ບົດທີ 2

1 ຫລັງຈາກນັ້ນສິບສີ່ປີ ຂ້າພະເຈົ້າໄດ້ກັບຄືນໄປທີ່ນະຄອນເຢຣູຊາເລັມກັບ ບາຣະນາບາ, ແລະ ເຮົາກໍໄດ້ເອົາ ຕີໂຕ ໄປດ້ວຍ. 2 ຂ້າພະເຈົ້າໄດ້ໄປຕາມການຊົງເປີດເຜີຍ ແລະ ຂ້າພະເຈົ້າໄດ້ເລົ່າເລື່ອງຂ່າວປະເສີດແກ່ພວກເຂົາ. ຊຶ່ງຂ້າພະເຈົ້າ ປະກາດໃນທ່າມກາງຄົນຕ່າງຊາດໃຫ້ເຂົາຟັງ. ຂ້າພະເຈົ້າເລົ່າໃຫ້ຄົນທີ່ເບິ່ງ ເຫມືອນເປັນຜູ້ທີ່ສຳຄັນຟັງ ເປັນການສ່ວນຕົວ, ເພື່ອໃຫ້ຫມັ້ນໃຈວ່າ ຂ້າພະເຈົ້າບໍ່ໄດ້ກຳລັງແລ່ນແຂ່ງ ຫລື ໄດ້ແລ່ນແຂ່ງແລ້ວ - ໂດຍບໍ່ມີປະໂຫຍດ. 3 ແຕ່ເຖິງແມ່ນວ່າ ຕີໂຕ, ຜູ້ຢູ່ກັບຂ້າພະເຈົ້າ ແລະ ເປັນຄົນກຣີກ ແຕ່ເຂົາກໍບໍ່ໄດ້ຖືກບັງຄັບໃຫ້ຮັບພິທີຕັດ. 4 ເລື່ອງນີ້ເກີດຂື້ນເພາະພວກພີ່ນ້ອງ ທີ່ແປກປອມໄດ້ລັກລອບເຂົ້າມາ ເພື່ອສອດແນມເບິ່ງເສລີພາບ ຂອງພວກເຮົາທີ່ມີຢູ່ໃນອົງພຣະເຢຊູຄຣິດເຈົ້າ. ພວກເຂົາໄດ້ຫວັງຈະບັງຄັບພວກເຮົາ ໃຫ້ກັບໄປເປັນຂ້ອຍຂ້າອີກ, 5 ແຕ່ພວກເຮົາ ບໍ່ໄດ້ອ່ອນຍອມ ຕໍ່ພວກເຂົາ ແມ່ນແຕ່ນາທີດຽວ, ເພື່ອຈະໄດ້ຮັກສາຄວາມສັດຈິງ ຂອງຂ່າວປະເສີດ ນັ້ນໄວ້ສຳລັບເຈົ້າທັງຫລາຍຕໍ່ໄປຢ່າງບໍ່ມີການປ່ຽນແປງ. 6 ແຕ່ບັນດາຄົນທີ່ເບິ່ງເຫມືອນເປັນຄົນສຳຄັນ (ບໍ່ວ່າພວກເຂົາຈະເຄີຍເປັນຫຍັງມາກ່ອນແລ້ວກໍຕາມ ກໍບໍ່ສຳຄັນຢ່າງໃດຕໍ່ຂ້າພະເຈົ້າ, ພຣະເຈົ້າ ຊົງບໍ່ລຳອຽງ) - ຂ້າພະເຈົ້າ ກ່າວສິ່ງເຫລົ່ານີ້, ຜູ້ທີ່ເບິ່ງ ຄືສຳຄັນແຕ່ບໍ່ໄດ້ເພີ່ມເຕີມຫຍັງໃຫ້ແກ່ຂ້າພະເຈົ້າ. 7 ກົງກັນຂ້າມ, ພວກເຂົາໄດ້ເຫັນວ່າຂ້າພະເຈົ້າ ໄດ້ຮັບມອບຫມາຍໃຫ້ປະກາດຂ່າວປະເສີດ ແກ່ຄົນທີ່ບໍ່ຖືພິທີຕັດ, ເຊັ່ນດຽວກັບເປໂຕ ທີ່ໄດ້ຮັບມອບ ຫມາຍໃຫ້ປະກາດຂ່າວປະເສີດ ແກ່ຄົນທີ່ຖືພິທີຕັດ. 8 ດ້ວຍວ່າ, ພຣະເຈົ້າຜູ້ໄດ້ຊົງໃຫ້ ເປໂຕ ເປັນອັກຄະສາວົກ ໄປຫາພວກທີ່ຖືພິທີຕັດ, ກໍໄດ້ຊົງກະທຳການເຫມືອນກັນ ໃນຂ້າພະເຈົ້າເພື່ອໃຫ້ໄປຫາຄົນຕ່າງຊາດ. 