ບົດທີ 4

1 ເມື່ອມໍເດໄກໄດ້ຮູ້ທຸກຢ່າງທີ່ໄດ້ເກີດຂຶ້ນແລ້ວ, ທ່ານກໍຈີກເສື້ອຜ້າຂອງທ່ານອອກ ແລະໃສ່ຜ້າກະສອບ ແລະໂຮຍຂີ້ເຖົ່າ, ທ່ານໄດ້ອອກໄປກາງເມືອງຮ້ອງໄຫ້ ແລະ ຄ້ຳຄວນສຽງດັງດ້ວຍຄວາມຂົມຂື່ນ. 2 ທ່ານໄດ້ຂຶ້ນໄປເຖິງແຕ່ປະຕູຂອງກະສັດເທົ່ານັ້ນ ເພາະໃຜກໍຕາມທີ່ໃສ່ຜ້າກະສອບຈະບໍ່ໄດ້ຮັບອານຸຍາດໃຫ້ຜ່ານເຂົ້າໄປ. 3 ໃນທຸກແຂວງ, ທີ່ຈົດຫມາຍ ແລະຄຳບັນຊາຂອງກະສັດໄດ້ໄປເຖິງ ກໍເກີດຄວາມໂສກເສົ້າເສຍໃຈຢ່າງໃຫຍ່ຫລວງ ທ່າມກາງຄົນຢິວ, ມີການອົດອາຫານ, ການຮ້ອງໄຫ້, ແລະ ການຄ້ຳຄວນ. ມີຄົນຫລາກຫລາຍໃສ່ຜ້າກະສອບ ແລະໂຮຍຂີ້ເຖົ່າ. 4 ເມື່ອພວກສາວໃຊ້ ແລະພວກນາງກຳນັນຂອງພຣະນາງເອສະເທີ ພວກນາງໄດ້ມາທູນເລື່ອງນີ້ກັບພຣະນາງ, ພຣະຣາຊີນີກໍຊົງກັງວົນໃຈຫລາຍ. ນາງຈຶ່ງສົ່ງເສື້ອຄຸມໄປໃຫ້ກັບມໍເດໄກ (ເພື່ອທີ່ທ່ານຈະໄດ້ຖອດຜ້າກະສອບອອກ), ແຕ່ທ່ານປະຕິເສດບໍ່ຮັບເສື້ອຄຸມທີ່ນາງສົ່ງມາໃຫ້. 5 ດັ່ງນັ້ນນາງເອສະເທີ ຈຶ່ງຮ້ອງຮາທາດ, ຊາຍຕອນຂອງພຣະນາງ ຜູ້ທີ່ກະສັດໄດ້ແຕ່ງຕັ້ງໃຫ້ມາບົວລະບັດຮັບໃຊ້ພຣະນາງ. ນາງໄດ້ສົ່ງເຂົາໄປຫາມໍເດໄກເພື່ອຖາມວ່າເກີດຫຍັງຂຶ້ນ ແລະເຮັດເຊັ່ນນັ້ນເຮັດຫຍັງ. 6 ດັ່ງນັ້ນ ຮາທາດຈຶ່ງໄດ້ອອກໄປຫາມໍເດໄກທີ່ສີ່ແຍກຂອງກາງເມືອງ ດ້ານຫນ້າປະຕູຂອງກະສັດ 7 ມໍເດໄກໄດ້ລາຍງານເລື່ອງລາວທັງຫມົດທີ່ເກີດຂຶ້ນກັບເຂົາ, ແລະ ເລື່ອງຈຳນວນເງິນທັງຫມົດທີ່ຮາມານສັນຍາຖວາຍໃຫ້ແກ່ກະສັດເພື່ອເອົາໄປໃສ່ໃນຄັງຂອງພະອົງ, ເພື່ອຈະໄດ້ສັງຫານຊົນຊາດຢິວທັງຫມົດ. 8 ທ່ານຍັງໄດ້ມອບສຳເນົາຊອງຈົດຫມາຍເລື່ອງການທຳລາຍຊົນຊາດຢິວ ທີ່ສົ່ງໄປທົ່ວຊູຊາໃຫ້ກັບຊາຍຕອນ. ທ່ານເຮັດເຊັ່ນນີ້ຮາທາດຈະໄດ້ນຳໄປມອບໃຫ້ນາງເອສະເທີ ແລະທ່ານຕ້ອງການໃຫ້ນາງຮັບຜິດຊອບເລື່ອງການເຂົ້າເຝົ້າກະສັດ ເພື່ອອ້ອນວອນກະສັດຂໍຄວາມຊື່ນຊອບເມດຕາ, ແລະ ຂໍຮ້ອງແທນຊົນຊາດຂອງນາງ. 