ບົດທີ 2

1 ທູດສະຫວັນຂອງ​ພຣະ­ຢາເວ ­ໄດ້​ສະ­ເດັດ​ມາ​ຈາກ​ເມືອງ​ກິນ­ການ​ເພື່ອ​ໄປ​ໂບ­ກີມ, ແລະ ​ເວົ້າ​ວ່າ, “ເຮົາ​ພາ​ພວກ​ເຈົ້າ​ອອກ​ມາ​ຈາກ​ປະ­ເທດ​ເອ­ຢິບ ແລະ​ ນຳ​ພວກເຈົ້າເຂົ້າ­ໄປ​ໃນ​ແຜ່ນ­ດິນ​ທີ່​ ເຮົາໄດ້​ສັນ­ຍາ​ໄວ້​ກັບ​ປູ່­ຍ່າ­ຕາ­ຍາຍ​ຂອງ​ພວກ​ເຈົ້າ. ເຮົາ​ໄດ້​ບອກ​​ວ່າ, 'ເຮົາ​ຈະ​ບໍ່​ລຶບ­ລ້າງ​­ສັນ­ຍາ​ທີ່​ມີ​​ກັບ​ພວກ​ເຈົ້າ​. 2 ພວກ​ເຈົ້າ​ບໍ່​ຕ້ອງ​ສັນ­ຍາ​ໃດໆ ກັບຄົນທີ່ອາໄສ­ຢູ່​ໃນ​ແຜ່ນ­ດິນ​ນີ້. ພວກ​ເຈົ້າ​ຕ້ອງ​ທຳ­ລາຍ​ແທ່ນ​ບູ­ຊາ​ທັງຫມົດຂອງ​ພວກ­ເຂົາ​ຖິ້ມ​'. ແຕ່​ພວກ​ເຈົ້າ​ບໍ່­ໄດ້​ເຮັດ​ຕາມ​ ທີ່​ເຮົາ​ໄດ້​ບອກ​ໄວ້. ພວກ​ເຈົ້າ​ກັບ​ໄປ​ເຮັດ​ຢ່າງ​ອື່ນ​ແທນ? 3 ສະ­ນັ້ນ ເຮົາ​ຂໍ​ບອກ​​ດຽວ­ນີ້​ວ່າ, ' ເຮົາ​ຈະ​ບໍ່​ຂັບ­ໄລ່ຄົນການາອານ​ອອກ​ໄປກ່ອນ​ພວກ​ເຈົ້າ​, ແຕ່ພວກ­ເຂົາ​ຈະກາຍ​ເປັນຫນາມຍອກຂອງ​ພວກ​ເຈົ້າ ແລະ​ ບັນດາພຣະ​ຕ່າງໆຂອງ​ພວກ­ເຂົາ​ ຈະເປັນຜູ້​ລໍ້­ລວງ​​ພວກ​ເຈົ້າ.'" 4 ເມື່ອ​ທູດສະຫວັນຂອງ​ພຣະ­­ຢາເວ​ເວົ້າຖ້ອຍ​ຄຳເຫລົ່ານີ້ຕໍ່ຄົນອິ​ສ​ະ​ຣາເອນ​ທຸກ​ຄົນແລ້ວ, ປະຊາຊົນ​ກໍ­ພາ­ກັນ​ຮ້ອງສຽງດັງ ແລະ ຮ້ອງໄຫ້. 5 ພວກເຂົາ​ເອີ້ນສະຖານທີ່­ວ່າ ໂບ­ກີມ. ແລ້ວພວກ­ເຂົາ​ກໍ​ນຳ​ເຄື່ອງ­ບູ­ຊາ​ຖວາຍ​ແດ່​ພຣະ­​ຢາເວທີ່ນັ້ນ. 6 ເມື່ອ​ໂຢ­ຊວຍ​ໄດ້​ສົ່ງຄົນກັບ​ຄືນ​ເມືອແລ້ວ, ຄົນອິ​ສ​ະ​ຣາເອນ​ແຕ່­ລະ­ຄົນ​ກໍ​ໄປ​ໃນ​ສະຖານທີ່ຖືກຮັບມອບກຳມະສິດ, ເພື່ອຢຶດຄອງເປັນເຈົ້າຂອງທີ່ດິນຂອງພວກເຂົາ. 