​ບົດ​ທີ 50

1 ແລ້ວໂຢເຊັບກໍໄດ້ໂສກເສົ້າເສຍໃຈເປັນຢ່າງຫລາຍ ເຂົາໄດ້ກົ້ມລົງເທິງໃບຫນ້າຂອງພໍ່ຂອງເຂົາ, ເເລະເຂົາໄດ້ຮ້ອງໄຫ້ເທິງຮ່າງກາຍຂອງພໍ່ເຂົາເເລະໄດ້ຈູບເຂົາ. 2 ໂຢເຊັບໄດ້ສັ່ງຄົນຮັບໃຊ້ຂອງເຂົາ ເຊຶ່ງເປັນເເພດໃຫ້ອາບນໍ້າຢາຮັກສາຊາກສົບຂອງພໍ່ຂອງເຂົາ. ດັ່ງນັ້ນພວກເເພດຈຶ່ງໄດ້ອາບນ້ຳຢາອິດສະຣາເອນ. 3 ພວກເຂົາໃຊ້ເວລາສີ່ສິບວັນ, ເພື່ອດອງສົບ ເເລ້ວຊາວອີຢິບທັງຫລາຍໄດ້ໄວ້ທຸກເພື່ອເຂົາເປັນເວລາເຈັດສິບວັນ. 4 ເມື່ອເວລາການໄວ້ທຸກໄດ້ຜ່ານໄປ, ໂຢເຊັບໄດ້ເວົ້າກັບຂ້າຣາຊະສຳນັກຂອງຟາໂຣກ່າວວ່າ, "ຖ້າບັດນີ້ ຂ້າພະເຈົ້າໄດ້ເປັນທີ່ຊອບໃນສາຍຕາຂອງພວກທ່ານ, ຂໍໄດ້ໂປດທູນຟາໂຣວ່າ, 5 ພໍ່ຂອງເຂົາໄດ້ໃຫ້ເຂົາສາບານວ່າ, "ເບິ່ງເຖີດ, ເຮົາກຳລັງຈະຕາຍ. ຈົ່ງຝັງເຮົາໄດ້ສຳລັບຕົວເຮົາເອງໃນເເຜ່ນດິນການາອານ. ພວກເຈົ້າຈົ່ງຝັງເຮົາໄວ້ທີ່ນັ້ນ." ບັດນີ້ຂໍໃຫ້ເຮົາໄດ້ຂຶ້ນໄປ ເເລະຝັງພໍ່ຂອງເຮົາ, ແລະຈາກນັ້ນເຮົາຈະກັບມາ."" 6 ຟາໂຣໄດ້ຕອບ, "ໄປເຖີດ ແລະຈົ່ງຝັງພໍ່ຂອງເຈົ້າ, ດັ່ງທີ່ເຂົາໄດ້ໃຫ້ສາບານໄວ້." 7 ໂຢເຊັບໄດ້ຂຶ້ນໄປຝັງສົບພໍ່ຂອງຕົນ. ຂ້າຣາຊະການທັງຫມົດຂອງຟາໂຣກໍໄດ້ໄປກັບເຂົາຄືຂ້າຣາຊະສຳນັກທັງຫລາຍຂອງຟາໂຣ, ຂ້າຣາຊະການຜູ້ໃຫ່ຍທັງຫມົດຂອງເເຜ່ນດິນອີຢິບ, 8 ພ້ອມດ້ວຍຄົວເຮືອນທັງຫມົດຂອງໂຢເຊັບ, ເເລະພວກພີ່ນ້ອງຂອງເຂົາ, ເເລະຄົວເຮືອນຂອງພໍ່ຂອງເຂົາ ຍົກເວັ້ນທັງຫລາຍຂອງພວກເຂົາໄດ້ຖືກປະຖິ້ມທີ່ເເຜ່ນດິນເມືອງໂກເຊນ. 