9 ເມື່ອຢາໂກໂບ, ກັບເກຟາ ແລະ ໂຢຮັນ, ຜູ້ທີ່ພວກເຂົາຖືວ່າ ຜູ້ກໍ່ຕັ້ງ ຄຣິສຕະຈັກ ໄດ້ເຂົ້າໃຈພຣະຄຸນ ທີ່ໄດ້ຊົງປະທານແກ່ຂ້າພະເຈົ້າແລ້ວ, ພວກເຂົາ ກໍໄດ້ຍື່ນມືຂວາ ແຫ່ງການສາມັກຄີທັມໃຫ້ແກ່ ບາຣະນາບາ ແລະ ຂ້າພະເຈົ້າ. ພວກເຂົາກະທຳດ່ັງນີ້ ເພື່ອໃຫ້ຂ້າພະເຈົ້າໄປຫາຄົນຕ່າງຊາດ, ແລະ ເພື່ອນພວກເຂົາ ຈະໄປຍັງຄົນທີ່ຖືພິທີຕັດ. 10 ພວກເຂົາໄດ້ຮຽກຮ້ອງໃຫ້ ຂ້າພະເຈົ້າຄິດເຖິງ ຄົນຍາກຈົນ, ຊຶ່ງກໍເປັນສິ່ງທີ່ຂ້າພະເຈົ້າຮ້ອນຮົນໃຈທີ່ຈະເຮັດຢູ່ແລ້ວ. 11 ແຕ່ເຄຟາສ ໄດ້ມາຫາອັນຕີໂອເຂັຍແລ້ວ, ຂ້າພະເຈົ້າໄດ້ຄັດຄ້ານຕໍ່ຫນ້າເພິ່ນ ເພາະວ່າເພິ່ນໄດ້ປະກາດຜິດ. 12 ກ່ອນທີ່ຄົນຂອງ ຢາໂກໂບ, ໄດ້ມາເຖິງທີ່ນັ້ນ ເຄຟາສ ໄດ້ກິນຢູ່ຮ່ວມກັບຄົນຕ່າງຊາດ. ແຕ່ພໍຄົນເຫລົ່ານັ້ນມາເຖິງແລ້ວ, ເພິ່ນໄດ້ຢຸດ ແລະ ກໍຖອຍອອກມາ ຈາກຄົນຕ່າງຊາດ. ເພາະເພິ່ນຢ້ານພວກທີ່ຖືພິທີຕັດ. 13 ສ່ວນພີ່ນ້ອງຊາວຢິວທີ່ເຫຼືອ ກໍເຮັດເຫມືອນເສແຊ້ງ. ແມ່ນແຕ່ ບາຣະນາບາ ກໍຫລົງປະພຶດຕາມ ຄົນເຫລົ່ານັ້ນ ເຫມືອນກັນ. 14 ແຕ່ເມື່ອຂ້າພະເຈົ້າ ໄດ້ເຫັນວ່າພວກເພິ່ນບໍ່ໄດ້ປະພຶດຕາມຄວາມຈິງ ແຫ່ງຂ່າວປະເສີດນີ້, ຂ້າພະເຈົ້າຈຶ່ງເວົ້າກັບ ເຄຟາສ ຕໍ່ຫນ້າຄົນທັງຫມົດນັ້ນວ່າ, “ຖ້າທ່ານເປັນຄົນຢິວ ຍັງດຳເນີນຊີວິດເຫມືອນຄົນຕ່າງຊາດ ແທນທີ່ຈະເຮັດເຫມືອນຄົນຢິວແລ້ວ. ທ່ານກໍຍັງບັງຄັບຄົນຕ່າງຊາດ ໃຫ້ດຳເນີນຊີວິດເຫມືອນຄົນຢິວໄດ້ແນວໃດ?” 