ບົດທີ 5

1 ຫລັງຈາກນັ້ນສາມວັນ, ນາງເອສະເທີຈຶ່ງໄດ້ນຸ່ງຊຸດພຣະຣາຊີນີ ແລະ ໄດ້ເຂົ້າມາໃນເດີ່່່່່່ນຊັ້ນໃນຂອງກະສັດ ດ້ານຫນ້າຣາຊະວັງຂອງກະສັດ, ກະສັດຊົງປຣະທັບເທິງບັນລັງໃນພຣະຣາຊວັງ, ຊົງຫັນຫນ້າໄປທາງເຂົ້າຂອງພຣະຣາຊວັງ. 2 ເມື່ອກະສັດໄດ້ຫລຽວເຫັນພຣະຣາຊີນີເອສະເທີ ຢືນຢູ່ໃນເດີ່ນຫນ້າວັງ, ພຣະນາງກໍໄດ້ຮັບຄວາມອະນຸຍາດໃນທາງສາຍຕາຂອງພຣະອົງ. ພຣະອົງຈຶ່ງໄດ້ຊົງຍືນໄມ້ຄອນເທົ້າທອງຄຳໃນມືຂອງພຣະອົງໃຫ້ນາງເອສະເທີ. ດັ່ງນັ້ນນາງເອສະເທີ ກໍໄດ້ເຂົ້າມາ ແລະ ແຕະທີ່ໄມ້ຄອນເທົ້າຂອງພຣະອົງນັ້ນ. 3 ແລ້ວພຣະອົງຈຶ່ງໄດ້ຖາມນາງວ່າ, "ເຈົ້າປາຖນາສິ່ງໃດນໍ, ພຣະຣາຊີນີເອສະເທີ? ເຈົ້າປະສົງສິ່ງໃດ? ຫາກເຖິງເຄິ່ງອານາຈັກຂອງເຮົາ, ເຮົາກໍຈະໃຫ້ກັບເຈົ້າ." 4 ນາງເອສະເທີຈຶ່ງເວົ້າກັບພຣະອົງວ່າ, "ຖ້າຫາກຂ້ານ້ອຍ ຊົງເປັນທີ່ພໍພຣະທັຍຂອງພຣະອົງ, ຂໍພຣະອົງລົງມາ ພ້ອມຮາມານໃນວັນນີ້ທີ່ງານລ້ຽງສະຫລອງທີ່ຂ້ານ້ອຍໄດ້ຈັດຕຽມໄວ້ໃຫ້ກັບເຂົາ." 5 ກະສັດຈຶ່ງເວົ້າວ່າ, "ໄປນຳຮາມານມາໂດຍໄວ, ແລະ ເຮັດຕາມທີ່ເອສະເທີໄດ້ເວົ້າ. "ດັ່ງນັ້ນກະສັດ ແລະ ຮາມານກໍໄປງານລ້ຽງສະຫລອງທີ່ນາງເອສະເທີໄດ້ຈັດຕຽມໄວ້. 6 ໃນຂະນະທີ່ກຳລັງເຫຍັ້ນເຫລົ້າອາງຸ່ນໃນງານລ້ຽງສະຫລອງຢູ່ນັ້ນ, ກະສັດກໍໄດ້ຖາມນາງເອສະເທີວ່າ "ຄວາມປາຖນາຂອງເຈົ້າຄືສິ່ງໃດ? ເຮົາຈະປຣະທານໃຫ້ ເຈົ້າປະສົງສິ່ງໃດ? ເຖິງເຄິ່ງອານາຈັກ ເຮົາກໍຈະໃຫ້ເຈົ້າ." 7 ນາງເອສະເທີຈຶ່ງທູນຕອບວ່າ, "ຄວາມປາຖນາ ແລະຄຳຮ້ອງຂໍຂອງຂ້ານ້ອຍນັ້ນຄື, 8 ຖ້າຫາກຂ້ານ້ອຍເປັນທີ່ໂປດປານໃນສາຍຕາຂອງພຣະອົງ ແລະເປັນທີ່ພໍພຣະທັຍຂອງພະອົງທີ່ຈະມອບໃຫ້ຕາມຄວາມປາຖນາຂອງຂ້ານ້ອຍ, ແລະ ໃຫ້ກຽດແກ່ຄຳຂໍຂອງຂ້ານ້ອຍ, ກໍຂໍເຊີນພຣະອົງ ແລະຮາມານຊົງມາຮ່ວມງານລ້ຽງທີ່ຂ້ານ້ອຍໄດ້ຈັດຕຽມສຳລັບພຣະອົງໃນມື້ອື່ນ ແລະ ຂ້ານ້ອຍຈະຕອບຄຳຖາມຂອງພຣະອົງ." 9 ຮາມານກັບໄປມື້ນັ້ນດ້ວຍຄວາມດີໃຈ ແລະ ມີອາລົມດີ. ແຕ່ເມື່ອຮາມານເຫັນມໍເດໄກທີ່ຫນ້າປະຕູຂອງກະສັດ, ກໍເຫັນວ່າມໍເດໄກບໍ່ໄດ້ຢືນຂຶ້ນ ຫລືຕົວສັ່ນສະທ້ານດ້ວຍຄວາມຢ້ານຕໍ່ຫນ້າເຂົາ, ຄວາມຄຽດຮ້າຍຕໍ່ມໍເດໄກກໍເກີດຂຶ້ນຢູ່ພາຍໃນເຂົາ. 10 ເຖິງຢ່າງໃດກໍດີ, ຮາມານໄດ້ຫ້າມໃຈຕົວເອງ ແລະ ກັບບ້ານຂອງເຂົາ. ແລ້ວຮາມານກໍສົ່ງຄົນໄປເຊີນສະຫາຍຂອງເຂົາມາ ແລະຮວມຕົວກັນພ້ອມທັງ ນາງເຊເຣເຊ ເມຍຂອງເຂົາ. 11 ແລ້ວຮາມານກໍເລົ່າໃຫ້ພວກເຂົາຟັງເຖິງຄວາມຮັ່ງມີຂອງເຂົາ, ຈຳນວນລູກຊາຍທັງຫລາຍຂອງເຂົາ, ແລະ ທີ່ກະສັດໄດ້ຊົງເລື່ອນຕຳແຫນ່ງທັງຫລາຍຊຶ່ງກະສັດໄດ້ໃຫ້ກຽດຕິຍົດແກ່ເຂົາ, ແລະ ອຳນາດທີ່ເຂົາໄດ້ຮັບເຫນືອຂ້າຣາຊະການ ແລະ ຂ້າຮັບໃຊ້ທັງປວງຂອງກະສັດ. 12 ຮາມານໄດ້ກ່າວວ່າ "ພຣະຣາຊີນີເອສະເທີ ບໍ່ໄດ້ຊົງເຊີນຜູ້ໃດ ນອກຈາກຕົວຂ້າພຣະເຈົ້າ ເພື່ອໄປຮ່ວມສະຫລອງກັບກະສັດ. ໃນງານລ້ຽງທີ່ນາງໄດ້ຈັດຕຽມໄວ້ ມື້ອື່ນຂ້າພຣະເຈົ້າກໍຍັງໄດ້ຮັບເຊີນໃຫ້ໄປອີກຄັ້ງພ້ອມດ້ວຍກະສັດ. 13 ແຕ່ທັງຫມົດນີ້ກໍບໍ່ມີຄ່າຫຍັງກັບຕົວຂ້າພຣະເຈົ້າ, ຕາບໃດທີ່ຂ້າພຣະເຈົ້າຍັງເຫັນມໍເດໄກຄົນຢິວຍັງນັ່ງຢູ່ທີ່ປະຕູພຣະຣາຊະວັງຂອງກະສັດນັ້ນ." 14 ແລ້ວເຊເຮເຊ ເມຍຂອງຮາມານກໍສະເຫນີຮາມານກັບສະຫາຍເຂົາວ່າ, "ໃຫ້ພວກເຂົາສ້າງບ່ອນແຂວນຄໍສູງຊາວສອງແມັດ ແລະ ໃນຕອນເຊົ້າ ຈົ່ງທູນກະສັດເພື່ອໃຫ້ພວກເຂົານຳມໍເດໄກໄປແຂວນຄໍທີ່ນັ້ນ. ເພື່ອທີ່ທ່ານຈະໄດ້ໄປງານລ້ຽງສະຫລອງກັບກະສັດຢ່າງສະບາຍໃຈ." ຄຳສະເຫນີເປັນທີ່ພໍໃຈແກ່ຮາມານ ແລະເຂົາຈຶ່ງໄດ້ສັ່ງຄົນໄປເຮັດບ່ອນແຂວນຄໍຕຽມໄວ້.