ບົດທີ 2

1 ພາຍຫລັງເຫດການເຫລົ່ານີ້, ເມື່ຶອຄວາມໃຈຮ້າຍຂອງກະສັດອາ​ຫາ​ສຸ​ເອ​ຣັດໄດ້ງຽບລົງ, ພຣະອົງໄດ້ຊົງລະນຶກເຖິງພຣະນາງວາຊະຕີ ແລະສິ່ງທີ່ນາງໄດ້ກະທຳ. ພຣະອົງຍັງໄດ້ຊົງລະນຶກເຖິງ ສານທີ່ພຣະອົງປະກາດອອກໄປດ້ວຍເລື່ອງຂອງນາງ. 2 ຂະນະນັ້ນພວກຊາຍຫນຸ່ມຂອງກະສັດທີ່ບົວລະບັດຮັບໃຊ້ພຣະອົງຢູ່ໄດ້ທູນວ່າ, "ຂໍຊົງຕັ້ງຜູ້ແທນພຣະອົງ ເພື່ອຊອກຫາຍິງພົມມະຈາຣີທີ່ງົດງາມທັງຫລາຍເຂົ້າມາ. 3 ຂໍໃຫ້ກະສັດໄດ້ຊົງແຕ່ງຕັ້ງເຈົ້າຫນ້າທີ່ໃນທົ່ວທຸກແຂວງຂອງອານາຈັກນີ້, ເພື່ອລວບລວມຍິງສາວພົມມະຈັນທີ່ງົດງາມທັງຫມົດເຂົ້າມາໃນຮາເຣັມໃນປ້ອມປາການແຫ່ງເມືອງຊູຊາ. ໃຫ້ມາຢູ່ພາຍໃຕ້ການດູແລຂອງເຮໄກ, ຊາຍຕອນຂອງກະສັດ, ຜູ້ມີຫນ້າທີ່ໃນການດູແລພວກຜູ້ຍິງ, ແລະໃຫ້ເຂົາຈັດຕຽມເຄື່ອງສຳອາງສຳລັບຍິງເຫລົ່ານັ້ນ. 4 ໃຫ້ຍິງສາວທີ່ເປັນທີ່ພໍໃຈກະສັດໄດ້ຂຶ້ນເປັນພຣະຣາຊີນີແທນນາງວາຊະຕີ." ຄຳແນະນຳນີ້ເປັນທີ່ພໍພຣະທັຍກະສັດຫລາຍ, ແລະ ພຣະອົງຊົງກະທຳເຊັ່ນນັ້ນ. 5 ໃນເວລານັ້ນມີຊາຍຊາວຢິວຄົນຫນຶ່ງໃນປ້ອມປາການແຫ່ງເມືອງຊູຊາຊື່ມໍເດໄກ ຜູ້ເປັນລູກຊາຍຂອງຢາອີ ຜູ້ເປັນລູກຂອງຊີເມອີ ລູກຂອງກີເຊ, ຄົນເບັນຢາມິນ. 6 ເຂົາໄດ້ຖືກຂັບໄລ່ໃຫ້ອອກຈາກກຸງເຢຣູຊາເລັມພ້ອມກັບພວກຊະເລີຍຊຶ່ງໄດ້ຂັບໄລ່ໄປພ້ອມກັບເຢໂຮຍອາກິນ, ກະສັດແຫ່ງຢູດາຍ, ຜູ້ຊຶ່ງຖືກກະສັດເນບູກາດເນັດຊາ, ແຫ່ງບາບີໂລນໄດ້ຂັບໄລ່ໄປ. 7 ເຂົາຫວ່ງໃຍຕໍ່ຮາດາສາ, ຄືເອສະເທີລູກສາວຂອງລູງເຂົາ, ເພາະນາງບໍ່ມີທັງພໍ່ແລະແມ່. ຍິງສາວຄົນນີ້ມີຮູບຮ່າງ ງົດງາມ ແລະ ນ່າຮັກ. ມໍເດໄກໄດ້ຮັບນາງເປັນເຫມືອນລູກສາວຂອງເຂົາເອງ. 8 ເມື່ອຄຳສັ່ງສານຂອງກະສັດຖືກປະກາດອອກໄປ, ມີຍິງສາວຫລາຍຄົນຖືກນຳມາທີ່ປ້ອມປາການຂອງເມືອງຊູຊາ. ພວກເຂົາໄດ້ໃຫ້ຢູ່ພາຍໃຕ້ການດູແລຂອງເຮໄກ. ເອສະເທີກໍໄດ້ຖືກພາເຂົ້າໄປຍັງຣາຊະວັງຂອງກະສັດເຊັ່ນກັນ ແລະ ຮັບການດູແລຈາກເຮໄກ, ຜູ້ດູແລຜູ້ຍິງທັງຫມົດ. 9 ຍິງສາວນັ້ນເປັນທີ່ພໍໃຈເຂົາ, ແລະ ນາງໄດ້ຮັບຄວາມກາຣຸນາຈາກເຂົາ. ເຂົາໄດ້ຈັດຕຽມເຄື່ອງສຳອາງ ແລະ ອາຫານໃຫ້ແກ່ນາງຢ່າງທັນທີ. ເຂົາຍັງໄດ້ຈັດຕັ້ງສາວໃຊ້ເຈັດຄົນໃຫ້ແກ່ນາງຈາກຣາຊະວັງຂອງກະສັດ, ແລະ ເຂົາໄດ້ຍ້າຍນາງພ້ອມທັງສາວໃຊ້ໄປຍັງສະຖານທີ ທີ່ດີທີ່ສຸດໃນເຮືອນຂອງແມ່ຍິງ. 10 ເອສະເທີບໍ່ໄດ້ບອກເລົ່າໃຫ້ໃຜຟັງທັງສິ້ນວ່ານາງເປັນຊົນຊາດໃດ ຫລືເປັນຍາດພີ່ນ້ອງໃຜ, ເພາະມໍເດໄກໄດ້ບອກນາງເອົາໄວ້ວ່າບໍ່ໃຫ້ບອກໃຜ. 11 ທຸກໆວັນມໍເດໄກຈະຢ່າງໄປມາຢູ່ທາງຫນ້າປະຕູທີ່ລານຂ້າງນອກເຮືອນຂອງແມ່ຍິງ, ເພື່ອຮັບຟັງເຖິງຄວາມເປັນຢູ່ຂອງເອສະເທີ, ແລະໃຫ້ຮູ້ວ່າມີຫຍັງເກີດຂຶ້ນກັບນາງແດ່. 12 ເມື່ອເຖິງຜຽນຂອງຍິງສາວແຕ່ລະຄົນຈະຕ້ອງເຂົ້າໄປຫາກະສັດອາ​ຫາ​ສຸ​ເອ​ຣັດ - ຕາມຂໍ້ບັງຄັບສຳລັບຍິງສາວ, ຄືແຕ່ລະຄົນຕ້ອງຜ່ານການດູແລດ້ານຄວາມສວຍງາມໃຫ້ຄົບເປັນເວລາສິບສອງເດືອນ, ແລ້ວການຊະໂລມກາຍດ້ວຍນ້ຳມັນຫອມ ແລະ ສຳອາງເວລາຫົກເດືອນ - 13 ເມື່ອຍິງສາວແຕ່ລະຄົນເຂົ້າເຝົ້າກະສັດ, ສິ່ງໃດທີ່ນາງປາຖນາຈະໄດ້ຮັບຈາກເຮືອນຂອງແມ່ຍິງ, ເພາະນາງສາມາດນຳເຂົ້າຍັງພຣະຣາຊວັງໄດ້. 14 ໃນຊ່ວງເວລາຕອນແລງ ຍິງນັ້ນເຂົ້າໄປຂ້າງໃນ, ແລະ ນາງກັບອອກມາໃນຕອນເຊົ້າໄປຍັງບ້ານຂອງແມ່ຍິງຫລັງທີສອງ, ແລະ ໃນການອາລັກຂາຂອງຊາອາຊະກາດ, ຊາຍຕອນຂອງກະສັດ, ຜູ້ດູແລນາງສະຫນົມທັງຫລາຍ. ຍິງນັ້ນຈະບໍ່ໄດ້ກັບອອກມານອກຈາກ ພຣະອົງຊົງພໍພຣະທັຍໃນຕົວນາງ ແລະ ໃຫ້ນາງກັບເຂົ້າໄປບົວລະບັດອີກຄັ້ງ. 15 ບັດນີ້ເມື່ອເຖິງເວລາຂອງເອສະເທີ (ລູກສາວຂອງອາບີໄຮ, ລຸງຂອງມໍເດໄກ, ຜູ້ທີ່ໄດ້ຮັບນາງໄປເປັນລູກສາວຂອງຕົນ) ເພື່ອເຂົ້າໄປບົວລະບັດກະສັດ, ນາງບໍ່ໄດ້ຮ້ອງຂໍສິ່ງໃດເລີຍ ເວັ້ນແຕ່ສິ່ງທີ່ເຮໄກ ຊາຍຕອນຂອງກະສັດ, ໄດ້ແນະນຳແກ່ນາງ, ຕອນນີ້ເອສະເທີໄດ້ເປັນທີ່ຊື່ນຊອບຂອງທຸກຄົນທີ່ໄດ້ພົບເຫັນນາງ. 16 ເອສະເທີຖືກພາເຂົ້າໄປໃນພຣະຣາຊະວັງຂອງກະສັດອາ​ຫາ​ສຸ​ເອ​ຣັດໃນເດືອນທີສິບ, ຊຶ່ງເປັນເດືອນຂອງເຕເບັດຊຶ່ງເປັນປີທີເຈັດຂອງຣາຊະການຂອງພຣະອົງ 17 ຫລາຍກ່ວາຍິງສາວຜູ້ອື່ນໆ, ເພິ່ນສວມມົງກຸດໃສ່ຫົວຂອງນາງໃຫ້ເປັນຣາຊີນີແທນຣາຊີນີວາຊະຕີ. 18 ແລ້ວກະສັດກໍຈັດງານກິນລ້ຽງຢ່າງໃຫຍ່ຫລວງຂຶ້ນເພື່ອເປັນກຽດຕິຍົດແກ່ນາງເອສະເທີ ແລະໄດ້ເຊີນບັນດາຂ້າຣາຊະການພ້ອມທັງພວກບໍຣິຫານທຸກຄົນຂອງຕົນເຂົ້າມາຮ່ວມໃນງານນີ້ ເພິ່ນໄດ້ປະກາດໃຫ້ມື້ນັ້ນເປັນມື້ຢຸດພັກໃນທຸກໆແຂວງແລະເພິ່ນໄດ້ແຈກຂອງຂວັນໃຫ້ແກ່ທຸກຄົນຢ່າງມີໃຈກ້ວາງຂວາງໃຫ້ສົມເປັນກະສັດ. 19 ໃນຄັ້ງທີສອງເມື່ອມີການລວບລວມຍິງສາວພົມມະຈັນມາອີກ ມໍເດໄກກຳລັງນັ່ງຢູ່ທີ່ປະຕູຂອງກະສັດ 20 ເອສະເທີຍັງບໍ່ໄດ້ບອກໃຜດ້ວຍເລື່ອງຂອງນາງຫລືຜູ້ທີ່ກ່ຽວຂ້ອງ ເພາະມໍເດໄກໄດ້ຄຸມນາງໄວ້ ນາງຍັງຄົງເຊື່ອຟັງແລະເຮັດຕາມຄຳແນະນຳຂອງມໍເດໄກ ເຫມືອນເຊັ່ນທີ່ນາງເຄີຍເຊື່ອຟັງຕອນທີ່ເຂົາລ້ຽງດູນາງມາ 21 ໃນຄັ້ງນັ້ນ ໃນຂະນະທີ່ມໍເດໄກກຳລັງນັ່ງຢູ່ທີ່ປະຕູຫນ້າວັງຂອງກະສັດ ນາຍທະຫານຍາມສອງຄົນຂອງກະສັດຄືບິກທານແລະເຕເຣເຊ ຜູ້ທີ່ເຝົ້າຍາມທີ່ປະຕູເກີດຄວາມຄຽດແຄ້ນແລະຫາທາງຈະທຳຮ້າຍກະສັດເຊເຊັດ 22 ເມື່ອເລື່ອງນີ້ໄດ້ເປີດເຜີຍແກ່ມໍເດໄກທ່ານໄດ້ນຳເລື່ອງນີ້ໄປບອກແກ່ພຣະຣາຊີນີເອສະເທີ ແລະເອສະເທີ ຈຶ່ງໄດ້ນຳໄປ ກາບທູນກະສັດໃນນາມຂອງມໍເດໄກ 23 ເມື່ອເລື່ອງນີ້ໄດ້ຮັບການສອບສວນແລະຢືນຢັນ ທະຫານທັງສອງຈຶ່ງຖູກຈັບໄປປະຫານໂດຍການແຂວນຄໍທີ່ເທິງຫລັກໄມ້ເຫດການນີ້ໄດ້ຖູກຂຽນບັນທຶກໄວ້ໃນ ຫນັງສືຕໍ່ຫນ້າຂອງກະສັດ.