​ບົດ​ທີ 49

1 ຈາກນັ້ນຢາໂຄບໄດ້ເອີ້ນຫາລູກຊາຍທັງຫລາຍຂອງເຂົາ, ເເລະໄດ້ກ່າວວ່າ: "ພວກເຈົ້າທັງຫລາຍຈົ່ງມາລວມກັນ ເເລະເຮົາຈະບອກພວກເຈົ້າເຖິງສິ່ງທີ່ຈະເກີດຂຶ້ນກັບໃນພວກເຈົ້າໃນອານາຄົດ. 2 ພວກເຈົ້າຈົ່ງມາຊຸມນຸມກັນ ເເລະຟັງ, ລູກຊາຍທັງຫລາຍຂອງຢາໂຄບ. ຈົ່ງຟັງອິສະຣາເອນ, ພໍ່ຂອງພວກເຈົ້າ. 3 ຣູເບັນ, ເຈົ້າເປັນລູກຫົວປີຂອງເຮົາ, ເປັນອຳນາດຂອງເຮົາ, ເເລະເປັນຈຸດເລີ່ມຕົ້ນຂອງກໍາລັງຂອງເຮົາ, ເປັນກຽດຕິຍົດຊື່ສຽງທີ່ສຳຄັນຂອງເຮົາ, ແລະເປັນພະລັງທີ່ສຳຄັນຂອງເຮົາ. 4 ບໍ່ສາມາດຄວບຄຸບໄດ້ເຫມືອນນ້ຳທີ່ໄຫລເເຮງ, ເຈົ້າຈະບໍ່ດີີກວ່າຄົນອື່ນ, ເພາະວ່າເຈົ້າໄດ້ຂຶ້ນໄປເທິງຕຽງຂອງພໍ່ຈາກນັ້ນເຈົ້າ. ໄດ້ເຮັດໃຫ້ມັນເປັນມົນທິນ; ເຈົ້າໄດ້ຂຶ້ນໄປເທິງທີ່ນອນຂອງເຮົາ 5 ຊີເມໂອນ ເເລະເລວີເປັນພີ່ນອ້ງກັນ. ອາວຸດເເຫ່ງຄວາມຮຸນເເຮງຄື ດາບທັງຫລາຍຂອງພວກເຂົາ. 6 ໂອ້ ຈິດວິນຍານຂອງເຮົາ, ຈະບໍ່ເຂົ້າໄປໃນທີ່ປະຊຸມນຸມຂອງພວກເຂົາ; ເພາະຈິດໃຈຂອງເຮົາມີສັກສີຫລາຍກວ່ານັ້ນ, ເພາະວ່າຄວາມໃຈຮ້າຍຂອງພວກເຂົາ. ພວກເຂົາໄດ້ຂ້າຜູ້ຊາຍທັງຫລາຍ. ມັນເປັນຄວາມພໍໃຈທີ່ພວກເຂົາເຮັດໃຫ້ພວກງົວໂຕຜູ້ທັງຫລາຍພິການ. 7 ຄວາມໃຈຮ້າຍຂອງພວກເຂົາ, ເຮັດໃຫ້ຖືກເເຊ່ງເພາະວ່າມັນຄືນຄວາມດຸຮ້າຍ ເເລະຄວາມໂມໂຫຮ້າຍຂອງພວກເຂົາເພາະວ່າມັນຄືຄວາມໂຫດຮ້າຍ. ເຮົາເເບ່ງເເຍກພວກເຂົາໃນຢາໂຄບ ເເລະກະຈາຍພວກເຂົາໃນອິສະຣາເອນ. 8 ຢູດາເອີຍ, ພວກພີ່ນ້ອງຈະສັນຣະເສີນເຈົ້າ. ມືຂອງເຈົ້າຈະຢູ່ເທິງຄໍຂອງເຫລົ່າສັດຕຣູຂອງເຈົ້າ. ລູກຊາຍທັງຫລາຍຂອງພໍ່ເຈົ້າຈະກົ້ມຄຳນັບລົງຕໍ່ຫນ້າເຈົ້າ. 9 ຢູດາເປັນເຫມືອນລູກສິງໂຕ. ລູກຊາຍຂອງເຮົາເອີຍ ເຈົ້າໄດ້ຂຶ້ນໄປຈາກເຫຍື່ອຂອງເຈົ້າ. ເຂົາໄດ້ກົ້ມລົງ, ເຂົາໄດ້ຫມອບລົງເຫມືອນສິງໂຕ, ເຫມືອນສິງໂຕຕົວເມຍ. ໃຜຈະກ້າປຸກເຂົາ? 