​ບົດ​ທີ 9

1 ພຣະເຈົ້າໄດ້ອວຍພອນແກ່ໂນອາ ແລະ ລູກຊາຍທັງຫລາຍຂອງລາວ, ແລະ ໄດ້ກ່າວກັບພວກເຂົາວ່າ, "ຈົ່ງມີລູກຫລານໃຫ້ມາກຫລາຍ, ທະວີຂຶ້ນທົ່ວເທິງແຜ່ນດິນໂລກ. 2 ຄວາມຢ້ານກົວເຈົ້າ, ແລະ ຄວາມເກງກົວ​ແກ່ເຈົ້າ ຈະມີເຫນືອສັດທຸກຕົວທີ່ມີຊີວິດເທິງພື້ນແຜ່ນດິນ, ເຫນືອນົກທຸກໂຕຂອງທ້ອງຟ້າ, ເຫນືອທຸກສິ່ງທີ່ເລືອຍຄານເທິງພື້ນດິນ, ແລະ ເຫນືອປາທຸກຊະນິດແຫ່ງທ້ອງທະເລ. ພວກມັນທັງຫມົດໄດ້ຖືກມອບໄວ້ໃນມືເຈົ້າ. 3 ສິ່ງທີ່ເຄື່ອນໄຫວທຸກສິ່ງທີ່ມີຊີວິດຢູ່ຈະເປັນອາຫານສຳລັບເຈົ້າ. ບັດນີ້ເຮົາໃຫ້ທຸກສິ່ງແກ່ພວກເຈົ້າ, ເຫມືອນທີ່ເຮົາໄດ້ໃຫ້ພືດສີຂຽວແກ່ເຈົ້າ. 4 ແຕ່ເຈົ້າບໍ່ຕ້ອງກິນຊີ້ນທີ່ມີເລືອດ - ເພາະເລືອດແມ່ນຫລັກສຳຄັນແຫ່ງຊີວິດ. 5 ແຕ່ສຳລັບເລືອດຂອງເຈົ້າ, ຊີວິດທີ່ຢູ່ໃນເລືອດຂອງເຈົ້າເຮົາຈະເອີ້ນຄ່າຕອບແທນຈາກມືຂອງສັດທຸກໂຕ. ເຮົາຈະເອີ້ນຄ່າຕອບແທນຈາກມືຂອງມະນຸດໃດໆນັ້ນ, ຄືຈາກມືຂອງໃຜກໍຕາມຜູ້ຊຶ່ງຂ້າພີ່ນ້ອງຂອງເຂົາເຮົາຈະເອີ້ນຄືນເພາະຊີວິດຂອງຄົນໆນັ້ນ. 6 ໃຜກໍຕາມທີ່ເຮັດໃຫ້ມະນຸດເລືອດໄຫລ, ເລືອດຂອງເຂົາກໍຈະໄຫລດ້ວຍມະນຸດດ້ວຍ, ເພາະວ່າມັນຢູ່ໃນພຣະລັກສະນະຂອງພຣະເຈົ້າທີ່ພຣະອົງໄດ້ຊົງສ້າງມະນຸດ. 7 ສຳລັບພວກເຈົ້າ, ຈົ່ງແຜ່ພັນ ແລະ ເພີ່ມຈຳນວນຂຶ້ນ, ແຜ່ອອກໄປທົ່ວແຜ່ນດິນ ແລະ ທະວີຫລາຍຂຶ້ນເທິງແຜ່ນດິນໂລກ." 8 ຈາກນັ້ນພຣະເຈົ້າໄດ້ເວົ້າກັບໂນອາ ແລະ ກັບລູກຊາຍທັງຫລາຍຂອງລາວທີ່ຢູ່ກັບລາວວ່າ, 9 "ຈົ່ງຟັງສຳລັບເຮົາ! ເຮົາຈະຢືນຢັນພັນທະສັນຍາຂອງເຮົາກັບເຈົ້າ ແລະ ເຊື້ອສາຍຂອງເຈົ້າຫລັງຈາກເຈົ້າ. 10 ແລະ ທຸກສິ່ງທີ່ມີຊີວິດທີ່ຢູ່ກັບເຈົ້າ, ກັບນົກທັງຫລາຍສັດລຽ້ງ, ແລະ ສັບພະທຸກສິ່ງແຫ່ງແຜ່ນດິນທີ່ຢູ່ກັບເຈົ້າ, ຈາກທັງຫມົດທີ່ອອກມາຈາກເຮືອເຖິງສັບພະສິ່ງທີ່ມີຊີວິດເທິງແຜ່ນດິນ. 11 ເຮົາຢືນຢັນພັນທະສັນຍາຂອງເຮົາທີ່ມີກັບເຈົ້າ, ຄືເນື້ອຫນັງທັງຫມົດຈະບໍ່ຖືກທຳລາຍດ້ວຍນໍ້າຖ້ວມອີກ. ຈະບໍ່ມີນໍ້າຖ້ວມທຳລາຍແຜ່ນດິນໂລກອີກ." 12 ພຣະເຈົ້າຊົງກ່າວວ່າ, "ນີ້ແມ່ນເຄື່ອງຫມາຍແຫ່ງພັນທະສັນຍາຊຶ່ງເຮົາໄດ້ເຮັດຂຶ້ນລະຫວ່າງເຮົາກັບເຈົ້າ ແລະ ທຸກໆສິ່ງທີ່ມີຊີວິດທີ່ຢູ່ກັບເຈົ້າ, ສຳລັບຄົນທຸກຊົ່ວອາຍຸ: 13 ເຮົາໄດ້ຕັ້ງຮຸ້ງກິນນໍ້າໄວ້ໃນເມກ, ແລະນີ້ຈະເປັນເຄື່ອງຫມາຍແຫ່ງພັນທະສັນຍາລະຫວ່າງເຮົາ ແລະ ແຜ່ນດິນໂລກ. 14 ຈະເປັນຢ່າງນັ້ນເມື່ອເຮົາໃຫ້ມີເມກເຫນືອແຜ່ນດິນ ແລະ ເຫັນຮຸ້ງກິນນຳ້ໃນເມກນັ້ນ, 15 ເຮົາກໍຈະນຶກເຖິງພັນທະສັນຍາຂອງເຮົາ, ທີ່ໄດ້ເຮັດລະຫວ່າງເຮົາກັບເຈົ້າ ແລະ ທຸກສິ່ງທີ່ມີຊີວິດແຫ່ງເນື້ອຫນັງ. ນ້ຳຈະບໍ່ຖ້ວມທຳລາຍເນື້ອຫນັງທັງຫມົດອີກ​ຕໍ່​ໄປ. 16 ຮຸ້ງກິນນ້ຳຈະປາກົດຂຶ້ນໃນເມກ ແລະ ເຮົາຈະເຫັນ, ເພື່ອທີ່ຈະລະນຶກເຖິງພັນທະສັນຍານິຣັນດອນລະຫວ່າງພຣະເຈົ້າ ແລະ ທຸກສິ່ງທີ່ມີ ຊີວິດຂອງເນື້ອຫນັງທັງຫມົດຊຶ່ງຢູ່ເທິງແຜ່ນດິນໂລກ." 17 ຈາກນັ້ນພຣະເຈົ້າຊົງກ່າວກັບໂນອາວ່າ, "ອັນນີ້ຄືເຄື່ອງຫມາຍຂອງພັນທະສັນຍາຊຶ່ງເຮົາໄດ້ຢືນຢັນໄວ້ແລ້ວລະຫວ່າງເຮົາກັບສິ່ງທີ່ມີຊີວິດທັງຫມົດທີ່ຢູ່ເທິງແຜ່ນດິນ." 18 ລູກຊາຍຂອງໂນອາທີ່ອອກມາຈາກເຮືອຄື: ເຊມ, ຮາມ ແລະ ຢາເຟດ. ຮາມເປັນພໍ່ຂອງການາອານ. 