ບົດທີ 5

1 ໃນ​ມື້​ນັ້ນ ນາງ​ເດ­ໂບ­ຣາ ແລະ​ບາ­ຣັກ​ຜູ້​ເປັນ​ລູກ­ຊາຍ​ຂອງ​ອາ­ບີ­ໂນ­ອາມ​ໄດ້​ຮ້ອງ­ເພງນີ້​ວ່າ, 2 ເມື່ອພວກຜູ້ນຳໄດ້ນຳຫນ້າ​ອິ​ສ​ະ​ຣາເອນ​, ເມື່ອປະຊາຊົນອາສາສະຫມັກໄປສູ້­ຮົບ​ເສິກດ້ວຍຄວາມຍິນດີພວກ­ເຮົາຂໍສັນຣະເສີນພຣະອົງ! 3 ທ່ານກະສັດທັງຫລາຍ​ຈົ່ງ​ຟັງ​ເຖີ້ນ! ແລະ​ເຈົ້າ​ຜູ້ນຳທັງຫລາຍ​ຈົ່ງ​ຟັງ​ດ້ວຍ! ຂ້າ­ນ້ອຍ​ຈະ​ຮ້ອງ­ເພງຖວາຍ​ແດ່​ພຣະຢາເວ, ຂ້ານ້ອຍຈະຮ້ອງເພັງສັນຣະເສີນແດ່ພຣະຢາເວ, ພຣະເຈົ້ຂອງ​​ອິ​ສ​ະ​ຣາເອນ. 4 ຂ້າ​ແດ່​ພຣະ­ຢາເວ ເມື່ອ​ພຣະ­ອົງ​ສະ­ເດັດ​ມາ​ຈາກ​ພູ​ເສ­ອີ, ເມື່ອພຣະອົງໄດ້​ສະ­ເດັດ​ອອກ​ມາ​ຈາກ​ເຂດ​ເມືອງ​ເອ­ໂດມ​ນັ້ນ, ແຜ່ນ­ດິນ​ກໍ​ສັ່ນສະເທືອນ, ທ້ອງຟ້າກໍສັ່ນສະເທືອນ, ກ້ອນ​ເຝື້ອ ກໍໄດ້ຖອກເທນໍ້າຝົນລົງມາ.​ 5 ພູເຂົາໄດ້ສັ່ນໄຫວຕໍ່ຫນ້າ​​ພຣະ­ຢາເວ; ​ແມ່ນແຕ່​ພູ​ຊີ­ນາຍກໍສັ່ນໄຫວຕໍ່ຫນ້າ​ພຣະຢາເວ, ພຣະ­ເຈົ້າຂອງ​ພວກ​​ອິ​ສ​ະ​ຣາເອນ. 6 ໃນ​ສະ­ໄຫມ​ຂອງ​ຊຳ­ຄາ (ລູກ­ຊາຍ​ຂອງ​ອາ­ນາດ​), ໃນ​ສະ­ໄຫມຂອງ​ຢາ­ເອນ, ເສັ້ນທາງຫລວງຕ່າງໆ ກໍຖືກປະຖິ້ມ, ແລະ ຄົນເຫລົ່ານັ້ນຜູ້​ທີ່​ເຄີຍ​ສັນ­ຈອນ​ໄປ​ມາ​ກໍ​ທຽວ​ທາງ​ໂຄ້ງເທົ່ານັ້ນ. 7 ໃນ​ອິ​ສ​ະ​ຣາເອນ ມີນັກຮົບບໍ່ເທົ່າໃດຄົນ, ຈົນກວ່າ ຂ້ານ້ອຍເດ­ໂບ­ຣາ​ ໄດຮັບພຣະບັນຊາ ຜູ້ເປັນແມ່ຄົນຫນຶ່ງ ໄດ້ຮັບພຣະບັນຊາໃນ​ພວກ​​ອິ​ສ​ະ​ຣາເອນ. 8 ເມື່ອ​ພວກເຂົາໄດ້​ເລືອກ​ນັບຖືພຣະໃຫມ່, ໄດ້ມີການຕໍ່ສູ້ກັນທີ່ປະຕູເມືອງ ແລະ ແຕ່­ວ່າ​ບໍ່ມີໂລ້ ຫລືຫອກທີ່ເຫັນ ໃນ​ຈຳ­ນວນ​ພວກ​ຜູ້­ຊາຍ​​ອິສ​ະ​ຣາເອນ​ສີ່​ສິບ​ພັນ​ຄົນ​ນີ້. 