ບົດທີ 4

1 ຂ້າພະເຈົ້າໃຫ້ຄຳສັ່ງທີ່ສຳຄັນຕໍ່ພຣະພັກພຣະເຈົ້າ ແລະ ພຣະເຢຊູຄຣິດເຈົ້າ, ຜູ້ທີ່ ພິພາກສາທັງຄົນເປັນ ແລະຄົນຕາຍ ແລະ ເພາະໂດຍການມາປາກົດຂອງພຣະອົງເແລະ ຣາຊອານາຈັກຂອງພຣະອົງ. 2 ຈົ່ງສັ່ງສອນພຣະທັມຈົ່ງພ້ອມຢູ່ສະເຫມີທັງໃນເວລາທີ່ມີໂອກາດ ແລະ ບໍ່ມີໂອກາດ, ຈົ່ງວ່າກ່າວຈົ່ງເຕືອນສະຕິ ດ້ວຍຄວາມອົດທົນແລະ ການສິດສອນທຸກຢ່າງ. 3 ເພາະເວລານັ້ນຈະມາເຖິງເມື່ອຄົນບໍ່ຍອມຟັງຄຳສອນທີ່ດີແຕ່ເຂົາຈະສະສົມອາຈານສອນຂອງຕົນຕາມ ແຕ່ຄວາມປາຖະໜາຂອງເຂົາເອງ ເພື່ອບັນເທົາອາການຄັນຫູຂອງພວກເຂົາ. 4 ພວກເຂົາຈະຫັນໄປຈາກຄວາມຈິງແລ້ວໄປສົນໃຈນິຍາຍ ເລື່ອງເປົ່າໆ. 5 ແຕ່ສຳລັບທ່ານຈົ່ງມີຄວາມຄິດທີ່ສຸຂຸມໃນທຸກໆສິ່ງຈົ່ງຍອມທົນ ທຸກໃນຄວາມຍາກລຳບາກ ແລະ ຈົ່ງເຮັດໜ້າທີ່ຂອງຜູ້ປະກາດ ຂ່າວປະເສີດປະຕິບັດ ໜ້າທີ່ ການຮັບໃຊ້ຂອງທ່ານໃຫ້ ຄົບບໍລິບູນ. 6 ເພາະຂ້າພະເຈົ້າກຳລັງຖືກເທອອກເວລາທີ່ຕ້ອງຈາກໄປນັ້ນມາເຖິງແລ້ວ 7 ຂ້າພະເຈົ້າໄດ້ແລ່ນແຂ່ງຂັນ ຢ່າງດີຈົນສຳເລັດຂ້າພະເຈົ້າແລ່ນຈົນເຖິງເສັ້ນໄຊ ຂ້າພະເຈົ້າຮັກສາຄວາມເຊື່ອຈົນເຖິງທີ່ສຸດ 8 ມົງກຸດແຫ່ງຄວາມຊອບທຳໄດ້ຖືກຕຽມໄວ້ໃຫ້ກັບຂ້າພະເຈົ້າຊຶ່ງອົງພຣະຜູ້ເປັນເຈົ້າຜູ້ພິພາກສາທີ່ຍຸດຕິທຳຈະມອບໃຫ້ແກ່ ຂ້າພະເຈົ້າໃນວັນນັ້ນ. ແຕ່ບໍ່ແມ່ນແກ່ຂ້າພະເຈົ້າເທົ່ານັ້ນແຕ່ສຳລັບຄົນທັງຫລາຍທີ່ຮັກໃນການຊົງມາປາກົດຂອງພຣະອົງດ້ວຍ. 9 ທ່ານຈົ່ງພະຍາຍາມມາຫາ ຂ້າພະເຈົ້າໃຫ້ໄວທີ່ສຸດ 10 ເພາະວ່າເດມາ ໄດ້ ປະຖິ້ມຂ້າພະເຈົ້າເສັຍແລ້ວ. ເຂົາຮັກໂລກປະຈຸບັນນີ້ ແລະ ໄດ້ໄປຍັງເມືອງ ເທສະໂລນິກ. ເກເຊັນ ໄດ້ໄປທີ່ເມືອງຄາລາເຕຍ ແລະ ສ່ວນຕີໂຕໄປຍັງເມືອງດັນມາເຕຍ. 