ບົດທີ 6

1 ຄົນ​​ອິ​ສ​ະ​ຣາເອນ​ໄດ້​ເຮັດ​ບາບ​ໃນສາຍຕາຂອງ​ພຣະ­­ຢາເວ, ແລະພຣະອົງໄດ້​ຊົງ​ມອບ​ພວກ­ເຂົາ​ໄວ້​ໃນ​ກຳ­ມື​ຂອງຄົນມີ­ດີ­ອານ​ເປັນ​ເວ­ລາ​ເຈັດ​ປີ. 2 ຝ່າຍຜູ້ມີອຳນາດຂອງຄົນມີ­ດີ­ອານ​ກໍ​ໄດ້ກົດຂີ່ຄົນ​ອິ​ສ​ະ​ຣາເອນ. ເພາະວ່າຄົນມີດີອານ, ຄົນ​ອິ​ສ​ະ​ຣາເອນ ຈຶ່ງຕ້ອງສ້າງທີ່ພັກອາໄສສຳລັບພວກເຂົາເອງ ຕາມທີ່ຫລົບ​ລີ້ຕ່າງໆໃນຮ່ອມພູ, ­ໃນ​ຖ້ຳຕ່າງໆ ແລະ​ໃນ​ບ່ອນທີ່ກຳລັງເຂັ້ມແຂງຕ່າງໆ. 3 ເຫດການໄດ້ບັງເກີດຂຶ້ນທຸກ​ເທື່ອ​ທີ່ຄົນ​​ອິ​ສ​ະ​ຣາເອນ​ຫວ່ານ​ພືດຂອງເຂົາເຈົ້າ, ຄົນ​ມີ­ດີ­ອານ​ ແລະຄົນອາມາເຫລັກ ແລະຄົນມາຈາກທິດຕາເວັນອອກ ກໍ​ມາ​ບຸກ­ໂຈມ­ຕີ​ຄົນ​ອິ​ສ​ະ​ຣາເອນ. 4 ພວກ​ເຫລົ່າ​ນີ້​ພາ­ກັນ​ຕັ້ງ­ຄ້າຍ​ພັກ​ຂອງພວກເຂົາຢູ່ແຜ່ນດິນ​ນັ້ນ ແລະ​ທຳ­ລາຍ​ຜົນ­ລະ­ປູກ​ຕ່າງໆ, ຕະຫລອດທາງໄປເຖິງເມືອງ​ກາ­ຊາ. ພວກ­ເຂົາ​ບໍ່­ໄດ້​ປະອາຫານ­ໃດ​ເລີຍ​ເຫລືອ​ໄວ້​ໃຫ້ ຄົນ​ອິສ​ະ​ຣາເອນ, ແລະບໍ່ມີຝຸງ​ແກະ​ ຫລື ບໍ່ມີຝຸງງົວ​ ຫລື ຝູງລໍ​. 5 ເມື່ອໃດກໍຕາມພວກເຂົາ ແລະຝູງສັດລ້ຽງ ແລະ ຕູບຜ້າເຕັນຂອງພວກເຂົາຂຶ້ນມາ, ພວກເຂົາກໍ​ໄດ້​ບຸກ​ເຂົ້າ​ມາ​ເຫມືອນ​ດັ່ງ​ຝູງ​ຕັກ­ແຕນ, ແລະບໍ່ສາມາດ​ນັບປະຊາຊົນ ຫລື ອູດຂອງພວກເຂົາໄດ້. ພວກເຂົາບຸກເຂົ້າມາ ເພື່ອທຳລາຍແຜ່ນດິນນັ້ນ. 6 ຍ້ອນ​ຄົນມີ­ດີ­ອານທຳລາຍ ຄົນ​​ອິ​ສ​ະ​ຣາເອນ​ຈຶ່ງ​ອ່ອນກຳລັງລົງຫລາຍ ຈົນຄົນ​ອິ​ສ​ະ​ຣາເອນ​​ພາ­ກັນ​ຮ້ອງ​ທູນຂໍຄວາມຊ່ວຍເຫລືອຕໍ່​ຈາກ​ພຣະຢາເວ. 