ບົດທີ 3

1 ຕໍ່­ໄປ​ນີ້​​​ພຣະ­­ຢາເວ ຊົງປ່ອຍໃຫ້ຊົນຊາດເຫລົ່ານີ້ ເພື່ອ​ໃຊ້​ທົດ­ລອງ​ຄົນ​ອິ​ສ​ະ​ຣາເອນ, ຄື​ທຸກຄົນໃນອິ​ສ​ະ​ຣາເອນ​ຊຶ່ງ​ຍັງ​ບໍ່​ເຄີຍ​ປະ­ສົບ​ສົງ­ຄາມ​ໃດໆເກີດຂຶ້ນ​ໃນ​ກາ­ນາອານ. 2 (ພຣະ­ອົງ​ ​ໄດ້ຊົງ​ສອນເລື່ອງ​ສົງ­ຄາມກັບ​ໃຫ້​ເຊື້ອ­ສາຍ​ຄົນ​ອິ​ສ​ະ​ຣາເອນຮຸ້ນໃຫມ່ ​ຜູ້​ທີ່​ຍັງ​ບໍ່​ຮູ້​ມາ​ກ່ອນ.) 3 ຄົນເຫລົ່ານີ້ ຄືບັນຫາຊົນຊາດ: ຄືກະສັດ​ທັງ​ຫ້າ​ຂອງ​ພວກ​ຟີ­ລິດ­ສະ­ຕິນ, ຄົນ​ກາ­ນາ­ອານ​ທັງ​ຫມົດ, ຊາວຊີ­ໂດນ ແລະ ​ຊາວ​ຮີ­ວີ​ ຜູ້​ອາ­ໃສ​ຢູ່​ເທິງ​ພູ­ເຂົາ​ເລ­ບາ­ນອນ, ຕັ້ງ­ແຕ່​ພູ­ເຂົາ​ບາ­ອານ ເຮີ­ໂມນ ເຖິງ​ທາງ​ເຂົ້າ​ເມືອງ​ຮາ­ມັດ. 4 ບັນດາຊົນຊາດເຫລົ່ານີ້ ທີ່ເຫລືອ​​ຢູ່ ເປັນວິທີຂອງ​ພຣະຢາເວ ​ຊົງທົດ­ລອງ​ຄົນ​ອິ​ສ​ະ​ຣາເອນ, ເພື່ອຢືນຢັນວ່າພວກເຂົາ ຈະ​ເຊື່ອຟັງ​ພຣະ­ບັນ­ຍັດ​, ຊຶ່ງ​ພຣະ­ອົງ​ສັ່ງ​ໄວ້​ກັບ​ບັນ­ພະ­ບູ­ຣຸດ​ຂອງ​ພວກ­ເຂົາ​ໂດຍ​ຜ່ານທາງໂມ­ເຊ​ນັ້ນ​ຫລື​ບໍ່. 5 ດັ່ງ­ນັ້ນ​ ຄົນ​ອິ​ສ​ະ​ຣາເອນ​ຈຶ່ງ​ອາ­ໃສ​ຢູ່­ໃນ​ບັນດາ​ຄົນ​ກາ­ນາ­ອານ, ຄົນ​ຮິດ­ຕີ, ຄົນ​ອາ­ໂມ­, ຄົນ​ເປ­ຣີ­ຊີ, ຄົນ​ຮີ­ວີ, ແລະ​ ຄົນ​ເຢ­ບຸດ. 6 ພວກ­ເຂົາໄດ້ສູ່­ຂໍ​ລູກ­ສາວ​ຂອງ​ຄົນ​ເຫລົ່າ­ນັ້ນ​ມາ​ເປັນ​ເມຍ​ຂອງພວກເຂົາ ແລະ ພວກເຂົາໄດ້​ຍົກ​ລູກ­ສາວ​ຂອງ­ຕົນ​ໃຫ້​ແກ່​ລູກ­ຊາຍ​ຂອງ​ພວກເຂົາ, ແລະ​ ພວກເຂົາກໍ່ຮັບໃຊ້ພຣະເຈົ້າຂອງ​ພວກ­ເຂົາ​ເຫລົ່ານັ້ນ. 7 ຄົນ​​ອິ​ສ​ະ​ຣາເອນ​ໄດ້​ເຮັດສິ່ງ​ຊົ່ວຮ້າຍ​ໃນ​ສາຍ​ຕາ​ຂອງ​ພຣະ­­ຢາເວ ແລະ ໄດ້ຫລົງ​ລືມ​ພຣະ­​ຢາເວ ເປັນພຣະ­ເຈົ້າ​ຂອງ­ຕົນ. ພວກເຂົາໄດ້ນະມັດສະການບັນດາ​ພຣະ­ບາ­ອານ​ ແລະ​ເຈົ້າແມ່ອາເຊຣາ. 