົງ, ເພື່ອທຸກຄົນທີ່ເຊື່ອໃນພຣະອົງນັ້ນບຈະບໍ່ຕາຍ ແຕ່ມີຊີ­ວິດອັນຕະ­ຫລອດໄປເປັນນິດ. 17 ເພາະ­ວ່າພຣະ­ເຈົ້າບໍ່ໄດ້ສົ່ງພຣະບຸດເຂົ້າມາໃນໂລກເພື່ອຈະລົງໂທດໂລກນີ້, ແຕ່ເພື່ອ­ໂລກໃຫ້ລອດໂດຍຜ່ານທາງພຣະອົງ. 18 ຄົນທີ່ເຊື່ອໃນພຣະອົງຈະບໍ່ຖືກຕັດສິນໂທດ, ແຕ່ຄົນທີ່ບໍ່ເຊື່ອໃນພຣະອົງກໍໄດ້ຖືກຕັດສີນລົງ­ໂທດແລ້ວ, ເພາະວ່າເຂົາບໍ່ເຊື່ອພຣະນາມພຣະ­ບຸດອົງດຽວຂອງພຣະ­ເຈົ້າ. 19 ນີ້ຄືສາເຫດຂອງການພິພາກສາຄື: ­ຄວາມສະ­ຫວ່າງໄດ້ເຂົ້າມາໃນໂລກນີ້, ແລະມະ­ນຸດນັ້ນຮັກຄວາມມືດແທນທີ່ຈະຮັກຄວາມສະ­ຫວ່າງ ເພາະວ່າ­ການກະທຳຂອງເຂົານັ້ນຊົ່ວຮ້າຍ. 20 ເພາະທຸກຄົນທີ່ເຮັດການຊົ່ວກໍຊັງຄວາມສະ­ຫວ່າງ ແລະບໍ່ມາເຖິງຄວາມສະ­ຫວ່າງ, ເພື່ອຄວາມຊົ່ວຂອງເຂົາຈະບໍ່ຖືກເປີດ­ເຜີຍ. 21 ແຕ່ສຳລັບ­ຄົນເຫລົ່ານັ້ນທີ່ປະພຶດຕາມຄວາມຈິງກໍຈະມາເຖິງຄວາມສະ­ຫວ່າງ ເພື່ອທີ່­ການກະທຳຂອງເຂົາທີ່ຈະໄດ້ສຳເລັດໃນພຣະເຈົ້າຈະໄດ້ປະ­ກົດ." 22 ຫລັງຈາກນີ້, ພຣະ­ເຢຊູແລະພວກສາ­ວົກໄດ້ໄປຍັງແຂວງຢູດາຍ. ທີ່ນັ້ນພຣະ­ອົງໃຊ້ເວລາກັບພວກສາວົກແລະໃຫ້ຮັບບັບ­ຕິສະ­ມາແກ່ພວກເຂົາ. 23 ໃນຂະນະນັ້ນໂຢ­ຮັນກໍໃຫ້ຮັບບັບ­ຕິສະມາຢູ່ທີ່ບ້ານໄອ­ໂນນ ໃກ້ບ້ານຊາ­ລາ­ອິມ ເພາະທີ່ນັ້ນມີນ້ຳຫລາຍກວ່າ. ຜູ້ຄົນໄດ້ມາຫາເພິ່ນແລະຮັບບັບ­ຕິ­ສະ­ມາ, 24 ເພາະໃນຕອນນັ້ນໂຢ­ຮັນຍັງບໍ່ໄດ້ຖືກຄັງຄຸກ. 25 ເກີດການໂຕ້ແຍ້ງກັນຂຶ້ນລະ­ຫວ່າງສາວົກບາງຄົນຂອງໂຢຮັນແລະຄົນຢິວດ້ວຍເລື່ອງພິທີຊຳ­ຣະລ້າງ. 26 ພວກເຂົາໄປຫາໂຢຮັນແລະເວົ້າກັບທ່ານວ່າ, “ຮັບບີ, ຄົນນັ້ນທີ່ເຄີຍຢູ່ກັບທ່ານອີກຟາກຂອງແມ່­ນ້ຳຢໍ­ແດນ, ຄົນທີ່ທ່ານມາເພື່ອເປັນພະຍານ, ເຂົາກຳ­ລັງໃຫ້ຮັບບັບ­ຕິ­ສະ­ມາ, ແລະຄົນທັງຫມົດກໍກຳລັງໄປທີ່ນັ້ນ.” 