9 ຈິດ­ໃຈ​ຂອງ​ຂ້ານ້ອຍ ອອກໄປຫາຜູ້ບັນຊາການຂອງ​ອິ​ສ​ະ​ຣາເອນ, ພ້ອມກັບ​ປະ­ຊາ­ຊົນ​ທີ​​່ອາ­ສາ​ສະ­ຫມັກດ້ວຍຄວາມຍິນດີ ພວກເຮົາຈົ່ງ​ສັນ­ຣະ­ເສີນ​ພຣະຢາເວສຳລັບພວກເຂົາ. 10 ຈົ່ງ​ຄິດ​ເຖິງ​ເລື່ອງ​ນີ້ ພວກ​ທ່ານຜູ້ທີ່​ຂີ່​ລໍ​ສີຂາວ ທີ່​ນັ່ງ​ຢູ່​ເທິງ​ອານ, ແລະ ພວກທ່ານ​ຜູ້​ທີ່​ຍ່າງ​ໄປ​ມາຕາມເສັ້ນທາງ . 11 ຈົ່ງ​ຟັງສຽງຂອງຄົນເຫລົ່ານັ້ນ ທີ່ຮ້ອງເພງຢູ່ສະຖານທີ່ຕັກນໍ້າ. ທີ່ນັ້ນພວກເຂົາບອກອີກເທື່ອຫນຶ່ງເຖິງພັນທະກິດທີ່ຊອບທັມຂອງ​ພຣະຢາເວ, ແລະ ການກະທຳທີ່ຊອບທັມຂອງພວກນັກຮົບຂອງພຣະອົງໃນ​ອິ​ສ​ະ​ຣາເອນ. ແລ້ວພວກ​ໄພ່​ພົນ​ຂອງ​ພຣະ­ຢາເວ ​ກໍ­ພາ­ກັນ​ຍ່າງ​ລົງ​ໄປ​ທີ່ປະຕູ​ເມືອງ​ນັ້ນ. 12 ຈົ່ງ​ຕື່ນ​ເຖີ້ນ, ຕື່ນຂື້ນເຖີ້ນ, ນາງ​ເດ­ໂບ­ຣາ! ຈົ່ງ​ຕື່ນ​ເຖີ້ນ, ຕື່ນຂື້ນມາ​ຮ້ອງ­ເພງ! ຈົ່ງ​ຕື່ນ​ເຖີ້ນ, ບາ­ຣັກ​ລູກ­ຊາຍ​ຂອງ​ອາ­ບີ­ໂນ­ອາມ​ເອີຍ, ຈັບເອົາ​ພວກ​ຊະ­ເລີຍ​ຂອງທ່ານ​ອອກ​ໄປ. 13 ແລ້ວ​ຜູ້ລອດຊີວິດ ໄດ້ລົງມາຫາບັນດາຜູ້ມີກຽດສັກສີ; ພວກ​ໄພ່​ພົນ​ຂອງ​ພຣະ­ຢາເວ ​ກໍ​ຟ້າວ​ເຂົ້າ​ມາຂ້ານ້ອຍພ້ອມດ້ວຍພວກຮົບ. 14 ພວກ­ເຂົາ​ມາ​ຈາກເອຟຣາອິມ, ຜູ້ທີ່ຮາກເຫງົ້າຂອງພວກເຂົາຢູ່ໃນອາມາເຫລັກ; ຄົນ​ເບັນ­ຢາ­ມິນໄດ້ຕິດຕາມທ່ານໄປ. ຈາກຜູ້ບັນຊາການໄດ້ລົງມາຈາກ​ມາ­ກີ, ແລະ​ຄົນເຫລົ່ານັ້ນ ຜູ້ຊຶ່ງຖືທຸງຂອງນາຍທະຫານ​ນາຍ​ທະ­ຫານ​ມາຈາກ​ເຊບູໂລນ. 15 ​ພວກ­ຜູ້­ນຳ​ຂອງ​ຂ້ານ້ອຍໃນເຜົ່າອິດ­ຊາ­ຄາ​ ກໍ​ມາ​ນຳ​ເດ­ໂບ­ຣາ; ແລະ ​ອິດ­ຊາ­ຄາ ​ໄດ້ຢູ່ກັບ​ບາ­ຣາກ ຊຶ່ງຕິດຕາມເຂົາເຂົ້າໄປ​ໃນ​ຮ່ອມ­ພູພາຍໃຕ້ຄຳສັ່ງຂອງເຂົາ. ມີການ​ຕັດ­ສິນ­ໃຈຄັ້ງຍິ່ງໃຫ່ຍທ່າມກາງ​​ຕະ­ກູນຕ່າງໆຂອງ​ຣູ­ເບັນ​. 