​ບົດ​ທີ 40

1 ແລ້ວນີ້ກໍໄດ້ເກີດຂຶ້ນຫລັງຈາກ​ສິ່ງຕ່າງໆເຫລົ່ານີ້, ເຈົ້າ​ພະນັກງານ​ຖວາຍຈອກສະເຫວີຍ ແລະເຈົ້າ​ພະນັກງານ​ເຮັດ​ເຂົ້າຈີ່,​ຂອງ​ກະສັດ​ອີຢິບ​ໄດ້​ເຮັດ​ໃຫ້​ກະສັດ​ອີຢິບ ເຈົ້ານາຍຂອງເຂົາເຄືອງໃຈ. 2 ຟາຣາໂອ ເພິ່ນ​ຈຶ່ງ​ໃຈຮ້າຍ​ເຈົ້າຫນ້າທີ່ທັງ​ສອງ​ຂອງພະອົງ, ຄືຫົວຫນ້າຄົນຖວາຍຈອກສະເຫວີຍ ແລະຫົວຫນ້າຄົນເຮັດເຂົ້າຈີ່. 3 ພະອົງໄດ້​ຂັງ​ພວກເຂົາ​ໄວ້, ໃນ​ບ້ານຂອງຜູ້ບັນຊາການຣາຊອົງຄະລັກໃນຄຸກ​​ດຽວກັນ​ກັບ​ທີ່​ໂຢເຊັບ​ຖືກ​ຂັງ​ຢູ່. 4 ພວກເພິ່ນໄດ້ຖືກຂັງມາໄລຍະຫນຶ່ງ. ເຈົ້າພະນັກງານຖວາຍຈອກສະເຫວີຍ ແລະເຈົ້າພະນັກງານເຮັດເຂົ້າຫນົມປັງຂອງກະສັດອີຢິບ ຊຶ່ງໄດ້ຖືກຂັງໃນ​ຄຸກ​. 5 ພວກເຂົາທັງ​ສອງ​ໄດ້​ຝັນ ແຕ່ລະຄົນ​ຕ່າງຄົນຕ່າງຝັນໃນຄືນດຽວກັນ, ແລະຄວາມຝັນແຕ່ລະຄວາມຝັນຕ່າງກໍມີ​ຄວາມຫມາຍ​ຂອງມັນເອງ. 6 ໂຢເຊັບໄດ້ມາຫາພວກເຂົາໃນຕອນເຊົ້າແລະໄດ້ເຫັນພວກເຂົາ. ເບິ່ງແມ, ພວກເພິ່ນເປັນທຸກ. 7 ເຂົາ​ຈຶ່ງ​ຖາມ​ເຈົ້າພະນັກງານຂອງຟາໂຣຜູ້ຊຶ່ງຖືກຂັງຢູ່ກັບເຂົາ ໃນບ້ານຂອງເຈົ້ານາຍຂອງເຂົາ, ກ່າວວ່າ, "ເປັນຫຍັງມື້ນີ້ ເບິ່ງພວກທ່ານ​ເປັນທຸກ​?" 8 ພວກເພິ່ນໄດ້​ຕອບ​ແກ່ເຂົາວ່າ, "ເຮົາທັງສອງໄດ້ຝັນ ແລະ​ບໍ່ມີ​ຜູ້ໃດ​ທີ່ສາມາດ​ແກ້​ຄວາມຝັນ​ນັ້ນໄດ້." ໂຢເຊັບໄດ້​ເວົ້າ​ກັບພວກເພິ່ນວ່າ, "ການແກ້ຄວາມຝັນນັ້ນບໍ່ແມ່ນ​ເປັນຂອງພຣະເຈົ້າ​ບໍ? ຂໍໄດ້ບອກຂ້ານ້ອຍ​ຟັງ​ເບິ່ງດູ." 