ບົດທີ 2

1 ເຫດສະນັ້ນ, ລູກຂອງເຮົາເອີຍ, ຈົ່ງເຂັ້ມແຂງຂຶ້ນ ໂດຍພຣະຄຸນທີ່ພວກເຮົາມີໃນ ພຣະຄຣິດເຈົ້າເຢຊຸ. 2 ຕໍ່ຫນ້າພະຍານຫລາຍຄົນໄວ້ກັບຄົນທີ່ສັດຊື່ ທີ່ສາມາດສອນ ຄົນອື່ນໄດ້ດ້ວຍ. 3 3 ຈົ່ງຮ່ວມໃນຄວາມທົນທຸກ ເຫມຶອນດັ່ງເປັນທະຫານ ທີ່ດີ ຂອງພຣະຄຣິດເຈົ້າເຢຊູ. 4 ບໍ່ມີທະຫານຄົນໃດເມື່ອເຂົ້າປະຈຳການແລ້ວຈະຫຍຸ້ງກ່ຽວກັບການງານຝ່າຍພົນລະເຮຶອນ. ດ້ວຍວ່າ,ເຂົາຕອ້ງເຮັດໃຫ້ຜູ້ທີ່ເກັນຕົນໄດ້ຮັບຄວາມພໍໃຈ. 5 ນັກກິລາທີ່ແລ່ນຊິງໄຊ ຈະຍາດເອົາລາງວັນບໍ່ໄດ້ ຖ້າບໍ່ປະຕິບັດຕາມກົດລະບຽບ . 6 ຊາວກະສີກອນທີ່ເຮັດວຽກໜັກ ກໍຄວນເປັນຜູ້ທຳອິດຜູ້ທຳອິດທີ່ໄດ້ຮັບຜົນເກັບກ່ຽວ. 7 ຈົ່ງຄິດຕຶກຕອງຂໍ້ຄວາມທີ່ເຮົາເວົ້ານັ້ນ ໃຫ້ຖິ່ຖ້ວນເພາະອົງພຣະຜູ້ເປັນເຈົ້າຈະຊົງປະທານໃຫ້ເຂົາເຈົ້າເຂົ້າໃຈໃນທຸກສິ່ງ. 8 ຈົ່ງລະນຶກເຖິງພຣະເຢຊູຄຣິດເຈົ້າ ຜູ້ທີ່ຖືກເຮັດໃຫ້ເປັນຄືນມາຈາກຄວາມຕາຍແລ້ວແລະຜຸ້ທີ່ເປັນເຊື້ອສາຍຂອງດາວິດ. ສິ່ງນີ້ເປັນໄປຕາມສາລະແຫ່ງຂ່າວປະເສີດ ຂອງຂ້າພະເຈົ້າ. 9 ທີ່ຂ້າພະເຈົ້າໄດ້ຍອມທົນທຸກທໍລະມານ ຈົນຖືກລ່າມໂສ້ ເຫມືອນກັບເປັນຄົນຮ້າຍແຕ່ພຣະທັມ ຂອງພຣະເຈົ້າຈະບໍ່ຖືກຜູກມັດໄວ້. 10 ດ້ວຍເຫດນີ້ຂ້າພະເຈົ້າ ຈຶ່ງອົດທົນຕໍ່ທຸກສິ່ງ ເພື່ອຄົນເຫລົ່ານັ້ນທີ່ໄດ້ຮັບການເລືອກໄວ້ ເພື່ອເຂົາທັງຫລາຍຈະບັນລຸເຖິງຄວາມລອດໃນພຣະເຢຊູຄຣິດເຈົ້າ ພ້ອມກັບພຣະສະຫງ່າຣາສີອັນເປັນນິຣັນດອນ. 11 ຄຳກ່າວນີ້ເຊື່ອຖືໄດ້ຄື: “ຖ້າເຮົາຕາຍກັບພຣະອົງ, ເຮົາກໍຈະມີຊີວິດຢູ່ກັບພຣະອົງ. 12 ເຮົາອົດທົນເຮົາກໍຈະປົກຄອງຮ່ວມກັບພຣະອົງ. ຖ້າເຮົາປະຕິເສດພຣະອົງ, ພຣະອົງກໍຈະປະຕິເສດເຮົາດ້ວຍເຫມືອນກັນ. 13 ຖ້າເຮົາບໍ່ສັດຊື່ພຣະອົງກໍຍັງຄົງສັດຊື່ເພາະວ່າ ພຣະອົງບໍ່ສາມາດຈະປະຕິເສດ ພຣະອົງເອງໄດ້.” 14 ທ່ານຈົ່ງຢ້ຳເຕືອນພວກເຂົາທັງຫລາຍເຖິງສິ່ງຕ່າງໆເຫລົ່ານີ້ ເຕືອນພວກເຂົາ ຢູ່ ຊ້ອງ ພຣະພັກພຣະເຈົ້າບໍ່ໃຫ້ໂຕ້ຖຽງກັນ ດ້ວຍເລື່ອງຖ້ອຍຄຳຕ່າງໆ ເພາະວ່າສິ່ງເຫລົ່ານັ້ນ ບໍ່ເປັນປະໂຫຍດອັນໃດ. ເພາະການເຮັດເຊັ່ນນີ້ເປັນການທຳລາຍຄົນເຫລົ່ານັ້ນທີ່ຮັບຟັງ. 15 ທ່ານຈົ່ງເຮັດໃຫ້ດີທີ່ສຸດຕໍ່ພຣະເຈົ້າເຫມືອນຜູ້ຫນຶ່ງທີ່ຜ່ານການພິສູດແລ້ວ, ເປັນຄົນງານທີ່ບໍ່ມີເລື່ອງໃດໃຫ້ລະອາຍ ເປັນຄົນທີ່ສອນຖ້ອຍຄຳແຫ່ງຄວາມຈິງ ຢ່າງຖືກຕ້ອງ. 16 ຈົ່ງຫລີກເວັ້ນຈາກການສົນທະນາ, ທີ່ບໍ່ໃຫ້ກຽດພຣະເຈົ້າເພາະນັ້ນຈະນຳເຮົາໄປສູ່ການດູຫມິ່ນພຣະເຈົ້າຫລາຍຍິ່ງຂຶ້ນ. 17 ການເວົ້າຈາຂອງພວກເຂົາແຜ່ກະຈາຍໄປເຫມືອນບາດແຜເປື່ອຍເນົ່າ ໃນທ່າມກາງຄົນເຫລົ່ານັ້ນ ຄືຮີເມນາໂຢ ແລະ ຟີເລໂຕ. 18 ຊາຍເຫລົ່ານີ້ຄືຄົນທີ່ໄດ້ຫລົງໄປ ຈາກຄວາມຈິງພວກເຂົາບອກວ່າການຟື້ນຄືນ ຈາກຄວາມຕາຍໄດ້ເກີດຂຶ້ນແລ້ວ, ພວກເຂົາເຮັດໃຫ້ຄວາມເຊື່ອຂອງບາງຄົນລົ້ມລະລາຍໄປ. 19 ຢ່າງໃດກໍຕາມ, ຮາກຖານທີ່ຫມັ້ນຄົງຂອງພຣະເຈົ້າ ກໍຕັ້ງໝັ້ນຄົງຢູ່. ມີຄຳຂຽນ ໄວ້ວ່າ, “ອົງພຣະຜູ້ເປັນເຈົ້າ ຮູ້ຈັກຄົນເຫລົ່ານັ້ນທີ່ເປັນຄົນຂອງພຣະອົງ” ແລະ “ທຸກຄົນທີ່ເອີ່ຍພຣະນາມ ຂອງອົງພຣະຜູ້ເປັນເຈົ້າຈະຕ້ອງແຍກຕົວອອກຈາກຄວາມຊົ່ວຊ້າ.” 20 ໃນບ້ານຂອງຄົນຮັ່ງມີບໍ່ໄດ້ມີແຕ່ພາຊະນະທີ່ເຮັດດ້ວຍເງິນ ແລະ ຄຳ ເທົ່ານັ້ນແຕ່ຍັງມີ ພາຊະນະທີ່ເຮັດຈາກໄມ້ ແລະ ດິນຫນຽວ ພາຊະນະ ບາງຢ່າງກໍໃຊ້ ສຳລັບງານທີ່ມີກຽດ ແລະ ບາງຢ່າງໃຊ້ສຳລັບງານທີ່ບໍ່ມີກຽດ. 21 ຖ້າຜູ້ໃດຊຳລະຕົວຂອງເຂົາຈາກສິ່ງທີ່ບໍ່ມີກຽດເຂົາກໍເປັນພາຊະນະທີ່ມີກຽດ ເຂົາຈະຖືກແຍກອອກຈາກພາຊະນະອື່ນເພື່ອເປັນພາຊະນະທີ່ໃຊ້ປະໂຫຍດ ໄດ້ສຳລັບອົງເຈົ້ານາຍ, ແລະ ພ້ອມສຳລັບການດີທຸກຢ່າງ. 22 ຈົ່ງຫລີກໜີຈາກ ຣາຄະຕັນຫາຂອງຄົນໜຸ່ມສາວ ຈົ່ງຢຶດເອົາຄວາມຊອບທຳ, ຄວາມເຊື່ອ, ຄວາມຮັກ ແລະ ສັນຕິສຸກ ພ້ອມກັບຄົນເຫລົ່ານັ້ນທີ່ຮ້ອງອອກພຣະນາມ ຂອງອົງພຣະຜູ້ເປັນເຈົ້າດ້ວຍຫົວໃຈທີ່ບໍຣິສຸດ. 23 ແຕ່ຈົ່ງປະຕິເສດຄຳຖາມທີ່ໂງ່ງ່າວ ແລະ ຂາດຄວາມຮູ້ເພາະທ່ານຮູ້ວ່າຄຳຖາມເລົ່ານີ້ ກໍ່ໃຫ້ເກີດການຜິດຖຽງກັນ. 24 ຜູ້ຮັບໃຊ້ຂອງອົງພຣະຜູ້ເປັນເຈົ້າ ຈະຕ້ອງບໍ່ວິວາດຜິດຖຽງກັນ, ແຕ່ເປັນຄົນທີ່ສຸພາບຕໍ່ຄົນທັງປວງ ສາມາດສອນຄົນອື່ນໄດ້ ແລະ ມີຄວາມອົດທົນ 25 ເຂົາຕອ້ງເປັນຄົນທີ່ໃຫ້ຄວາມຮູ້ແກ່ຄົນທີ່ຕໍ່ຕ້ານເຂົາດ້ວຍຄວາມສຸພາບອ່ອນໂຍນ ເພື່ອວ່າພຣະເຈົ້າຈະເຮັດໃຫ້ຄົນເຫລົ່ານັ້ນກັບໃຈໂດຍຄວາມຮູ້ເຖິງຄວາມຈິງໄດ້. 26 ພວກເຂົາອາດຈະກັບເປັນຄົນທີ່ມີສະຕິອີກຄັ້ງ ແລະ ຫລຸດພົ້ນຈາກບ່ວງແຮ້ວຂອງມານຮ້າຍ ຫລັງຈາກທີ່ພວກເຂົາຖືກຈັບໂດຍມານຮ້າຍເພື່ອໃຫ້ເຮັດຕາມຄວາມປະສົງ ຂອງມັນ.