ບົດທີ 4

1 ຫລັງ​ຈາກ​ເອ­ຮຸດ​ເສຍ​ຊີ­ວິດ​​ແລ້ວ, ຄົນ​ອິ​ສ​ະ​ຣາເອນກໍ​ເຮັດສິ່ງທີ່ຊົ່ວຮ້າຍອີກຕໍ່ໄປໃນຕາຂອງ​ພຣະ­ຢາເວ. 2 ພຣະ­ຢາເວ ໄດ້ຊົງຂາຍ​​ພວກ­ເຂົາ​ໄວ້​ໃຕ້​ອຳ­ນາດ​ຂອງ​ຢາ­ບິນກະສັດແຫ່ງ​ກາ­ນາ­ອານ ທີ່ເປັນຜູ້​ປົກ­ຄອງ​ຢູ່­ໃນ​ເມືອງ​ຮາ­ໂຊ. ຜູ້ບັນຊາແມ່­ທັບ​ຂອງ​ເພິ່ນ​ຊື່­ວ່າ ສີ­ເສ­ຣາ,​ແລະ ເພ່ິ່ນໄດ້ອາໄສຢູ່­ເມືອງ​ຮາໂຣເຊັດຂອງຄົນຕ່າງຊາດ. 3 ຄົນ​ອິສ​ະ​ຣາເອນໄດ້ຮ້ອງຂໍ ຫາພຣະຢາເວ ເພື່ອຂໍຄວາມຊ່ວຍເຫລືອ, ເພາະວ່າ ສິເສຣາ ມີລົດຮົບເຫລັກ​ເກົ້າ​ຮ້ອຍ​ຄັນ ແລະ​ ລາວໄດ້​ບີບ​ບັງ­ຄັບຂົ່ມເຫັງຄົນ​​ອິ​ສ​ະ​ຣາເອນດ້ວຍກຳລັງ ເປັນເວລາຊາວ​ປີ. 4 ໃນ​ເວ­ລາ​ນັ້ນ ນາງ​ເດ­ໂບ­ຣາ, ​ຜູ້­ເຜີຍພຣະຄັມ ​(ເມຍ​ຂອງ​ລັບ­ປີ­ໂດດ), ເປັນຜູ້ນໍາພາການຕັດສິນການປົກ­ຄອງ​ໃນ​ອິ​ສ​ະ​ຣາເອນ. 5 ນາງເຄີຍນັ່ງ​ຢູ່​ກ້ອງ​ຕົ້ນ­ຕານ​ຂອງ​ເດ­ໂບ­ຣາ ຢູ່​ລະ­ຫວ່າງ­​ເມືອງ​ຣາ­ມາ ແລະ ​ເມືອງ​ເບັດ­ເອນ ໃນເຂດເນີນພູແຫ່ງເອຟຣາອິມ, ແລະ ຄົນ​ອິ​ສ​ະ​ຣາເອນ ກໍມາຫານາງ ເພື່ອ​ໃຫ້​ນາງ​ແກ້ໄຂຂໍ້ຂັດແຍ້ງຂອງພວກເຂົາ. 6 ນາງໄດ້ສົ່ງ​ບາ­ຣາກ ລູກ­ຊາຍ​ຂອງ​ອາ­ບີ­ໂນ­ອາມ​ ທີ່​ມາ​ຈາກ​ເມືອງ​ເກ­ເດັດ​ໃນ​ແຂວງ​ເນັບ­ທາ­ລີ . ນາງກ່າວ​ວ່າ, “ພຣະຢາເວ, ພຣະເຈົ້າຂອງ​​ອິ​ສ​ະ​ຣາເອນ, ​ໄດ້​ຊົງສັ່ງ​ແກ່​ເຈົ້າ​ວ່າ, ຈົ່ງໄປທີ່ພູ​ຕາໂບ, ແລະ ເກນ​ເອົາ​ພວກ​ຜູ້­ຊາຍ​ສິບ​ພັນ​ຄົນ​ຈາກເມືອງ​ເນັບ­ທາ­ລີ ແລະ​ ເຊ­ບູໂ­ລນ ໄປກັບພວກເຈົ້າ. 7 ສ່ວນ​ເຮົາ​ຈະ​ເຮັດ­ໃຫ້​ສີ­ເສ­ຣາ, ຜູ້ບັນຊາການແມ່­ທັບ​ຂອງ​ຢາ­ບິນ​ ມາພົບເຈົ້າຢູ່​ແມ່ນໍ້າ​ກີ­ໂຊນ, ພ້ອມດ້ວຍລົດຮົບ ແລະ ກອງທັບຂອງທ່ານ, ແລະ ເຮົາ​ຈະ­ໃຫ້​ໄຊ​ຊະ­ນະແກ່ເຈົ້າ.” 8 ບາ­ຣາກ ​ໄດ້​ເວົ້າ​ຕໍ່​ນາງ​ວ່າ, “ຖ້າເຈົ້າໄປ​ກັບ​ຂ້ອຍ, ຂ້ອຍຈະໄປ, ແຕ່­ວ່າ​ເຈົ້າ​ຈະ​ບໍ່­ໄປກັບຂ້ອຍ, ຂ້ອຍຈະບໍ່ໄປ” 9 ນາງ​ກ່າວວ່າ, “ ​ຂ້ອຍຈະໄປກັບເຈົ້າຢ່າງແນ່ນອນ. ເຖິງຢ່າງໃດກໍຕາມ, ເສັ້ນທາງທີ່ເຈົ້າຈະໄປຈະບໍ່ນຳໄປສູ່ກຽດສັກສີຂອງເຈົ້າ, ເພາະ­ວ່າ​ພຣະຢາເວ ຈະ​ຊົງຂາຍ​ສີ­ເສ­ຣາ​ໄວ້​ໃນ​ກຳ­ມື​ຂອງ​ແມ່­ຍິງ​ຄົນ​ຫນຶ່ງ” ແລ້ວ​ນາງ​ເດ­ໂບ­ຣາ​ກໍ​ລຸກໄປ​​ກັບ​ບາຣາກເຖິງເມືອງ​ເກ­ເດັດ. 10 ບາ­ຣາກ​ໄດ້​ເອີ້ນພວກຄົນຈາກ​​ເຊ­ບູ­ໂລນ ແລະ ​ເນັບ­ທາ­ລີ ​ໃຫ້​ເຕົ້າໂຮມກັນທີ່​ເມືອງ​ກ­າເດັດ. ສິບພັນຄົນຕິດຕາມລາວ, ແລະ ​ນາງ​ເດ­ໂບ­ຣາ​ກໍ​ໄປກັບລາວ. 11 ໃນ​ຂະ­ນະ​ນັ້ນ ເຮ­ເບ​ (ຄົນເກ­ນິດ) ໄດ້ແຍກຕົວອອກຈາກຄົນເກນິດ ເພາະ​ເພິ່ນ​ໄດ້​ແຍກ​ຫນີ​ຈາກ​ພວກ​ເກ­ນິດ​ທີ່​ເປັນ​ເຊື້ອ­ສາຍ​ໂຮ­ບັບ ຜູ້​ເປັນ(​ພໍ່­ເຖົ້າ​ຂອງ​ໂມເຊ) ແລະ ເຂົາໄດ້ຕັ້ງຕູບຜ້າເຕັນຂອງລາວໃກ້ຕົ້ນໂອ໊ກໃນຊາອານັນນິມ ໃກ້ເມືອງເກເດັດ. 12 ເມື່ອພວກເຂົາບອກ​ສີ­ເສ­ຣາ​ວ່າ, “ບາ­ຣັກ​ລູກ­ຊາຍ​ຂອງ​ອາ­ບີ­ໂນ­ອາມ​ໄດ້​ຂຶ້ນໄປ​ເຖິງ​ພູ​ຕາ­ໂບ​ແລ້ວ.” 13 ສ່ວນ​ສີ­ເສ­ຣາ​ກໍເອີ້ນ​ເອົາ​ລົດ­ຮົບທັງຫມົດ, ຊື່ງເປັນລົດຮົບເຫລັກ​ເກົ້າ​ຮ້ອຍ​ຄັນ, ແລະ ທະຫານ​ທັງ​ຫມົດທີ່ຢູ່ໃກ້ກັບລາວ, ຍົກ­ທັບ​ອອກ­ຈາກ​ເມືອງ​ຮາ­ໂຣ­ເຊັດແຫ່ງ ຮາ­ໂກຢືມຂອງຄົນຕ່າງຊາດ ໄປເຖິງແມ່ນໍ້າ​ກີໂຊນ. 14 ນາງ​ເດ­ໂບ­ຣາ​ໄດ້ກ່າວຕໍ່​ບາ­ຣັກ​ວ່າ, “ຈົ່ງ​ອອກ​ໄປ! ເພາະ ມື້­ນີ້​ເປັນ​ມື້​ທີ່​ພຣະຢາເວ ​ຊົງ​ມອບໄຊຊະ­ນະແກ່ເຈົ້າເຫນືອ ສີ­ເສ­ຣາ. ພຣະຢາເວບໍ່ໄດ້​ຊົງ­ນຳ​ຫນ້າ​ເຈົ້າບໍ່?”. ດັ່ງ­ນັ້ນ ບາ­ຣາກໄດ້ລົງຈາກພູເຂົາຕາໂບ ພ້ອມດ້ວຍ​ທະ­ຫານ​ສິບ​ພັນ​ຄົນຕິດຕາມລາວໄປ. 15 ພຣະ­­ຢາເວ ໄດ້​ຊົງ​ເຮັດໃຫ້ກອງທະຫານຂອງ​ສີ­ເສ­ຣາ ສັບສົນ, ພ້ອມທັງ​ລົດຮົບທັງຫມົດຂອງເຂົາ ແລະ​ ກອງທະຫານທັງລົດ­ຮົບຂອງເຂົາກໍມີ​ວຸ້ນ­ວາຍ​ເຊັ່ນກັນ. ຄົນຂອງບາຣັກ ໄດ້ໂຈມຕີພວກເຂົາ ແລະ ສີ­ເສ­ຣາ​ຈຶ່ງລົງອອກ­ຈາກ​ລົດ­ຮົບ ແລະ​ແລ່ນ​ຫນີ​ໄປ. 16 ແຕ່​ບາ­ຣາກ​ໄດ້​ໄລ່​ຕິດ­ຕາມ​ລົດ­ຮົບ ແລະ​ກອງ­ທະ­ຫານ​ໄປ ຈົນ​ຮອດ​ເມືອງ​ຮາ­ໂຣ­ເຊັດແຫ່ງຮາ­ໂກ­ຢິມຂອງຄົນຕ່າງຊາດ, ແລະ ກອງທະ­ຫານ​​ຂອງ​ສີ­ເສ­ຣາ​ທັງ​ຫມົດໄດ້​ຖືກ​ຂ້າ​ຕາຍ​ດ້ວຍຄົມດາບ, ແລະ ບໍ່​ເຫລືອ​ຈັກ​ຄົນ. 17 ສ່ວນ​ສີ­ເສ­ຣາ ໄດ້​ແລ່ນຫນີ​ໄປ​ທີ່​ຕູບຜ້າ​ເຕັນ​ຂອງ​ນາງ​ຢາ­ເອນ ເມຍ​ຂອງ​ເຮ­ເບ​ຊາວ​ເກ­ນິດ, ເພາະວ່າມີຄວາມສະຫງົບສຸກລະຫວ່າງ ທ່ານ​ຜູ້​ນີ້​ພ້ອມ​ທັງ​ຄອບ­ຄົວ​ເຄີຍ​ຜູກ​ສຳ­ພັນ​ກັບ​ຢາ­ບິນ​ກະສັດ​ແຫ່ງ​ຮາ­ໂຊ​, ແລະ ວົງວານຂອງເຮເບຄົນເຄນີ. 18 ນາງ​ຢາ­ເອນ​ໄດ້​ອອກໄປ​ພົບ​ສີ­ເສ­ຣາ ແລະ ​ເວົ້າ​ກັບລາວວ່າ, “ເຊີນ​ຫັນມາທາງນີ້, ເຈົ້ານາຍຂອງຂ້ອຍ; ຫັນມາທາງຂ້ອຍ ແລະ ​ບໍ່​ຕ້ອງ​ຢ້ານ​ຫຍັງ​ເລີຍ”. ດັ່ງນັ້ນ ລາວຈ່ຶ່ງຫັນໄປຫານາງ ແລະ ເຂົ້າໄປໃນຕູບຜ້າເຕັນຂອງນາງ, ແລະ ນາງ​ຈຶ່ງ​ປົກຄຸມຕົວ​ລາວດ້ວຍ​ຜ້າຫົ່ມ. 19 ລາວໄດ້​ເວົ້າ​ຕໍ່​ນາງ​ວ່າ, “ຂໍໃຫ້ຂ້ອຍ​ດື່ມ­ນ້ຳ​ແດ່ ເພາະ­ວ່າ​ຂ້ອຍ​ຫີວ​ນ້ຳ​ຫລາຍ” ນາງ​​ຈຶ່ງເປີດກະ​ຖົງ​ຫນັງທີ່ໃສ່ນ້ຳ​ນົມ​ ແລະໃຫ້ລາວ​ດື່ມ, ແລະ ຫລັງຈາກນັ້ນ ນາງກໍ່ປົກຄຸມລາວ​ອີກ. 20 ລາວເວົ້າກັບ​ນາງ​ອີ​ກວ່າ, “ ຂໍໃຫ້ຢືນ­ຢູ່ທາງເຂົ້າ​ຜ້າ​ເຕັນ​, ຖ້າ​ມີ­ຄົນ​ມາ​ຖາມເຈົ້າ­ວ່າ ມີ­ໃຜຢູ່ທີ່ນີ້​ບໍ? ໃຫ້​ບອກ​ເຂົາ​ວ່າ ບໍ່­ມີ​.” 21 ຫລັງຈາກນັ້ນ, ນາງຢາເອນ (ເມຍຂອງເຮເບ) ໄດ້ເອົາຂໍເຫລັກຂອງຜ້າເຕັນ ແລະຄ້ອນຕີອັນຫນຶ່ງຢູ່ໃນມືຂອງລາວ ແລະ ໄດ້ແອບເຂົ້າໄປຫາລາວຢ່າງລັບໆ, ເພາະລາວ​ນອນ​ຫລັບ​ສະ­ຫນິດ, ແລະ ນາງ​ກໍ​ເອົາ​ຄ້ອນ​ຕີຕອກຂໍເຫລັກ​ຕູບຜ້າ​ເຕັນໃສ່​ຂະ­ຫມັບ​ຂອງ​ລາວ​ຈົນ​ຊອດ​ຮອດ​ຂີ້ດິນ, ແລະລາວໄດ້ເສຍຊີວິດ. 22 ໃນຂະນະທີ່ ​ບາ­ຣັກ​ມາ​ຊອກ­ຫາ​ສີ­ເສ­ຣາ, ນາງ​ຢາ­ເອນ​ກໍ​ອອກ​ໄປ​ພົບ​ລາວ ແລະ​ເວົ້າກັບລາວ​ວ່າ “ເຊີນ​ມາ​ທາງ​ນີ້ ຂ້ານ້ອຍ​ຈະ­ຊີ້ໃຫ້​ທ່ານເຫັນ​ຜູ້​ທີ່​ທ່ານ​ກຳ­ລັງ​ຊອກ­ຫາ” ດັ່ງ­ນັ້ນ ລາວ​ຈຶ່ງ​ເຂົ້າ­ໄປ​ກັບ​ນາງ ແລະ​ພົບ​ສີ­ເສ­ຣາ​ນອນ​ຕາຍ​ຢູ່ທີ່ນັ້ນ, ໂດຍ​ມີຂໍ​ຫລັກ​​ສຽບ​ຂະຫມັບ​ຂອງລາວ. 23 ດັ່ງນັ້ນ ໃນ​ມື້​ນັ້ນ ພຣະ­ເຈົ້າ​ຊົງ​ເຮັດ­ໃຫ້​ເຈົ້າ​ຊີ­ວິດ​ຢາ­ບິນພ່າຍແພ້, ຕໍ່ຫນ້າຄົນ​ການາ­ອານ​. 24 ກຳລັງຂອງຄົນ​ອິ​ສ​ະ​ຣາເອນໄດ້ເຂັ້ມແຂງຂຶ້ນ ແລະ ເຂັ້ມແຂງຂຶ້ນ​ຕໍ່­ສູ້ກັບ​ຢາ­ບິນ ເຈົ້າຊີວິດແຫ່ງ­ການາ­ອານ ຈົນ​ພວກ­ເຂົາ​ໄດ້​ທຳ­ລາຍ​ພຣະ​ອົງ​ເສຍສິ້ນ.