9 ຫົວຫນ້າເຈົ້າ​ພະນັກງານ​ຖວາຍຈອກສະເຫວີຍໄດ້ເລົ່າ​ຄວາມຝັນ​ຂອງຕົນ​ສູ່​ໂຢເຊັບ​ຟັງ​ວ່າ, ເຂົາ​ໄດ້​ເວົ້າກັບໂຢເຊັບວ່າ, "ໃນຄວາມຝັນຂອງເຮົາ, ມີເຄືອ​ອະງຸ່ນ​ຢູ່​ຕໍ່ຫນ້າ​ເຮົາ. 10 ເທິງເຄືອອະງຸ່ນມີ​ສາມ​ງ່າ. ມັນ​ໄດ້ປົ່ງ​ໃບ, ດອກ​ກໍ​ບານ ແລະ​ມີ​ພົ້ວ​ຫມາກອະ​ງຸ່ນ​ສຸກ​ງ່າ. 11 ຈອກສະເຫວີຍ​ຂອງ​ຟາໂຣໄດ້ຢູ່ໃນມືຂອງເຮົາ. ເຮົາໄດ້ເອົາພວງອະ​ງຸ່ນ ​ແລະບີບ​ເອົານຳ້ໃສ່ລົງ​ໃນຈອກ​ສະເຫວີຍຂອງຟາໂຣ, ແລະ​ເຮົາກໍໄດ້ຖວາຍຈອກສະເຫວີຍນັ້ນເທິງມືຂອງຟາໂຣ." 12 ໂຢເຊັບໄດ້​ເວົ້າ​ກັບເຂົາວ່າ, "ນີ້ຄືການແກ້ຄວາມຝັນ​ນັ້ນ. ສາມ​ງ່າ​ນັ້ນຫມາຍເຖິງ​ສາມ​ວັນ. 13 ພາຍ​ໃນ​ສາມ​ວັນ ຟາໂຣຈະຍົກ​ທ່ານ​ຂຶ້ນ​ແລະໃຫ້ທ່ານຄືນສູ່​ຕຳແຫນ່ງ​ເດີມ​ຂອງທ່ານ. ທ່ານ​ຈະ​ໄດ້ຍໍ​ຈອກ​ເຫລົ້າ​ອະງຸ່ນ​ຂອງຟາໂຣໃນມືຂອງພະອົງ, ເຫມືອນເມື່ອທ່ານ​ໄດ​້ເຄີຍ​ເປັນເຈົ້າພະນັກງານຍໍຈອກເຫລົ້າອາງຸ່ນ. 14 ແຕ່​ຂໍທ່ານໄດ້ລະນຶກເຖິງ​ຂ້ານ້ອຍ ເມື່ອ​ທ່ານ​ໄ​ດ້​ດີ​ແລ້ວ, ແລະ​ກະລຸນາ​ສະແດງ​ຄວາມເມດຕາຕໍ່​ຂ້ານ້ອຍ​. ດ​້ວຍການກ່າວເຖິງ​ຂ້ານ້ອຍ​ໃຫ້​ຟາໂຣຟັງ ແລະນຳຂ້ານ້ອຍອອກ​ໄປຈາກ​ຄຸກ​ນີ້​. 15 ເພາະທີ່​ຈິງ​ແລ້ວ ຂ້ານ້ອຍ​ໄດ້ຖືກ​ລັກພາຕົວມາຈາກແຜ່ນ​ດິນ​ຂອງ​ຊາວ​ເຮັບເຣີ. ​ທີ່​ນີ້ ຂ້ານ້ອຍ​ກໍ​ບໍ່ໄດ້​ເຮັດ​ຜິດ​ຫຍັງ​ທີ່​ສົມຄວນໃຫ້ພວກເຂົາຈຳຈ່ອງຂ້ານ້ອຍໃນ​ຄຸກ​ທີ່ແຂງແຮງມິດຊິດນີ້." 16 ເມື່ອ​ຫົວຫນ້າ​ພະນັກງານ​ເຮັດ​ເຂົ້າຈີ່​ໄດ້ເຫັນ​ວ່າ, ການແກ້ຄວາມຝັນ​ນັ້ນ​​ເປັນ​ທີ່ຫນ້າພໍໃຈ​, ເພິ່ນຈຶ່ງ​ເວົ້າ​ກັບ​ໂຢເຊັບ​ວ່າ, "ຂ້ອຍ​ກໍໄດ້​ຝັນ​ດ້ວຍເຫມືອນກັນ, ຂ້ອຍ​ຝັນ​ວ່າ​, ໄດ້​ຖື​ຖາດ​ເຂົ້າຈີ່​ສາມ​ຖາດ​ເທິງ​ຫົວ​ຂ້ອຍ. 17 ໃນ​ຖາດ​​ເທິງສຸດ​ມີ​ເຂົ້າຈີ່ຢ່າງດີ​ທຸກ​ຊະນິດ​ສຳລັບ​ຟາໂຣ, ແຕ່ມີຝູງ​ນົກ​ໄດ້​ມາ​ກິນ​ເຂົ້າຈີ່​ໃນຖາດເທິງຫົວຂອງເຮົາ." 18 ໂຢເຊັບ​ໄດ້ຕອບແລະເວົ້າ​ວ່າ, "ນີ້ຄືການແກ້ຄວາມຝັນ​. ຖາດ​ສາມ​ໃບ​ນັ້ນ​ຫມາຍເຖິງ​ສາມ​ວັນ. 19 ພາຍ​ໃນ​ສາມ​ວັນນີ້ ​ຟາອາໂຣ​ຈະ​ຍົກຫົວຂອງ​ທ່ານ​ອອກ​ຈາກ​ທ່ານ. ແລະ​​ຈະແຂວນ​ທ່ານໄວ້​ເທິງ​ຕົ້ນໄມ້ ແລະ​ຝູງນົກ​ຈະ​ມາ​ເຈາະ​ກິນ​ເນື້ອ​ຂອງທ່ານ." 20 ແລ້ວນີ້ກໍໄດ້ເກີດຂຶ້ນໃນວັນທີສາມ​ ຊຶ່ງເປັນ​ວັນ​ເກີດ​ຂອງ​ຟາໂຣ. ພະອົງໄດ້​ຊົງຈັດ​ງານກິນລ້ຽງ​​ສຳລັບ​ຂ້າຣາຊການ​ຂອງ​ເພິ່ນທຸກຄົນ. ພະອົງໄດ້ຊົງ​ຍົກຫົວຫນ້າເຈົ້າ​ພະນັກງານ​ຖວາຍຈອກສະເຫວີຍ ແລະ​ຫົວຫນ້າເຈົ້າພະນັກງານ​ເຮັດ​ເຂົ້າຈີ່​ຂຶ້ນ, ໃນທ່າມກາງ​ຂ້າຣາຊການ​ທັງຫລາຍຂອງພະອົງ. 21 ເພິ່ນ​ໄດ້ຊົງຄືນ​ຕຳແຫນ່ງ​ໃຫ້ກັບຫົວຫນ້າ ເຈົ້າ​ພະນັກງານ​ຖວາຍຈອກສະເຫວີຍໄດ້ຊົງມອບໃຫ້ເຂົາຮັບຜິດຊອບຖວາຍຈອກສະເຫວີຍເທິງມືຂອງຟາໂຣອີກຄັ້ງ. 22 ແຕ່​ພະອົງໄດ້ສັ່ງ​ແຂວນຄໍ, ຫົວຫນ້າ​ເຈົ້າພະນັກງານ​ເຮັດ​ເຂົ້າຈີ່. ເຫມືອນດັ່ງທີ່​ໂຢເຊັບ​ໄດ້ແ​ກ້ຄາວມຝັນໃຫ້ພວກເຂົາ​. 23 ຫົວຫນ້າເຈົ້າ​ພະນັກງານ​ຖວາຍຈອກສະເຫວີຍ,​ບໍ່ໄດ້​ຈົດຈຳໂຢເຊັບ​ ແລະໄດ້​ລືມເຂົາ.