19 ທັງສາມຄົນນີ້ເປັນລູກຂອງໂນອາ, ແລະ ດ້ວຍພວກເຂົາເຫລົ່ານີ້ເຮັດໃຫ້ພື້ນແຜ່ນດິນທັງຫມົດເຕັມໄປດ້ວຍປະຊາຊາດ. 20 ໂນອາໄດ້ເລີ່ມເປັນຊາວສວນ, ແລະ ລາວເປັນຄົນທຳອິດທີ່ປູກຕົ້ນອະງຸ່ນ. 21 ລາວໄດ້ດື່ມນໍ້າອະງຸ່ນຫລາຍ ແລະ ເມົາ. ລາວໄດ້ນອນເປືອຍກາຍຢູ່ໃນຜ້າເຕັນຂອງລາວ. 22 ຈາກນັ້ນຮາມ, ພໍ່ຂອງການາອານ, ໄດ້ມາເຫັນການເປືອຍກາຍຂອງພໍ່ລາວຈຶ່ງຟ້າວໄປບອກພີ່ນ້ອງຂອງເຂົາທີ່ຢູ່ຂ້າງນອກ. 23 ດັ່ງນັ້ນເຊມ ແລະ ຢາເຟດຈຶ່ງໄດ້ເອົາເສື້ອຄຸມຍາວ ແລະ ພາດໃສ່ບ່າຂອງພວກເຂົາທັງສອງ. ພວກເຂົາຍ່າງຖອຍຫລັງເຂົ້າໄປແລ້ວປົກປິດການເປືອຍກາຍຂອງພໍ່ຂອງພວກເຂົາ. ພວກເຂົາໄດ້ປິ່ນຫນ້າໄປທາງອື່ນ, ດັ່ງນັ້ນພວກເຂົາຈຶ່ງບໍ່ໄດ້ເຫັນການເປືອຍກາຍຂອງພໍ່ພວກເຂົາ. 24 ເມື່ອໂນອາໄດ້ຕື່ນຂຶ້ນຈາກການເມົາຂອງລາວ, ລາວກໍຮູ້ເຖິງສິ່ງທີ່ລູກຊາຍຫລ້າໄດ້ເຮັດກັບຕົນ 25 ດັ່ງນັ້ນເຂົາຈຶ່ງຮ້ອງຂຶ້ນວ່າ, "ການາອານຈົ່ງຖືກສາບແຊ່ງ. ໃຫ້​ມັນເປັນຄົນຮັບໃຊ້ຂອງຄົນຮັບໃຊ້ທັງຫລາຍຂອງພວກອ້າຍຂອງ​ມັນ." 26 ເຂົາຍັງເວົ້າດ້ວຍອີກວ່າ, "ຂໍໃຫ້ພຣະຢາເວ, ພຣະເຈົ້າຂອງເຊມ, ໄດ້ຮັບການສັນຣະເສີນ, ແລະ ໃຫ້ການາອານເປັນຄົນຮັບໃຊ້ຂອງເຂົາ. 27 ຂໍໃຫ້ພຣະເຈົ້າເພີ່ມອານາເຂດຂອງຢາເຟດ, ແລະ ໃຫ້ເຂົາສ້າງບ້ານໃນເຕັນທັງຫລາຍຂອງເຊມ. ໃຫ້ການາອານຈະເປັນທາດຮັບໃຊ້ຂອງເຂົາ." 28 ຫລັງຈາກນໍ້າຖ້ວມ, ໂນອາກໍມີອາຍຸຕໍ່ມາອີກສາມຮ້ອຍຫ້າສິບປີ. 29 ລວມໂນອາມີອາຍຸເພິ່ນໄດ້ເກົ້າຮ້ອຍຫ້າສິບປີ, ແລະ ຈາກນັ້ນລາວກໍຕາຍໄປ.