ບົດທີ 5

1 ເພື່ອເສລີພາບນັ້ນແຫລະ ພຣະຄຣິດເຈົ້າຈຶ່ງໄດ້ປົດປ່ອຍພວກເຮົາໃຫ້ເປັນ ອິດສະຫລະ. ສະນັ້ນ, ຈົ່ງຕັ້ງຫມັ້ນຢູ່ ແລະ ຢ່າຍອມປ່ອຍຕົວເອງ ໃຫ້ຕົກເປັນຂ້ອຍຂ້າອີກ. 2 ຂ້າພະເຈົ້າ, ຄືໂປໂລ, ຂໍບອກພວກເຈົ້າວ່າ ຖ້າພວກເຈົ້າຍອມຮັບພິທີຕັດ, ກໍຫມາຍຄວາມວ່າ ພຣະຄຣິດເຈົ້າ ບໍ່ເປັນປະໂຫຍດຫຍັງ ສຳລັບພວກເຈົ້າເລີຍ. 3 ຂ້າພະເຈົ້າຂໍຢັ້ງຢືນໃຫ້ທຸກຄົນ ທີ່ຮັບເຂົ້າພິທີຕັດອີກວ່າ ຜູ້ນັ້ນກໍຖືກຜູກມັດ ໃຫ້ປະຕິບັດຕາມກົດບັນຍັດທັງຫມົດ. 4 ພວກເຈົ້າທີ່ພະຍາຍາມເປັນຜູ້ຊອບທັມ ໂດຍປະຕິບັດຕາມກົດບັນຍັດ, ຄົນນັ້ນກໍຕັດຕົນເອງ ອອກຈາກພຣະຄຣິດເຈົ້າ, ທ່ານໄດ້ຫລຸດຕົກ ຈາກພຣະຄຸນເສຍແລ້ວ. 5 ເພາະວ່າໂດຍພຣະວິນຍານ, ໂດຍຄວາມເຊື່ອ, ພວກເຮົາກໍກຳລັງລໍຄອຍ ເພື່ອໃຫ້ມີຄວາມຫມັ້ນໃຈໃນຄວາມຊອບທັມນັ້ນ. 6 ການຮັບພິທີຕັດຫລື ບໍ່ຮັບ ກໍບໍ່ມີຜົນຫຍັງ, ແຕ່ສິ່ງສຳຄັນແມ່ນຄວາມເຊື່ອ ທີ່ສະແດງອອກ ໂດຍທາງຄວາມຮັກເທົ່ານັ້ນ. 7 ພວກເຈົ້າ ກຳລັງແລ່ນແຂ່ງຂັນດີຢູ່ແລ້ວ ແມ່ນຜູ້ໃດຂັດຂວາງ ພວກເຈົ້າບໍ່ໃຫ້ເຊື່ອຟັງຄວາມຈິງ? 8 ການຊັກຊວນນັ້ນບໍ່ໄດ້ມາຈາກພຣະເຈົ້າ ອົງຜູ້ຊົງເອີ້ນເອົາພວກເຈົ້າ! 9 ເຊື້ອແປ້ງພຽງແຕ່ນ້ອຍດຽວ ກໍເຮັດໃຫ້ແປ້ງນວດທັງກ້ອນຟູຂຶ້ນ. 10 ຂ້າພະເຈົ້າໄວ້ໃຈໃນຕົວທ່ານ ໃນອົງພຣະຜູ້ເປັນເຈົ້າວ່າເຈົ້າທັງຫລາຍ ຈະບໍ່ມີຄວາມຄິດຢ່າງອື່ນ. ແຕ່ຝ່າຍຜູ້ທີ່ມາກໍ່ກວນ ຈະໄດ້ຮັບໂທດຂອງຕົນເອງ ແມ່ນແຕ່ພວກເຂົາຈະເປັນຜູ້ໃດກໍຕາມ. 11 ພີ່ນ້ອງ ທັງຫລາຍເອີຍ, ຖ້າຂ້າພະເຈົ້າຍັງເທດສະຫນາ ຊັກຊວນໃຫ້ຮັບພິທີຕັດ ດ້ວຍເຫດໃດ ຂ້າພະເຈົ້າຈຶ່ງຍັງຖືກຂົ່ມເຫັງຢູ່? ຖ້າເປັນດັ່ງນັ້ນ ອຸປະສັກເລື່ອງໄມ້ກາງແຂນຖືກທຳລາຍໄປແລ້ວ. 12 ຖ້າຂ້າພະເຈົ້າ ຢາກໃຫ້ບັນດາຄົນທີ່ນຳພວກທ່ານຫລົງທາງຕອນຕົວເອງເສັຍ. 13 ພີ່ນ້ອງທັງຫລາຍທີ່ຂ້າພະເຈົ້າເອີຍ ພວກເຈົ້າໃຫ້ມີເສລີພາບ, ແຕ່ຢ່າໃຊ້ເສລີພາບນັ້ນ ເປັນຊ່ອງທາງປ່ອຍຕົວ ໄປຕາມຕັນຫາຂອງຮ່າງກາຍ; ແຕ່ຈົ່ງຮັບໃຊ້ຊຶ່ງກັນ ແລະ ກັນດ້ວຍຄວາມຮັກເທີ້ນ. 14 