​ບົດ​ທີ 7

1 ພຣະຢາເວໄດ້ບອກໂນອາວ່າ, "ມາ, ເຈົ້າ ແລະ ທຸກຄົນໃນຄົວເຮືອນຂອງເຈົ້າ, ຈົ່ງເຂົ້າໄປໃນເຮືອ, ເພາະວ່າໃນຄົນຮຸ້ນນີ້ເຮົາໄດ້ເຫັນແລ້ວວ່າເຈົ້າຜູ້ດຽວເທົ່ານັ້ນທີ່ເປັນຄົນຊອບທັມຕໍ່ຫນ້າເຮົາ. 2 ເຈົ້າຈົ່ງນໍາສັດທີ່ບໍ່ເປັນມົນທິນທຸກຊະນິດໂຕຜູ້ເຈັດໂຕ ແລະ ໂຕແມ່ເຈັດໂຕ. ແຕ່ສັດທີ່ເປັນມົນທິນທຸກຊະນິດ, ຢ່າງລະສອງໂຕຄືໂຕຜູ້ຫນຶ່ງໂຕ ແລະ ຄູ່ຂອງມັນ. 3 ນົກທັງຫລາຍຂອງທ້ອງຟ້າ, ໃຫ້ນຳມາໂຕຜູ້ເຈັດໂຕ ແລະ ໂຕແມ່ເຈັດໂຕ, ເພື່ອຮັກສາພັນໄວ້ເທິງແຜ່ນດິນທັງຫມົດ. 4 ເພາະວ່າໃນອີກເຈັດວັນເຮົາຈະເຮັດໃຫ້ຝົນຕົກລົງມາເທິງແຜ່ນດິນເປັນເວລາສີ່ສິບວັນສີ່ສິບຄືນ. ເຮົາຈະທຳລາຍສິ່ງທີ່ມີຊີວິດທຸກຢ່າງທີ່ເຮົາໄດ້ສ້າງຈາກພື້ນແຜ່ນດິນ." 5 ຝ່າຍໂນອາກໍໄດ້ເຮັດຕາມທຸກສິ່ງທີ່ພຣະຢາເວຊົງໄດ້ສັ່ງເຂົາໄວ້. 6 ໂນອາມີອາຍຸໄດ້ 600 ປີ ເມື່ອນ້ຳຖ້ວມແຜ່ນດິນ. 7 ໂນອາ, ພ້ອມດ້ວຍລູກຊາຍທັງຫລາຍຂອງເຂົາ, ແລະ ເມຍຂອງ​ເຂົາ, ແລະ ພ້ອມລູກໃພ້ທັງຫລາຍ ກໍພາກັນເຂົ້າໄປໃນເຮືອດ້ວຍກັນເພາະນໍ້າຖ້ວມນັ້ນ. 8 ສັດທັງຫລາຍທັງທີ່ເປັນມົນທິນ ແລະ ບໍ່ເປັນມົນທິນ, ນົກທັງຫລາຍ, ແລະ ສັດທຸກຊະນິດທີ່ເລືອຍຄານເທິງພື້ນດິນ. 9 ເປັນຄູ່ໆໂຕຜູ້ ແລະໂຕແມ່, ໄດ້ມາຫາໂນອາ ແລະ ເຂົ້າໄປໃນເຮືອ, ດັ່ງທີ່ພຣະເຈົ້າໄດ້ສັ່ງໂນອາ. 10 ກໍເປັນຢ່າງນັ້ນຫລັງຈາກເຈັດວັນຜ່ານໄປ, ນໍ້າກໍໄດ້ຖ້ວມພື້ນແຜ່ນດິນໂລກ. 11 ໂນອາອາຍຸໄດ້ 600 ປີ, ໃນເດືອນທີສອງ, ໃນວັນທີສິບເຈັດຂອງເດືອນ, ໃນວັນນັ້ນເອງ, ນ້ຳພຸທັງຫລາຍຂອງບ່ອນເລິກຫລາຍໄດ້ພຸ່ງຂຶ້ນມາຢ່າງແຮງ ແລະ ປ່ອງ​ຢ້ຽມທັງຫລາຍຂອງທ້ອງຟ້າກໍໄດ້ຖືກເປີດອອກ. 12 ຝົນໄດ້ເລີ່ມຕົກ ແລະ ຕົກລົງເທິງພື້ນແຜ່ນດິນໂລກເປັນເວລາສີ່ສິບວັນສີ່ສິບຄືນ. 13 ​ໃນ​ວັນ​ດຽວກັນນັ້ນ ໂນ​ອາ ແລະ ລູກຊາຍທັງສາມຄົນຂອງເຂົາ: ເຊມ, ຮາມ ແລະ ຢາເຟດ, ແລະ ເມຍຂອງໂນອາ, ແລະ ເມຍທັງສາມຄົນຂອງລູກຊາຍຂອງເຂົາກັບພວກເຂົາທັງຫມົດໄດ້ເຂົ້າໄປໃນເຮືອນັ້ນ. 14 ພວກເຂົາໄດ້ເຂົ້າໄປພ້ອມກັບສັດປ່າຕາມຊະນິດຂອງມັນ, ແລະ ສັດບ້ານສັດໃຫຍ່ຕາມຊະນິດຂອງມັນ, ແລະ ບັນດາສິ່ງທີ່ເລືອຍຄານເທິງພື້ນດິນຕາມຊະນິດຂອງມັນ, ນົກພ້ອມສັດທີ່ມີປີກຕາມຊະນິດຂອງມັນ. 15 ສັດທັງຫລາຍທີ່ມີລົມປານແຫ່ງຊີວິດໄດ້ມາຫາໂນອາ ແລະ ເຂົ້າໄປຢູ່ໃນເຮືອເປັນຄູ່ໆ. 16 ສັດທຸກຊະນິດທັງຫມົດທີ່ເຂົ້າໄປເປັນໂຕຜູ້ ແລະ ໂຕແມ່; ພວກມັນເຂົ້າມາຕາມທີ່ພຣະເຈົ້າໄດ້ສັ່ງແກ່ເຂົາແລ້ວ. ຈາກພຣະຢາເວກໍໄດ້ອັດປະຕູເຮືອຫລັງຈາກທີ່ພວກເຂົາເຂົ້າໄປ. 17 ຈາກນັ້ນນໍ້າໄດ້ຖ້ວມແຜ່ນດິນເປັນເວລາສີ່ສິບວັນສີ່ສິບຄືນ, ແລະ ນໍ້າໄດ້ເພີ່ມຂຶ້ນເລື້ອຍໆ ແລະ ຍົກເຮືອຂອງໂນອາຟູຢູ່ເຫນືອແຜ່ນດິນ. 18 ນໍ້າໄດ້ຖ້ວມເຫນືອແຜ່ນດິນທັງຫມົດ, ແລະ ເຮືອຂອງໂນອາໄດ້ລອຍຢູ່ເທິງຫນ້ານໍ້າ. 19 ນໍ້າໄດ້ເພີ້ມຂຶ້ນເລື້ອຍໆດັ່ງນັ້ນພູເຂົາສູງທັງຫມົດຊຶ່ງຢູ່ໃຕ້ທ້ອງຟ້າກວ້າງຖືກນ້ຳຖ້ວມຫມົດ. 20 ນໍ້າໄດ້ເພີ້ມຂຶ້ນສູງອີກເຈັດແມັດ ຖ້ວມເຫນືອຍອດພູເຂົາທັງຫລາຍ. 21 ສິ່ງທີ່ມີຊີວິດທຸກສິ່ງທີ່ເຄື່ອນໄຫວເທິງພື້ນແຜ່ນດິນຕາຍທັງຫມົດຄື: ນົກທຸກຊະນິດ, ສັດທຸກຊະນິດທີ່ໃຊ້ງານ, ສັດປ່າທັງຫລາຍ, ທຸກສິ່ງທີ່ມີຊີວິດຈຳນວນຫລາຍທີ່ອາໄສຢູ່ເທິງແຜ່ນດິນ, ແລະ ມະນຸດທັງຫມົດ. 22 ທຸກສິ່ງທີ່ມີຊີວິດເທິງແຜ່ນດິນທີ່ຫາຍໃຈເອົາລົມປານແຫ່ງຊີວິດຜ່ານດັງຂອງພວກເຂົາໄດ້ຕາຍໄປ. 23 ດັ່ງນັ້ນທຸກສິ່ງທີ່ມີຊີວິດຢູ່ເທິງພື້ນຜິວຂອງແຜ່ນດິນຖືກກວາດລ້າງອອກໄປ, ນັບຕັ້ງແຕ່ມະນຸດໄປຈົນເຖິງສັດທີ່ມີຂະຫນາດໃຫຍ່ກວ່າ, ສິ່ງທີ່ເລືອຍຄານ, ແລະ ນົກທັງຫລາຍຂອງທ້ອງຟ້າ. ພວກເຂົາທັງຫລາຍໄດ້ຖືກທຳລາຍໄປຈາກແຜ່ນດິນ. ເຫລືອພຽງແຕ່ຄອບຄົວຂອງໂນອາ ແລະ ສັດທີ່ຢູ່ກັບເຂົາໃນເຮືອເທົ່ານັ້ນ. 24 ນໍ້າບໍ່ໄດ້ລົດລົງຈາກແຜ່ນດິນເປັນເວລາ 150 ວັນ.