16 ເປັນ­ຫຍັງ​ພວກ­ເຈົ້າ​ຈຶ່ງ​ນັ່ງຢູ່​ລະຫວ່າງເຕົາໄຟ, ເພື່ອ​ຟັງ​ຄົນ​ລ້ຽງແກະເປົ່າແກ​ເອີ້ນ​ຝູງ​ສັດຂອງພວກເຂົາຟັງ? ສ່ວນຕະ­ກູນ​ຣູ­ເບັນຕ່າງໆ ​ໄດ້ມີການ​ຕັດ­ສິນ­ໃຈຄັ້ງຍິ່ງໃຫ່ຍ. 17 ສ່ວນ​ກິ­ເລ­ອາດ​ນັ້ນ​ໄດ້ອາໄສ​ຢູ່ອີກຝາກຫນຶ່ງຂອງ​ແມ່­ນ້ຳ ຈໍ­ແດນ; ແລະ​​ດານ, ເປັນຫຍັງລາວຈຶ່ງຂີ່ເຮືອໄປ? ​ອາ­ເຊ​ຍັງຄົງ​ຢູ່​ຕາມ​ແຄມ​ທະ­ເລ ແລະອາໄສຢູ່ໃກ້ທ່າເຮືອຂອງພວກເຂົາ. 18 ​ເຊ­ບູໂ­ລນເປັນເຜົ່າທີ່ສ່ຽງຊີວິດຂອງພວກເຂົາທີ່ນຳໄປສູ່ຄວາມຕາຍ , ແລະ​ເນັບ­ທາ­ລີ, ກໍເຊັ່ນກັນ, ​ຢູ່​ຕາມ​ສະຫນາມຮົບ. 19 ບັນດາເຈົ້າຊີວິດໄດ້ມາ, ພວກ​ເຂົາກໍໄດ້​­ສູ້ຮົບກັນ; ເຈົ້າຊີວິດທັງຫລາຍຂອງການາ­ອານໄດ້ສູ້ຮົບທີ່​ຕາ​ນາກ​ໃກ້​ນ້ຳ​ຫ້ວຍ​ເມ­ກິດ­ໂດ. ແຕ່ພວກເຂົາ​​ບໍ່­ໄດ້​ຢຶດ​ເອົາ​ເງິນ​ຄຳ​ໄປ​ນຳ. 20 ເຫລົ່າດວງ​ດາວ​ ໄດ້ສູ້ຮົບຈາກທ້ອງຟ້າ, ​ຈາກວິທີຂອງດາວເຫລົ່ານັ້ນ ຂ້ວາມຜ່ານທ້ອງຟ້າ ດາວເຫລົ່ານັ້ນໄດ້ສູ້ຮົບກັບ​ສີເສຣາ. 21 ແມ່​ນ້ຳ​ກີ­ໂຊນ​ໄດ້ພັດ​ກວາດລ້າງພວກເຂົາອອກ​ໄປ, ຊຶ່ງ​ເປັນ​ສາຍ­ນ້ຳ​​ດັ້ງ­ເດີມ, ແມ່ນໍ້າກີໂຊນ. ຈົ່ງເດີນຫນ້າໄປຈິດວິນຍານຂອງຂ້ອຍ, ຈົ່ງເຂັ້ມແຂງເຖີ້ນ. 22 ແລ້ວສຽງຄ້ອງມ້າ​ທັງ­ຫລາຍທີ່ກຳລັງ​ແລ່ນ​ມາ, ການແລ່ນມາຂອງບັນດາຜູ້ເກ່ງກ້າຂອງເຂົາ.​ 23 ​ສາບ­ແຊ່ງ​ເມຣົດ! ທູດສະຫວັນຂອງພຣະຢາເວໄດ້ກ່າວວ່າ 'ແນ່ນອນ ຈົ່ງສາບແຊ່ງ​ຜູ້​ອາ­ໄສ​ຢູ່­ໃນ​ເມືອງ​ນັ້ນ ເພາະ​ພວກ­ເຂົາ​ບໍ່­ໄດ້​ມາ​ຊ່ວຍ​ຝ່າຍ​ພຣະ­ຢາເວ, ເພື່ອຊ່ວຍພຣະຢາເວ ໃນການສູ້­ຮົບກັບພວກນັກຮົບທີ່ເກັ່ງກ້າ'. 