ບົດທີ 4

1 ຂ້າພະເຈົ້າ ຂໍກ່າວດັ່ງນີ້ວ່າ, ຕາບໃດທີ່ເຈົ້າຂອງມໍຣະດົກ ຍັງເປັນເດັກນ້ອຍຢູ່ ກໍບໍ່ ແຕກຕ່າງຫຍັງກັບຂ້ອຍຂ້າ, ເຖິງແມ່ນວ່າ ເປັນເຈົ້າຂອງຊັບສິນທັງຫມົດກໍຕາມ. 2 ແຕ່ເຂົາກໍຍັງຢູ່ໃຕ້ບັງຄັບຂອງຜູ້ປົກຄອງ ແລະ ຜູ້ດູແລຊັບສິນ ຈົນເຖິງເວລາທີ່ພໍ່ຂອງລາວໄດ້ກຳນົດ. 3 ພວກເຮົາ ກໍເຫມືອນກັນເມື່ອຍັງເປັນເດັກນ້ອຍ, ພວກເຮົາກໍຍັງຕົກເປັນທາດຮັບໃຊ້ ຢູ່ໃຕ້ອຳນາດຂອງສິ່ງສັກສິດຂອງໂລກ. 4 ແຕ່ເມື່ອຄົບກຳນົດເວລາແລ້ວ ພຣະເຈົ້າໄດ້ຊົງໃຊ້ພຣະບຸດຂອງພຣະອົງ, ມາຊົງບັງເກີດນຳຍິງຄົນຫນຶ່ງ, ແລະ ຊົງມີຊີວິດຢູ່ພາຍໃຕ້ກົດບັນຍັດ. 5 ເພື່ອຈະຊົງໄຖ່ເອົາຄົນເຫລົ່ານັ້ນ, ທີ່ຢູ່ໃຕ້ກົດບັນຍັດ ເພື່ອໃຫ້ພວກເຮົາ ໄດ້ຖານະເປັນບຸດ. 6 ແລະ ເພາະເຈົ້າທັງຫລາຍ ເປັນບຸດຂອງພຣະເຈົ້າແລ້ວ, ພຣະອົງຈຶ່ງຊົງໃຊ້ ພຣະວິນຍານ ແຫ່ງພຣະບຸດຂອງພຣະອົງເຂົ້າມາໃນໃຈຂອງພວກເຮົາ, ແລ້ວຮ້ອງວ່າ, “ອັບບາ” ຄື “ພຣະບິດາເຈົ້າ.” 7 ດັ່ງນັ້ນ ທ່ານຈຶ່ງບໍ່ແມ່ນຂ້ອຍຂ້າອີກຕໍ່ໄປແຕ່ເປັນບຸດ ແລະ ຖ້າເປັນບຸດ ທ່ານກໍເປັນເຈົ້າຂອງມໍຣະດົກໂດຍຜ່ານທາງພຣະເຈົ້າດ້ວຍ. 8 ແຕ່ກ່ອນນີ້, ເມື່ອເຈົ້າທັງຫລາຍຍັງບໍ່ຮູ້ຈັກພຣະເຈົ້າ, ພວກເຈົ້າກໍເປັນທາດຂອງສິ່ງຕ່າງໆຕາມທຳມະດາແລ້ວ, ມັນບໍ່ແມ່ນພະແທ້. 9 ແຕ່ບັດນີ້ເມື່ອພວກເຈົ້າທັງຫລາຍຮູ້ຈັກພຣະເຈົ້າແລ້ວ, ຫລື ຈະເວົ້າໃຫ້ຖືກກວ່າ ກໍວ່າພຣະເຈົ້າຊົງຮູ້ຈັກພວກເຈົ້າທັງຫລາຍແລ້ວ, ດ້ວຍເຫດໃດ ພວກເຈົ້າຈຶ່ງຈະກັບໄປຫາພວກວິຍານທີ່ຄອບງວໍາຟ້າອາກາດທີ່ອ່ອນແອ ແລະ ບໍ່ມີປະໂຫຍດ? ພວກເຈົ້າ ຢາກຕົກເປັນຂ້ອຍຂ້າຂອງສິ່ງເຫລົ່ານັ້ນອີກບໍ? 10 ພວກເຈົ້າທັງຫລາຍຖືຮັກສາ ວັນພິເສດ, ເດືອນ, ຣະດູ ແລະ ປີຕ່າງໆ! 11 ຂ້າພະເຈົ້າ ວິຕົກນຳການທີ່ຂ້າພະເຈົ້າໄດ້ຫນັກຫນ່ວງ ເພື່ອທີ່ໄດ້ເຮັດ ສຳລັບພວກເຈົ້ານັ້ນ ຈະບໍ່ເປັນປະໂຫຍດ. 