​ບົດ​ທີ 38

1 ແລ້ວນີ້ກໍໄດ້ເກີດຂຶ້ນໃນ​ເວລາ​ນັ້ນ ຢູດາ​ໄດ້​ໄປ​ຈາກ​ພວກ​ອ້າຍ​ນ້ອງ​ຂອງຕົນ, ແລະ​ໄປ​​ຢູ່​ກັບ​ຄົນ​ອະດຸນລາໍ​ຊື່​ວ່າ ຮີຣາ. 2 ເຂົາໄດ້ພົບລູກສາວຂອງຊາຍຊາວການາອານ​ຊື່ຊູອາ. ເຂົາໄດ້ແຕ່ງງານກັບນາງ​. ແລະໄດ້ຫລັບນອນກັບນາງ. 3 ​ນາງໄດ້ຕັ້ງຄັນ ແລະ​ ເກີດ​ລູກຊາຍ​. ເຂົາໄດ້ຖືກຕັ້ງຊື່​ວ່າເອຣະ. 4 ນາງໄດ້​ຖືພາ​ອີກ ແລະ ​ເກີດ​ລູກຊາຍ​ອີກ​ຄົນຫນຶ່ງ. ​ນາງໄດ້ເອີ້ນຊື່ເຂົາ​ວ່າ ໂອນານ. 5 ນາງ​ໄດ້​ມີລູກຊາຍ​ອີກ​​ຄົນ​ຫນຶ່ງ​ ແລະ ​ເອີ້ນ​ຊື່​ເຂົາ​ວ່າ ເຊລາ. ​ນາງໄດ້​ເກີດ​ເຂົາຢູ່ທີ່​ອັກຊິບ. 6 ຢູດາໄດ້ຫາເມຍຄົນຫນຶ່ງໃຫ້ແກ່​ເອຣະ,​ ລູກຊາຍກົກຂອງເຂົາ. ນາງຊື່ ຕາມາ. 7 ເອຣະ​ລູກຊາຍກົກຂອງຢູດາ, ເປັນຄົນ​ຊົ່ວຮ້າຍ ໃນສາຍພຣະເນດຂອງ​ພຣະຢາເວ. ພຣະຢາເວ​ຈຶ່ງ​ເຮັດ​ໃຫ້​ລາວ​ຕາຍ. 8 ຢູດາ​ໄດ້ເວົ້າ​ກັບໂອນານ​ວ່າ, "ຈົ່ງໄປຫລັບນອນກັບ​ເມຍ​ຂອງ​ອ້າຍ​ເຈົ້າ.​ ຈົ່ງເຮັດຫນ້າທີ່ນ້ອງຊາຍຂອງສາມີແກ່ນາງ, ແລະ ໃຫ້​​ນາງ​ເກີດລູກເພື່ອອ້າຍຂອງເຈົ້າ." 9 ໂອນານ​ໄດ້ຮູ້​ວ່າ ເດັກນັ້ນ​ຈະ​ບໍ່ແມ່ນ​ລູກ​ຂອງຕົນ. ເມື່ອ​ໃດກໍຕາມທີ່ເຂົາໄດ້ຫລັບ​ນອນ​ກັບ​ເອື້ອຍໃພ້​ຂອງ​ເຂົາ, ເຂົາໄດ້​ເຮັດ​ໃຫ້​ນໍ້າກາມ​ຕົກ​ດິນ​ ດັ່ງນັ້ນເຂົາ​ຈຶ່ງ​ບໍ່ມີ​ລູກ​ສຳລັບ​ອ້າຍ​ຂອງຕົນ. 10 ສິ່ງ​ທີ່​ເຂົາໄດ້ກະທຳ​​ເປັນ​ສິ່ງຊົ່ວຮ້າຍໃນສາຍຕາຂອງພຣະຢາເວ. ພຣະຢາເວຈຶ່ງໄດ້ຊົງ​ເຮັດ​ໃຫ້​ເຂົາ​ຕາຍ​ຄືກັນ. 