15 ພວກເຮົາເປັນຢິວ ໂດຍກຳເນີດ ແລະ ບໍ່ແມ່ນ ພວກຕ່າງຊາດທີ່ເປັນຄົນບາບ; 16 ແຕ່ພວກເຮົາ ກໍຮູ້ຢູ່ວ່າ ບໍ່ມີຜູ້ໃດ ຖືກຊົງຖືວ່າ ເປັນຄົນຊອບທັມໄດ້ ໂດຍການປະຕິບັດ ຕາມກົດບັນຍັດ ແຕ່ໂດຍທາງຄວາມເຊື່ອ ໃນ ພຣະເຢຊູຄຣິດເຈົ້າເທົ່ານັ້ນ. ເຖິງແມ່ນ ພວກເຮົາກໍຍັງເຊື່ອວາງໃຈ ໃນພຣະເຢຊູຄຣິດເຈົ້າ ເພື່ອຈະໄດ້ຊົງຖືວ່າເປັນຄົນຊອບທັມ ໂດຍຄວາມເຊື່ອໃນພຣະຄຣິດເຈົ້າ ແລະ ບໍ່ແມ່ນໂດຍການປະຕິບັດຕາມກົດບັນຍັດ. ເພາະວ່າໂດຍການປະຕິບັດຕາມກົດບັນຍັດນັ້ນ ບໍ່ມີມະນຸດຄົນໃດຈະຊົງຖືວ່າເປັນ ຄົນຊອບທັມໄດ້. 17 ແຕ່ຖ້າ, ຂະນະທີ່ພວກເຮົາ ສະແຫວງຫາເພື່ອໃຫ້ພວກເຮົາ ຖືກນັບຖືວ່າ ເປັນຄົນຊອບທັມ ໂດຍພຣະຄຣິດເຈົ້ານັ້ນ ກັບພົບວ່າພວກເຮົາເອງກໍຍັງເປັນຄົນບາບຢູ່, ສະນັ້ນ ພຣະຄຣິດເຈົ້າຈະຊົງເປັນຜູ້ສົ່ງເສີມຄວາມບາບບໍ? ບໍ່ເປັນຢ່າງນັ້ນຢ່າງແນ່ນອນ! 18 ເພາະວ່າຖ້າຂ້າພະເຈົ້າ ສ້າງຄວາມເຊື່ອຫມັ້ນ ຂອງຂ້າພະເຈົ້າ ໂດຍການຮັກສາຄວາມຊອບທັມ ທາງກົດບັນຍັດນັ້ນ ຊຶ່ງຂ້າພະເຈົ້າເຄີຍທຳລາຍລົງ ແລ້ວຂື້ນມາອີກ ຂ້າພະເຈົ້າ ກໍສະແດງຕົວເອງວ່າເປັນຜູ້ລ່ວງລະເມີດຄຳບັນຍັດ. 19 ເຫດວ່າ ໂດຍທາງກົດບັນຍັດນັ້ນ ຂ້າພະເຈົ້າໄດ້ ຕາຍຈາກກົດບັນຍັດແລ້ວ ເພື່ອເຮົາຈະໄດ້ມີຊີວິດຢູ່ ສຳລັບພຣະເຈົ້າ. 20 ຖ້າຂ້າພະເຈົ້າ ຖືກຕຶງໄວ້ກັບພຣະຄຣິດເຈົ້າແລ້ວ. ຂ້າພະເຈົ້າເອງບໍ່ມີຊີວິດຢູ່ຕໍ່ໄປ, ແຕ່ພຣະຄຣິດເຈົ້າຊົງມີຊິດວິດຢູ່ໃນຂ້າພະເຈົ້າ. ຊີວິດຊຶ່ງຂ້າພະເຈົ້າ ດຳເນີນຢູ່ໃນຮ່າງກາຍນີ້. ຂ້າພະເຈົ້າດຳເນີນຢູ່ໂດຍຄວາມເຊື່ອ ໃນພຣະບຸດຂອງພຣະເຈົ້າ ຜູ້ທີ່ຊົງຮັກພວກເຮົາ ແລະ ໄດ້ຊົງສະຫລະຊີວິດຕົວເອງເພື່ອຂ້າພະເຈົ້າ. 21 ຂ້າພະເຈົ້າບໍ່ໄດ້ລົບລ້າງພຣະຄຸນຂອງ ພຣະເຈົ້າ ເສຍໄປລ້າໆ, ເພາະວ່າຖ້າຄວາມຊອບທັມໄດ້ມາໂດຍ ທາງກົດບັນຍັດແລ້ວ, ພຣະຄຣິດເຈົ້າກໍຊົງສິ້ນພຣະຊົນ ໂດຍບໍ່ມີປະໂຫຍດ!