​ບົດ​ທີ 35

1 ພຣະເຈົ້າ​ໄດ້​ບອກກັບ​ຢາໂຄບ​ວ່າ, "ຈົ່ງ​ລຸກຂຶ້ນ, ຈົ່ງ​ໄປ​ທີ່​ເບັດເອນ, ແລະ​​ຢູ່​ທີ່​ນັ້ນ. ຈົ່ງ​ສ້າງ​ແທ່ນບູຊາ​ຖວາຍ​ແກ່​ພຣະເຈົ້າທີ່ນັ້ນ, ພຣະເຈົ້າຜູ້ໄດ້ຊົງ​ປາກົດ​ແກ່​ເຈົ້າ​ ເມື່ອ​ເຈົ້າ​ໄດ້​ຫນີຈາກ​ເອຊາວ ອ້າຍ​ຂອງ​ເຈົ້າ." 2 ຈາກນັ້ນ ຢາໂຄບ​ໄດ້ເວົ້າກັບ​ຄົນ​ຢູ່​ໃນ​ຄົວເຮືອນຂອງເຂົາ ແລະ​ກັບຄົນ​ທັງຫມົດທີ່​ໄດ້ຢູ່​ກັບເຂົາ,"ຈົ່ງ​ປະຖິ້ມ​ພະ​ຂອງ​ຄົນຕ່າງຊາດທັງຫລາຍ​ທີ່​ຢູ່ທ່າມກາງພວກເຈົ້າ​, ຈົ່ງ​ຊຳລະ​ຕົວພວກເຈົ້າເອງ ແລະປ່ຽນເສື້ອຜ້າຂອງພວກເຈົ້າ. 3 ແລ້ວໃຫ້ພວກເຮົາ​ອອກເດີນທາງ ແລະຂຶ້ນ​ໄປເຖິງ​ເບັດເອນ. ຂ້ອຍ​ຈະ​ສ້າງ​ແທ່ນບູຊາ​ຖວາຍ​ແກ່​ພຣະເຈົ້າທີ່ນັ້ນ ພຣະອົງ​ຜູ້​ໄດ້​ຊົງຕອບຂ້ອຍ​ໃນວັນແຫ່ງຄວາມທຸກຍາກຂອງເຮົາ​, ແລະໄດ້ຊົງສະຖິດ​ຢູ່​ນຳ​ຂ້ອຍບໍ່ວ່າ​​ຂ້ອຍ​ຈະໄປທີ່ໃດ." 4 ດັ່ງນັ້ນ ພວກເຂົາ​ຈຶ່ງໄດ້​ເອົາ​ພະ​ທັງຫມົດ​ຂອງ​ຄົນຕ່າງຊາດ ທີ່ມີ​ຢູ່​ທີ່ມືຂອງ​ພວກເຂົາ​ມອບ​ໃຫ້​ຢາໂຄບ, ແລະຕ້າງຫູທັງຫລາຍທີ່ຢູ່ທີ່ຫູຂອງພວກເຂົາ ຢາໂຄບໄດ້​ຝັງສິ່ງ​ເຫລົ່ານັ້ນທີ່ໃຕ້​ຕົ້ນໂອ໊ກທີ່ຢູ່​ໃກ້​ຊີເຄມ. 5 ເມື່ອພ​ວກເຂົາໄດ້ອອກເດີນທາງ, ພຣະເຈົ້າໄດ້ຊົງເຮັດໃຫ້​​ ຊາວ​ເມືອງ​ທັງຫລາຍທີ່ຢູ່ຮອບໆ​ເກີດ​ຄວາມ​ຢ້ານກົວ​ພວກເຂົາ, ດັ່ງນັ້ນພວກປະຊາຊົນເຫລົ່ານັ້ນ ຈຶ່ງບໍ່ກ້າໄລ່ຕາມ​ພວກລູກຊາຍຂອງຢາໂຄບ​. 