11 ຈາກນັ້ນ​ຢູດາ​ໄດ້​ເວົ້າ​ກັບຕາມາ​, ລູກໃພ້​ຂອງຕົນ​ວ່າ,"ຈົ່ງ​ຢູ່ຢ່າງແມ່ຫມ້າຍໃນ​ບ້ານຂອງ​ພໍ່​ເຈົ້າ​ ຈົນກວ່າ​ເຊລາ,​ລູກຊາຍ​ຂອງເຮົາຈະເຕີບ​ໃຫຍ່." ເພາະເພິ່ນໄດ້ກົວວ່າ, "​ເຂົາ​ຈະ​ຕາຍຄືກັນ​ກັບ​ອ້າຍ​ຂອງ​ເຂົາດ້ວຍ." ສະນັ້ນ ຕາມາ​ຈຶ່ງ​ໄດ້ຈາກໄປ ແລະໄດ້ອາໄສ​ຢູ່ໃນ​ບ້ານ​ນຳ​ພໍ່​ຂອງຕົນ. 12 ຫລັງຈາກນັ້ນເປັນເວລານານ, ລູກສາວຂອງຊູອາເມຍ​ຂອງ​ຢູດາ,​ກໍ​ຕາຍໄປ. ​ຢູດາ​ໄດ​້ຮັບການປອບປະໂລມ ແລະໄດ້ໄປຫາຄົນຕັດຂົນແກະຂອງເພິ່ນທີ່​ຕິມນາ, ເພິ່ນ ແລະເພື່ອນຂອງເພິ່ນຄືຮີຣາ​ຊາວ​ອາດຸນລຳ​. 13 ​ຕາມາ​ໄດ້ຮັບຂ່າວວ່າ, "ເບິ່ງແມ, ພໍ່​ປູ່ຂອງ​ເຈົ້າ​ກຳລັງ​ໄປ​ຕິມນາ ເພື່ອຕັດຂົນແກະຂອງເຂົາ." 14 ນາງ​ຈຶ່ງ​ປ່ຽນ​ຊຸດຍິງຫມ້າຍຂອງນາງ ​ແລະໄດ້ຫົ່ມຕົວນາງເອງດ້ວຍ​ເອົາ​ຜ້າ​ຄຸມຫນ້າ​ໄວ້. ນາງໄປ​ນັ່ງ​ທີ່ປະຕູ​ຂອງ​ບ້ານ​ເອນາອີມ​ທີ່​ຈະ​ໄປ​ເມືອງ​ຕິມນາ. ເພາະນາງ​ໄດ້ເຫັນວ່າ​ເຊລາ​ກໍ​ໃຫຍ່​ແລ້ວ ແຕ່​ນາງຍັງ​ບໍ່ໄດ້​ຖືກມອບໃຫ້ເປັນເມຍຂອງເຂົາ​ເທື່ອ. 15 ເມື່ອ​ຢູດາໄດ້​ເຫັນ​ນາງ ເພິ່ນ​ກໍ​ຄິດ​ວ່າ​ນາງ​ເປັນ​ໂສເພນີ ເພາະ​ວ່າ​ນາງ​ໄດ້​ປິດບັງໃບຫນ້າ​ຂອງນາງ. 16 ເພິ່ນ​ໄດ້ເຂົ້າ​ໄປ​ຫາ​ນາງ​ທີ່​ແຄມ​ທາງ ແລະ​ໄດ້ເວົ້າວ່າ,"ມາເຖີດ, ຂໍໃຫ້ເຮົາໄດ້ຫລັບນອນ​ກັບ​ເຈົ້າ" ເພາະເພິ່ນ​ບໍ່​ຮູ້​ວ່າ​ນາງ​ເປັນ​ລູກໃພ້​ຂອງ​ຕົນເອງ. ແລະນາງ​ຖາມ​ຄືນ​ວ່າ, "ທ່ານ​ຈະ​ຫລັບນອນ​ກັບຂ້ອຍທ່ານຈະໃຫ້​ອັນໃດແກ່ຂ້ອຍ?" 17 ເຂົາໄດ້​ຕອບ​ວ່າ, "ເຮົາ​ຈະ​ສົ່ງ​ແບ້​ຫນຸ່ມຈາກ​ຝູງ​ມາ​ໃຫ້​ນ້ອງຫນຶ່ງໂຕ." ເຂົາໄດ້ກາ່ວວ່າ, "ເຮົາຈະໃຫ້ອັນໃດເປັນ​ຫລັກປະກັນແກ່ເຈົ້າໄດ້?" 18 ນາງໄດ້ຕອບວ່າ, "ຂໍກາ​ຂອງທ່ານທີ່​ມີເຊືອກ​ຫ້ອຍ, ແລະ ​ໄມ້ເທົ້າ​ທີ່​ຢູ່ໃນມືທ່ານເປັນຫລັກປະກັນ." ເພິ່ນ​ໄດ້ໃຫ້ຂອງ​ເຫລົ່ານັ້ນ​ແກ່​ນາງ, ແລະ​ ໄດ້ຫລັບນອນ​​ກັບ​​ນາງ ​ແລະ ນາງກໍ​ໄດ້ຖື​ພາກັບເພິ່ນ. 19 ນາງໄດ້​ລຸກ​ຂຶ້ນ ​ແລະ ໄດ້ຈາກໄປ. ນາງ​ໄດ້ເອົາ​ຜ້າ​ຄຸມຫນ້າ​ອອກ ​ແລະ​ ສວມໃສ່ເສື້ອຜ້າຍິງຫມ້າຍຂອງນາງ. 20 ຢູດາ​ໄດ້​ສົ່ງ​ແບ້ຫນຸ່ມຈາກຝູງໄປກັບເພື່ອນຂອງເຂົາ ຊາວ​ອາດຸນລຳ​ ເພື່ອ​ທີ່​ຈະຮັບຂອງປະກັນຄືນ ຈາກ​ມືຂອງຜູ້ຍິງນັ້ນ, ແຕ່​ເຂົາຫາ​ນາງ​ບໍ່​ພົບ. 21 ແລ້ວ​​ຄົນອາດຸນລຳໄດ້ຖາມບັນດາຜູ້ຊາຍຂອງສະຖານ​ທີ່ນັ້ນ​ວ່າ, "ຍິງໂສເພນີ​ທີ່​ເຄີຍ​ຢູ່​ເອນາຣິມທີ່ແຄມ​ທາງ​ນີ້​​ຢູ່​ໃສ​ແລ້ວ?" ພວກເຂົາ​ຕອບ​ວ່າ,"​ບໍ່ເຄີຍ​ມີ​ໂສເພນີທີ່ນີ້." 22 ເຂົາກໍໄດ້ກັບໄປຫາ​ຢູດາ ແລະໄດ້​ເວົ້າ​​ວ່າ, "ຂ້ອຍຫານາງ​ບໍ່​ພົບ​. ພວກຜູ້ຊາຍຂອງທີ່​ນັ້ນ​ເວົ້າ​ວ່າ​ບໍ່ເຄີຍ​ມີ​ໂສເພນີທີ່ນີ້."" 23 ຢູດາໄດ້​ເວົ້າ​ວ່າ, "ໃຫ້​ນາງ​ເກັບສິ່ງຂອງຕ່າງໆໄວ້. ເພື່ອທີ່ເຮົາຈະ​ບໍ່​ຕ້ອງອັບອາຍ, ທີ່ຈິງເຮົາໄດ້ສົ່ງແບ້ຫນຸ່ມນີ້ໄປ, ແຕ່​ເຈົ້າ​ກໍຫານາງ​ບໍ່​ພົບ​." 