ບົດທີ 3

1 ຫລັງຈາກເຫດການເຫລົ່ານີ້ ກະສັດເຊເຊັດໄດ້ເລື່ອນຍົດໃຫ້ແກ່ ຮາມານ ລູກຊາຍຂອງຮາມເມດາທາເປັນເຊື້ອສາຍຂອງຄົນອາກັກ ແລະຍົກເຂົາຂຶ້ນໃຫ້ນັ່ງໃນຕຳແຫນ່ງທີ່ມີອຳນາດເຫມືອນບັນດາຂ້າຣາຊະການຮັບໃຊ້ພຣະອົງ 2 ມະຫາດເລັກທຸກຄົນຂອງກະສັດທີ່ຢູ່ປະຕູຂອງກະສັດຈະຄຸເຂົ່າລົງແລະກົ້ມກາບຣາມານ ຕາມທີ່ກະສັດໄດ້ບັນຊາໃຫ້ພວກເຂົາເຮັດ ແຕ່ມໍເດໄກບໍ່ຍອມຄຸເຂົ່າຫລືເຮັດຄວາມເຄົາຣົບ. 3 ແລ້ວພວກມະຫາດເລັກຂອງກະສັດຊຶ່ງຢູ່ທີ່ປະຕູຂອງກະສັດເວົ້າກັບມໍເດໄກວ່າ "ເປັນຫຍັງທ່ານຈຶ່ງຂັດຂືນຄຳບັນຊາການຂອງກະສັດ?" 4 ພວກເຂົາໄດ້ບອກທ່ານວັນແລ້ວວັນເຫລົ່າແຕ່ທ່ານກໍຍັງປະຕິເສດທີ່ຈະເຮັດຕາມຄວາມຕ້ອງການຂອງພວກເຂົາ ດັ່ງນັ້ນພວກເຂົາຈຶ່ງນຳເລື່ອງນີ້ໄປບອກກັບຣາມານເພື່ອເບິ່ງມໍເດໄກຍັງຂັດຂື່ນເຊັ່ນນັ້ນຫລືບໍ່ ເພາະທ່ານໄດ້ບອກພວກເຂົາວ່າທ່ານເປັນຄົນຢິວ. 6 5 ເມື່ອຮາມານເຫັນວ່າມໍເດໄກບໍ່ໄດ້ຄຸເຂົ່າແລະກົ້ມກາບເຂົາ ຣາມານກໍເຕັມໄປດ້ວຍຄວາມເດືອດແຄ້ນ. 6 ເຂົາຮູ້ສຶກເປັນການເສຍກຽດຕິຍົດຕໍ່ຄວາມຄິດທີ່ຈະຂ້າມໍເດໄກແຕ່ຜູ້ດຽວ ເພາະພວກມະຫາດເລັກຂອງກະສັດໄດ້ບອກເຂົາວ່າມໍເດໄກມາຈາກຊົນຊາດໃດ ຮາມານຕ້ອງການທີ່ຈະທຳຮ້າຍຊົນຊາດຢິວທັງຫມົດຄົນຂອງມໍເດໄກທີ່ຢູ່ທົ່ວທັງອານາຈັກຂອງອາສາອາເຮັບ. 7 ໃນເດືອນທີຫນຶ່ງ (ຊິ່ງເປັນເດືອນນິຊານ), ໃນປີທີສິບສອງແຫ່ງຣາຊະການຂອງກະສັດອາ​ຫາ​ສຸ​ເອ​ຣັດ, ຊຶ່ງເອີ້ນກັນວ່າປູຣິມ ຫລື ສະຫລາກຕໍ່ຫນ້າຮາມານເພື່ອຫາມື້ ແລະເດືອນ. ພວກເຂົາຈັບສະຫລາກໄປເລື້ອຍໆ ຈົນເຖິງສະຫລາກໄດ້ຕົກທີ່ເດືອນສິບສອງ (ຊຶ່ງເປັນເດືອນອາດາກ). 