8 ­ສະ­ນັ້ນ, ພຣະ­ພິ­ໂລດ​ຂອງ​ພຣະ­ຢາເວກໍ​ພຸ່ງ­ຂຶ້ນ​ຕໍ່​​ອິ​ສ​ະ​ຣາເອນ ແລະ​ ພຣະ­ອົງຊົງ​ຂາຍ​ພວກ­ເຂົາ​ໄວ້​ໃນ​ມື​ຂອງກະສັດກູ­ຊານຣີ­ຊາ­ທາ­ອີມ ກະ­ສັດ​ເມືອງ​ເມ­ໂຊ­ໂປ­ຕາ­ເມຍ ແລະ ​ຄົນ​ອິ​ສ​ະ​ຣາເອນໄດ້​ຮັບ­ໃຊ້​ກູ­ຊານຣີ­ຊາ­ທາ­ອິມ ເປັນເວລາ​ແປດ​ປີ. 9 ​ເມື່ອ​ຄົນ​ອິ​ສ​ະ​ຣາເອນ​ຮ້ອງ​ທູນຕໍ່​ພຣະ­­ຢາເວ​, ພຣະ­­ຢາເວ ໄດ້ມອບຜູ້ໃດຜູ້ຫນຶ່ງ ທີ່ຈະມາຊ່ວຍ​ຄົນ​​ອິ​ສ​ະ​ຣາເອນ, ແລະ ​ຊ່ວຍ​ພວກ­ເຂົາ​ທັງ­ຫລາຍ​ໃຫ້​ລອດ­ພົ້ນ: ໂອດ­ນີ­ເອນ​ລູກ­ຊາຍ​ຂອງ​ເກ­ນາດ (ນ້ອງ­ຊາຍ​ຂອງ​ກາ­ເລັບ). 10 ພຣະ­ວິນ­ຍານ​ຂອງ​ພຣະ­ຢາເວໄດ້ຊົງເສີມກຳລັງລາວ, ແລະ​ລາວຕັດສິນ​ຄົນ​ອິ​ສ​ະ​ຣາເອນ ແລະ ລາວກໍ່​ອອກ​ໄປສູ້ຮົບ ແລະ ​ພຣະ­­ຢາເວ ​ໄດ້​ມອບລາວມີໄຊຊະນະ ເຫນືອກະສັດ​ກູ­ຊານຣິຊາ­ທາ­ອິມ ກະ­ສັດ​ເມືອງອາຣາມ. ມືຂອງໂອດນິເອນ ເອົາຊະນະ ​ກູ­ຊານຣິ­ຊາ­ທາ­ອິມ. 11 ແຜ່ນ­ດິນນັ້ນ ​ຈຶ່ງ​ໄດ້​ຄວາມສະ­ຫງົບສຸກ​ມາສີ່­ສິບ­ປີ. ​ແລ້ວໂອດ­ນີ­ເອນ​ລູກ­ຊາຍ​ເກ­ນາດ​ກໍ​ໄດ້ເສຍ​ຊີວິດ. 12 ຫລັງຈາກນັ້ນ ​ຄົນ​ອິ​ສ​ະ​ຣາເອນ​ໄດ້​ເຮັດສິ່ງ​ຊົ່ວ​ຮ້າຍອີກຕໍ່ໄປໃນ​ສາຍ​ຕາຂອງ​ພຣະ­­ຢາເວ, ແລະ ພຣະ­­ຢາເວ ​ຈຶ່ງ​ຊົງ​ເສີມ​ກຳ­ລັງແກ່ກະສັດ​ເອກ­ໂລນ​ຂອງ​ເມືອງ​ໂມ­ອາບ ໃຫ້ມີອຳນາດເຫນືອຄົນ​ອິ​ສ​ະ​ຣາເອນ. 