7 ຄົນໄດ້​ຮັບ­ໃຊ້​ພຣະ­ຢາເວຕະ­ຫລອດ​ຊົ່ວ​ຊີວິດຂອງ​ໂຢ­ຊວຍ ແລະ ພວກຜູ້ອາວຸໂສທີ່ມີ​ອາ­ຍຸ​ຂອງຍືນກວ່າລາວ, ພວກ­ຜູ້­ນຳ​ເຫລົ່າ​ນີ້ ​ເປັນ​ຜູ້​ຮູ້­ຈັກ​ກິ­ຈະ­ການ​ທຸກ​ຢ່າງ​ ທີ່​ພຣະ­ຢາເວ ​ຊົງ​ເຮັດ​ຕໍ່​ພວກ​ອິ​ສ​ະ​ຣາເອນ. 8 ໂຢ­ຊວຍ​ລູກ​ຂອງ​ນູນ​ຜູ້​ຮັບ­ໃຊ້​ຂອງ​ພຣະຢາເວ, ໄດ້​ເສຍ​ຊີ­ວິດ​ ເມື່ອ​ອາ­ຍຸ​ໄດ້​ຮ້ອຍ​ສິບ​ປີ. 9 ພວກເຂົາເອົາສົບ​ຂອງ​ເພິ່ນ​ຝັງ​ໄວ້​ໃນ​ດິນ​ຂອງ​ເພິ່ນ​ເອງ ຢູ່​ເທິງ​ພູ​ເອຟຣາອິມ​ ທີ່​ເມືອງ​ຕິມ­ນາດເສຣາ​, ຢູ່​ທາງ​ທິດ­ເຫນືອ​ຂອງ​ພູ​ເຂົາກາອາດ. 10 ຕໍ່​ມາ ຄົນ​ໃນ​ສະໄຫມທຸກໆ​​ຄົນ ກໍ​ເສຍ​ຊີ­ວິດ​ ແລະ ຖືກຝັງ​ເຊັ່ນ​ດຽວ​ກັນ. ພວກ​ທີ່​ເກີດຮຸ້ນ​ໃຫມ່ຈະບໍ່ຮູ້ພຣະຢາເວ ຫລື ທຸກ​ສິ່ງ​ທີ່​ພຣະ­ອົງ​ໄດ້​ຊົງ​ເຮັດ​ຕໍ່​ຊາວອິ​ສ​ະ​ຣາເອນ. 11 ຄົນອິ​ສ​ະ​ຣາເອນ​ເຮັດສິ່ງຊົ່ວຮ້າຍ​ໃນສາຍຕາຂອງພຣະ­ຢາເວ​ ແລະ ພວກເຂົາ​ຮັບ­ໃຊ້​ພຣະບາອານ. 12 ພວກ­ເຂົາໄດ້ຕັດຂາດຈາກ​ພຣະ­ຢາເວ, ພຣະເຈົ້າ​ແຫ່ງ​ປູ່­ຍ່າ­ຕາ­ຍາຍ​ຂອງ​ພວກ­ເຂົາ, ຜູ້​ຊົງ­ນຳ​ພາ​ພວກ­ເຂົາອອກ­ຈາກ​ປະ­ເທດ​ເອ­ຢິບ. ພວກ­ເຂົາ​ພາ­ກັນ​ນະ­ມັດ­ສະ­ການ​ພຣະເຈົ້າ​ອື່ນ, ຊຶ່ງ​ເປັນ​ພຣະເຈົ້າ​ຂອງ​ຊົນ­ຊາດ ທີ່­ຢູ່​ອ້ອມ­ຮອບ​ພວກ­ເຂົາ​ນັ້ນ, ແລະ ພວກ­ເຂົາ​ໄດ້​ພາ­ກັນ​ຂາບ­ໄຫວ້​ພຣະ​ເຫລົ່າ​ນີ້. ພວກເຂົາເຮັດ­ໃຫ້​ພຣະ­­ຢາເວ ຊົງ​ພຣະພິໂລດ ເພາະວ່າ. 13 ພວກ­ເຂົາຕັດຂາດຈາກພຣະ­­ຢາເວ ​ແລະ ນະມັດສະການ​ພຣະ­ບາ­ອານ ແລະ ​ພຣະ​ອັດ­ສະຕາກ​. 