8 ແລ້ວຮາມານໄດ້ທູນກະສັດອາ​ຫາ​ສຸ​ເອ​ຣັດວ່າ, "ໃນອານາຈັກຂອງພຣະອົງມີຊົນຊາດຫນຶ່ງທີ່ກະແຈກກະຈາຍແຍກກັນຢູ່ໄປທົ່ວທຸກແຂວງ. ກົດຫມາຍຂອງພວກເຂົາແຕກຕ່າງຈາກກົດຫມາຍຂອງກະສັດ, ແລະ ຫາກປ່ອຍພວກເຂົາໄວ້ ກໍບໍ່ເກີດ ປະໂຫຍດອັນໃດຕໍ່ກະສັດ. 9 ຫາກເປັນທີ່ພໍໃຈກະສັດ, ຂໍພຣະອົງໄດ້ຊົງບັນຊາໃຫ້ຂ້າພວກເຂົາເສຍ, ແລະ ຂ້າພຣະເຈົ້າຈະຖວາຍເງິນຈຳນວນຫນຶ່ງຫມື່ນຕະລັນ ໃຫ້ແກ່ຜູ້ທີ່ຮັບຜິດຊອບພຣະຣາຊກິດຂອງກະສັດ, ເພື່ອໃຫ້ເຂົາເອົາໄປໃສ່ໄວ້ໃນພຣະຄັງຂອງກະສັດ." 10 ແລ້ວກະສັດຈຶ່ງໄດ້ຖອດແຫວນກາປຣະທັບຈາກມືຂອງພຣະອົງ ແລະ ໄດ້ມອບໃຫ້ແກ່ຮາມານລູກຊາຍຂອງຮາມເມດາທາ ຄົນອາກັກ, ສັດຕຣູຂອງຄົນຢິວ. 11 ແລ້ວກະສັດໄດ້ເວົ້າກັບຮາມານວ່າ, "ເຮົາຈະເບິ່ງເງິນນັ້ນໄດ້ກັບຄືນມາຍັງເຈົ້າ ແລະຄົນຂອງເຈົ້າ. ຈົ່ງໄປເຮັດຕາມທີ່ເຈົ້າປາຖນາເຖີດ." 12 ແລ້ວໃນວັນທີສິບສາມ ຂອງເດືອນທີຫນຶ່ງ, ເສນາຂອງກະສັດຖືກຮ້ອງເຂົ້າໄປ, ແລະຂຽນປະກາດນັ້ນຕາມຄຳສັ່ງຂອງຮາມານທຸກຢ່າງ ເຖິງພວກຜູ້ປົກຄອງເມືອງຂອງກະສັດ, ຄືຄົນເຫລົ່ານັ້ນທີ່ຢູ່ທົ່ວທຸກແຂວງ ເຖິງເຈົ້ານາຍຂອງແຕ່ລະແຂວງ ແລະຄົນທັງປວງໃນແຂວງຕ່າງໆ ແລະ ເຖິງຂ້າຣາຊະການທຸກຄົນ, ເຖິງແຂວງທັງປວງໃນພາສາຂອງພວກເຂົາເອງ, ແລະ ເຖິງສານນີ້ໄດ້ຂຽນໂດຍນາມຂອງກະສັດອາ​ຫາ​ສຸ​ເອ​ຣັດ ແລະ ປຣະທັບຕາດ້ວຍແຫວນຂອງພຣະອົງ. 13 ຜູ້ສົ່ງສານໄດ້ມອບສານເຫລົ່ານັ້ນດ້ວຍມື ໄປຍັງແຂວງທັງຫມົດຂອງກະສັດ, ເພື່ອສັງຫານ, ເພື່ອຂ້າ, ແລະທຳລາຍຄົນຢິວທັງຫມົດ, ຕັ້ງແຕ່ຄົນຫນຸ່ມຈົນເຖິງຄົນແກ່, ເດັກ ແລະແມ່ຍິງ, ພາຍໃນວັນດຽວນັ້ນ - ຄືວັນທີສິບສາມຂອງເດືອນທີສິບສອງ (ເຊິ່ງເປັນເດືອນອາດາກ) - ແລະ ຄອບຄອງເອົາຊັບສິນຂອງພວກເຂົາ. 14 ສຳເນົາຂອງຈົດຫມາຍສານນັ້ນຖືກຕັ້ງເປັນກົດຫມາຍທົ່ວທຸກແຂວງ. ແລະປະກາດໃຫ້ຮູ້ກັນໂດຍທົ່ວໄປແກ່ທຸກຄົນໃນແຂວງນັ້ນ. ເພື່ອໃຫ້ພວກເຂົາຕຽມຕົວສຳລັບວັນນີ້. 15 ຜູ້ສົ່ງສານຮີບອອກໄປ ແລະ ເຮັດຕາມຮັບສັ່ງຂອງກະສັດ. ຈົດຫມາຍຍັງໄດ້ ປະກາດໄປຍັງໃນປ້ອມປາການແຫ່ງເມືອງຊູຊາດ້ວຍ. ກະສັດໄດ້ປຣະທັບລົງ ແລະ ຊົງດື່ມກັບຮາມານ, ແຕ່ຜູ້ຄົນໃນປ້ອມແຫ່ງເມືອງຊູຊາກຳລັງເກີດຄວາມສັບສົນວຸ້ນວາຍ.