​ບົດ​ທີ 48

1 ຫລັງຈາກສິ່ງທັງຫລາຍເຫລົ່ານີ້ໄດ້ເກິດຂຶ້ນ, ມີຄົນຫນຶ່ງໄດ້ມາບອກໂຢເຊັບວ່າ, "ເບິ່ງເຖີດພໍ່ຂອງທ່ານປ່ວຍ." ດັ່ງນັ້ນເຂົາຈຶ່ງໄດ້ນຳເອົາລູກຊາຍທັງສອງຄົນຂອງເຂົາໄປກັບເຂົາ, ຄືມານາເຊ ເເລະເອຟຣາອິມ. 2 ເມຶ່ອຢາໂຄບໄດ້ຮັບການບອກກ່າວ, "ເບິ່ງເຖີດ, ໂຢເຊັບລູກຊາຍຂອງທ່ານໄດ້ມາເຖິ່ງເພຶ່ອຈະຢ້ຽມທ່ານ," ອິສາຣາເອນໄດ້ຮວບຮວມກຳລັງ ເເລະໄດ້ລຸກຂຶ້ນນັ່ງເທິງຕຽງ. 3 ຢາໂຄບໄດ້ເວົ້າກັບໂຢເຊັບວ່າ, "ພຣະເຈົ້າຜູ້ຊົງຣິດອຳນາດໄດ້ປາກົດເເກ່ພໍ່ທີ່ເມືອງລູເຊໃນເເຜ່ນດິນການາອານ. ພຣະອົງໄດ້ຊົງອວຍພຣະພອນພໍ່ 4 ເເລະໄດ້ກ່າວກັບພໍ່ວ່າ, 'ເບິ່ງເຖີດເຮົາຈະເຮັດໃຫ້ເຈົ້າເກີດຜົນ, ເເລະເພີ່ມພຸນຂຶ້ນຍ່າງມາກມາຍເຮົາຈະເຮັດໃຫ້ເຈົ້າເປັນຊຸມນຸມຂອງບັນດາປະຊາຊາດ. ເຮົາຈະປຣະທານເເຜ່ນດິນນີ້ເເກ່ເຊື້ອສາຍທັງຫລາຍຂອງເຈົ້າເປັນກຳມະສິດຕະຫລອດໄປ.​" 5 ບັດນີ້ລູກຊາຍທັງສອງຄົນຂອງລູກ, ຜູ້ຊຶ່ງໄດ້ບັງເກີດເເກ່ລູກໃນເເຜ່ນດິນອີຢິບ ພວກເຂົາເປັນຂອງພໍ່ເອຟຣາອິມ ເເລະມານາເຊຈະເປັນຂອງພໍ່ເມຶ່ອທີ່ຮູເບນ ເເລະຊີເມໂອນ. 6 ເປັນຂອງພໍ່ພວກລູກທີ່ລູກມີຫລັງຈາກ; ພວກເຂົາທັງຫລາຍຈະເປັນຂອງລູກພວກເຂົາຈະຖືກຈົດຊື່ໄວ້ພາຍໃຕ້ຊື່ຂອງພີ່ນ້ອງຂອງພວກເຂົາໃນມໍຣະດົກຂອງພວກເຂົາ. 7 ເເຕ່ສຳຫລັບພໍ່, ເມຶ່ອໄດ້ມາຈາກປັດດານຄວາມໂສກເສົ້າຂອງພໍ່ ຕໍ່ສາລາທີ່ໄດ້ເສຍຊີວິດລະຫວ່າງທາງ ທີ່ຈະໄປເເຜ່ນດິນການາອານໃນຂະນະທີ່ຍັງຢູ່ຫ່າງໃກຈາກເອຟຣາທາ. ພໍ່ໄດ້ຝັງນາງໄວ້ລະຫວ່າງທາງທີ່ຈະໄປຍັງເອຟຣາທາ"(ນັ້ນຄື, ເບັດເລເຮັມ). 