​ບົດ​ທີ 39

1 ໂຢເຊັບໄດ້ຖືກນຳລົງໄປ​ຍັງອີຢິບໂປຕີຟາ​, ຄົນອີຢິບ ຜູ້ບັນຊາການ​ອົງຄະລັກ​ຂອງ​ກະສັດຟາໂຣ, ໄດ້ຊື້ເຂົາຈາກຄົນອິຊະມາເອນຜູ້ທີ່ໄດ້ນຳເຂົາລົງມາທີ່ນີ້. 2 ພຣະຢາເວໄດ້​ສະຖິດ​ຢູ່​ກັບ​ໂຢເຊັບ ແລະເຂົາໄດ້ກາຍເປັນ​ຜູ້ຊາຍ​ທີ່​ປະສົບຄວາມສຳເລັດ. ລາວ​ໄດ້​ອາໄສ​ຢູ່​ໃນ​ເຮືອນ​ຂອງ​ເຈົ້ານາຍຄົນ​ອີຢິບ​​ຂອງເຂົາ. 3 ເຈົ້ານາຍ​ຂອງເຂົາໄດ້​ເຫັນ​ວ່າ​ພຣະຢາເວ​ໄດ້​ສະຖິດກັບ​ເຂົາ ແລະ​ພຣະຢາເວ​ໄດ້​ຊົງກະທຳໃຫ້​​ທຸກສິ່ງ​ທີ່​ລາວ​ໄດ້ເຮັດປະສົບຄວາມສຳເລັດ. 4 ໂຢເຊັບ​ໄດ້​ເປັນທີ່ຊອບໃນສາຍຕາຂອງເຂົາ. ລາວ​ໄດ້​ຮັບໃຊ້​ໂປຕີຟາ. ໂປຕີຟາໄດ້​ ໃຫ້​ໂຢເຊັບຈັດການເບິ່ງແຍງ​ບ້ານຂອງເຂົາ, ແລະ​ທຸກສິ່ງທີ່ເຂົາເປັນເຈົ້າຂອງ, ເຂົາໄດ້ໃຫ້ໂຢເຊັບເບິ່ງແຍງທຸກສິ່ງ. 5 ຢູ່ມາຫລັງຈາກທີ່ເຂົາໃຫ້ໂຢເຊັບ​ຈັດກາ​ນເບິ່ງແຍງບ້ານຂອງເຂົາ ແລະທຸກສິ່ງທີ່ເຂົາເປັນເຈົ້າຂອງ, ທີ່ພຣະຢາເວ​ໄດ້​ອວຍພອນ​ບ້ານຂອງ​ຄົນ​ອີຢິບ​ນັ້​ນເພາະ​ເຫັນ​ແກ່​ໂຢເຊັບ. ພຣະ​ພອນຂອງພຣະຢາເວມີຢູ່ໃນ​ທຸກສິ່ງ​ທີ່​ໂປຕີຟາ​ມີ​ໃນ​ເຮືອນ​ແລະ​ໃນ​ທົ່ງນາ. 6 ໂປຕີຟາ​ໄດ້​ໃຫ້ທຸກ​ສິ່ງທີ່ເຂົາມີ​ໃຫ້​ຢູ່ພາຍໃຕ້ການດູແລຂອງໂຢເຊັບ. ເຂົາບໍ່ຕ້ອງຄິດອັນໃດນອກຈາກອາຫານທີ່ເຂົາຈະກິນ. ໂຢເຊັບ​ເປັນ​ຊາຍຫນຸ່ມ​ທີ່ຮູບ​ຫລໍ່ ແລະມີສະເຫນ່. 