ບົດທີ 2

1 ສາມວັນຕໍ່ມາ ມີງານສົມ­ລົດທີ່ບ້ານກາ­ນາໃນແຂວງຄາ­ລີເລ ແລະມານດາຂອງພຣະ­ເຢຊູກໍຢູ່ທີ່ນັ້ນນຳ. 2 ພຣະ­ເຢຊູແລະເຫລົ່າສາ­ວົກກໍໄດ້ຮັບເຊີນໄປໃນງານສົມຣົດດ້ວຍ. 3 ເມື່ອເຫລົ້າແວງຫມົດ, ມານດາຂອງພຣະ­ເຢຊູມາທູນພຣະອົງວ່າ, “ພວກເຂົາບໍ່ມີເຫລົ້າແວງແລ້ວ.” 4 ພຣະ­ເຢຊູຊົງຕອບນາງວ່າ, “ນາງເອີຍ, ທ່ານມາຫາເຮົາເຮັດຫຍັງ? ຍັງບໍ່ເຖິງເວລາຂອງເຮົາ.” 5 ມານດາຂອງພຣະ­ອົງບອກກັບຄົນໃຊ້ວ່າ, “ບໍ່ວ່າພຣະອົງບອກອັນໃດແກ່ທ່ານ, ຈົ່ງເຮັດຕາມ.” 6 ຂະນະນັ້ນ ມີອ່າງຫີນຢູ່ທີ່ນັ້ນຫົກໜ່ວຍທີ່ເອົາໄວ້ໃຊ້ສຳລັບເຮັດພິທີຊຳ­ຣະຂອງພວກຢິວ, ອ່າງແຕ່ລະໜ່ວຍສາມາດບັນຈຸນ້ຳໄດ້ແປດສິບເຖິງຮ້ອຍຊາວລິດ. 7 ພຣະ­ເຢຊູຊົງບອກກັບພວກເຂົາວ່າ, “ຈົ່ງຕັກນ້ຳໃສ່ອ່າງແຕ່ລະໜ່ວຍໃຫ້ເຕັມ.” ພວກເຂົາຈິ່ງຕັກນ້ຳໃສ່ອ່າງເຫລົ່າ­ນັ້ນເຕັມພຽງປາກອ່າງ. 8 ແລ້ວພຣະ­ອົງຊົງບອກກັບພວກຄົນໃຊ້ວ່າ, “ຈົ່ງຕັກແລະນຳໄປໃຫ້ພະ­ນັກ­ງານເສີບເນີ” ພວກເຂົາກໍເຮັດຕາມ. 9 ຫົວໜ້າພະ­ນັກ­ງານເສີບຊີມນ້ຳລ້າທີ່ກາຍ­ເປັນເຫລົ້າແວງນັ້ນ, ແຕ່ເພິ່ນບໍ່ຮູ້ວ່າເຫລົ້າແວງນັ້ນມາຈາກໃສ (ແຕ່ຄົນໃຊ້ທີ່ຕັກນ້ຳໄປໃຫ້ຫົວຫນ້ານັ້ນກໍຮູ້ດີ). ແລ້ວເພິ່ນຈຶ່ງເອີ້ນເຈົ້າບ່າວມາ 10 ແລ້ວເວົ້າກັບເຂົາວ່າ, “ທຸກຄົນເຄີຍເອົາເຫລົ້າແວງອັນດີມາໃຫ້ກ່ອນ, ແລ້ວຈິ່ງເອົາອັນບໍ່ດີມາໃຫ້ເມື່ອແຂກດື່ມ ໃຫ້ເມື່ອຄົນເມົາແລ້ວ. ແຕ່ທ່ານໄດ້ກັກເຫລົ້າແວງອັນດີໆ ໄວ້ຈົນເຖິງຕອນນີ້.” 11 ນີ້ຄືຫມາຍສຳ­ຄັນຄັ້ງທຳອິດທີ່ພຣະ­ເຢຊູເຮັດໃນບ້ານກາ­ນາແຂວງຄາ­ລີ­ເລ, ແລະພຣະ­ອົງໄດ້ຊົງສຳ­ແດງ­ຣິດທານຸພາບຂອງພຣະ­ອົງ, ແລະ ພວກສາ­ວົກກໍເຊື່ອໃນພຣະ­ອົງ. 12 ­ຫລັງຈາກນັ້ນ, ພຣະເຢຊູ, ມານດາ, ແລະນ້ອງຊາຍຂອງພຣະອົງ, ແລະສາ­ວົກຂອງພຣະ­ອົງກໍລົງໄປຍັງເມືອງກາ­ເປ­ນາ­ອູມ ພວກເຂົາຢູ່ທີ່ນັ້ນປະມານສອງສາມມື້. 