ບົດທີ 3

1 ໂອຊາວຄາລາເຕຍຜູ້ບໍ່ມີຄວາມຄິດເອີຍ! ແມ່ນຜູ້ໃດຫນໍ ທີ່ໄດ້ສະກົດຈິດໃຈ ຂອງພວກເຈົ້າໃຫ້ເຫັນຜິດໄປ? ທັງໆທີ່ພາບຂອງພຣະເຢຊູຄຣິດເຈົ້າ ຖືກຄຶງໄວ້ທີ່ໄມ້ກາງແຂນ ກໍໄດ້ປາກົດແຈ້ງແກ່ຕາພວກເຈົ້າຢ່າງຄັກແນ່ແລ້ວ. 2 ນີ້ເປັນພຽງສິ່ງຫນຶ່ງ ທີ່ຂ້າພຣະເຈົ້າຕ້ອງການຮຽນຮູ້ຈາກທ່ານວ່າ: ທ່ານໄດ້ຮັບພຣະວິຍານນັ້ນ ໂດຍການປະຕິບັດຕາມກົດບັນຍັດ ຫລື ໂດຍການເຊື່ອຟັງຂໍ້ຄວາມທີ່ໄດ້ຍິນນັ້ນ? 3 ເຈົ້າທັງຫລາຍ ຍັງໂງ່ເຖິງພຽງນັ້ນບໍ? ພວກເຈົ້າ ໄດ້ຕັ້ງຕົ້ນໂດຍທາງພຣະວິນຍານແລ້ວບັດນີ້ ພວກເຈົ້າ ຈະສຳເຣັດລົງໂດຍເນື້ອຫນັງບໍ? 5 4 ທ່ານໄດ້ຮັບປະສົບການຫລາຍຢ່າງ ໂດຍເສັຍປະໂຫຍດບໍ? ຖ້າເປັນການເສັຍປະໂຫຍດແທ້ 5 ແລະ ພຣະອົງຜູ້ຊົງປະທານ ພຣະວິນຍານ ແກ່ພວກເຈົ້າທັງຫລາຍ ແລະ ຊົງສຳແດງການອັດສະຈັນ ທ່າມກາງພວກເຈົ້າ ກໍຊົງກະທຳການເຫລົ່ານັ້ນ, ເພາະດ້ວຍການປະຕິບັດ ຕາມກົດບັນຍັດ, ຫລື ເພາະດ້ວຍການເຊື່ອຟັງຂໍ້ຄວາມທີ່ໄດ້ຍິນນັ້ນ? 7 6 ອັບຣາຮາມກ່າວວ່າ, “ໄດ້ເຊື່ອພຣະເຈົ້າ ແລະ ເພາະຄວາມເຊື່ອນັ້ນ ພຣະເຈົ້າຈຶ່ງຊົງຮັບວ່າເພິ່ນເປັນຄົນຊອບທັມ 7 ໃນທາງດຽວກັນ, ພວກເຈົ້າຈົ່ງຮັບຮູ້ໄວ້ວ່າ, ບັນດາຜູ້ທີ່ມີຄວາມເຊື່ອນັ້ນ ເປັນເຊື້ອສາຍຂອງອັບຣາຮາມ. 8 ພຣະຄັມພີ ໄດ້ບອກໃຫ້ຮູ້ລ່ວງຫນ້າວ່າ, ພຣະເຈົ້າ ຈະຊົງນັບຄົນຕ່າງຊາດວ່າ ເປັນຜູ້ຊອບທັມໂດຍທາງຄວາມເຊື່ອ, ຈຶ່ງໄດ້ປະກາດຂ່າວປະເສີດແຈ້ງແກ່ ອັບຣາຮາມ ກ່ອນວ່າ, “ຊົນຊາດທັງຫລາຍ ຈະໄດ້ຮັບພຣະພອນຈາກພຣະເຈົ້າ .” 9 ເຫດສະນັ້ນ, ບັັນດາຄົນທີ່ມີຄວາມເຊື່ອຈຶ່ງໄດ້ຮັບພຣະພອນ ຮ່ວມກັບອັບຣາຮາມ, ບຸກຄົນແຫ່ງຄວາມເຊື່ອ. 10 ດ້ວຍວ່າ, ທຸກຄົນທີ່ອາໄສການປະຕິບັດ ຕາມກົດບັນຍັດ ກໍຢູ່ໃຕ້ຄຳສາບແຊ່ງ; ແລະ ຕາມທີ່ມີຄຳຂຽນໄວ້ແລ້ວວ່າ, “ຜູ້ໃດ ກໍຕາມທີ່ບໍ່ໄດ້ປະຕິບັດ ຕາມທຸກຂໍ້ທີ່ຂຽນໄວ້ໃນກົດບັນຍັດ ກໍຢູ່ໃຕ້ຄຳສາບແຊ່ງ.” 11 ເປັນທີ່ ຮູ້ແຈ້ງ ແລ້ວວ່າ ບໍ່ມີມະນຸດຄົນໃດ ທີ່ຊົງຖືວ່າເປັນຄົນຊອບທັມ ຕໍ່ຫນ້າພຣະເຈົ້າ ໂດຍການປະຕິບັດຕາມກົດບັນຍັດ, ເພາະມີຂຽນໄວ້ໃນພຣະຄັມພີວ່າ, ຜູ້ທີ່ຊົງຖືວ່າ ເປັນຄົນຊອບທັມ ເພາະດ້ວຍຄວາມເຊື່ອເທົ່ານັ້ນຈະມີຊີວິດ. 12 ແຕ່ກົດບັນຍັດນັ້ນ ບໍ່ໄດ້ມາຈາກຄວາມເຊື່ອ, ເພາະ “ຜູ້ໃດກໍຕາມທີ່ເຮັດທຸກສິ່ງເຫລົ່ານັ້ນຕາມກົດບັນຍັດ ກໍຈະດຳລົງຊີວິດຢູ່ຕາມກົດນັ້ນ.” 13 ພຣະຄຣິດເຈົ້າ ໄດ້ຊົງໄຖ່ພວກເຮົາ ໃຫ້ພົ້ນຈາກການສາບແຊ່ງ ຂອງກົດບັນຍັດ ໂດຍການທີ່ພຣະອົງຊົງຍອມຖືກສາບແຊ່ງແທນພວກເຮົາ - ເພາະພຣະຄັມພີ ໄດ້ຂຽນໄວ້ວ່າ, “ທຸກຄົນທີ່ຖືກແຂວນໄວ້ທີ່ຕົ້ນໄມ້ ກໍຖືກສາບແຊ່ງແລ້ວ.”- 14 ໂດຍມີຈຸດປະສົງ ເພື່ອໃຫ້ພຣະພອນທາງ ອັບຣາຮາມ ຈະໄດ້ມາເຖິງ ບັນດາຄົນຕ່າງຊາດ ໂດຍທາງພຣະເຢຊູຄຣິດເຈົ້າ, ເພື່ອພວກເຮົາ ຈະໄດ້ຮັບພຣະວິນຍານຕາມພຣະສັນຍາ ໂດຍທາງຄວາມເຊື່ອ. 15 ພີ່ນ້ອງທັງຫລາຍ ຂອງເຮົາເອີຍ, ຂ້າພະເຈົ້າຂໍກ່າວຕາມແບບມະນຸດ. ໃນເມື່ອມະນຸດໄດ້ເຮັດຂໍ້ຄວາມ ຕົກລົງກັນໄວ້ແລ້ວ, ກໍບໍ່ມີຜູ້ໃດຈະລົ້ມເລີກຂໍ້ຕົກລົງ ຫລື ເພີ້ມເຕີມໄດ້ອີກ. 16 ບັດນີ້ ບັນດາພຣະສັນຍາທັງຫລາຍທີ່ໄດ້ກ່າວໄວ້ກັບ ອັບຣາຮາມ ແລະ ເຊື້ອສາຍຂອງເພິ່ນນັ້ນ ບໍ່ໄດ້ກ່າວວ່າ, “ເຫມືອນໃຫ້ແກ່ຄົນທັງຫລາຍ, ແຕ່ພຽງແຕ່ຄົນດຽວເທົ່ານັ້ນວ່າ, “ແລະ ໃຫ້ແກ່ເຊື້ອສາຍຂອງທ່ານ.” ຜູ້ທີ່ເປັນ ພຣະຄຣິດເຈົ້າ. 17 ບັດນີ້, ຂ້າພະເຈົ້າວ່າ: ກົດບັນຍັດ, ທີ່ມາພາຍຫລັງເຖິງ ສີ່ຮ້ອຍສາມສິບປີ, ຈະບໍ່ເຮັດໃຫ້ ພັນທະສັນຍາຊຶ່ງພຣະເຈົ້າ ໄດ້ຊົງແຕ່ງຕັ້ງໄວ້ກ່ອນນັ້ນ ຖືກລຶບລ້າງໄດ້. 18 ເພາະວ່າ ຖ້າການຮັບມໍຣະດົກ ມີມາໂດຍທາງກົດບັນຍັດ, ກໍບໍ່ແມ່ນ ໂດຍທາງພຣະສັນຍາອີກຕໍ່ໄປ. ແຕ່ພຣະເຈົ້າໄດ້ຊົງໂຜດປະທານ ມໍຣະດົກນັ້ນ ໃຫ້ແກ່ອັບຣາຮາມ ໂດຍທາງພຣະສັນຍາ. 19 ແລ້ວມີກົດບັນຍັດ ໄວ້ເພື່ອຫຍັງ? ໄດ້ເພີ້ມກົດບັນຍັດໄວ້ ເປັນເພາະການລ່ວງລະເມີດ, ຈົນກວ່າເຊື້ອສາຍຂອງອັບຣາຮາມຈະໄດ້ມາເຖິງບັນດາຄົນທີ່ຮັບໃຊ້ພຣະສັນຍານັ້ນ ພວກເທວະດາໄດ້ແຕ່ງຕັ້ງ. ກົດບັນຍັດນັ້ນໄວ້ ໂດຍມືຂອງຄົນກາງຄົນຫນ່ຶ່ງ. 20 ບັດນີ້ຖ້າມີຄົນກາງ ກໍສະແດງວ່າ ຕອ້ງມີສອງຝ່າຍ. ແຕ່ພຣະເຈົ້າຊົງເປັນຝ່າຍດຽວນັ້ນ. 21 ຖ້າດັ່ງນັ້ນ ກົດບັນຍັດຂັດແຍ້ງ ກັບພຣະສັນຍາຂອງພຣະເຈົ້າບໍ? ບໍ່ແມ່ນເຊັ່ນນັ້ນແນ່ນອນ! ເພາະວ່າ ຖ້າກົດບັນຍັດ ທີ່ໃຫ້ໄວ້ສາມາດເຮັດໃຫ້ມີຊີວິດຢູ່ໄດ້, ແລ້ວຄວາມຊອບທັມ ກໍຄົງຈະໄດ້ມີຢູ່ໂດຍທາງກົດບັນຍັດນັ້ນແທ້. 22 ແຕ່ພຣະຄັມພີໄດ້ຮວບຮວມ ສິ່ງທັງໝົດໃຫ້ເຂົ້າຢູ່ພາຍໃຕ້ ອຳນາດຄວາມຜິດບາບ. ເພື່ອວ່າທຸກຄົນທີ່ເຊື່ອຈະໄດ້ຮັບຂອງປະທານ ຕາມທີ່ຊົງສັນຍາໄວ້ ຊຶ່ງໄດ້ຊົງໂຜດປະທານ ໂດຍອາໄສ ຄວາມເຊື່ອໃນ ພຣະເຢຊູຄຣິດເຈົ້າເປັນຫລັກ. 23 ແຕ່ກ່ອນທີ່ຄວາມເຊື່ອໃນພຣະຄຣິດ ຈະມາເຖິງນັ້ນ, ພວກເຮົາໄດ້ຕົກຢູ່ໃນຂອບເຂດອຳນາດຂອງກົດບັນຍັດ, ຖືກຄວບຄຸມໄວ້ ຈົນເຖິງຄວາມເຊື່ອຈະໄດ້ມາປາກົດ. 24 ເພາະສະນັ້ນກົດບັນຍັດ ຈຶ່ງໄດ້ຄວບຄຸມ ພວກເຮົາໄວ້ ຈົນກວ່າ ພຣະຄຣິດເຈົ້າສະເດັດມາ, ເພື່ອວ່າພວກເຮົາ ຈະໄດ້ເປັນຄົນຊອບທັມ ໂດຍທາງຄວາມເຊື່ອ. 25 ແຕ່ບັດນີ້ຄວາມເຊື່ອນັ້ນກໍມາເຖິງແລ້ວ, ພວກເຮົາຈຶ່ງບໍ່ໄດ້ຢູ່ພາຍໃຕ້ຜູ້ຄວບຄຸມອີກແລ້ວ. 26 ເພາະວ່າເຈົ້າທັງຫລາຍ ກໍເປັນບຸດຂອງພຣະເຈົ້າ ໂດຍທາງຄວາມເຊື່ອໃນພຣະເຢຊູຄຣິດເຈົ້າ. 27 ພວກທ່ານທຸກຄົນ ທີ່ໄດ້ຮັບບັບຕິສະມາ ເຂົ້າໃນພຣະຄຣິດເຈົ້າແລ້ວ, ຄົນນັ້ນ ກໍໄດ້ສວມຊີວິດຂອງພຣະຄຣິດເຈົ້າ. 28 ຈະບໍ່ມີຄົນຢິວ ແລະ ຄົນກຣີກ, ຈະບໍ່ມີ ທາດ ແລະ ໄຖ່, ຈະບໍ່ເປັນ ຊາຍ ແລະ ຍິງ, ເພາະພວກເຈົ້າທຸກຄົນ ເປັນອັນຫນຶ່ງອັນດຽວກັນ ໃນອົງພຣະເຢຊູຄຣິດເຈົ້າ. 29 ຖ້າພວກເຈົ້າ ເປັນຄົນຂອງພຣະຄຣິດເຈົ້າ ແລ້ວ ພວກເຈົ້າກໍເປັນເຊື້ອສາຍຂອງອັບຣາຮາມ, ຄືເປັນຜູ້ໄດ້ຮັບມໍຣະດົກ ຕາມພຣະສັນຍາ.