10 ໄມ້ເທົ້າຂອງກະສັດຈະບໍ່ຈາກໄປຈາກຢູດາ, ຫລືໄມ້ເທົ້າຂອງຜູ້ປົກຄອງຈະບໍ່ອອກໄປຈາກລະຫວ່າງເທົ້າຂອງເຂົາ, ຈົນກວ່າຊີໂລຈະມາ. ປະຊາຊາດທັງຫລາຍຈະເຊື່ອຟັງເຂົາ. 11 ຈົ່ງມັດລວາຂອງເຂົາກັບເຫລົ່າຕົ້ນອະງຸ່ນ, ເເລະລູກລວາໂຕຜູ້ຂອງເຂົາເຂົ້າກັບເຫລົ່າຕົ້ນອະງຸ່ນທີ່ເລືອກໄວ້ ເຂົາໄດ້ຊັກເສືອຜ້າຂອງເຂົາໃນເຫລົ້າອະງຸ່ນ ເເລະເສື້ອຄຸມຂອງເຂົາໃນເລືອດເເຫ່ງອະງຸ່ນ. 12 ດວງຕາຂອງເຂົາຈະມີສີເຂັ້ມຄືເຫລົ້າອະງຸ່ນ, ແລະແຂ້ວຂອງເຂົາຈະຂາວຄືນົມ. 13 ເຊບູໂລນ ຈະອາໄສຢູ່ແຄມຊາຍທະເລ. ເຂົາຈະເປັນທ່າເຮືອສຳລັບເຮືອທັງຫລາຍ, ແລະອານາເຂດຂອງເຂົາຈະຂະຫຍາຍອອກໄປເຖິງຊີໂດນ. 14 ອິດຊາຄາເປັນລວາທີ່ມີກຳລັງແຂງແຮງ, ກຳລັງນອນຢູ່ລະຫວ່າງຄອກແກະທັງຫລາຍ. 15 ເຂົາເຫັນທີ່ພັກຜ່ອນທີ່ດີ ແລະແຜ່ນດິນທີ່ ຫນ້າເພິ່ງພໍໃຈ. ເຂົາຈະກົ້ມບ່າຂອງເຂົາລົງຮັບແອກ ແລະກ່ອນເປັນຄົນຮັບໃຊ້ສຳລັບງານນັ້ນ. 16 ດານຈະພິພາກສາປະຊາຊົນຂອງເຂົາຄືເຜົ່າຫນື່ງຂອງອິສະຣາເອນ. 17 ດານຈະເປັນງູໂຕຫນື່ງທີ່ຢູ່ຂ້າງທາງ, ງູພິດໂຕຫນຶ່ງໃນທາງນັ້ນທີ່ຈະກັດສົ້ນເທົ້າມ້າ, ເຮັດໃຫ້ຜູ້ທີ່ຂີ່ມ້າຫງາຍຫລັງຕົກ. 18 ຂ້າແຕ່ອົງພຣະຢາເວ, ຂ້າພຣະອົງລໍຄອຍການຊວ່ຍກູ້ຂອງພຣະອົງ. 19 ກາດເອີຍ ຜູ້ກົດຂີ່ຈະຈູ່ໂຈມເຂົາ, ແຕ່ເຂົາຈະໂຈມຕີພວກເຂົາທີ່ສ່ວນຫລັງຂອງພວກເຂົາ. 20 ອາຫານຂອງອາເຊີຈະສົມບູນ, ເເລະເຂົາຈະຈັດອາຫານສຳລັບກະສັດ. 21 ເນັບທາລີຈະເປັນກວາງໂຕເມຍທີ່ຖືກປ່ອຍ; ເຂົາຈະມີລູກກວາງທີ່ສວຍງາມ. 22 ໂຢເຊັບເປັນງ່າທີ່ເກີດຜົນ, ງ່າທີ່ເກີດຜົນທີ່ຢູ່ໃກ້ຫນອງນໍ້າ, ທີ່ມີງ່າທັງຫລາຍເລືອຢູ່ເທິງກຳເເພງ. 23 ພວກພົນທະນູຈະໂຈມຕີເຂົາເເລະຍິງໄປທີ່ເຂົາ ເເລະຂົມຂູ່ເຂົາ. 24 ແຕ່ທະນູຂອງເຂົາຍັງຄົງຕັ້ງຊື່, ແລະມືຂອງເຂົາເຕັມໄປດ້ວຍຄວາມສຳລານ ເພາະມືຂອງອົງຜູ້ຊົງມີຣິດຂອງຢາໂຄບ, ເພາະຊື່ຂອງພຣະຜູ້ລ້ຽງ ພຣະສິລາຂອງຂອງອິສະຣາເອນ. 