13 ເມື່ອເທ­ສະ­ການປັດ­ສະ­ຄາຂອງຄົນຢິວໃກ້ເຂົ້າມາ, ແລະພຣະ­ເຢຊູສະ­ເດັດຂຶ້ນໄປຍັງນະຄອນເຢ­ຣູ­ຊາ­ເລັມ. 14 ພຣະອົງໄດ້ພົບຄົນຂາຍ ງົວ, ແກະ, ແລະນົກເຂົາ, ແລະພວກຄົນແລກປ່ຽນເງິນກໍນັ່ງຢູ່ທີ່ນັ້ນດ້ວຍ. 15 ພຣະ­ອົງຊົງເອົາເຊືອກມາເຮັດເປັນແສ້ ແລະຂັບໄລ່ຄົນເຫລົ່ານັ້ນອອກໄປຈາກບໍ­ຣິ­ເວນພຣະ­ວິ­ຫານ, ລວມທັງແກະແລະງົວດ້ວຍ. ພຣະອົງຊົງຖອກເງິນຂອງພວກແລກປ່ຽນເງິນແລະຂວ້ຳໂຕະຂອງພວກເຂົາ. 16 ແລ້ວພຣະ­ອົງຊົງກ່າວແກ່ບັນ­ດາຄົນທີ່ຂາຍນົກເຂົາວ່າ, “ເອົາຂອງເຫລົ່ານີ້ອອກໄປຈາກທີ່ນີ້ເສັຽ. ເຊົາເຮັດໃຫ້ທີ່ສະ­ຖິດຂອງພຣະ­ບິ­ດາຂອງເຮົາໃຫ້ເປັນຕະຫລາດເສັຽເທາະ.” 17 ເຫລົ່າສາ­ວົກຂອງພຣະ­ອົງຣະ­ນຶກເຖິງຄຳທີ່ໄດ້ຖືກຂຽນໄວ້ວ່າ, “ຄວາມຮ້ອນ­ຮົນໃນເລື່ອງທີ່ສະຖິດຂອງພຣະ­ອົງຈະເຜົາຜານພຣະ­ອົງ.” 18 ແລ້ວພວກຢິວທີ່ມີອຳນາດກໍໂຕ້ຕອບກັບພຣະອົງວ່າ, “ທ່ານຈະສຳ­ແດງຫມາຍສຳ­ຄັນອັນໃດໃຫ້ແກ່ເຮົາ ໃນເມື່ອທ່ານເຮັດສິ່ງທັງປວງເຫລົ່ານີ້?” 19 ພຣະ­ເຢຊູຕອບວ່າ, “ຖ້າມ້າງພຣະວິ­ຫານນີ້ ແລ້ວເຮົາຈະສ້າງຂຶ້ນໃຫມ່ໃນສາມວັນ.” 20 ແລ້ວຄົນຢິວທີ່ມີອຳນາດກໍເວົ້າວ່າ, “ພຣະວິ­ຫານນີ້ໃຊ້ເວລາສ້າງທັງຫມົດສີ່ສິບຫົກປີຈຶ່ງສຳ­ເລັດ, ແຕ່ທ່ານຈະສ້າງຂຶ້ນໃຫມ່ໃນສາມວັນຫລື?” 21 ຢ່າງໃດກໍຕາມ, ພຣະ­ວິ­ຫານທີ່ພຣະ­ອົງຫມາຍເຖິງນັ້ນຄືພຣະ­ກາຍຂອງພຣະ­ອົງ. 22 ເພາະເມື່ອພຣະ­ອົງຟື້ນຂຶ້ນມາຈາກຄວາມຕາຍແລ້ວ, ພວກສາ­ວົກຂອງພຣະອົງຈຶ່ງຣະ­ນຶກເຖີງສິ່ງທີ່ພຣະອົງກ່າວໄວ້, ແລະພວກເຂົາໄດ້ເຊື່ອໃນພຣະຄັມພີ ແລະໃນຖ້ອຍຄຳນີ້ທີ່ພຣະ­ອົງໄດ້ກ່າວເອົາໄວ້. 23 ເມື່ອພຣະ­ອົງຍັງຢູ່ໃນນະຄອນເຢ­ຣູ­ຊາ­ເລັມໃນຊ່ວງເທສະການປັດສະ­ຄາ, ມີຫລາຍຄົນໄດ້ເຊື່ອໃນພຣະນາມຂອງພຣະ­ອົງ ເມື່ອພວກເຂົາໄດ້ເຫັນຫມາຍສຳຄັນທີ່ພຣະ­ອົງເຮັດ. 24 ແຕ່ພຣະ­ເຢຊູບໍ່ໄວ້ໃຈພວກເຂົາ, ເພາະພຣະອົງຊົງຮູ້ຈັກພວກເຂົາທັງຫມົດ 25 ເພາະພຣະ­ອົງບໍ່ຕ້ອງການໃຫ້ໃຜມາເປັນພະຍານແກ່ພຣະອົງດ້ວຍເລື່ອງຂອງມະ­ນຸດ, ເພາະພຣະ­ອົງຮູ້ວ່າມີອັນໃດຢູ່ໃນພວກເຂົາ.