12 ພີ່ນ້ອງທັງຫລາຍຂອງເຮົາເອີຍ, ຂ້າພະເຈົ້າຮ້ອງຂໍພວກທ່ານໃຫ້ເປັນເຫມືອນດັ່ງຂ້າພະເຈົ້າ, ຕາມທີ່ຈິງແລ້ວຂ້າພະເຈົ້າ ກໍເຄີຍເປັນດັ່ງພວກທ່ານເຫມືອນກັນ. ພວກທ່ານ ບໍ່ໄດ້ທຳຮ້າຍຫຍັງຕໍ່ຂ້າພະເຈົ້າ. 13 ພວກທ່ານທັງຫລາຍຮູ້ຢູ່ວ່າ ເປັນເພາະຄວາມເຈັບປວດທາງຮ່າງກາຍ ເມື່ອຕອນທີ່ຂ້າພະເຈົ້າເລີ້ມຕົ້ນ ປະກາດເລື່ອງຂ່າວປະເສີດແກ່ພວກທ່ານນັ້ນ. 14 ເຖິງແມ່ນວ່າ ສຸຂະພາບຂອງຂ້າພະເຈົ້າ ຈະເປັນການທົດລອງໃຈເຈົ້າທັງຫລາຍກໍຕາມ, ພວກເຈົ້າ ກໍບໍ່ໄດ້ຫມິ່ນປະຫມາດ ຫລື ເບື່ອຫນ່າຍຂ້າພະເຈົ້າ.ແຕ່ໄດ້ຕ້ອນຮັບຂ້າພະເຈົ້າເຫມືອນກັບ ເປັນທູດຂອງພຣະເຈົ້າ ຫລື ເຫມືອນກັບພຣະເຢຊູຄຣິດເຈົ້າເອງ. 15 ເຫດສະນັ້ນ, ຄວາມສຸກຂອງພວກທ່ານທັງຫລາຍໄປໃສແລ້ວ ໃນຕອນນີີ້? ເພາະຂ້າພະເຈົ້າເປັນພະຍານໃຫ້ພວກທ່ານໄດ້ວ່າ, ຖ້າເປັນໄປໄດ້, ພວກທ່ານຄົງຈະຄວັດຫນ່ວຍຕາ ຂອງພວກທ່ານໃຫ້ແກ່ຂ້າພະເຈົ້າ. 16 ເວລານີ້, ຂ້າພະເຈົ້າໄດ້ກາຍເປັນສັດຕູ ຂອງພວກທ່ານທັງຫລາຍ ຍ້ອນຂ້າພະເຈົ້າບອກຄວາມຈິງ ແກ່ພວກທ່ານຊັ້ນບໍ? 17 ຄົນເຫລົ່ານັ້ນ ສົນໃຈພວກທ່ານທັງຫລາຍຢ່າງກະຕືລືລົ້ນ, ແຕ່ບໍ່ແມ່ນດ້ວຍຄວາມຫວັງດີເລີຍ. ພວກເຂົາພຽງແຕ່ຢາກແຍກພວກທ່ານອອກຈາກຂ້າພະເຈົ້າ ເທົ່ານັ້ນ, ເພື່ອວ່າ ພວກທ່ານທັງຫລາຍຈະໄດ້ຕິດຕາມພວກເຂົາ. 18 ການເອົາອົກເອົາໃຈ ດ້ວຍຄວາມຫວັງດີ ກໍເປັນການດີຢູ່ທຸກເວລາ, ແລະ ບໍ່ແມ່ນແຕ່ເມື່ອເວລາ ຂ້າພະເຈົ້າຢູ່ນຳພວກທ່ານເທົ່ານັ້ນ. 19 ລູກນ້ອຍທີ່ຮັກຂອງ ຂ້າພະເຈົ້າເອີຍ, ຂ້າພະເຈົ້າຕ້ອງເຈັບປວດ ເພາະພວກເຈົ້າທັງຫລາຍ ຈົນກວ່າພຣະຄຣິດເຈົ້າ ຈະໄດ້ເປັນທີ່ສ້າງຂຶ້ນຢູ່ໃນພວກເຈົ້າ. 20 ຂ້າພະເຈົ້າປາຖະຫນາຢາກ ຢູ່ກັບພວກເຈົ້າໃນເວລານີ້ ແລະ ຢາກປ່ຽນວິທີເວົ້າຈາ ກັບພວກເຈົ້າ, ເພາະເຮົາວິຕົກກັງວົນໃຈນຳ ພວກເຈົ້າທັງຫລາຍ. 21 ພວກເຈົ້າທັງຫລາຍ, ຜູ້ທີ່ຢາກຢູ່ໃຕ້ກົດບັນຍັດ, ບອກຂ້າພະເຈົ້າວ່າພວກເຈົ້າ ບໍ່ໄດ້ຍິນສິ່ງທີ່ກົດບັນຍັດກ່າວບໍ? 