24 ນາງ​ຢາ­ເອນ ໄດ້ຮັບພຣະ­ພອນຫລາຍກວ່າຍິງອຶ່ນໆທັງຫມົດ, ຢາເອນ (​ເມຍ​ຂອງ​ເຮ­ເບ​ຄົນ​ເກ­ນິດ) ນາງໄດ້ຮັບການສັນຣະເສີນຍິ່ງກວ່າ​ຜູ້­ຍິງທັງຫມົດ­ທີ່​ຢູ່­ອາໄສຢູ່ໃນຕູບຜ້າ​ເຕັນ. 25 ຊາຍຄົນນັ້ນໄດ້ຂໍ​ດື່ມ­ນ້ຳ, ແລະ ນາງ​ຢາ­ເອນ​ກໍ​ເອົາ​ນ້ຳ​ນົມ​ໃຫ້​ດື່ມ​ແທນ; ນາງໄດ້ເອົາເນີຍໃສ່ຈານອັນສວຍງາມ ສຳລັບເຈົ້າຊາຍ. 26 ນາງໄດ້ຂໍຂອງເຕັນໄວ້ໃນມືຂອງນາງ, ແລະມືຂວາຂອງນາງໄດ້ຖືໄມ້ຄ້ອນຕີ; ນາງໄດ້ຂ້າສີ­ເສ­ຣາດ້ວຍຄ້ອນຕີອັນນັ້ນ, ນາງ​ຕີ​ສີ­ເສ­ຣາ​ຈົນ​ຫົວ​ແຕກ. ນາງແທງ​ຂະ­ຫມັບ​ຈົນ​ຊອດຫົວຂອງລາວໄປອີກຂ້າງຫນຶ່ງ. 27 ສ່ວນ​ສີ­ເສ­ຣາ​ກໍ​ລົ້ມ­ລົງ ຢູ່ລະຫວ່າງຕີນຂອງນາງ, ​ສີ­ເສ­ຣາ​ລົ້ມ­ລົງ ແລະນອນຢູ່ບ່ອນນັ້ນ. ລາວຢູ່ລະຫວ່າງຕີນຂອງນາງ. ສະຖານທີ່ລາວລົ້ມລົງເປັນທີ່ຊຶ່ງເຂົາໄດ້ຖືກຂ້າຢ່າງທາລຸນ. 28 ​ແມ່​ຂອງ​ສີ­ເສ­ຣາ​ກໍ​ຫລຽວ​ອອກ​ມາ​ທາງ​ປ່ອງ­ຢ້ຽມແມ່ຂອງ ລາວ​ຈອບ­ເບິ່ງ​ຜ່ານຊ່ອງ​ຂອງ​ຕາ­ຫນ່າງອອກໄປ ແລະນາງຮ້ອງໃຫ້ດ້ວຍຄວາມໂສກເສົ້າໃຈ, “ເປັນ­ຫຍັງ​ລົດ­ຮົບ​ຂອງ​ສີ­ເສ­ຣາ​ຈຶ່ງ​ມາ​ຊ້າ​ແທ້? ເປັນ­ຫຍັງສຽງຄ້ອງ​ມ້າ​ຂອງ​ລາວ​ຈຶ່ງ​ນານ​ກັບ​ມາ​ແທ້?” 29 ບັນດາເຈົ້າຍິງ​ທີ່ແສນ​ສະ­ຫລາດ ນາງຕອບ​ວ່າ, ແລະ​ນາງ​​ກໍ​ໃຫ້ຄຳຕອບ​ກັບຕົວ​ເອງ​ຢູ່​ເຫມືອນກັນ. 30 “ພວກ­ເຂົາ​ອາດບໍ່ໄດ້​ພົບເຫັນ ແ​ລະ ຍັງບໍ່ໄດ້​ແບ່ງ­ປັນ​ຂອງທີ່ລັກມາ ຫລືບໍ? ຜູ້​ຍິງ​​ຫນຶ່ງຄົນ, ສອງ​ຄົນ​ສຳລັບຜູ້ຊາຍ​ທຸກ​ຄົນ; ຂອງທີ່ໄດ້ລັກມາທີ່ເປັນ​ເສື້ອ­ຜ້າ​ສຳລັບສີ­ເສ­ຣາ, ຂອງທີ່ລັກມາທີ່ເປັນຍ້ອມສີແສ່ວລວດລາຍ, ຜ້າຍ້ອມສີທີ່ແສ່ວລວດລາຍສອງຜືນສຳລັບຄ້ອງຄໍຂອງຜູ້ທີ່ລັກມາບໍ”. 31 ດ່ັງນັ້ນ ຂ້າແຕ່ພຣະຢາເວ ຂໍໃຫ້ສັດຕຣູທັງສິ້ນຂອງພຣະອົງຈົງຈິບຫາຍໄປ, ແຕ່ບັນດາຜູ້ທີ່ເປັນມິດຂອງພຣະອົງ ຈະເປັນເຫນືອນດັ່ງກັບດວງອາທິດຂື້ນໃນແສງແຮງກ້າ"ແລ້ວແຜ່ນດິນນີ້ ໄດ້ມີຄວາມສະຫງົບສຸກ ເປັນເວລາສີ່ສີບປີ".