13 ເອັກ­ໂລນ ໄດ້ສົມທົບກັບ​ຄົນ​ອຳ­ໂມນ ແລະ ​ຄົນ​ອາ­ມາ­ເຫລັກ​ ຍົກ­ທັບ​ໄປ​ໂຈມ­ຕີ ແລະ ເອົາຊະນະ ​ອິ​ສ​ະ​ຣາເອນ, ແລະ ພວກເຂົາ​ໄດ້​ຍຶດ​ເມືອງ​ເຢ­ຣິ­ໂກ​. 14 ​ຄົນ​​ອິ​ສ​ະ​ຣາເອນຈຶ່ງ​ຮັບ­ໃຊ້​ເອກ­ໂລນ​ກະ­ສັດ​ແຫ່ງ​ໂມ­ອາບເປັນເວລາ​ສິບ​ແປດ​ປີ. 15 ​ເມື່ອ​ຄົນ​ອິ​ສ​ະ​ຣາເອນ​ຮ້ອງ​ທູນຕໍ່​ພຣະ­­ຢາເວ, ພຣະ­­ຢາເວ ໄດ້ຊົງມອບຜູ້ໃດຜູ້ຫນຶ່ງ ຈະມາຊ່ວຍພວກເຂົາ, ເອ­ຮຸດ ລູກ­ຊາຍ​ເກ­ຣາ, ຄົນ​ເບັນ­ຢາ­ມິນ, ຄົນ​ແຮງ​ມື​ຊ້າຍ. ​ຄົນ​ອິ​ສ​ະ​ຣາເອນໃຫ້​ເພິ່ນ, ​ເປັນ​ຜູ້­ນຳ​ເອົາ​ສ່ວຍ​ໄປ​ມອບ​ແກ່ກະສັດ​ເອກ­ໂລນ​ຂອງເມືອງ​ໂມ­ອາບ 16 ເອ­ຮຸດ​ໄດ້​ເຮັດ​ດາບ​ຂອງຕົວເອງ ທີ່ມີຂອບຄົມສອງ​ດ້ານ​ຍາວ​​ຫນຶ່ງສອກ; ລາວໄດ້ເຫນັບ​ໄວ້​ໃສ່­ໃນເສື້ອ​ຜ້າ​ຢູ່ກົກ​ຂາ​ເບື້ອງ​ຂວາຂອງລາວ. 17 ລາວ­ກໍນຳ​ສ່ວຍໄປ​ມອບ​ແກ່ກະສັດ​ເອກ­ໂລນແຫ່ງເມືອງ​ໂມ­ອາບ (ຕອນນີ້ເອກ­ໂລນ​ເປັນ​ຄົນ​ຕຸ້ຍ​ຫລາຍ). 18 ຫລັງຈາກ​ ເອ­ຮຸດ​ໄດ້ມອບ​ສ່ວຍແລ້ວ, ເພິ່ນ​ ກໍອອກໄປກັບ​ຄົນ­ທີ່​ຫາບ​ຫາມ​ສ່ວຍ​ນັ້ນ. 19 ເຖິງຢ່າງໃດກໍຕາມ ສຳລັບເອຮຸດ, ເມື່ອລາວ​​ໄປເຖິງສະຖານທີ່​ມີ​ຮູບ​ເຄົາ­ລົບ​ສະ­ຫລັກ​ທີ່­ຢູ່​ໃກ້​ກິນ­ການ, ລາວກໍຫັນກັບໄປ, ແລະ ລາວ​ທູນ​ວ່າ “ຂ້າແຕ່ກະສັດຂອງຂ້ານ້ອຍ, ຂ້ານ້ອຍມີ​​ຂໍ້ຄວາມ​ລັບ ​ທີ່​ຈະ​ກາບ​ທູນ​ໃຫ້​ຮູ້” ເອກ­ໂລນ​ຈຶ່ງ​ມີ​ບັນ­ຊາ​ວ່າ “ງຽບໆ!” ດັ່ງນັ້ນ ທຸກຄົນ​ທີ່​ເຝົ້າ​ຢູ່​ກໍ​ທູນ​ລາ​ອອກ​ໄປ​ຈາກຫ້ອງ. 