​ບົດ​ທີ 10

1 ເຫລົ່ານີ້ຄືເຊື້ອສາຍຂອງພວກລູກຊາຍທັງຫລາຍຂອງໂນອາ, ຄື: ເຊມ, ຮາມ ແລະ ຢາເຟດ. ພວກເຂົາໄດ້ໃຫ້ກຳເນີດລູກຊາຍທັງຫລາຍ ຫລັງຈາກນໍ້າໄດ້ຖ້ວມ. 2 ລູກຊາຍທັງຫລາຍຂອງຢາເຟດຄື: ໂກເມ, ມາກົກ, ມາດາຍ, ຢາວານ, ຕູບານ, ເມເຊັກ ແລະ ຕີຣາດ. 3 ລູກຊາຍທັງຫລາຍຂອງໂກເມຄື: ອັດຊະເກນາດ, ຣີຟາດ, ແລະ ໂຕກາມາ. 4 ລູກຊາຍທັງຫລາຍຂອງຢາວານຄືືເອລີຊາ, ສະເປນ, ໄຊປຣັດ, ແລະ ໂຣເດັດ. 5 ຈາກຄົນເຫລົ່ານີ້ ປະຊາຊົນຕາມຊາຍຝັ່ງໄດ້ແຍກ ແລະ ເຂົ້າໄປໃນແຜ່ນດິນຂອງພວກເຂົາ, ແຕ່ລະຄົນຕາມພາສາຂອງຕົນ, ຕາມຕະກູນໂດຍປະຊາຊາດທັງຫລາຍຂອງພວກເຂົາ. 6 ລູກຊາຍທັງຫລາຍຂອງຮາມຄື: ກູເຊ, ມີຊຣຽມ, ປັດ, ແລະ ການາອາ. 7 ລູກຊາຍທັງຫລາຍຂອງກູເຊຄື: ເຊບາ, ຮາວິລາ, ສັບຕາ, ຣາອາມາ, ແລະ ສັບເຕກາ. ລູກຊາຍທັງຫລາຍຂອງຣາອາມາຄື: ເຊບາ ແລະ ເດດານ. 8 ກູເຊເປັນພໍ່ຂອງນິມໂຣດ, ຊຶ່ງເປັນຜູ້ມີອຳນາດຄົນທຳອິດຂອງແຜ່ນດິນ. 9 ເຂົາເປັນນາຍພານທີ່ຊົງພະລັງຕໍ່ພຣະພັກພຣະຢາເວ. ນັ້ນຄືສິ່ງທີ່ເປັນມາຂອງຄຳເວົ້າທີ່ວ່າ, "ເຫມືອນນິມໂຣດ, ນາຍພານທີ່ຊົງພະລັງ ຕໍ່ພຣະພັກພຣະຢາເວ." 10 ສູນກາງຂອງອຳນາດແຫ່ງທຳອິດຂອງເຂົາຄືເມືອງບາບີໂລນ, ເມືອງເອເຣັກ, ເມືອງອັກກາດ, ແລະ ເມືອງຄານເນໃນແຜ່ນດິນຊີນາ. 11 ນອກຈາກດິນແດນນີ້ເພິ່ນໄດ້ໄປຍັງອັດຊີເຣຍ ແລະ ສ້າງເມືອງຕ່າງໆຂຶ້ນ: ເມືອງນີເນເວ, ເມືອງເຣໂຮໂບດອີເຣ, ເມືອງກາລາ. 12 ແລະເມືອງເຣເສັນ, ຊຶ່ງຢູ່ລະຫວ່າງເມືອງນີເນເວ ແລະ ເມືອງກາລາ. ມັນເປັນເມືອງໃຫຍ່. 13 ເອຢິບໄດ້ໃຫ້ກຳເນີດຄົນລີເດຍ, ຄົນອານາມ, ຄົນເລຮາບ, ຄົນນັບຕູ, 14 ຄົນປາທະຣູ, ຄົນກັດສະລູ (ຕົ້ນຕະກູນຄົນຟີລິດສະຕິນ), ແລະ ຄົນກະເຣເຕ. 15 ການາອານເປັນພໍ່ຂອງຊີໂດນ, ຊຶ່ງເປັນລູກກົກຂອງເຂົາ, ແລະ ເຫັດ, 16 ແລະ ຄົນເຢບຸດ, ຄົນອາໂມ, ຄົນກີກາຊີ, 17 ຄົນຮີວີ, ຄົນອາກກີ, ຄົນສີນີ, 18 ຄົນອາກວາດີ, ຄົນເຊມາຣີ ແລະ ຄົນຮາມັດ. ພາຍຫລັງຕະກູນຂອງຄົນການາອານກໍແຜ່ຂະຫຍາຍອອກໄປ. 19 ເຂດແດນຂອງຄົນການາອານເລີ່ມຈາກເມືອງຊີໂດນ, ໄປເຖິງເມືອງເກຣາກ, ໄກໄປຈົນເຖິງເມືອງກາຊາ, ແລະ ໄປຈົນເຖິງເມືອງໂຊໂດມ, ເມືອງໂກໂມຣາ, ເມືອງອັດມາ, ແລະ ເມືອງເຊບົວອິມ, ໄປໄກຈົນເຖິງເມືອງລາຊາ. 20 ຄົນເຫລົ່ານີ້ຄືລູກຊາຍທັງຫລາຍຂອງຮາມ, ໂດຍຕະກູນຂອງພວກເຂົາ, ໂດຍພາສາຂອງພວກເຂົາ, ໃນແຜ່ນດິນຂອງພວກເຂົາ, ແລະ ໃນປະຊາຊາດທັງຫລາຍຂອງພວກເຂົາ. 21 ລູກຊາຍທັງຫລາຍຂອງເຊມ, ຜູ້ທີ່ເປັນອ້າຍກົກຂອງຢາເຟດ. ເຊມຍັງເປັນບັນພະບູຣຸດຂອງຄົນທັງຫມົດຂອງເອເບ. 22 ລູກຊາຍທັງຫລາຍຂອງເຊມລວມມີ ເອລາມ, ອັດຊູຣະ, ອາກປັກຊາດ, ລູດ, ແລະອາຣາມ. 23 ເຊື້ອສາຍຂອງອາຣາມແມ່ນຊາວອູເຊ, ຮຸນ, ເກເທ ແລະເມເຊັກ. 24 ອາກປັກຊາດນັ້ນເປັນພໍ່ຂອງເຊລາ, ແລະ ເຊລາເປັນພໍ່ຂອງເອເບ. 25 ເອເບມີລູກຊາຍສອງຄົນ. ຄົນຫນຶ່ງຊື່ເປເລັກ, ເພາະໃນສະໄຫມຂອງເພິ່ນໄດ້ມີການແບ່ງແຍກແຜ່ນດິນກັນ. ນ້ອງຊາຍຂອງລາວຊື່ໂຢກທານ. 26 ໂຢກທານເປັນພໍ່ຂອງອານໂມດາດ, ເຊເລັບ, ຮາຊາມາເວດ, ເຢຣາ, 27 ຮາໂດຣາມ, ອູຊານ, ດີກະລາ, 28 ໂອບານ, ອາບີມາເອນ, ເຊບາ, 29 ໂອຟີ, ຮາວີລາ ແລະ ໂຢບັບ. ພວກເຂົາທັງຫມົດແມ່ນເຊື້ອສາຍຂອງໂຢກທານ. 30 ດິນແດນຂອງພວກເຂົາເລີ່ມຈາກເມືອງເມຊາ, ໄປທາງເມືອງເສຟາ, ພູເຂົາທາງທິດຕາເວັນອອກ. 31 ຄົນເຫລົ່ານີ້ແມ່ນເຊື້ອສາຍຂອງເຊມ, ຕາມຕະກູນຂອງພວກເຂົາ ແລະ ພາສາຕ່າງໆຂອງພວກເຂົາ, ໃນແຜ່ນດິນຂອງເຂົາທັງຫລາຍ, ຕາມປະຊາຊາດທັງຫລາຍຂອງພວກເຂົາ. 32 ຄົນເຫລົ່ານີ້ຄືຕະກູນຂອງລູກຊາຍທັງຫລາຍໂນອາ, ຕາມພົງພັນຂອງພວກເຂົາໂດຍປະຊາຊາດທັງຫລາຍຂອງພວກເຂົາ. ຈາກພວກເຫລົ່ານີ້ປະຊາຊາດທັງຫລາຍໄດ້ແບ່ງແຍກ ແລະ ໄປທົ່ວແຜ່ນດິນຫລັງນ້ຳຖ້ວມ.