ບົດທີ 3

1 ແຕ່ຈົ່ງຮູ້ວ່າໃນຊ່ວງເວລາສຸດທ້າຍ ຈະມີເວລາຄວາມຍາກລຳບາກເກີດຂຶ້ນ 2 ເພາະວ່າຄົນຈະຮັກຕົວເອງ, ຮັກເງິນຄຳ, ໂອ້ອວດຈອງຫອງ, ກ່າວຮ້າຍຜູ້ອື່ນບໍ່ເຊື່ອຟັງຄວາມພໍ່ແມ່, ເນຣະຄຸນ, ແລະ ບໍ່ມີສິນທັມ; 3 ພວກເຂົາຈະຢູ່ໂດຍຂາດຈາກຄວາມຮັກຕາມທຳມະຊາດ, ບໍ່ສະຫງົບສຸກ ໃສ່ຮ້າຍປ້າຍສີ ຂາດການຮູ້ຈັກບັງຄັບຕົນ, ໃຊ້ຄວາມຮຸນແຮງ ບໍ່ຮັກສິ່ງທີ່ດີ, 4 ພວກເຂົາຈະເປັນຄົນທໍຣະຍົດ, ດື້ດ້ານ, ອວດສະຫາວ ຮັກຄວາມສະໜຸກສະຫນານຫລາຍກວ່າຮັກພຣະເຈົ້າ. 5 ພາຍນອກພວກເຂົາເບິ່ງເໝືອນຄົນທີ່ເຊື່ອໃນພຣະເຈົ້າ ແຕ່ເຂົາປະຕິເສດຣິດເດດຂອງຜູ້ທີ່ເຂົາເຊື່ອນັ້ນຈົ່ງຫລີກຫນີເສຍຈາກຄົນຢ່າງນັ້ນ. 6 ເພາະວ່າບາງຄົນໃນພວກເຂົາ ຄືພວກຜູ້ຊາຍທີ່ໄດ້ເຂົ້າໄປໃນບ້ານເຮືອນ ແລະ ຫລົງໄຫລໃນຜູ້ຍິງທີ່ໂງ່ງາ່ວ ຜູ້ຍິງເຫລົ່ານີ້ຄືຄົນທີ່ມັກສຸມກອງຄວາມບາບເອົາໄວ້ ແລະ ຖືກຊັກຈູງດ້ວຍຄວາມປາຖະຫນາຕ່າງໆ , 7 ຜູ້ຍິງເຫລົ່ານີ້ຈະຍອມຮຽນຮູ້ຢູ່ສະເຫມີແຕ່ພວກເຂົາບໍ່ເຄີຍເຂົ້າເຖິງຄວາມຮູ້ໃນເລື່ອງຄວາມຈິງເລີຍ . 8 ເຫມືອນກັບທີ່ຢາເນກັບຢຳເບ ໄດ້ລຸກຂຶ້ນຕໍ່ຕ້ານໂມເຊພວກຜູ້ສອນປອມເຫຼົ່ານີ້ ກໍໄດ້ຢືນຂຶ້ນຕໍ່ຕ້ານຄວາມຈິງພວກເຂົາເປັນຄົນທີ່ມີຈິດໃຈຊົ່ວຮ້າຍ ແລະ ຄວາມເຊື່ອ ຂອງເຂົາ ກໍໃຊ້ການບໍ່ໄດ້ເລີຍ, 9 ແຕ່ພວກເຂົາຈະບໍ່ກ້າວໜ້າໄປໄກເພາະວ່າ ຄວາມໂງ່ງາ່ວຂອງພວກເຂົາຈະປາກົດແຈ້ງ ແກ່ຄົນທັງປວງເໝືອນ ກັບພວກຜູ້ຊາຍ ເຫລົ່ານັ້ນ. 10 ແຕ່ສຳລັບທ່ານໆໄດ້ເຮັດຕາມຄຳສອນຂອງຂ້າພະເຈົ້າ ຄືການປະພຶດ, ເປົ້າຫມາຍຂອງຊີວິດ,ຄວາມເຊື່ອ, ຄວາມອົດທົນດົນນານ, ຄວາມຮັກ, ແລະ ຄວາມອົດກັ້ນ. 11 ການຖືກຂົ່ມເຫັງ ການທຸກລຳບາກ ເເລະ ສິ່ງທີ່ເກີດຂຶ້ນກັບຂ້າພະເຈົ້າທີ່ເມືອງ ອັນຕີໂອເຂຍ ທີ່ເມືອງອີໂກນີອົມ ແລະ ທີ່ເມືອງລີສະຕຣາ ຂ້າພະເຈົ້າໄດ້ອົດທົນຕໍ່ການຂົ່ມເຫັງໃນເຫດການທັງປວງ ອົງພຣະຜູ້ເປັນເຈົ້າໄດ້ຊ່ວຍຊີວິດຂ້າພະເຈົ້າ 12 ແຕ່ຄົນທັງປວງເຫລົ່ານັ້ນ ທີ່ຕ້ອງການດຳເນີນ ຊີວິດຢ່າງຄົນຊອບທັມໃນພຣະເຢຊູຄຣິດເຈົ້າຈະຕ້ອງຖືກກົດຂີ່ຂົ່ມເຫັງ, 13 ຄົນຊົ່ວຮ້າຍ ແລະ ຄົນຫລອກລວງຈະເພີ້ມທະວີຫລາຍຂຶ້ນ ຍິ່ງກວ່າຄົນທີ່ນຳຜູ້ອື່ນໃຫ້ຫລົງຜິດພວກເຂົາກໍນຳໃຫ້ຕົນເອງຫລົງຜິດດ້ວຍ. 14 ແຕ່ສຳລັບທ່ານຈົ່ງດຳລົງຢູ່ໃນສິ່ງທີ່ທ່ານໄດ້ຮຽນຮູ້ ແລະ ເຊື່ອຢ່າງໝັ້ນຄົງ ທ່ານຮູ້ວ່າທ່ານໄດ້ຮຽນມາຈາກຜູ້ໃດ. 15 ຖ້ອຍຄຳບັນທຶກອັນສັກສິດ ສິ່ງເຫລົ່ານີ້ສາມາດເຮັດໃຫ້ທ່ານເຕັມລົ້ນດ້ວຍປັນຍາໃນເລື່ອງຂອງ ຄວາມພົ້ນຜ່ານທາງຄວາມເຊື່ອໃນພຣະເຢຊູຄຣິດເຈົ້າ. 16 ພຣະຄັມພີທຸກຂໍ້ໄດ້ຮັບການດົນໃຈໂດຍພຣະເຈົ້າ ຊຶ່ງເປັນປະໂຫຍດ ຕໍ່ຫລັກຄຳສອນ, ຄວາມເຊື່ອອັນແຮງກ້າ ການປັບປຸງແກ້ໄຂ ແລະ ການຝຶກຝົນໃນຄວາມ ຊອບທັມ, 17 ນີ້ກໍເພື່ອວ່າຄົນຂອງພຣະເຈົ້າ ຈະເປັນຄົນທີ່ມີຄວາມສາມາດ ຕຽມ ພ້ອມສຳລັບການດີທຸກຢ່າງ.