9 ດັ່ງນັ້ນຮາທາດຈຶ່ງກັບໄປຫາເອສະເທີ ແລະໄດ້ທູນເລື່ອງທີ່ມໍເດໄກໄດ້ບອກມານັ້ນ. 10 ແລ້ວເອສະເທີກໍຝາກຄຳຂອງນາງໄປກັບເຂົາເຖິງມໍເດໄກ. 11 ນາງໄດ້ເວົ້າວ່າ, "ຂ້າຣາຊະການຂອງກະສັດ ແລະ ປະຊາຊົນທົ່ວທຸກແຂວງຮູ້ດີວ່າ ບໍ່ວ່າຊາຍ ຫລື ຍິງໃດທີ່ເຂົ້າໄປໃນເດີ່ນຊັ້ນໃນຂອງກະສັດໂດຍບໍ່ມີການຮັບສັ່ງມີກົດພຽງຂໍ້ດຽວເທົ່ານັ້ນຄື ຜູ້ນັ້ນຈະຕ້ອງຖືກປະຫານຊີວິດ ເວັ້ນແຕ່ຜູ້ທີ່ກະສັດໄດ້ຊົງຍື່ນໄມ້ເທົ້າທອງຄຳເພື່ອໄວ້ຊີວິດຜູ້ນັ້ນ. ຂ້ານ້ອຍກໍບໍ່ໄດ້ຖືກຮ້ອງໃຫ້ເຂົ້າພົບກະສັດເປັນເວລາສາມສິບວັນແລ້ວ." 12 ດ້ວຍເຫດນັ້ນຮາທາດຈຶ່ງລາຍງານຄຳຂອງນາງເອສະເທີແກ່ມໍເດໄກ. 13 ມໍເດໄກຈຶ່ງຝາກຂໍ້ຄວາມກັບໄປວ່າ: "ທ່ານຕ້ອງບໍ່ຄິດວ່າເຈົ້າ ຈະລອດພົ້ນຈາກການທຳລາຍຊົນຊາດຢິວທັງຫມົດເພາະທ່ານຢູ່ໃນ ຣາຊະວັງຂອງກະສັດນັ້ນ. 14 ຖ້າຫາກທ່ານຍັງມິດງຽບເຊັ່ນນີ້ຕໍ່ໄປ, ການຊ່ວຍເຫລືອ ແລະການຊ່ວຍກູ້ຂອງຊົນຊາດຢິວຄົງມາຈາກທີ່ອື່ນ, ແຕ່ທ່ານ ແລະ ຄອບຄົວຂອງທ່ານເອງກໍຕ້ອງພິນາດດ້ວຍເຊັ່ນດຽວກັນ. ບາງທີການທີ່ທ່ານໄດ້ຮັບຕຳແຫນ່ງຣາຊີນີນີ້ ກໍເພື່ອການນີ້ກໍເປັນໄດ້ ໃຜຈະຮູ້ໄດ້?" 15 ແລ້ວນາງເອສະເທີຈຶ່ງສົ່ງຂໍ້ຄວາມໄປຫາມໍເດໄກວ່າ, 16 "ຖ້າເຊັ່ນນັ້ນ ທ່ານຈົ່ງໄປຮວບຮວມຊາວຢິວທຸກຄົນທີ່ຢູ່ໃນຊູຊາ, ແລະ ຈົ່ງຖືສິນອົດອາຫານເພື່ຶອຂ້ານ້ອຍ. ຢ່າໄດ້ກິນ ຫລື ດື່ມເປັນເວລາສາມວັນສາມຄືນ. ຂ້ານ້ອຍ ແລະສາວໃຊ້ຂອງຂ້ານ້ອຍກໍຈະອົດອາຫານດ້ວຍເຊັ່ນກັນ. ແລ້ວຂ້ານ້ອຍຈະໄປເຂົ້າເຝົ້າກະສັດ, ເຖິງແມ່ນວ່າຈະເປັນການຜິດກົດຫມາຍກໍຕາມ, ແລະແມ່ນວ່າຂ້ອຍຕ້ອງພິນາດ, ຂ້ອຍກໍຈະພິນາດ." 17 ແລ້ວມໍເດໄກຈຶ່ງໄປເຮັດຕາມຄຳທີ່ນາງເອສະເທີຮັບສັ່ງໃຫ້ເຮັດ.