​ບົດ​ທີ 8

1 ພຣະເຈົ້າບໍ່ໄດ້ລືມໂນອາ, ພ້ອມທັງສັດປ່າທັງຫມົດ, ແລະ ສັດລ້ຽງທັງຫລາຍທີ່ຢູ່ກັບເຂົາໃນເຮືອນັ້ນ. ພຣະເຈົ້າໄດ້ເຮັດໃຫ້ມີລົມພັດມາເຫນືອແຜ່ນດິນ, ແລະ ນໍ້າກໍເລີ່ມບົກລົງ. 2 ນ້ຳ​ພຸນໍ້າໃຕ້ພື້ນດິນ​ເລິກ ແລະ ປ່ອງນໍ້າທັງຫລາຍຂອງທ້ອງຟ້າກໍຖືກອັດຫມົດ, ແລະ ຝົນກໍເຊົາຕົກ. 3 ແລະ ນໍ້າກໍຄ່ອຍໆບົກລົງຈາກພື້ນດິນ, ແລະ ຫລັງຈາກຫນຶ່ງຮ້ອຍຫ້າສິບວັນຜ່ານໄປນຳ້ໄດ້ລົດລົງ. 4 ເຮືອຂອງໂນອາໄດ້ຕິດຄ້າງຄາຢູ່ທີ່ເທິງຍອດເຂົາອາຣາຣັດ. ໃນເດືອນທີເຈັດໃນວັນທີສິບເຈັດຂອງເດືອນນັ້ນ. 5 ນໍ້າໄດ້ບົກລົງເລື້ອຍໆຈົນຮອດເດືອນທີສິບ. ໃນວັນທີຫນຶ່ງຂອງເດືອນນັ້ນແລ້ວຈອມພູເຂົາຕ່າງໆກໍໄດ້ປາກົດຂຶ້ນ. 6 ເລື່ອງນີ້ໄດ້ເກີດຂຶ້ນຫລັງຈາກສີ່ສິບວັນທີ່ໂນອາໄດ້ໄຂປ່ອງຢ້ຽມຂອງເຮືອຊຶ່ງເຂົາໄດ້ເຮັດໄວ້. 7 ເຂົາໄດ້ປ່ອຍກາໂຕຫນຶ່ງອອກໄປ ແລະ ມັນໄດ້ບິນກັບໄປກັບມາຈົນນໍ້າໄດ້ແຫ້ງລົງຈາກແຜ່ນດິນ. 8 ຈາກນັ້ນເຂົາໄດ້ສົ່ງນົກເຂົາໂຕຫນຶ່ງອອກໄປເພື່ອຈະເບິ່ງວ່ານ້ຳໄດ້ບົກລົງຈາກພື້ນຂອງແຜ່ນດິນຫລືຍັງ, 9 ແຕ່ນົກເຂົາບໍ່ມີບ່ອນຈັບ, ແລະ ມັນໄດ້ກັບມາຫາເຂົາທີ່ເຮືອເພາະນໍ້າຍັງຖ້ວມພື້ນແຜ່ນດິນທັງຫມົດຢູ່. ລາວໄດ້ຍື່ນມືຂອງລາວອອກໄປຈັບເອົານົກໂຕນັ້ນມາໄວ້ໃນເຮືອນຳຫມູ່. 10 ເຈັດວັນຕໍ່ມາ ແລະ ເພິ່ນໄດ້ປ່ອຍນົກເຂົາອອກໄປຈາກເຮືອອີກຄັ້ງຫນຶ່ງ. 11 ນົກເຂົາໄດ້ບິນກັບມາຫາລາວໃນຕອນແລງ. ເບິ່ງ​ແມ! ໃນປາກຂອງມັນມີໃບຫມາກກອກຂຽວສົດດ້ວຍ. ດັ່ງນັ້ນໂນອາຈຶ່ງຮູ້ໄດ້ວ່ານໍ້າໄດ້ບົກລົງຈາກແຜ່ນດິນແລ້ວ. 12 ລາວໄດ້ຖ້າອີກເຈັດວັນຕໍ່ມາ, ແລະ ໄດ້ປ່ອຍນົກເຂົານັ້ນອອກໄປອີກ, ແລະ ມັນບໍ່ໄດ້ກັບຄືນມາຫາລາວອີກ. 13 ຕໍ່ມາໃນປີທີ 601ປີ, ໃນເດືອນທີຫນຶ່ງ ໃນວັນທີຫນຶ່ງ, ຂອງປີນັ້ນທີ່ນໍ້າໄດ້ບົກແຫ້ງໄປຈາກພື້ນດິນ. ໂນອາໄດ້ເປີດຫລັງຄາເຮືອອອກເບິ່ງອອກໄປຂ້າງນອກຈຶ່ງເຫັນວ່າຫນ້າດິນແຫ້ງແລ້ວ. 14 ໃນເດືອນທີສອງ, ໃນວັນທີຊາວເຈັດຂອງເດືອນນັ້ນພື້ນແຜ່ນດິນກໍໄດ້ແຫ້ງຫມົດ. 15 ພຣະເຈົ້າກໍກ່າວແກ່ໂນອາວ່າ, 16 "ຈົ່ງອອກໄປຈາກເຮືອ, ເຈົ້າ, ແລະ ເມຍຂອງເຈົ້າພ້ອມດ້ວຍພວກລູກຊາຍ, ກັບພວກລູກໃພ້ຂອງເຈົ້າ. 17 ຈົ່ງນຳທຸກສິ່ງທີ່ມີຊີວິດຂອງເນື້ອຫນັງທັງຫມົດທີ່ຢູ່ກັບເຈົ້າອອກໄປກັບເຈົ້າຄື- ນົກທັງຫລາຍ, ສັດຕ່າງໆ, ແລະ ສັດເລືອຍຄານທຸກຊະນິດ, ທີ່ເລືອຍຄານເທິງແຜ່ນດິນ - ດັ່ງນັ້ນພວກມັນທັງຫລາຍຈະເຕີບໂຕເພີ່ມຈຳນວນຂຶ້ນຂອງສິ່ງທີ່ມີຊີວິດຢ່າງຫລວງຫລາຍທົ່ວພື້ນແຜ່ນດິນ, ແຜ່ພັນ, ແລະ ເພີ່ມຈຳນວນເທິງແຜ່ນດິນໂລກ." 18 ດັ່ງນັ້ນໂນອາໄດ້ອອກໄປບັນດາລູກຊາຍຂອງລາວ, ເມຍຂອງລາວ, ແລະ ພວກລູກໃພ້ຂອງລາວອອກໄປພ້ອມກັບລາວ. 19 ທຸກສິ່ງທີ່ມີຊີວິດ, ທຸກສິ່ງທີ່ເລືອຍຄານ, ແລະ ນົກທຸກຊະນິດ, ທຸກສິ່ງທີ່ເຄື່ອນໄຫວເທິງແຜ່ນດິນຕາມພັນຂອງພວກມັນໄດ້ອອກຈາກເຮືອ. 20 ໂນອາກໍໄດ້ສ້າງແທ່ນບູຊາແກ່ພຣະຢາເວ. ລາວໄດ້ເອົາສັດ ແລະ ນົກບາງໂຕທີ່ບໍ່ເປັນມົນທິນ, ແລະ ເຜົາບູຊາເທິງແທ່ນບູຊານັ້ນ. 21 ພຣະຢາເວຊົງໄດ້ຮັບກິ່ນທີ່ພໍໃຈ, ແລະ ພຣະຢາເວກໍຊົງກ່າວວ່າ, "ເຮົາຈະບໍ່ສາບແຊ່ງແຜ່ນດິນອີກຈັກເທື່ອເຖິງແມ່ນວ່າມະນຸດມີຈິດໃຈໃຝ່ຫາໄປໃນທາງທີ່ຊົ່ວຮ້າຍ, ມາຕັ້ງແຕ່ຍັງນ້ອຍ. ຫລື ຈະບໍ່ທຳລາຍທຸກສິ່ງທີ່ມີຊີວິດ ເຫມືອນດັ່ງທີ່ເຮົາໄດ້ເຄີຍເຮັດອີກຈັກເທື່ອ. 22 ຕາບໃດທີ່ພື້ນແຜ່ນດິນຍັງຄົງດຳລົງຢູ່ລະດູຫວ່ານກັບລະດູເກັບກ່ຽວ, ຈະມີຫນາວມີຮ້ອນຮ່ວມກັນຢູ່ສະເຫມີ ລະດູຮ້ອນ, ແລະ ລະດູຫນາວ, ກາງເວັນ ແລະ ກາງຄືນຈະຍັງຄົງມີເລື້ອຍໄປຕາມນັ້ນ."