7 ຫລັງຈາກນັ້ນເມຍ​ຂອງ​ເຈົ້ານາຍຂອງເຂົາໄດ້ມີຄວາມປາຖະຫນາໃນ​​ໂຢເຊັບ. ນາງໄດ້ເວົ້າວ່າ, "ມາຫລັບນອນ​ກັບຂ້ອຍ." 8 ແຕ່ເຂົາໄດ້​ປະຕິເສດ ແລະ​ໄດ້ເວົ້າກັບເມຍຂອງເຈົ້ານາຍຂອງເຂົາ​ວ່າ, "ເບິ່ງດູ, ເຈົ້ານາຍ​ຂອງຂ້ອຍ​ບໍ່​ໄດ້ສົນໃຈ​ວ່າຂ້ານ້ອຍຈະເຮັດຫຍັງຢູ່​ໃນ​ບ້ານ​ນີ້, ແລະ ເພິ່ນໄດ້ມອບທຸກສິ່ງທີ່ເພິ່ນເປັນເຈົ້າຂອງ ​ໃຫ້​ຢູ່ພາຍໃຕ້ການດູແລຂອງຂ້ານ້ອຍ. 9 ບໍ່ມີໃຜໃນ​ບ້ານນີ້​ທີ່ໃຫຍ່ໄປກວ່າຂ້ານ້ອຍ. ເພິ່ນບໍ່ໄດ້ຫວງອັນໃດໄວ້ຈາກຂ້ານ້ອຍ ເວັ້ນໄວ້​ແຕ່​ຍານາງເພາະທ່ານເປັນເມຍ​ຂອງ​ເພິ່ນ, ຂ້ານອຍ​ຈະເຮັດສິ່ງທີ່ຊົ່ວຮ້າຍທີ່ໃຫຍ່ຫລວງນີ້ ແລະ ​ເຮັດ​ບາບ​ຕໍ່ພຣະເຈົ້າ​ໄດ້​ຢ່າງໃດ?" 10 ນາງ​ໄດ້ເວົ້າກັບ​ໂຢເຊັບ​ທຸກມື້​ທຸກວັນ, ແຕ່ເຂົາປະຕິເສດ​ທີ່ຈະຫລັບນອນ​ນກັບ​ນາງ ຫລືຢູ່ກັບນາງ. 11 ຢູ່ມາ​ມື້​ຫນຶ່ງ ເມື່ອ​ເຂົາໄດ້​ເຂົ້າ​ໄປໃນ​ບ້ານເພື່ອທີ່ຈະທຳງານຂອງເຂົາ. ​ບໍ່ມີ​ຄົນ​ຮັບໃຊ້​ຈັກ​ຄົນ​ຢູ່​ໃນ​ເຮືອນນັ້ນ. 12 ນາງໄດ້ຈັບຕົວເຂົາຈ່ອງ​ເສື້ອເຂົາ​ໄວ້ ແລະ​ເວົ້າ​ວ່າ, "ຈົ່ງຫລັບນອນ​ນຳ​ຂ້ອຍ​ສາ." ແຕ່​ເຂົາໄດ້ປະເສື້ອຜ້າຂອງເຂົາໄວ້ໃນມືຂອງນາງ,​ຫນີ​ແລ່ນ​ອອກ​ໄປ​ຂ້າງ​ນອກ​​. 13 ເມື່ອນາງເຫັນໂຢເຊັບປະເສື້ອໄວ້ ແລະ​ໄດ້ຫນີອອກ​ໄປ​ຂ້າງນອກ, 14 ນາງ​ຈຶ່ງ​ຮ້ອງ​ພວກຜູ້ຊາຍໃນບ້ານ​ນາງ ແລະໄດ້ບອກພວກເຂົາວ່າ, "ເບິ່ງແມ, ໂປຕີຟາໄດ້ນຳ ຄົນ​ເຮັບເຣີ​ນີ້ມາເພື່ອ​ຈະ​ລ່ວງເກີນ​ຕໍ່ເຮົາ. ເຂົາໄດ້​ເຂົ້າ​ມາ​ຫາ​ເຮົາເພື່ອທີ່ຈະຫລັບນອນ​ກັບເຮົາ, ແລະເຮົາໄດ້​ຮ້ອງ​ຂຶ້ນ. 15 ເມື່ອ​ເຂົາໄດ້ຍິນ​ເຮົາຮ້ອງເຂົາ​ຈຶ່ງ​ໄດ້ປະ​ເສື້ອຜ້າຂອງເຂົາ​ໄວ້ກັບເຮົາ,​ແລະ​ແລ່ນ​ຫນີໄປຂ້າງນອກ." 