20 ​ເອ­ຮຸດ​ກໍ​ເຂົ້າ­ໄປ​ເຝົ້າ​ເພິ່ນ. ຂະ­ນະ​ນັ້ນກະສັດ​ປະ­ທັບ​ຢູ່​​ອົງ​ດຽວ​ໃນ​ຫ້ອງ​ເຢັນ​ຂອງຊັ້ນ​ເທິງ. ​ເອ­ຮຸດ​ທູນ​ວ່າ “ຂ້າ­ນ້ອຍ​ມີ​ພຣະ­ຄຳ​ສັ່ງ​ຈາກ​ພຣະ­ເຈົ້າ​ຖວາຍ​ພຣະ​ອົງ” ກະສັດ​ຈຶ່ງ​ລຸກ­ຂຶ້ນ​ຈາກ​ພຣະ​ທີ່​ນັ່ງ. 21 ເອ­ຮຸດ​ກໍເອື້ອມ​ມື​ຊ້າຍ​ຂອງລາວ ແລະ ຖອດ​ດາບ​ອອກ­ຈາກ​ຂາ​ຂວາຂອງລາວ, ແລະ ລາວກໍ​ແທງ​ເຂົ້າ­ໄປ​ໃນຮ່າງກາຍ​ຂອງກະສັດເອກ­ໂລນ. 22 ດ້າມດາບກໍ​ຈົມ​ເຂົ້າ­ໄປ​ຫມົດ​ທັງ​ດາບໃນຕົວພຣະອົງ. ດ້ວຍປາຍດ້າມກໍອອກມາທາງຫລັງຂອງເພິ່ນ , ແລະ ໄຂ­ມັນ​ຫຸ້ມ​ດາບ​ໄວ້, ສຳລັບເອຮຸດບໍ່ໄດ້​ຖອດ​ດາບ​ອອກ­ຈາກ​ທ້ອງ​ຂອງເພິ່ນ. 23 ຈາກນັ້ນ ​ເອ­ຮຸດ​ອອກ​ໄປທີ່ລະບຽງ ແລະ ​ໄດ້​ປິດ​ປະ­ຕູ​ຫ້ອງ​ຊັ້ນ​ເທິງທີ່ຢູ່ຫລັງເຂົາ ແລະ ໃ່ສ່ກະແຈປະຕູໄວ້. 24 ຫລັງຈາກ ​ເອ­ຮຸດ​ໄປ​ແລ້ວ​, ພວກ​ຂ້າ​ຮັບໃຊ້​ຂອງ​ກະ­ສັດ​ກໍ​ເຂົ້າ​ມາ; ​ພວກ­ເຂົາ​ເຫັນ​ວ່າ​ປະ­ຕູ​ຫ້ອງ​ຊັ້ນ​ເທິງ​ປິດ​ໃສ່​ກຸນ­ແຈ​ຢູ່, ດັ່ງນັ້ນ ພວກ­ເຂົາຈຶ່ງ​ຄິດ­ວ່າ “ພຣະ​ອົງ​ກຳ­ລັງຜ່ອນຄາຍຕົວເອງໃນຄວາມເຢັນຂອງຫ້ອງຊັ້ນເທິງຢ່າງແນ່ນອນ”. 25 ພວກເຂົາກັງວົນຫລາຍຂື້ນເລື້ອຍໆ ຈົນກະທັ້ງພວກເຂົາຮູ້ສຶກວ່າ ພວກເຂົາລະເລີຍຫນ້າທີ່ຂອງພວກເຂົາ ເມື່ອກະສັດຍັງບໍ່ໄດ້​ເປີດ​ປະ­ຕູ​ຫ້ອງ​ຊັ້ນ​ເທິງ. ດັ່ງນັ້ນ ພວກ­ເຂົາ​ຈຶ່ງ​ເອົາ​ກະ­ແຈ​ ແລະ ​ໄຂ​ເປີດປະຕູ​ອອກ, ແລະ ເຫັນ​ເຈົ້າ​ນາຍ​ຂອງ­ຕົນ​ລົ້ມລົງພື້ນ, ເສຍ​ຊີ­ວິດ​. 