11 ຕອນນີ້ມີພຽງແຕ່ ລູກາ ທີ່ຢູ່ກັບຂ້າພະເຈົ້າທ່ານຈົ່ງໄປຫາມາຣະໂກ ແລະ ພາເຂົາໄປດ້ວຍ ເພາະເຂົາມີປະໂຫຍດຢ່າງຫລາຍ ຕໍ່ງານຂອງຂ້າພະເຈົ້າ 12 ຂ້າພະເຈົ້າສັ່ງ ຕີຂີໂກ ໄປຍັງເມືອງເອເຟໂຊ. 13 ເມື່ອທ່ານມາກໍໃຫ້ນຳເສື້ອຄຸມ ທີ່ຂ້າພະເຈົ້າປະໄວ້ກັບ ກາລະໂປ ທີ່ເມືອງໂທອາດ ແລະ ໜັງສືເປັນຕົ້ນ ມ້ວນໜັງສືທີ່ເປັນໜັງສັດ. 14 ອາເລັກຊັນເດີ ຊ່າງເຮັດເຄື່ອງທອງແດງ ໄດ້ເຮັດການຊົ່ວຮ້າຍຕໍ່ຕ້ານຂ້າພະເຈົ້າຫລາຍຢ່າງ ອົງພຣະຜູ້ເປັນເຈົ້າຈະຕອບແທນການກະທຳຂອງເຂົາ. 15 ເເຕ່ທ່ານເອງ ກໍຄວນປ້ອງກັນຕົວ ທ່ານຈາກເຂົາດ້ວຍ ເພາະວ່າເຂົາຕໍ່ຕ້ານຖອ້ຍຄຳຂອງເຮົາ ຢ່າງຮຸນແຮງ. 16 ໃນການແກ້ຄະດີ ເທື່ອທຳອິດນັ້ນ ບໍ່ມີຜູ້ໃດຢູ່ກັບຂ້າພະເຈົ້າເຂົາທັງຫລາຍປະຖິ້ມ ຂ້າພະເຈົ້າໄວ້ແຕ່ພຽງຜູ້ດຽວ ຂໍຢ່າໃຫ້ພວກເຂົາຖືກນັບວ່າຜິດເລີຍ. 17 ແຕ່ອົງພຣະຜູ້ເປັນເຈົ້າຊົງຢູ່ກັບຂ້າພະເຈົ້າ ແລະ ເສີມກຳລັງຂ້າພະເຈົ້າ ເພື່ອວ່າໂດຍຜ່ານຂ້າພະເຈົ້ານັ້ນການປະກາດຂ່າວປະເສີດ ຈະໄດ້ສຳເລັດຢ່າງສົມບູນ ແລະ ຄົນຕ່າງຊາດທັງປວງໄດ້ຍິນ ຂ້າພະເຈົ້າໄດ້ຮັບການຊ່ວຍເຫລືອອອກຈາກປາກຂອງສິງໂຕ. 18 ອົງພຣະຜູ້ເປັນເຈົ້າຈະຊ່ວຍຂ້າພະເຈົ້າຈາກສິ່ງຊົ່ວຮ້າຍທຸກຢ່າງ ແລະ ປົກປ້ອງຂ້າພະເຈົ້າໄວ້ສຳລັບ ອານາຈັກແຫ່ງແຜ່ນດິນສະຫວັນ ຂໍພຣະສະຫງ່າຣາສີຈົ່ງມີແກ່ ພຣະອົງຕະຫລອດໄປເປັນນິດເທີ້ນ ອາແມນ. 19 ເຮົາຂໍຝາກຄວາມຄິດເຖິງໄປເຖິງ ປີຊະກີລາ ກັບ ອາກີລາ ແລະ ຄອບຄົວຂອງ ໂອເນຊີໂຟໂຣ. 20 ເອຣາຊະໂຕ ຍັງຢູ່ທີ່ເມືອງໂກຣິນໂທ ແຕ່ຂ້າພະເຈົ້າໄດ້ປະ ໂທຟີໂມ ທີ່ປວ່ຍຢູ່ໄວ້ທີ່ເມືອງ ມີເລໂຕ 21 ຂໍທ່ານພະຍາຍາມມາໃຫ້ໄວທີ່ສຸດກ່ອນຈະເຖິງລະດູໜາວ. ຢູບູໂລ,ໄດ້ຝາກຄວາມຄິດເຖິງມາເຖິງທ່ານດ້ວຍລວມທັງ ປູເດັນ, ລີໂນ ,ກະໂລເດຍ ແລະພີ່ນ້ອງ ຄົນອື່ນໆ. 22 ຂໍອົງພຣະຜູ້ເປັນເຈົ້າຈົ່ງ ສະຖິດຢູ່ກັບວິນຍານຂອງທ່ານ ຂໍໃຫ້ພຣະຄຸນສະຖິດຢູ່ກັບທາ່ນດ້ວຍ.