ບົດທີ 6

1 ພີ່ນ້ອງທັງຫລາຍເອີຍ, ຖ້າພວກເຮົາ ຫາກພົບຄົນທີ່ຫລົງເຮັດຜິດປະການໃດປະການຫນຶ່ງ, ພວກເຈົ້າທີ່ຢູ່ຝ່າຍພຣະວິນຍານ. ຄວນຊ່ວຍສ້າງຜູ້ນັ້ນກັບຕົວໃຫມ່ ດ້ວຍວິນຍານແຫ່ງຄວາມສຸພາບອ່ອນຫວານ ຈົ່ງຄອຍລະວັງຕົວເອົາໄວ້, ເພື່ອວ່າ ຕົນເອງຈະບໍ່ໄດ້ຖືກທົດລອງ ໃຫ້ເຮັດຜິດເຫມືອນກັນ. 2 ຈົ່ງຊ່ວຍຮັບພາລະຫນັກຂອງກັນແລະກັນ, ແລະ ຖ້າເຮັດດັ່ງນີ້ ພວກເຈົ້າກໍປະຕິບັດຕາມ ກົດບັນຍັດຂອງພຣະຄຣິດເຈົ້າໃຫ້ສຳເລັດ. 3 ເພາະຖ້າຜູ້ໃດຄິດວ່າຕົນເປັນຄົນສຳຄັນ ທັງໆທີ່ຕົນບໍ່ສຳຄັນຫຍັງ ຜູ້ນັ້ນກໍຫລອກລວງຕົນເອງ. 4 ທຸກຄົນຄວນສຳຫລວດ ເບິ່ງການງານຂອງຕົນເອງ, ຖ້າການງານດີ ກໍຈົ່ງພູມໃຈໃນການງານນັ້ນ ໂດຍບໍ່ຕ້ອງປຽບທຽບ ໃສ່ກັບການງານຂອງຄົນອື່ນ. 5 ດ້ວຍວ່າ, ທຸກຄົນຕ້ອງຮັບຜິດຊອບຕໍ່ພາຣະຂອງຕົນເອງ. 6 ສ່ວນຄົນທີ່ຮັບພຣະທັມ ຄຳສອນ ແລ້ວຈົ່ງແບ່ງສິ່ງທີ່ດີທຸກຢ່າງ ໃຫ້ແກ່ຜູ້ທີ່ ສັ່ງສອນຕົນ. 7 ຢ່າເຂົ້າໃຈຜິດ ພວກເຈົ້າຈະຫລອກລວງພຣະເຈົ້າບໍ່ໄດ້. ເພາະວ່າ ຜູ້ໃດຫວ່ານສິ່ງໃດ ລົງກໍຈະເກັບກ່ຽວສິ່ງນັ້ນ. 8 ເພາະຜູ້ທີ່ຫວ່ານເມັດ ຕາມຕັນຫາ ຂອງສັນດານມະນຸດ ກໍຈະໄດ້ເກັບກ່ຽວ ຄວາມເປື່ອຍເນົ່າຕາມ ຕັນຫານັ້ນ. ແຕ່ຜູ້ທີ່ຫວ່ານຕາມພຣະວິນຍານ ກໍຈະໄດ້ເກັບກ່ຽວຜົນແຫ່ງຊີວິດນິຣັນດອນ ຈາກພຣະວິຍານ. 9 ຢ່າໃຫ້ພວກເຮົາ ອິດເມື່ອຍໃນການເຮັດດີ, ເພາະຖ້າໃຈພວກເຮົາ ບໍ່ທໍ້ຖອຍ ພວກເຮົາກໍຈະໄດ້ເກັບກ່ຽວ ຜົນດີ ຕາມເວລາອັນສົມຄວນ. 10 ເພາະສະນັ້ນ, ເມື່ອພວກເຮົາມີໂອກາດ ຈົ່ງເຮັດດີຕໍ່ທຸກຄົນ ເປັນຕົ້ນຕໍ່ຄອບຄົວ ທີ່ຮ່ວມຢູ່ໃນຄວາມເຊື່ອ. 11 ຈົງສັງເກດເບິ່ງໂຕຫນັງສື ທີ່ຂ້າພະເຈົ້າ ໄດ້ຂຽນມາຫາພວກເຈົ້າ ດ້ວຍມືຂອງຂ້າພະເຈົ້າເອງວ່າ ໂຕໃຫຍ່ເທົ່າໃດ. 12 ຕາມເນື້ອກາຍ ຂົ່ມເຫັງບັງຄັບ ພວກເຈົ້າໃຫ້ ຮັບພິທີຕັດ ພວກເຂົາເຮັດແບບນີ້ ເພື່ອພວກເຂົາຈະບໍ່ໄດ້ຖືກ ຂົ່ມເຫັງຍ້ອນເລື່ອງໄມ້ກາງແຂນຂອງພຣະຄຣິສ ພຽງແຕ່ເທົ່ານັ້ນ. 13 ເຖິງແມ່ນຄົນທີ່ໃຫ້ຮັບພິທີຕັດແລ້ວກໍຍັງບໍ່ປະຕິບັດຕາມກົດບັນຍັດ, ແຕ່ພວກເຂົາຢາກໃຫ້ພວກເຈົ້າຮັບພິທີຕັດ ເພື່ອພວກເຂົາຈະເອົາເລື່ອງ ເນື້ອກາຍຂອງພວກເຈົ້າໄປອວດອ້າງ. 14 ຂໍຢ່າໃຫ້ຂ້າພະເຈົ້າອວດອ້າງໃນເລື່ອງອື່ນເລີຍ. ນອກຈາກເລື່ອງໄມ້ກາງແຂນ ຂອງອົງພຣະເຢຊູຄຣິດເຈົ້າ ຂອງເຮົາຊຶ່ງໂດຍທາງພຣະອົງນີ້ແຫລະ ໂລກໄດ້ຖືກຄຶງໄວ້ຈາກຂ້າພະເຈົ້າ ແລະ ຂ້າພະເຈົ້າກໍຖືກຄຶງໄວ້ສຳລັບໂລກ. 15 ເພາະວ່າການຮັບພິທີຕັດ ຫລື ບໍ່ຮັບກໍບໍ່ແມ່ນສິ່ງສຳຄັນ, ແຕ່ສິ່ງສຳຄັນ ແມ່ນການໄດ້ຖືກສ້າງຂຶ້ນໃຫມ່. 16 ຂໍໃຫ້ສັນຕິສຸກ ແລະ ພຣະກະລຸນາຈົ່ງມີແກ່ທຸກຄົນ ທີ່ປະຕິບັດຕາມກົດຢ່າງນີ້ ແລະ ທັງອິດສະຣາເອນ ຂອງພຣະເຈົ້າເທີ້ນ. 17 ແຕ່ນີ້ໄປ ຂໍຢ່າໃຫ້ຜູ້ໃດລົບກວນ ຂ້າພະເຈົົ້າ ເພາະຮອຍບາດແຜຂ້າພະເຈົ້າ ມີຮອຍເປັນຕາປະທັບຂອງພຣະເຢຊູເຈົົ້າ ຕິດຢູ່ທີ່ກາຍຂອງພຣະເຈົ້າ. 18 ພີ່ນ້ອງ ທັງຫລາຍເອີຍ, ຂໍໃຫ້ພຣະຄຸນຂອງອົງພຣະເຢຊູຄຣິດເຈົ້າ ຂອງພວກເຮົາ ຈົ່ງສະຖິດຢູ່ກັບຈິດວິນຍານຂອງພວກເຈົ້າເທີ້ນ. ອາແມນ.