26 ໃນຂະນະ ທີ່ຜູ້ຮັບໃຊ້​ຄອຍ​ຖ້າ​ກັນ​ຢູ່ນັ້ນ, ສົງໃສວ່າ ພວກເຂົາຄວນເຮັດຫຍັງ, ເອ­ຮຸດ ​ກໍ​ຫນີໄປ​ພົ້ນ ແລະ ​ຂ້ວາມໄປບ່ອນມີ​ຮູບແກະສະຫລັັກຮູບປັ້ນ, ແລະ ດັ່ງນັ້ນລາວຈຶ່ງຫນີ​ມາ​ເຖິງເມືອງ​ເສອີຣາ. 27 ເມື່ອ​ລາວ​ມາ​ເຖິງ​ແລ້ວ ຈຶ່ງ​ເປົ່າ​ສຽງແກດັງ​ຂຶ້ນ​ໃນ​ເຂດ​ເນີນພູ­ເຂົາແຫ່ງເອຟຣາຢິມ .ຈາກນັ້ນ​ຄົນ​​ອິ​ສ​ະ​ຣາເອນ​ກໍລົງມາຈາກພູເຂົາດ້ວຍກັນກັບລາວ, ແລະ ລາວກໍໄດ້ນຳຄົນເຫລົ່ານັ້ນໄປ. 28 ລາວໄດ້ກ່າວ​ກັບ​ພວກ­ເຂົາ​ວ່າ, “ຈົ່ງ​ຕາມ​ເຮົາ​ໄປເຖີດ, ເພາະ­ວ່າ​ພຣະ­­ຢາເວກຳລັງຈະເອົາຊະນະ​ສັດ­ຕຣ​ຂອງ​ພວກ​ເຈົ້າ, ​ຄື​ຊົນ­ຊາດ​ໂມ­ອາບ​”. ພວກ­ເຂົາ​ໄດ້​ຕິດ­ຕາມ​ລາວ​ໄປ ແລະ​ ຢຶດ​ຝ່ັ່ງຂອງແມ່­ນ້ຳ​ຈໍແດນ​ຂ້ວາມຜ່ານຈາກ​ໂມ­ອາບ​, ແລະ ພວກເຂົາ​ບໍ່­ຍອມ​ໃຫ້​ໃຜເລີຍ​ຂ້ວາມນໍ້າ​ໄປ​ໄດ້. 29 ໃນ​ເວລາ​ນັ້ນ ພວກ­ເຂົາ​ປະ­ຫານ​ຄົນ​ໂມ­ອາບ​ປະ­ມານ​ຫນຶ່ງ​ຫມື່ນ​ຄົນ, ແລະ ທຸກຄົນລ້ວນ​ແຕ່​ເປັນ​ຄົນເຂັ້ມແຂງ ແລະ ມີຄວາມສາມາດ. ບໍ່ມີໃຜ​ຫລົບຫນີ​ໄດ້​. 30 ສະນັ້ນ ໃນມື້ນັ້ນໂມ­ອາບ​ຈຶ່ງ​ພ່າຍ­ແພ້ໂດຍກຳລັງ​ຂອງ​​ອິ​ສ​ະ​ຣາເອນ​ ແລະ ​ແຜ່ນ­ດິນ​ນັ້ນ​ ­ໄດ້​​ສະ­ຫງົບສຸກເປັນເວລາ​ແປດ​ສິບ​ປີ. 31 ­ຫລັງຈາກ​ເອ­ຮຸດ ຜູ້ປົກຄອງຄົນຕໍ່ໄປແມ່ນຊຳ­ຄາລູກຊາຍຂອງ​ອາ­ນາດ​ ຜູ້​ທີ່ຂ້າ​ຄົນ​ຟີ­ລິດ­ສະ­ຕິນ​ຫົກ​ຮ້ອຍ​ຄົນ ດ້ວຍໄມ້ຄອ້ນເທົ້າທີ່ໃຊ້ລ້ຽງງົວ. ລາວ​ຍັງໄດ້ປົດປ່ອຍ​​ອິ​ສ​ະ​ຣາເອນ​ໃຫ້­ພົ້ນ​ຈາກອັນຕະລາຍ.