7 ເມື່ອຄົນ​ອິ​ສ​ະ​ຣາເອນຮ້ອງ​ທູນ​ຕໍ່​ພຣະ­­ຢາເວ ຍ້ອນ​ການ​ຮຸກ­ຮານ​ຂອງຄົນ​ມີ­ດີ­ອານ​ນັ້ນ. 8 ພຣະ­ຢາເວ​ກໍ​ຊົງ​ໃຊ້​ຜູ້­ປະ­ກາດ­ພຣະ­ທັມ​ຜູ້​ຫນຶ່ງ​ມາ­ບອກຄົນ​ອິສ​ະ​ຣາເອນ. ຜູ້ປະກາດພຣະຄັມຄົນນັ້ນກ່າວກັບພວກເຂົາ​ວ່າ “ ນີ້ຄືຖ້ອຍຄຳພຣະຢາເວ, ​ພຣະ­­ເຈົ້າ​ຂອງຄົນ​ອິ​ສ​ະ​ຣາເອນ, ຊົງ​ກ່າວ​ວ່າ': ເຮົາ​ໄດ້​ນຳ​ພວກ​ເຈົ້າ​ອອກ​ມາ​ຈາກ​ປະ­ເທດ​ອີຢິບ; ເຮົາໄດ້ນຳພວກເຈົ້າອອກຈາກເຮືອນຂອງຂ້າທາດ. 9 ເຮົາໄດ້​ຊ່ອຍ​ຊີ­ວິດ​ຂອງ​ພວກ​ເຈົ້າ​ອອກ­ຈາກ​ເງື້ອມ­ມື​ພວກ​ອີ­ຢິບ, ແລະ​ອອກ­ຈາກມືທຸກຄົນ​ຜູ້ທີ່ກົດຂີ່ຂົ່ມເຫັງ​ພວກ​ເຈົ້າ​. ເຮົາ​ໄດ້​ໄລ່​ພວກ­ເຂົາ​ຫນີ​ອອກ­ຈາກ​ພວກ​ເຈົ້າ ແລະເຮົາ​ໄດ້​ມອບ​ດິນ­ແດນ​ຂອງ​ພວກ­ເຂົາ​ໃຫ້​ແກ່​ພວກ​ເຈົ້າ. 10 ເຮົາ​ບອກ​ກັບພວກ​ເຈົ້າ​ວ່າ, " ເຮົາ​ແມ່ນ​ພຣະຢາເວ ພຣະເຈົ້າ​ຂອງ​ພວກ​ເຈົ້າ; ເຮົາໄດ້ບັນຊາພວກເຈົ້າ​ບໍ່ໃຫ້ນະມັດສະການພຣະຕ່າງໆ ​​ຂອງ​ພວກ​ອະ­ໂມ­ຣີດ, ຊຶ່ງ​ພວກ​ເຈົ້າ​ກຳ­ລັງ​ອາ­ໃສ​ຢູ່­ໃນ​ດິນ­ແດນ​ຂອງ​ພວກ­ເຂົາ​ຢູ່". ແຕ່­ວ່າ​ພວກ​ເຈົ້າ​ບໍ່­ໄດ້​ເຊື່ອ​ຟັງສຽງຂອງ​ເຮົາ​ເລີຍ.” 11 ໃນຂະນະນັ້ນທູດສະຫວັນຂອງ​ພຣະ­­ຢາເວ​ໄດ້​ມາ ແລະ​ນັ່ງ​ຢູ່​ກ້ອງ​ຕົ້ນໂອ໊ກ​ໃກ້​ບ້ານ​ໂອຟະຣາ, ຊຶ່ງ​ເປັນ​ບ້ານ​ຂອງ​ໂຢ­ອາດ (ຄົນ​​ອາ­ບີ­ເອ­ເຊ) ໃນຂະນະທີ່ກີ­ເດ­ໂອນ, ​ລູກ­ຊາຍ​ຂອງ​ໂຢ­ອາດ ກຳລັງແຍກເມັດສາລີ ໂດຍຟາດມັນລົງພື້ນ, ໃນ​ບ່ອນ​ບີບ​ນ້ຳ​ອະ­ງຸ່ນ ເພື່ອ​ເຊື່ອງເມັດສາລີຈາກ​ພວກ​ມີດີອານ. 12 ທູດສະຫວັນ​ຂອງ​ພຣະ­ຢາເວ ​ໄດ້​ປະ­ກົດ​ຕໍ່​ເຂົາ ແລະ​ເວົ້າ​ກັບເຂົາວ່າ, “ພຣະຢາເວ ຊົງສະຖິດຢູ່ກັບທ່ານ, ​ທ່ານນັກຮົບຜູ້​ກ້າ­ຫານ”. 13 ຝ່າຍ​ກີ­ເດ­ໂອນ​ຈຶ່ງ​ເວົ້າ​ຕໍ່​ທູດ​ອົງ​ນັ້ນ​ວ່າ, “ ໂອ້, ເຈົ້ານາຍຂອງຂ້າ­ນ້ອຍ​, ຖ້າ​ພຣະ­ຢາເວ ​ຊົງ​ສະ­ຖິດ​ຢູ່​ນຳ​ພວກ​ຂ້າ­ນ້ອຍ​, ເປັນ­ຫຍັງ ເຫດ​ຮ້າຍ​ທັງ​ຫມົດ​ນີ້​ຈຶ່ງ​ເກີດ​ຂຶ້ນ​ແກ່​ພວກ​ຂ້າ­ນ້ອຍ? ແລະ​ການ​ອັດ­ສະ­ຈັນ​ຕ່າງໆຂອງພຣະອົງທັງຫມົດ ທີ່​ບັນພະບຸຣຸດຂອງພວກ​ຂ້າ­ນ້ອຍ​ໄດ້​ເລົ່າ​ໃຫ້​​ພວກເຮົາຟັງ​ນັ້ນຢູ່ບ່ອນ­ໃດ, ເມື່ອພວກເຂົາເວົ້າວ່າ, 'ພຣະຢາເວ ຊົງ­ນຳ​ຫນ້າ​ພວກ​ຂ້າ­ນ້ອຍ​ອອກ​ມາ​ຈາກ​ປະ­ເທດ​ອີ­ຢິບ​ນັ້ນ ແມ່ນ ຫລື ບໍ່?'. ແຕ່ບັດ­ນີ້ ພຣະ­ຢາເວ ​ຊົງ​ປະ​ຖິ້ມ​ພວກ​ຂ້າ­ນ້ອຍ​, ແລະ​ໄດ້​ມອບ​ພວກ​ຂ້າ­ນ້ອຍ​ໄວ້ໃນມືຂອງຄົນມີດີອານ.” 14 ພຣະ­­ຢາເວ ຈຶ່ງ​ຊົງແນມເບິ່ງເຂົາ ແລະເວົ້າວ່າ, “ເຈົ້າ​ໄປດ້ວຍກຳລັງທີ່ເຈົ້າມີຢູ່ແລ້ວ. ຈົ່ງ​ໄປປົດປ່ອຍ​ຄົນ​ອິ​ສ​ະ​ຣາເອນ​ອອກ­ຈາກ​ກຳມືຂອງຂອງ​ຄົນ​ມີ­ດີ­ອານ. ເຮົາໄດ້ສົ່ງເຈົ້າໄປ ຫລືບໍ່?”. 