22 ເພາະພຣະຄັມໄດ້ຂຽນໄວ້ວ່າ, ອັບຣາຮາມ ມີລູກຊາຍ ສອງຄົນ, ຄົນຫນຶ່ງເກີດຈາກຍິງທີ່ເປັນຂ້ອຍຂ້າ ແລະ ອີກຄົນຫນຶ່ງເກີດຈາກຍິງທີ່ມີອິດສະຫລະ. 23 ແຕ່ລູກຊາຍຂອງ ຜູ້ທີ່ໄດ້ຈາກຍິງຂ້ອຍຂ້າ ນັ້ນເກີດຕາມ ທັມະດາ, ແຕ່ລູກຊາຍຂອງ ຜູ້ທີ່ໄດ້ຈາກຍິງ ທີ່ມີອິດສະຫລະ ນັ້ນແມ່ນເກີດຕາມພຣະສັນຍາ. 24 ຂໍ້ຄວາມນີ້ ສາມາດອະທິບາຍໄດ້ ໂດຍໃຊ້ຄຳອຸປາມາປຽບທຽບ, ຍິງທັງສອງນັ້ນ ໄດ້ແກ່ພັນທະສັນຍາສອງຢ່າງ. ຜູ້ຫນຶ່ງຊື່ວ່າຮາກາ ນາງເກີດລູກ ທີ່ເປັນຂ້ອຍຂ້າ ຈຶ່ງໄດ້ຮັບ ພັນທະສັນຍາ ມາຈາກພູເຂົາຊີນາຍ. 25 ນາງຮາການັ້ນໄດ້ແກ່ ພູເຂົາຊີນາຍ ໃນປະເທດອາຣາເບຍ; ປຽບເຖິງນະຄອນເຢຣູຊາເລັມ, ໃນປະຈຸບັນເພາະນາງຢູ່ໃນສະພາບຂອຍຂ້າ ພ້ອມທັງລູກໆຂອງນາງ. 26 ແຕ່ວ່ານະຄອນເຢຣູຊາເລັມ ທີ່ຢູ່ເບື້ອງເທິງນັ້ນເປັນອິດສະຫລະ ແລະ ນາງກໍເປັນແມ່ຂອງພວກເຮົາ. 27 ເພາະມີພຣະຄັມພີ ຂຽນໄວ້ວ່າ,“ຈົ່ງຊົມຊື່ນຍິນດີ ໂອຍິງຫມັນຜູ້ບໍ່ເຄີຍເກີດລູກເອີຍ, ຈົ່ງໂຮ່ຮ້ອງຂຶ້ນດ້ວຍຄວາມຊົມຊື່ນຍິນດີສາ ເຈົ້າຜູ້ບໍ່ເຄີຍເຈັບທ້ອງຖືພາ ເພາະວ່າຄົນທີ່ເປັນບຸດຂອງແມ່ ທີ່ເຄີຍເປັນຫມັນ ກໍຍັງມີຫລວງຫລາຍກວ່າບຸດຂອງຍິງທີ່ມີຜົວ.” 28 ແຕ່ບັດນີ້, ພີ່ນ້ອງທັງຫລາຍຂອງເຮົາເອີຍ, ພວກເຈົ້າກໍເປັນລູກໆແຫ່ງພຣະສັນຍາເຊັ່ນດຽວກັບ ອີຊາກ. 29 ໃນຄາວນັ້ນ ຜູ້ທີ່ເກີດຕາມເນື້ອຫນັງ ໄດ້ຂົ່ມເຫັງ ຜູ້ທີ່ເກີດຕາມພຣະວິນຍານ ສັນໃດ ແລະ ປະຈຸບັນນີ້ ກໍຍັງເປັນເຫມືອນກັນ ສັນນັ້ນ. 30 ແຕ່ພຣະຄັມພີ ກ່າວວ່າຢ່າງໃດ? ກໍກ່າວວ່າ, “ຈົ່ງໄລ່ຍິງຂ້ອຍຂ້າ ແລະ ລູກຂອງນາງຫນີໄປເສັຍ. ດ້ວຍວ່າ, ລູກຂອງຍິງຂ້ອຍຂ້າຈະບໍ່ໄດ້ຮັບມໍຣະດົກ ຮ່ວມກັບລູກຂອງຍິງ ທີ່ບໍ່ເປັນຂ້ອຍຂ້າ.” 31 ເຫດສະນັ້ນ, ພີ່ນ້ອງທັງຫລາຍເອີຍ, ພວກເຮົາບໍ່ເປັນລູກຂອງຍິງຂ້ອຍຂ້າ ແຕ່ເປັນລູກຂອງຍິງທີ່ບໍ່ເປັນຂ້ອຍຂ້າ.