14 ຄວາມຊົງ​ພຣະ­ພິ­ໂລດຂອງພຣະ­ຢາເວ ​​​ຕໍ່​ຄົນອິ​ສ​ະ​ຣາເອນ, ແລະ ພຣະ­ອົງ ​ຈຶ່ງ​ຊົງ​ເຮັດ­ໃຫ້​ພວກ​ໂຈນ​ເຂົ້າ​ມາ​ ປຸ້ນຊັບສິນຂອງ​ພວກ­ເຂົາ. ພຣະ­ອົງ​ຍັງ​ຊົງຂາຍພວກເຂົາເປັນທາດ ໃຫ້ຜູ້ທີ່ຖືກຄອບຄອງດ້ວຍກຳລັງຂອງ​ສັດ­ຕຣູ​ທີ່­ຢູ່​ອ້ອມ­ຮອບ​ນັ້ນ, ດ່ັງນັ້ນ ພວກເຂົາຈຶ່ງ​ບໍ່​ສາ­ມາດ​ປ້ອງ­ກັນ​ຕົວ​ເອງຈາກສັດຕຣູຂອງພວກເຂົາໄດ້ອີກຕໍ່ໄປ. 15 ເມື່ອໃດກໍຕາມ ຊາວອິສ​ະ​ຣາເອນ ໄດ້ອອກໄປສູ້ຮົບ, ພຣະຫັດຂອງພຣະຢາເວ ​ກໍ​ຊົງ​ຕໍ່­ສູ້ ເພື່ອປາບ​ພວກ­ເຂົາ ເຮັດໃຫ້ພວກເຂົາພ່າຍແພ້​, ດັ່ງທີ່​ພຣະ­ອົງ​ຊົງ​ສາບານຕໍ່ພວກເຂົາ ແລະ ພວກ­ເຂົາ​ໄດ້ຕົກ​ຢູ່­ໃນຄວາມ​ຂັດ​ສົນ​ຢ່າງ​ໃຫຍ່ຫລວງ. 16 ຫລັງຈາກ ພຣະຢາເວ ໄດ້​ຊົງຕັ້ງ​ຜູ້ປົກຄອງ, ​ຜູ້­​ຊ່ອຍ​ພວກເຂົາໃຫ້​ພົ້ນ​ຈາກ​ເງື້ອມ­ມື​ຂອງ​ພວກລັກຂະໂມຍຊັບສິນຂອງພວກເຂົາ. 17 ເຖິງຢ່າງໃດກໍຕາມ ພວກ­ເຂົາ​ບໍ່­ຍອມ​ປະຕິບັດ​ຕາມ​ຄຳ​ສັ່ງ​ຂອງ​ພວກ­ຜູ້­ປົກ­ຄອງ​ເຫລົ່າ­ນັ້ນ. ພວກເຂົາບໍ່​ສັດ­ຊື່​ຕໍ່​ພຣະ­­ຢາເວ ແລະ ເຮັດຕົວເອງໃຫ້ເປັນໂສເພນີໃຫ້ພຣະອຶ່ນ ແລະ​ ນະ­ມັດ­ສະ­ການພຣະເຫລົ່ານັ້ນ. ບໍ່ດົນພວກເຂົາໄດ້ຫັນໄປຈາກທາງທີ່ບັນພະບຸຣຸດຂອງພວກເຂົາໄດ້ດຳລົງຊີວິດ-ຜູ້ທີ່ໄດ້ເຊື່ອຟັງຂໍ້ຄຳສັ່ງຂອງພຣະຢາເວ-ແຕ່ພວກເຂົາເອງບໍ່ໄດ້ປະຕິບັດຕາມ. 18 ເມື່ອ​ພຣະ­­ຢາເວ​ຊົງ​ໂຜດ​ໃຫ້​ມີຜູ້­ປະກາດພຣະຄັມໃຫ້ພວກເຂົາ, ພຣະ­ອົງ​ ກໍ​ຊົງ​ຊ່ອຍ​ເຫລືອ​ຜູ້­ປົກຄອງ ແລະ ​ຊົງ​ຊ່ວຍ​ໃຫ້​ພົ້ນ​ຈາກ​ເງື້ອມ­ມື​ຂອງ​ສັດ­ຕຣູ​ຂອງພວກເຂົາຕະ­ຫລອດ​ຊົ່ວ​ຊີ­ວິດ​ຂອງ​ຜູ້­ປະກາດພຣະຄັມ​. ພຣະ­ຢາເວ ​ຊົງ​ມີ​ຄວາມ​ເມດ­ຕາ​ຕໍ່​ພວກ­ເຂົາ ໃນຂະນະ​ພວກ­ເຂົາ​ໄດ້​ຮ້ອງ​ຄວນ​ຄາງ​ ເພາະວ່າ ຄົນເຫລົ່ານັ້ນທີ່ໄດ້​ຂົ່ມເຫັງພວກເຂົາ. 19 ແຕ່​ເມື່ອ​ຜູ້­ປະກາດພຣະຄັມ​ເສຍ​ຊີ­ວິດ​ໄປ​ແລ້ວ, ພວກ​ເຂົາ ຈະຫັນຫນີໄປ ແລະ​ ເຮັດ­ການ​ຊົ່ວ­ຮ້າຍ​ຫລາຍ­ກວ່າບັນພະບຸຣຸດ​ຂອງ​ພວກ­ເຂົາ. ພວກ­ເຂົາ​ປະຕິເສດທີ່ຈະປະຖິ້ມການກະທຳທີ່ຊົ່ວຮ້າຍໃດໆຂອງພວກເຂົາ ຫລື ວິທີທີ່ດື້ດ້ານຂອງພວກເຂົາ. 20 ຄວາມຊົງ​ພຣະ­ພິ­ໂລດຂອງພຣະ­ຢາເວ ເຮັດໃຫ້ເກີດການຕໍ່ຕ້ານຊາວອິ​ສ​ະ​ຣາເອນ; ​ຊົງ​ກ່າວ​ວ່າ “ເພາະ​ຊົນ­ຊາດ​ເຫລົ່າ​ນີ້ ໄດ້​ລະເມີດ​ຄຳ​ສັນ­ຍາ​ຂອງ​ເຮົາທີ່ເຮົາໄດ້ກຳນົດ​ໄວ້​ກັບ​ບັນພະບຸຣຸດ​ຂອງ​ພວກ­ເຂົາ - ເພາະວ່າພວກ­ເຂົາ​ບໍ່­ໄດ້​ຟັງ​ຄຳ​ຂອງ​ເຮົາ- 21 ຕັ້ງແຕ່​ນີ້​­ໄປ ເຮົາ​ຈະ​ບໍ່​ຂັບ­ໄລ່​ຊົນ­ຊາດ​ໃດ​ທີ່ໂຢຊວຍ ​ຍັງ​ເຫລືອ​ໄວ້ຢູ່ ໃນເວລາທີ່ລາວ​ເສຍ​ຊີ­ວິດ. 22 ເຮົາ​ຈະ​ເຮັດສິ່ງນີ້ ເພື່ອ ເຮົາຈະທົດສອບພວກ​ອິ​ສ​ະ​ຣາເອນ, ວ່າພວກເຂົາ​ຈະ​ຖຶຮັກສາເສັ້ນ­ທາງ​ຂອງ​ພຣະຢາເວ ແລະ ດຳເນີນຕາມນັ້ນ, ຕາມ​ທີ່ບັນພະບຸຣຸດ​ຂອງ​ພວກ­ເຂົາ​ໄດ້ຮັກສາ​ຫລື​ບໍ່.” 23 ນີ້ແມ່ນເຫດຜົນທີ່ ພຣະ­­ຢາເວ ໄດ້​ຊົງ​ປ່ອຍ​ຊົນ­ຊາດເຫລົ່ານັ້ນໄວ້ ແລະ ​ບໍ່­ໄດ້ຂັບໄລ່ອອກໄປຢ່າງໄວວາ ແລະ ມອບພວກເຂົາໃຫ້​ຢູ່​ໃຕ້​ອຳ­ນາດ​ຂອງ​ໂຢ­ຊວຍ​.