15 ກີ­ເດ­ໂອນ​ໄດ້​ທູນ​ພຣະອົງ​ວ່າ, “ຂໍອົງພຣະຜູ້ເປັນເຈົ້າຊົງກະລຸນນາຂ້າ­ນ້ອຍ ​ຈະ​ປົດປ່ອຍ​ຄົນ​ອິ​ສ​ະ​ຣາເອນ​ໄດ້​ຢ່າງ­ໃດ? ເບິ່ງແມ, ຄອບຄົວຂອງຂ້ານ້ອຍ ແມ່ນອ່ອນແອທີ່ສຸດໃນເຜົ່າມານາເຊ, ແລະ​ຂ້າ­ນ້ອຍ​ເອງ​ກໍ​ເປັນ​ຄົນ­ທີ່ມີ​ຄວາມ​ສຳ­ຄັນຫນ້ອຍ​ໃນເ​ຮືອນຂອງພໍ່​ຂ້ານ້ອຍ.” 16 ພຣະ­­ຢາເວ ​ຈຶ່ງ​ຊົງ​ກ່າວ​ຕໍ່​ເພິ່ນ​ວ່າ, “ເຮົາຈະຢູ່ກັບເຈົ້າ​ ແລະເຈົ້າຈະຊະນະກອງທັບຄົນມີ­ດີ­ອານທັງຫມົດຄື​ກັບສູ້ຮົບກັບ​​ຄົນໆ​ດຽວ.” 17 ກີ­ເດ­ໂອນ​ໄດ້​ທູນ​ພຣະອົງ​ວ່າ, “ຖ້າຫາກພຣະອົງ​ຊົງ​ໂຜດ​ເມດ­ຕາ​ຂ້າ­ນ້ອຍ, ຂໍປະທານຫມາຍສຳຄັນວ່າ​​ພຣະ­ອົງຊົງເປັນຜູ້​ສັ່ງ​ໃຫ້​ແກ່​ຂ້ານ້ອຍ. 18 ຂໍຊງໂຜດເມດຕາ​ຢ່າ​ຟ້າວສະເດັດຈາກ​ບ່ອນ­ນີ້ ຈົນ​ກວ່າ​ຂ້າ­ນ້ອຍ​ຈະ​ນຳ​ເອົາ​ເຄື່ອງ​ຖວາຍ​ມາ​ໃຫ້​ແກ່​ພຣະອົງ” ແລ້ວ​ພຣະ­ຢາເວຊົງ​ກ່າວ​ວ່າ, “ເຮົາ​ຈະ​ພັກ​ຢູ່​ທີ່​ນີ້​ຈົນ​ກວ່າ​ເຈົ້າ​ຈະ​ກັບ​ມາ.” 19 ກີ­ເດ­ໂອນ​ ກໍໄດ້​ໄປ ແລະ ກະກຽມແບ້ຫນຸ່ມ ແລະໄດ້ເຮັດເຂົ້າຈີ່​ບໍ່­ມີ​ເຊື້ອ​ແປ້ງ​ ຈາກແປ້ງຫນຶ່ງເອຟາ. ຕໍ່​ມາເພິ່ນ​ໄດ້​ຈັດ​ຊີ້ນ​ໃສ່​ກະ­ຕ່າ, ແລະ​ນ້ຳ​ແກງ​ໃສ່​ຫມໍ້ ແລະ​ນຳ​ເອົາ​ສິ່ງ​ເຫລົ່າ­ນັ້ນ​ມາ​ມອບ​ໃຫ້ທູດສະຫວັນຂອງ​ພຣະ­ຢາເວ​ຢູ່​ກ້ອງ​ຕົ້ນສົນ. 20 ຝ່າຍ​ທູດສະຫວັນຂອງພຣະ​ອົງ​ນັ້ນ​ຈຶ່ງ​ກ່າວ​ແກ່​ເພິ່ນ​ວ່າ, “ຈົ່ງ​ເອົາ​ຊີ້ນ ແລະ ​ເຂົ້າ­ຈີ່​ວາງ​ໄວ້​ເທິງ​ໂງ່ນ​ຫີນ ແລ້ວ​ຖອກ​ນ້ຳ​ແກງ​ລົງ​ໃສ່”.