8 ເມຶ່ອອິສະຣາເອນໄດ້ເຫັນພວກລູກຊາຍຂອງໂຢເຊັບ, ເຂົາໄດ້ເວົ້າ, "ຄົນເຫລົ່ານີ້ເປັນຂອງໃຜ?" 9 ໂຢເຊັບໄດ້ເວົ້າກັບພໍ່ຂອງເຂົາວ່າ, "ພວກເຂົາຄືລູກຊາຍທັງຫລາຍຂອງລູກ, ຜູ້ເຊິ່ງພຣະເຈົ້າໄດ້ປຣະທານໄຫ້ແກ່ລູກທີ່ນີ້, "ຈົ່ງນຳພວກເຂົາເຂົ້າມາຫາພໍ່ເພຶ່ອທີ່ພໍ່ຈະໄດ້ອວຍພອນພວກເຂົາ." 10 ບັດນີ້ດວງຕາຂອງອິສະຣາເອນໄດ້ມືດມົວ, ເພາະຄວາມມີອາຍຸຫລາຍຂອງເຂົາດັ່ງນັ້ນເຂົາຈຶ່ງແນມບໍ່ເຫັນ, ແລະເຂົາໄດ້ຈູບພວກເຂົາ ແລະ ໄດ້ໂອບກອດພວກເຂົາ. 11 ອິສະຣາເອນໄດ້ກ່າວກັບໂຢເຊັບວ່າ, "ພໍ່ບໍ່ເຄີຍຄາດຫວັງວ່າທີ່ໄດ້ເຫັນຫນ້າຂອງລູກອີກ, ແຕ່ພຣະເຈົ້າໄດ້ຊົງອະນຸຍາດໃຫ້ພໍ່ໄດ້ເຫັນລູກທັງຫລາຍຂອງລູກ." 12 ໂຢເຊັບໄດ້ນຳພວກເຂົາອອກຈາກລະຫວ່າງຫົວເຂົ່າຂອງອິສະຣາເອນ, ແລະຈາກນັ້ນເຂົາ ໄດ້ກົ້ມຫນ້າລົງພື້ນ. 13 ໂຢເຊັບໄດ້ນຳທັງສອງຄືເອຟຣາອິມ, ຢູ່ທາງຂວາມືຂອງເຂົາ ຄືຢູ່ທາງຊ້າຍມືຂອງເຂົາ ຄືຢູ່ທາງຂວາມືຂອງ ອິສະຣາເອນ, ແລະໄດ້ນຳພວກເຂົາເຂົ້າມາໃກ້ເຂົາ. 14 ອິສະຣາເອນໄດ້ຍື່ນມືຂວາອອກ ແລະວາງເທິງຫົວຂອງເອຟຣາອິມ, ຜູ້ຊຶ່ງເປັນນ້ອງ, ແລະມືຊ້າຍຂອງເຂົາເທີງຫົວຂອງມານາເຊ. ເຂົາໄດ້ໄຂ່ວມືຂອງເຂົາເພາະວ່າມານາເຊເປັນລູກຫົວປີ. 15 ອິສະຣາເອນໄດ້ອວຍພອນໂຢເຊັບ, ກ່າວວ່າ, "ຕໍ່ພຣະພັກພຣະເຈົ້າຜູ້ທີ່ເປັນບັນພຣະບຸຣຸດຂອງຂ້າພຣະອົງ ອັບຣາຮາມ ແລະອິສະຣາເອັນໄດ້ຕິດຕາມ, ພຣະເຈົ້າຜູ້ທີ່ໄດ້ເບິ່ງຂ້າພຣະອົງຈົນເຖິງວັນນີ້, 16 ຂໍໃຫ້ເທວະດາຜູ້ທີ່ປົກປັກຮັກສາຂ້າພຣະອົງຈາກອັນຕະລາຍທັງຫມົດ. ຂໍໃຫ້ພຣະອົງຊົງອວຍພຣະພອນເດັກເຫລົ່ານີ້ ຂໍໃຫ້ຊື່ຂອງຂ້າພຣະອົງເປັນຊື່ຂອງພວກເຂົາ, ເເລະຊື່ຂອງບັນພະບຸຣຸດຂອງຂ້າພຣະອົງຄື ອັບຣາຮາມ ເເລະອິສະຣາເອນ. ຂໍໃຫ້ພວກເຂົາເຕີບໂຕຂຶ້ນ ທະວີຂຶ້ນເທິງເເຜ່ນດິນ." 17 ເມຶ່ອໂຢເຊັບໄດ້ເຫັນພໍ່ຂອງເຂົາວາງມືຂວາເທິງຫົວຂອງເອຟຣາອິມ, ເຂົາຮູ້ສຶກບໍ່ສະບາຍໃຈ. ເຂົາໄດ້ຈັບມືຂອງພໍ່ຂອງເຂົາຍ້າຍຈາກເທິງຫົວເອຣາອິມໄປຍັງເທິງຫົວຂອງມານາເຊ. 18 ໂຢເຊັບໄດ້ເວົ້າກັບພໍ່ຂອງເຂົາ, "ບໍ່ແມ່ນຢ່າງນີ້ ພໍ່ຂອງລູກ; ເພາະວ່ານີ້ເເມ່ນບຸດຫົວປີ. ວາງມືຂວາຂອງພໍ່ເທິງຫົວຂອງເຂົາເຖີດ." 19 ພໍ່ຂອງເຂົາໄດ້ປະຕິເສດ ເເລະໄດ້ເວົ້າວ່າ, "ພໍ່ຮູ້ລູກເອີຍ, ພໍ່ຮູ້. ເຂົາຈະກາຍເປັນຊົນຊາດ, ເເລະເຂົາຈະຍິ່ງໃຫ່ຍດ້ວຍ ນ້ອງຊາຍຂອງເຂົາຈະຍິ່ງໃຫ່ຍກວ່າເຂົາ, ເເລະເຊື້ອສາຍທັງຫລາຍຂອງເຂົາຈະທະວີຄູນກາຍເປັນປະຊາຊາດ." 20 ອິສະຣາເອນໄດ້ອວຍພອນພວກເຂົາໃນວັນນັ້ນ ດ້ວຍຄຳເຫລົ່ານີ້, "ປະຊາຊົນຂອງອິສະຣາເອນອາດຈະປະກາດຂ່າວປະເສີດອວຍພອນໂດຍຊື່ຂອງເຈົ້າ ລາວວ່າ, 'ຂໍພຣະເຈົ້າເຮັດໃຫ້ເຈົ້າເຫມືອນເອຟຣາອິມ ເເລະເຫມືອນມານາເຊ." ດ້ວຍວີທີນີ້ ອິສະຣາເອນໄດ້ຈັດເອຟຣາອິມໄວ້ກ່ອນມານາເຊ. 21 ອິສະຣາເອນໄດ້ເວົ້າກັບໂຢເຊັບວ່າ, "ເບິ່ງເຖີດພໍ່ກຳລັງຈະຕາຍ, ເເຕ່ພຣະເຈົ້າຈະຊົງຢູ່ກັບລູກ, ເເລະຈະຊົງນຳລູກກັບໄປຍັງດິນເເດນຂອງບັນພະບຸຣຸດທັງຫລາຍຂອງລູກ. 22 ເຖິງລູກເຊຶ່ງເປັນຄົນດຽວທີ່ຢູ່ເມື່ອບັນດາພີ່ນ້ອງ, ພໍ່ມອບທີ່ພູເຂົາທີ່ພໍ່ໄດ້ມາຈາກຄົນອາໂມ ດ້ວຍດາບ ເເລະທະນູຂອງພໍ່ໃຫ້ລູກ."