25 ພຣະເຈົ້າຂອງພໍ່ຂອງເຈົ້າ ຈະຊົງຊ່ວຍເຈົ້າເເລະພຣະເຈົ້າຜູ້ຊົງຣິດອຳນາດຈະຊົງອວຍພອນເຈົ້າດ້ວຍພຣະພອນຂອງທ້ອງຟ້າເບື້ອງເທິງ, ພຣະພອນເເຫ່ງທີ່ເລິກທີ່ຢູ່ຂ້າງໃຕ້, ເເລະພຣະພອນເເຫ່ງເຕົ້ານົມ ແລະທ້ອງ. 26 ພຣະພອນແຫ່ງພໍ່ຂອງເຈົ້າຍິ່ງໃຫຍ່ກວ່າພຣະພອນແຫ່ງພູເຂົາໂບຮານ ຫລືສິ່ງທັງຫລາຍທີ່ຫນ້າປາຖະະຫນາຂອງເນີນເຂົາໂບຮານທັງຫລາຍ. ໃຫ້ພຣະພອນທັງຫລາຍຢູ່ເທິງຫົວຂອງໂຢເຊັບ, ໃຫ້ພອນນັ້ນປະດັບເທິງທີ່ຫົວຂອງລາວ ທີ່ຫນ້າຜາກຂອງຜູ້ທີ່ຖືກຕັ້ງໄວ້ສະເພາະ ຈາກບັນດາຍາດຕິພີ່ນ້ອງຂອງຕົນນັ້ນ. 27 ເບັນຢາມິນເປັນຫມາປ່າທີີ່ອຶດຫິວ. ໃນຕອນເຊົ້າເຂົາຈະກືນກິນເຫຍື່ອ, ແລະໃນຕອນແລງເຂົາຈະແບ່ງສິ່ງທີ່ປຸ້ນມາ." 28 ຄົນເຫລົ່ານີ້ຄື ຄົນອິສະຣາເອນ. ທັງສິບສອງເຜົ່າ ນີ້ຄືສິ່ງທີ່ພໍ່ຂອງພວກເຂົາ ໄດ້ເວົ້າກັບພວກເຂົາ ເມື່ອເຂົາໄດ້ອວຍພອນພວກເຂົາ. ເຂົາໄດ້ອວຍພອນແຕ່ລະຄົນດ້ວຍຄຳອວຍພອນທີ່ເຫມາະສົມ. 29 ຈາກນັ້ນຢາໂຄບໄດ້ສັ່ງພວກເຂົາ ແລະໄດ້ເວົ້າກັບພວກເຂົາ, "ເຮົາກຳລັງຈະໄປຢູ່ກັບລູກຂອງເຮົາ. ຈົ່ງຟັງເຮົາກັບລູກທັງຫລາຍຂອງເຮົາໃນຖ້ຳທີ່ຢູ່ໃນທົ່ງນາຂອງເອຟະໂຣນຄົນຣິດຕີ, 30 ໃນຖ້ຳທີ່ຢູ່ໃນທົ່ງນາຂອງເປລາຊື່ງຢູ່ໃກ້ມັມເຮໃນແຜ່ນດິນການາອານ ທົ່ງນາທີ່ອັບຣາຮາມ ໄດ້ຊື້ເພື່ອເປັນສຸສານຈາກເອຟະໂຣນຮິດຕີ ທີ່ນັ້ນ. 31 ພວກເຂົາໄດ້ຟັງອັບຣາຮາມ ເເລະຊາຣາເມຍຂອງເຂົາ; ທີ່ນັ້ນພວກເຂົາໄດ້ຟັງອີຊາກ ເເລະເຣເບກາ ເມຍຂອງເຂົາ; ເເລະທີ່ນັ້ນເຮົາໄດ້ຟັງເລອາ. 32 ທົ່ງນາ ເເລະຖ້ຳທີ່ຢູ່ທີ່ນັ້ນໄດ້ຖືກຊື້ຈາກຄົນຮິດຕີ." 33 ເມຶ່ອຢາໂຄບໄດ້ສັ່ງເສຍລູກຊາຍທັງຫລາຍຂອງເຂົາເເລ້ວ, ເຂົາໄດ້ດຶງຕີນຂອງເຂົາຂຶ້ນເທິງຕຽງ, ໄດ້ຫາຍໃຈເຮືອກສຸດທ້າຍ, ເເລະໄດ້ໄປຢູ່ກັບບັນພະບຸຣຸດຂອງເຂົາ.