ກີ­ເດ­ໂອນ​ກໍ​ເຮັດ​ຕາມນັ້ນ. 21 ທູດສະຫວັນຂອງ​ພຣະຢາເວ ​ຊົງ​ເອົາ​ປາຍ​ໄມ້­ເທົ້າ​ຂອງ­ຕົນ​ແຕະ­ຕ້ອງ​ຊີ້ນ ແລະ​ເຂົ້າ­ຈີ່​ນັ້ນ ໃນ​ທັນ­ໃດ​ນັ້ນ ໄຟ​ໄດ້​ລຸກ­ຂຶ້ນ​ຈາກ​ໂງ່ນ​ຫີນ ແລະ​ໄຫມ້ຊີ້ນ​ກັບ​ເຂົ້າ­ຈີ່​ຈົນ​ຫມົດ ໂດຍບໍ່ມີເຊື້ອເຟີງ. ຕໍ່​ມາ​ທູດສະຫວັນ​ຂອງ​ພຣະ­ຢາເວ​ກໍ​ຫາຍ​ຕົວ​ໄປ ແລະ ກີເດໂອນ ກໍບໍ່ເຫັນເພິ່ນອີກເລີຍ. 22 ກີເດໂອນກໍ​ໄດ້ເຂົ້າ​ໃຈ​ວ່າ ນີ້ແມ່ນທູດສະຫວັນຂອງພຣະຢາເວ. ​ກິເດໂອນຈຶ່ງທູນວ່າ, ໂອ້, “ພຣະ­­ຢາເວ​ຂອງ​ຂ້າ­ນ້ອຍເອີຍ! ຂ້າ­ນ້ອຍ​ໄດ້​ເຫັນທູດສະຫວັນ​ຂອງ​ພຣະ­ຢາເວ​ຕໍ່ຫນ້າ​ແລ້ວ!.” 23 ​ພຣະ­­ຢາເວຊົງ​ບອກ​ເພິ່ນ​ວ່າ, “ສັນຕິສຸກຈົງເກີດແກ່ເຈົ້າ! ຢ່າ​­ຢ້ານກົວເລີຍ, ເຈົ້າ​ຈະ​ບໍ່​ຕາຍ.” 24 ດັ່ງນັ້ນ ​ກີ­ເດ­ໂອນ​ໄດ້​ສ້າງ​ແທ່ນ​ບູ­ຊາ​ໃຫ້​ພຣະຢາເວ​ຢູ່​ທີ່​ນັ້ນ. ເຂົາເອີ້ນແທ່ນບູຊານີ້ວ່າ, “ພຣະ­­ຢາເວຄື​ຄວາມ­ສະ­ຫງົບ­ສຸກ” ແທ່ນ​ບູ­ຊາ​ນີ້​ຍັງຄົງຕັ້ງຢູ່ທີ່ໂອຟຣາ ​ຂອງ​ຕະກູນ​ອາ­ບີ­ເອ­ເຊ​ຈົນ​ເທົ່າ​ທຸກ​ວັນ​ນີ້. 25 ໃນ​ຄືນ​ນັ້ນ ພຣະ­­ຢາເວຊົງ​ບອກ​ເພິ່ນ​ວ່າ “ຈົ່ງ​ເອົາ​ງົວ­ເຖິກ​ຂອງ​ພໍ່​ເຈົ້າໄປ ແລະ​ງົວ­ເຖິກ​ໂຕ​ທີສອງ ທີ່​ມີ​ອາ­ຍຸ​ເຈັດ​ປີ,​ ແລະ ທຳ­ລາຍ​ແທ່ນ​ບູ­ຊາ​ຂອງພຣະ­ບາ­ອານທີ່ເປັນຂອງ​ພໍ່​ເຈົ້າ, ​ຈົງ​ຕັດ​ເສົາອາເຊຣາທີ່​ຢູ່​ທາງ­ຂ້າງ​ນັ້ນ​ອອກນຳ. 