16 ນາງ​ໄດ້ວາງ​ເສື້ອ​ຜ້າຂອງ​ເຂົາ​ໄວ້ຂ້າງໆນາງ ຈົນ​ຜູ້​ເປັນ​ນາຍ​ຂອງ​ເຂົາໄດ້​ເຂົ້າບ້ານ​ມາ​. 17 ນາງ​ໄດ້ບ​ອກເຂົາຢ່າງນີ້​ວ່າ, "ຄົນ​ຮັບໃຊ້ເຮັບເຣີ​ຜູ້​ທີ່​ທ່ານໄດ້​ນໍາ​ມາ​ໃຫ້ເຮົາ ເຂົາ​ໄດ້​ເຂົ້າ​ມາເພື່ອຈະທຳຫຍາບຄາຍຕໍ່​ຂ້ອຍ. 18 ແລ້ວນີ້ກໍໄດ້ເກີດຂຶ້ນ​ເມື່ອ​ຂ້ອຍ​ຮ້ອງ​ຂຶ້ນ, ເຂົາໄດ້​ປະ​ເສື້ອ​ຜ້າຂອງເຂົາໄວ້​ທີ່​ນີ້​ແລະ​​ຫນີອອກໄປຂ້າງນອກ." 19 ແລ້ວເມື່ອເຈົ້າ​ນາຍ​ຂອງເຂົາ​ໄດ້ຍິນ​ເລື່ອງ​ເລົ່າ, ທີ່​ເມຍ​ຂອງເພິ່ນ​ບອກເພິິ່ນ ນີ້ຄືສິ່ງ​ທີ່ຄົນຮັບໃຊ້ຂອງທ່ານໄດ້ກະທຳຕໍ່ຂ້ອຍ ເພິ່ນ​ໃຈຮ້າຍ​ຫລາຍ. 20 ເຈົ້ານາຍຂອງ​ໂຢເຊັບໄດ້ນຳເຂົາໄປ ແລະຂັງເຂົາ​ໄວ້​ໃນ​ຄຸກ​ ສະຖານທີ່ຊຶ່ງນັກໂທດຂອງກະສັດໄດ້ຖືກ​ຂັງ​ຢູ່. ເຂົາໄດ້ຢູ່ໃນຄຸກນັ້ນ. 21 ແຕ່​ພຣະຢາເວໄດ້​ສະຖິດ​ຢູ່​ນຳ​ໂຢເຊັບ ​ແລະ ​ໄດ້ສຳແດງພັນທະສັນຍາທີ່ສັດຊື່ແກ່ເຂົາ. ພຣະອົງໄດ້ຊົງເຮັດໃຫ້ເຂົາເປັນທີ່ຊອບ ໃນສາຍຕາ​ຜູ້ຄຸມນັກ​ໂທດ. 22 ຜູ້ຄຸມນັກໂທດໄດ້ມອບນັກໂທດທັງຫມົດ​ໃຫ້​ຢູ່ໃນມືຂອງໂຢເຊັບ, ​ບໍ່ວ່າ​ພວກເຂົາຈະເຮັດ​ຫຍັງໃນທີ່ນັ້ນໂຢເຊັບໄດ້ເປັນຜູ້ຈັດການທັງຫມົດ​​. 23 ​ຜູ້ຄຸມນັກໂທດບໍ່ຕ້ອງກັງວົນ​ເລື່ອງໃດໆ​ທີ່​ຢູ່ໃນມືຂອງເຂົາ, ເພາະວ່າ​ພຣະຢາເວ​ໄດ້ສະຖິດ​ຢູ່​ນຳ​ເຂົາ. ບໍ່ວ່າເຂົາຈະເຮັດສິ່ງໃດ​ພຣະຢາເວ​ກໍໄດ້ຊົງ​ເຮັດ​ໃຫ້​ປະສົບຄວາມສຳ​ເລັດ​.