27 ໂຢ­ຮັນຕອບວ່າ, “ມະ­ນຸດບໍ່ສາມາດຮັບສິ່ງໃດໄດ້ ນອກຈາກສິ່ງນັ້ນຖືກມອບແກ່ເຂົາຈາກສະ­ຫວັນ. 28 ທ່ານເອງກໍສາມາດເປັນພະ­ຍານເຖິງສິ່ງທີ່ເຮົາໄດ້ກ່າວວ່າ ‘ຂ້າພຣະເຈົ້າບໍ່ແມ່ນພຣະ­ຄຣິດ,' ແຕ່ 'ຂ້າພຣະເຈົ້າໄດ້ຖືກສົ່ງມາກ່ອນທ່ານຜູ້ນັ້ນ.’ 29 ເຈົ້າສາວເປັນຂອງເຈົ້າບ່າວສັນໃດ. ຂະນະນີ້ສະຫາຍຂອງເຈົ້າບ່າວທີ່ຢືນຢູ່ ແລະໄດ້ຍິນສຽງຂອງເຈົ້າບ່າວ ກໍຊື່ນຊົມຍິນດີຢ່າງຍິ່ງ ເພາະສຽງຂອງເຈົ້າບ່າວ ແລະຄວາມຊື່ນຊົມຍິນ­ດີຂອງຂ້າພຣະເຈົ້າກໍຄົບຖ້ວນແລ້ວ. 30 ພຣະ­ອົງຈະຕ້ອງສຳຄັນຫລາຍຂື້ນ, ແຕ່ຂ້າພຣະເຈົ້າຈະສຳຄັນຫນ້ອຍລົງ.” 31 ພຣະ­ອົງຜູ້ມາຈາກເບື້ອງເທິງຊົງຢູ່ເຫນືອສິ່ງອື່ນໃດ. ຜູ້ທີ່ມາຈາກໂລກກໍຢູ່ຝ່າຍໂລກ ແລະກ່າວກ່ຽວກັບຝ່າຍໂລກ ພຣະ­ອົງຜູ້ຊົງມາຈາກສະ­ຫວັນ ກໍຢູ່ເຫນືອທຸກສິ່ງອື່ນໃດ. 32 ພຣະ­ອົງຊົງເປັນພະຍານເຖິງສິ່ງທີ່ພຣະອົງໄດ້ເຫັນ ແລະໄດ້ຍິນ, ແຕ່ບໍ່ມີໃຜຍອມຮັບຄຳພະ­ຍານຂອງພຣະ­ອົງ. 33 ແຕ່ຄົນທີ່ຍອມຮັບຄຳພະຍານຂອງພຣະ­ອົງກໍໄດ້ຢືນຢັນແລ້ວວ່າພຣະ­ເຈົ້າຊົງເປັນຈິງ. 34 ເພາະຜູ້ທີ່ພຣະ­ເຈົ້າໄດ້ສົ່ງມານັ້ນກໍກ່າວພຣະ­ທັມຂອງພຣະເຈົ້າ. ເພາະພຣະອົງບໍ່ໄດ້ຮັບພຣະ­ວິນ­ຍານຢ່າງຈຳ­ກັດ. 35 ພຣະ­ບິ­ດາຊົງຮັກພຣະ­ບຸດແລະໄດ້ມອບທຸກຢ່າງໄວ້ໃນພຣະ­ຫັດຂອງພຣະ­ອົງ. 36 ຄົນທີ່ເຊື່ອໃນພຣະ­ບຸດກໍໄດ້ຮັບຊີ­ວິດອັນຕະຫລອດໄປເປັນ­ນິດ, ແຕ່ສຳລັບຜູ້ທີ່ບໍ່ເຊື່ອຟັງພຣະ­ບຸດນັ້ນຈະບໍ່ໄດ້ເຫັນຊີ­ວິດ, ແຕ່ພຣະ­ພິ­ໂຣດຂອງພຣະ­ເຈົ້າຈະຕົກຢູ່ກັບເຂົາ."