26 ຈົ່ງ​ສ້າງ​ແທ່ນ​ບູ­ຊາ​​ໃຫ້​​ພຣະ­­ເ​ຢາເວຂອງ​ເຈົ້າ​ຢູ່​ເທິງ​ບ່ອນສູງສຸດຂອງບ່ອນລີ້ໄພນີ້, ແລະກໍສ້າງແທ່ນນີ້ໃຫ້ຖືກວິທີ. ຈົງຖວາຍງົວ­ເຖິກ​ໂຕ​ທີ​ສອງ​ເປັນເຄື່ອງເຜົາ​ບູ­ຊາ​, ຈົ່ງໃຊ້ຟືນຈາກເສົາອາເຊຣາທີ່ເຈົ້າຕັດລົງນັ້ນ” 27 ດັ່ງນັ້ນ ​ກີ­ເດ­ໂອນ​ ຈຶ່ງໄດ້ພາ​ເອົາຄົນ­ໃຊ້ຂອງລາວ​ສິບ​ຄົນໄປ ແລະ​ປະ­ຕິ­ບັດ​ຕາມ​ພຣະຢາເວ​ທີ່​ຊົງ​ບອກລາວ. ແຕ່ຍ້ອນວ່າ ລາວຢ້ານຄົນໃນຄອບຄົວຂອງພໍ່ລາວ ​ແລະ​ຄົນ​ໃນ​ເມືອງ​ເຫັນຈຶ່ງບໍ່ໄດ້ເຮັດວຽກຕອນກາງເວັນ, ສະ­ນັ້ນ ລາວ​ຈຶ່ງ​ເຮັດ​ໃນ​ເວ­ລາ​ກາງຄືນ. 28 ໃນເວລາຕອນເຊົ້າ ເມື່ອຄົນ​ໃນ​ເມືອງ​ນັ້ນ​ໄດ້​ລຸກ​ແຕ່​ເດິກ, ພວກ­ເຂົາ​ກໍໄດ້​ເຫັນ​ແທ່ນ​ບູ­ຊາ​ຂອງ​ພຣະ­ບາ­ອານໄດ້ຫັກລົງມາແລະເສົາອາເຊຣາ ທີ່ຢູ່ທາງຂ້າງ ກໍຖືກຕັດລົງ, ​ ແລ້ວ​ໄດ້​ເຫັນ​ງົວ­ເຖິກ​​ທີ່ໄດ້ຖວາຍຢູ່​ເທິງ​ແທ່ນ​ບູ­ຊາ​ໄດ້​ສ້າງ​ຂຶ້ນ​ໃຫມ່​ນັ້ນ. 29 ຄົນໃນເມືອງ​ຈຶ່ງເວົ້າ​ກັນ​ວ່າ, “ແມ່ນ​ໃຜ​ເຮັດ​ສິ່ງ​ນີ້?”ເມື່ອ​ພວກ­ເຂົາເວົ້າກັບຄົນອຶ່ນໆ ແລະ ​ສືບ​ຖາມ​ຫາຄໍາຕອບ,​ພວກເຂົາເວົ້າ​ວ່າ"ກີ­ເດ­ໂອນ​ລູກ­ຊາຍ​ຂອງ​ໂຢ­ອາດ​ໄດ້​ເປັນ​ຜູ້​ເຮັດ​ສິ່ງ​ນີ້". 30 ຫລັງຈາກນັ້ນ ຄົນໃນເມືອງ​ຈຶ່ງ​ເວົ້າ​ຕໍ່​ໂຢ­ອາດ​ວ່າ, “ຈົ່ງເອົາ​ລູກ­ຊາຍ​ຂອງ​ເຈົ້າ​ອອກ​ມາ ເພື່ອລາວອາດ​ຈະ​ຖືກຂ້າຖິ້ມ, ເພາະ​ລາວ​ເປັນ​ຜູ້​ທຳ­ລາຍ​ແທ່ນ​ບູ­ຊາ​ຂອງ​ພຣະ­ບາ­ອານ ແລະ​ເພາະວ່າລາວໄດ້ຕັດເສົາອາເຊຣາ​ຢູ່​ທາງ­ຂ້າງ​ນັ້ນ​ອອກ.” 31 ແຕ່​ໂຢ­ອາດ​ໄດ້ເວົ້າກັບ​ທຸກ​ຄົນ­ທີ່ມາ­​ຟ້ອງ​ຕໍ່ລາວ​ວ່າ, “ພວກ​ເຈົ້າ​ມາຟ້ອງຮ້ອງ​ແທນ​ພຣະ­ບາ­ອານ​ບໍ? ພວກ​ເຈົ້າ​ປ້ອງ­ກັນ​ພຣະ­ບາ­ອານ​ບໍ? ຖ້າ­ເປັນ​ຜູ້­ໃດກໍຕາມຟ້ອງຮ້ອງ​ແທນ​ພຣະນັ້ນ, ຜູ້­ນັ້ນ​ຈະ​ຖືກ​ຂ້າ​ຖິ້ມ​ກ່ອນ​ຮຸ່ງ​ເຊົ້າ. ຖ້າ​ພຣະ­ບາ­ອານ​ເປັນ​ພຣະ­ເຈົ້າ, ຈົ່ງ​ໃຫ້​ເພິ່ນປ້ອງ­ກັນ​ຕົວເພິ່ນ​ເອງເຖີ້ນ ເມື່ອ​ມີໃຜດຶງ​ແທ່ນ​ບູ­ຊາ​ຂອງ​ເພິ່ນອອກ”. 32 ດ້ວຍເຫດຜົນນັ້ນ ໃນມື້ນັ້ນ ພວກເຂົາ​ກໍ​ເອີ້ນ​ກີ­ເດ­ໂອນ​ວ່າ" ເຢ­ຣຸບບາ­ອານ", ເພາະ​ລາວໄດ້ເວົ້າວ່າ, “ຈົ່ງ​ໃຫ້​ພຣະ­ບາ­ອານ​ປ້ອງ­ກັນ​ຕົວ​ເພິ່ນ​ເອງ”, ເພາະ ໄດ້​ທຳ­ລາຍ​ແທ່ນ​ບູ­ຊາ​ຂອງ​ພຣະ­ບາ­ອານ. 33 ດຽວນີ້ ບັນດາຄົນ​ມີ­ດີ­ອານ​ ພ້ອມ​ທັງ​ຄົນ​ອາ­ມາ­ເຫລັກ ແລະ​ຊາວຕາເວັນອອກອອກມາເຕົ້າໂຮມກັນ. ພວກເຂົາ ກໍ­ພາ­ກັນ​ຂ້ວາມ​ແມ່­ນ້ຳ​ຈໍ­ແດນ ແລະ​ຕັ້ງ­ຄ້າຍ​ພັກ​ຢູ່​ຮ່ອມ­ພູ ຢິດຊະເຣນ. 34 ແຕ່ພຣະ­ວິນ­ຍານ​ຂອງ​ພຣະ­ຢາເວ​ໄດ້​ສະ­ຖິດ​ຢູ່​ນຳ​ກີ­ເດ­ໂອນ. ກີ­ເດ­ໂອນ​ກໍ​ເປົ່າ​ແກ​ເອີ້ນ​ເອົາ​ຕະກູນ​ອາ­ບີ­ເອ­ເຊ​, ສະນັ້ນພວກເຂົາອາດຕິດຕາມລາວໄປ 35 ລາວ​ໄດ້​ສົ່ງ​ຄົນ​ນຳ​ຂ່າວ​ໄປ​ບອກ​ທົ່ວ​ເຂດ­ແດນ​ຂອງ​ມາ­ນາ­ເຊ, ແລະພວກເຂົາກໍຖືກເອີ້ນໃຫ້ອອກໄປຕິດຕາມລາວດ້ວຍ. ລາວຍັງໄດ້ສົ່ງຄົນນຳຂ່າວໄປທີ່ເຜົ່າ​ອາ­ເຊ, ເຊ­ບູໂ­ລນ ແລະເ​ນັບ­ທາ­ລີ, ແລະພວກເຂົາກໍຂື້ນມາ ເພື່ອພົບກັບລາວ. 36 ກີ­ເດ­ໂອນ​ໄດ້​ທູນ​ພຣະ­ເຈົ້າ​ວ່າ, “ຖ້າພຣະ­ອົງ​ຊົງ​ກ່າວ​ວ່າ ພຣະ­ອົງ​ໃຊ້​ຂ້າ­ນ້ອຍ​ຊ່ວຍຊີວິດຄົນ​ອິ​ສ​ະ​ຣາເອນ, ດັ່ງທີ່ພຣະອົງໄດ້ສັ່ງແລ້ວ- 37 ເບິ່ງແມ, ຂ້າ­ນ້ອຍ​ຈະ​ເອົາ​ຂົນ​ແກະ​ວາງ​ໄວ້​ເທິງລານຟາດເຂົ້າ. ຖ້າ­ວ່າມີນໍ້າ­ຫມອກ​ຕົກ​ຖືກ​ແຕ່​ຂົນ​ແກະ​ເທົ່າ​ນັ້ນ, ແລະ​ພື້ນດິນ ກໍ​ຍັງ​ແຫ້ງ​ຢູ່​ຄື­ເກົ່າ, ແລ້ວຂ້າ­ນ້ອຍ​ຈຶ່ງ​ຈະ​ຮູ້­ວ່າ ພຣະ­ອົງ​ຊົງໃຊ້​ຂ້າ­ນ້ອຍ​ຊ່ວຍ​ຊີ­ວິດ​ອິ​ສ​ະ​ຣາເອນ​, ຕາມທີ່ພຣະອົງໄດສັ່ງແທ້.” 38 ​ເຫດ­ການດັ່ງກ່າວເກີດຂຶ້ນ-​ກີ­ເດ­ໂອນໄດ້​ລຸກ​ມາ​ແຕ່​ເດິກ ໃນ​ເຊົ້າ​ມື້​ໃຫມ່, ລາວ​ກໍ​ເອົາ​ຂົນ​ແກະ​ນັ້ນ​ມາ, ແລະ​ປັ້ນນ້ຳຫມອກອອກຈາກຂົນແກະນັ້ນ, ມີນໍ້າ​ໄດ້​ໄຫລ​ອອກ​ຫລາຍມາ​ຈົນ​ເຕັມ​ຊາມ. 39 ຫລັງຈາກນັ້ນ ກີເດໂອນຈຶ່ງ​ທູນ​ພຣະ­ເຈົ້າ​ວ່າ, “ຂໍ​ຢ່າ​ຊົງ​ພຣະ­ພິ­ໂລດ​ຂ້າ­ນ້ອຍ​, ຂໍ​ໂຜດ​ໃຫ້​ຂ້າ­ນ້ອຍ​ໄດ້​ເວົ້າ​ຕື່ມ​ອີກຄັ້ງ​. ຂໍຊົງໂຜດໃຫ້ຂ້ານ້ອຍ​ທົດ­ລອງ​ເບິ່ງ​ຂົນ​ແກະ​ອີກ​ເທື່ອ​ຫນຶ່ງ. ໃນ​ຄັ້ງ​ນີ້​ຂໍໃຫ້​ຂົນ​ແກະ​ແຫ້ງ, ແລະ ​ໃຫ້​ນ້ຳ­ຫມອກ​ຕົກ­ລົງ​ພື້ນ​ດິນຮອບໆ.” 40 ພຣະ­ເຈົ້າ​ໄດ້​ຊົງ​ເຮັດ­ການ​ສິ່ງນັັ້ນຕາມທີ່ລາວໄດ້ຮ້ອງຂໍ ໃນຄືນນັ້ນ. ​ຊົງ​ໃຫ້​ຂົນ​ແກະ​ແຫ້ງ, ແລະໃຫ້ມີນໍ້າຫມອກຕົກລົງພື້ນ​ດິນ​ຮອບໆ.