9 ຂະບວນລົດຮົບທັງຫລາຍ ເເລະນັກຮົບທັງຫລາຍ. ກໍໄດ້ໄປກັບເຂົາດ້ວຍນັບເປັນຄົນກຸ່ມໃຫ່ຍ. 10 ເມື່ອພວກເຂົາໄດ້ມາຮອດລານນວດເຂົ້່າເເຫ່ງອາທາດ ເທິງອີກຝັ່ງຫນຶ່ງຂອງເເມ່ນໍ້າຈໍເເດນ, ພວກເຂົາໄດ້ຮ້ອງຄ່ຳຄວນຢ່າງຫລາຍເເລະໂສກເສົ້າເສຍໃຈຢ່າງຍິ່ງ. ທີ່ນັ້ນໂຢເຊັບໄດ້ໃຫ້ມີການຄ່ຳຄວນເພື່ອພໍ່ຂອງເຂົາ. 11 ເປັນເວລາເຈັດວັນ, ເມື່ອຄົນການາອານ, ທີ່ອາໄສຢູ່ໃນເເຜ່ນດິນໄດ້ຄ່ຳຄວນທີ່ລານນວດເຂົ້າເເຫ່ງອາທາດ, ພວກເຂົາໄດ້ເວົ້າວ່າ, "ນີ້ຄືວາລະເເຫ່ງຄວາມເສຍໃຈຢ່າງຍິ່ງສຳລັບຄົນອີຢິບທັງຫລາຍ." ນັ້ນຄືສາເຫດທີ່ເອີ້ນສະຖານທີ່ນັ້ນເຊິ່ງຢູ່ອີິກພາກຫນື່ງຂອງເເມ່ນ້ຳຈໍເເດນວ່າ, ອາເບັນມິຊະຣາອີມ. 12 ດັ່ງນັ້ນລູກຊາຍທັງຫລາຍພວກລູກຫລານຂອງເຂົາ. 13 ໄດ້ກະທຳເພື່ອຢາໂຄບຕາມທີ່ໄດ້ສັ່ງພວກເຂົາໄວ້ ລູກຊາຍທັງຫລາຍຂອງເຂົາໄດ້ນໍາເຂົາມາຍັງເເຜ່ນດິນການານອານ ເເລະໄດ້ຝັງເຂົາໃນຖ້ຳໃນທົ່ງນາຂອງມັດເປລາ, ໃກ້ມັນເຣ. ອັບຣາຮາມໄດ້ຊື້ຖ້ຳນັ້ນກັບທົ່ງນາເພື່ອເປັນສຸສານ ເຂົາໄດ້ຊື້ຈາກເອຟະໂລນຄົນຮິດຕີ. 14 ຫລັງຈາກທີ່ເຂົາຝັງພໍ່ຂອງເຂົາເເລ້ວ, ໂຢເຊັບກໍໄດ້ກັບໄປຍັງອີຢິບ, ເຂົາ, ເເລະພວກພີ່ນ້ອງຂອງເຂົາ, ເເລະທັງຫມົດຜູ້ທີ່ໄດ້ເດີນທາງຮ່ວມໄປກັບເຂົາ ເພື່ອຝັງພໍ່ຂອງເຂົາ. 15 ເມື່ອພວກອ້າຍຂອງໂຢເຊັບໄດ້ເຫັນວ່າພໍ່ຂອງພວກເຂົາໄດ້ເສຍຊີວິດເເລ້ວ, ພວກເຂົາໄດ້ເວົ້າວ່າ, "ມີຍັງຈະເກີດຂຶ້ນຖ້າໂຢເຊັບຍັງໃຈຮ້າຍໃຫ້ພວກເຮົາ ເເລະຕ້ອງການເເກ້ເເຄ້ນພວກເຮົາຍ່າງເຕັມທີ່ສຳລັບສິ່ງທີ່ຊົ່ວຮ້າຍທີ່ພວກເຮົາໄດ້ກະທຳໄວ້ກັບເຂົາ?" 16 ດັ່ງນັ້ນພວກເຂົາໄດ້ໃຫ້ຄົນໄປຫາໂຢເຊັບ, ກ່າວວ່າ, "ພໍ່ຂອງທ່ານໄດ້ສັ່ງໄວ້ກ່ອນທີ່ທ່ານຈະຕາຍ, ວ່າ, 17 ຈົ່ງບອກໂຢເຊັບດັ່ງນີ້ວ່າ, "ຂໍໃຫ້ຍົກໂທດການລ່ວງລະເມີດຂອງພວກອ້າຍຂອງເຈົ້າ ເເລະຄວາມບາບຂອງພວກເຂົາໄດ້ກະທຳສິ່ງທີ່ຜິດຕໍ່ເຈົ້າ." ບັດນີ້ຂໍໃຫ້ຍົກໂທດພວກຄົນຮັບໃຊ້ຂອງພຣະເຈົ້າຂອງພໍ່ຂອງທ່ານ." ໂຢເຊັບໄດ້ຮ້ອງໄຫ້ເມື່ອພວກເຂົາໄດ້ເວົ້າກັບເຂົາ. 18 ພວກອ້າຍໄດ້ໄປ ເເລະກົ້ມຫນ້າຕໍ່ໂຢເຊັບດ້ວຍ ພວກເຂົາວ່າ, "ເບິ່ງເຖີດ, ພວກເຮົາເປັນຄົນຮັບໃຊ້ທັງຫລາຍຂອງທ່ານ." 19 ແຕ່ໂຢເຊັບໄດ້ຕອບພວກເຂົາວ່າ, "ຢ່າຢ້ານເລີຍ. ຂ້ອຍຢູ່ໃນຫນ້າທີ່ຂອງພຣະເຈົ້້າບໍ? 20 ສຳລັບພວກອ້າຍ, ພວກອ້າຍໄດ້ມຸ້ງທຳຮ້າຍຕໍ່ນ້ອງ, ເເຕ່ພຣະເຈົ້າໄດ້ສົ່ງເຮັດໃຫ້ເກີດຜົນດີ, ເພື່ອຮັກສາຊີວິດຄົນຈຳນວນຫລາຍ, ດັ່ງທີ່ພວກອ້າຍໆເຫັນທຸກມື້ນີ້. 21 ດັ່ງນັ້ນ ບັດນີ້ຢ່າຢານເລີຍ. ນ້ອງຈະຈັດການດູເເລພວກອ້າຍໆ ເເລະລູກທັງຫລາຍຂອງພວກອ້າຍ." ເຂົາໄດ້ປອບໃຈພວກເຂົາດ້ວຍວິທີນີ້ເເລະໄດ້ເວົ້າຢ່າງເມດຕາຕໍ່ຈິດໃຈຂອງພວກເຂົາ. 22 ໂຢເຊັບໄດ້ໃຊ້ຊີວິດຢູ່ໃນອີຢິບ, ກັບຄອບຄົວຂອງພໍ່ຂອງເຂົາ. ໄດ້ມີຊີວິດຫນຶ່ງຮ້ອຍສິບປີ. 23 ໂຢເຊັບໄດ້ເຫັນລູກທັງຫລາຍຂອງເອຟຣາອິມຮອດຮຸ້ນທີ່ສາມ. ເຂົາໄດ້ເຫັນລູກທັງຫລາຍຂອງມາກີ ລູກຊາຍຂອງມັດເສ, ຜູ້ເຊິ່ງຖືກວາງເທິງເຂົາຂອງໂຢເຊັບ. 24 ໂຢເຊັບໄດ້ເວົ້າກັບພວກພີ່ນ້ອງເຂົາວ່າ, "ເຮົາກຳລັງຈະຕາຍ; ເເຕ່ເເນ່ນອນພຣະເຈົ້າຈະມາຍາມພວກທ່ານ ເເລະນໍາພວກທ່ານອອກໄປຈາກເເຜ່ນດິນນີ້ ໄປຍັງເເຜ່ນດິນທີ່ພຣະອົງຊົງສັນຍາທີ່ປຣະທານໃຫ້ເເກ່ອັບຣາຮາມ, ເເກ່ອີຊາກ, ເເລະຢາໂຄບ." 25 ແລ້ວໂຢເຊັບກໍໄດ້ໃຫ້ຄົນອິສະຣາເອນໃຫ້ຄຳສັດຈະສາບານ. ເຂົາໄດ້ເວົ້າ, "ເເນ່ນອນພຣະເຈົ້າຈະມາຢາມພວກທ່ານ. ໃນເວລານັ້ນພວກທ່ານຕ້ອງນຳກະດູກຂອງເຮົາໄປຈາກທີ່ນີ້." 26 ດັ່ງນັ້ນໂຢເຊັບໄດ້ເສຍຊີວິດ, ເມຶ່ອອາຍຸໄດ້ 110 ປີ. ພວກເຂົາໄດ້ອາບນໍ້າຢາຮັກສາຊາກສົບເຂົາ ເເລະເຂົາໄດ້ຖືກໃຊ້ໄວ້ໃນໂລງໃນອີຢິບ.