24 ຢູ່​ຕໍ່​ມາຫລັງຈາກນັ້ນ ປະມານ​ສາມ​ເດືອນ​ໄດ້ມີ​ຄົນ​ມາ​ບອກ​ຢູດາ​ວ່າ, "ທາມາ​ລູກໃພ້​ຂອງ​ທ່ານໄດ້ເປັນໂສເພນີ, ແລະຈິງໆນາງໄດ້ຖື​ພາເພາະເຫດນັ້ນ." ຢູດາໄດ້ເວົ້າວ່າ, "ຈົ່ງນຳນາງມາທີ່ນີ້ ແລະ ເຜົານາງເສຍ." 25 ເມື່ອ​​ນາງ​ໄດ້ຖືກນຳອອກ,​ ນາງ​ຈຶ່ງ​ສົ່ງ​ຄົນ​ໄປ​ບອກ​ກັບ​ພໍ່ປູ່​ນາງວ່າ, "ຂ້ອຍ​ຕັ້ງທ້ອງ​ກັບຜູ້ຊາຍຊຶ່ງເປັນເຈົ້າ​ຂອງສິ່ງ​ເຫລົ່ານີ້." ນາງໄດ້ເວົ້າວ່າ, "ຂໍຈົ່ງ​ພິຈາລະນາເຖີດ, ວ່າໃຜເປັນເຈົາຂອງສິ່ງເຫລົ່ານີ້ກາ​ທີ່​ມີ​ເຊືອກ​ຫ້ອຍ ​ແລະໄມ້ເທົ້າ​ນີ້​ດູ. 26 ຢູດາ​ຈື່ສິ່ງ​ເຫລົ່ານີ້​ໄດ້ ແລະ ​ເວົ້າ​ວ່າ, "ນາງ​ມີຄວາມຊອບທັມຫລາຍກວ່າເຮົາ, ຕັ້ງແຕ່ເຮົາ​ບໍ່ໄດ້​ຍົກ​ນາງໃຫ້ເປັນເມຍຂອງເຊຣາ, ລູກຊາຍ​ຂອງເຮົາ." ແລະ ເພິ່ນ​ບໍ່ໄດ້​ຫລັບນອນ​ກັບ​ນາງ​ອີກ​. 27 ຢູ່ມາເມື່ອ​ເຖິງ​ກຳນົດ​ເກີດ​ລູກ, ເບິ່ງເຖີດ, ມີລູກ​ຝາແຝດຢູ່ໃນ​ທ້ອງ​ຂອງນາງ. 28 ເມື່ອເຖິງເວລາກຳນົດເກີດ​​ລູກ​ຜູ້ຫນຶ່ງ​ເອົາ​ມື​ອອກ​ມາ, ນາງ​ຜະດຸງຄັນ​ໄດ້ເອົາດ້າຍສີແດງ ແລະ​ໄດ້ຜູກທີ່ມືຂອງເຂົາ​ແລະໄດ້​ເວົ້າ​ວ່າ, "ຄົນ​ນີ້​ໄດ້ອອກມາ​ກ່ອນ." 29 ແຕ່ເດັກນ້ອຍຫົດມືເຂົ້າຄືນ, ແລະ​ ນ້ອງ​ຊາຍຂອງ​ເຂົາອອກມາກ່ອນ. ແລ້ວ​ນາງ​ຜະດຸງຄັນ​ກໍ​ເວົ້າ​ວ່າ, "ເຈົ້າໄດ້ແຫວກ​ອອກ​ມາ​ໄດ້ຢ່າໃດ!" ດັ່ງນັ້ນເຂົາຈຶ່ງໄດ້ຖືກເອີ້ນຊື່ວ່າເປເຣັດ. 30 ຈາກນັ້ນ​ອ້າຍ​ຂອງ​ເຂົາ, ຈຶ່ງໄດ້ອອກ​ມາ ຄືຄົນທີ່ມີ​ດ້າຍ​ສີແດງ​ຜູກຕິດ​ມື​, ແລະ ເຂົາ​ໄດ້ຖືກເອີ້ນຊື່​​ວ່າ ເຊຣາ.