ດ້ວຍວ່າ, ກົດບັນຍັດທັງຫມົດກໍລວມເຂົ້າໃນຂໍ້ດຽວນີ້ ຄື: “ຈົ່ງຮັກ ເພື່ອນບ້ານ ເຫມືອນຮັກຕົນເອງ.” 15 ແຕ່ຖ້າພວກເຈົ້າ ກັດ ແລະ ກິນເນື້ອກັນ ແລະກັນ, ຈົ່ງລະວັງໃຫ້ດີພວກເຈົ້າຈະທຳລາຍ ຊຶ່ງກັນແລະກັນ. 16 ແຕ່ຂ້າພະເຈົ້າຂໍບອກວ່າ, ຈົ່ງດຳເນີນຊີວິດຕາມພຣະວິນຍານ ແລະ ພວກເຈົ້າ ຈະບໍ່ໄດ້ເຮັດຕາມສັນດານ ຕັນຫາມະນຸດ. 17 ດ້ວຍວ່າ, ຄວາມຕ້ອງການຂອງ ເນື້ອຫນັງ ກໍຕໍ່ສູ້ ກັບ ພຣະວິນຍານຢ່າງຮຸນແຮງ ແລະ ຄວາມຕ້ອງການ ຂອງພຣະວິນຍານ ກໍຕໍ່ສູ້ ກັບ ສັນດານ ຕັນຫາ ມະນຸດຢ່າງຮຸນແຮງ, ເພາະທັງສອງຝ່າຍຕ່າງຕໍ່ຕ້ານກັນ. ດັ່ງນັ້ນ, ສິ່ງທີ່ ພວກເຈົ້າຢາກເຮັດຈຶ່ງເຮັດບໍ່ໄດ້. 18 ສະນັ້ນ, ຖ້າ ພຣະວິນຍານ ຊົງນຳພາ ພວກເຈົ້າ, ພວກເຈົ້າ ກໍບໍ່ຢູ່ໃຕ້ກົດບັນຍັດ. 19 ບັດນີ້ ກິຈະການແຫ່ງ ສັນດານມະນຸດ ກໍປາກົດແຈ້ງດັ່ງນີ້: ຄື ການຫລິ້ນຊູ້, ຄວາມບໍ່ສະອາດ, ຄວາມປະພຶດຊົ່ວຮ້າຍ, 20 ການຂາບໄຫວ້ຮູບເຄົາຣົບ, ການເຊື່ອ, ເວດມົນຄາຖາ, ການເປັນສັດຕູກັນ, ການວິວາດຜິດຖຽງກັນ, ການເຫິງສາກັນ, ການຄຽດແຄ້ນກັນ ແລະ ການມັກໃຫຍ່ໃຝ່ສູງຕໍ່ກັນ, ການແຕກແຍກກັນ, ການຖືພັກຖືພວກ, 21 ການອິດສາກັນ, ການເສບ ສຸຣາຢາເມົາ, ການກິນລ້ຽງແບບຊົ່ວຊ້າ ແລະ ການອື່ນໆ ອີກ ໃນທຳນອງດຽວກັນນີ້, ຂ້າພະເຈົ້າ ຂໍຕືອນ ພວກເຈົ້າເຫມືອນກັນ ທີ່ເຄີຍເຕືອນມາແລ້ວວ່າ, ຄົນທີ່ເຮັດສິ່ງເຫລົ່ານີ້ຈະບໍ່ມີໄດ້ຮັບ ແຜ່ນດິນຂອງພຣະເຈົ້າເປັນມໍລະດົກ. 22 ແຕ່ຜົນຂອງພຣະວິນຍານນັ້ນຄື: ຄວາມຮັກ, ຄວາມຊົມຊື່ນຍິນດີ, ສັນຕິສຸກ, ຄວາມອົດທົນດົນນານ, ຄວາມເມດຕາປານີ, ຄວາມດີ, ຄວາມສັດຊື່, 23 ຄວາມສຸພາບອ່ອນຫວານ, ການຮູ້ຈັກບັງຄັບຕົນ, ກົດຫມາຍທີ່ຫ້າມສິ່ງເຫລົ່ານີ້ກໍບໍ່ມີ. 24 ຜູ້ທີ່ຢູ່ຝ່າຍພຣະເຢຊູຄຣິດເຈົ້ານັ້ນ ກໍໄດ້ເອົາຂອງສັນດານມະນຸດ ແລະ ຄວາມປາຖະຫນາ ກັບ ກິເລດຕັນຫາ ຄຶງໄວ້ທີ່ໄມ້ກາງແຂນແລ້ວ. 25 ຖ້າພວກເຮົາມີຊີວິດຢູ່ໂດຍພຣະວິນຍານ, ກໍຈົ່ງດຳເນີນຊີວິດໄປຕາມພຣະວິນຍານນັ້ນ. 26 ພວກເຮົາບໍ່ຕ້ອງເປັນຄົນອວດຕົວ ຫລື ກຸກກວນໃຈກັນ ຫລື ອິດສາກັນ ແລະ ກັນ.