6 ຢາໂຄບ​ໄດ້​ມາ​ເຖິງລູເຊ​(ນັ້ນ​ຄື, ເບັດເອນ), ຊຶ່ງຢູ່ໃນແຜ່ນດິນການາອານ, ເຂົາ ແລະ​ຄົນ​ທັງຫມົດທີ່ໄດ້ຢູ່ກັບເຂົາ. 7 ເຂົາ​ໄດ້​ສ້າງ​ແທ່ນບູຊາທີ່ນັ້ນ ແລະ​ໄດ້ເອີ້ນສະຖານທີ່​ນັ້ນ​ວ່າ ເອນ​ເບັດເອນ, ເພາະວ່າທີ່ນັ້ນ​ພຣະເຈົ້າ​ໄດ້ຊົງປາກົດພຣະອົງເອງ​ແກ່​ເຂົາ, ເມື່ອເຂົາກຳລັງ​ຫນີຈາກ​ອ້າຍ​ຂອງເຂົາ. 8 ນາງ​ເດໂບຣາ​, ເອື້ອຍ​ລ້ຽງ​ຂອງ​ນາງ​ເຣເບກາ​ໄດ້​ເສຍ​ຊີວິດ. ນາງໄດ້ຖືກ​ຝັງ​ໄວ້​ໃຕ້​ຕົ້ນ​ໂອ໊ກ​ທີ່​ຢູ່​ທາງ​ທິດ​ໃຕ້​ຂອງ​​ເບັດເອນ, ສະນັ້ນ ມັນ​ຈຶ່ງຖືກເອີ້ນວ່າ, ອັບໂລນບາຄູ "ຕົ້ນຫມາກ​ກໍ່ແຫ່ງນ້ຳຕາ." 9 ເມື່ອ​ຢາໂຄບ​ກັບ​ຈາກ​ປັດດານອາຣຳ, ພຣະເຈົ້າ​ໄດ້ຊົງ​ປາກົດ​ແກ່​ເຂົາອີກຄັ້ງ ແລະ​ໄດ້​ອວຍພອນ​ເຂົາ. 10 ພຣະເຈົ້າໄດ້ເວົ້າກັບເຂົາວ່າ, "​ຊື່​ຂອງເຈົ້າຄືຢາໂຄບ, ແຕ່​ຊື່​ຂອງ​ເຈົ້າ​ຈະບໍ່ຖືກເອີ້ນວ່າຢາໂຄບອີກຕໍ່ໄປ. ຊື່ຂອງເຈົ້າຈະເປັນ​ອິສະຣາເອນ." ສະນັ້ນ ພຣະເຈົ້າ​ຈຶ່ງໄດ້ຊົງ​ເອີ້ນ​ຊື່ຂອງເຂົາ​ວ່າ ອິສະຣາເອນ. 11 ພຣະເຈົ້າໄດ້​ກ່າວ​ກັບເຂົາ​ວ່າ,​"ເຮົາ​ຄືພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​, ຈົ່ງ​ເກີດຜົນ​ ແລະເພີ້ມທະວີຄູນ.​ ຊົນຊາດຫນຶ່ງ ແລະບັນດາປະຊາຊາດ ຈະອອກມາຈາກເຈົ້າ, ແລະກະສັດຫລາຍພະອົງຈະຢູ່ທ່າມກາງເຊື້ອສາຍທັງຫລາຍຂອງເຈົ້າ. 12 ​ດິນແດນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ອັບຣາຮາມ ​ແລະ​ອີຊາກ,​ ເຮົາຈະປຣະທານໃຫ້​ແກ່​ເຈົ້າ.​ແກ່​ເຊື້ອສາຍທັງຫລາຍ​ຂອງ​ເຈົ້າ​ທີ່ຈະເ​ກີດມາພາຍຫລັງເຈົ້າ​. ເຮົາກໍຈະປຣະທານແຜ່ນດິນນັ້ນໃຫ້ດ້ວຍ." 13 ​ພຣະເຈົ້າ​ໄດ້ສະເດັດຂຶ້ນໄປ​ຈາກສະຖານທີ່ພຣະອົງໄດ້ເວົ້າກັບ​ເຂົາ. 14 ຢາໂຄບ​ໄດ້ຕັ້ງເສົາໃນສະຖານທີ່ນັ້ນທີ່ພຣະເຈົ້າໄດ້ກ່າວກັບເຂົາ ຄືເສົາ​ຫີນ​ຕົ້ນຫນຶ່ງ. ເຂົາໄດ້ເທເຄື່ອງດື່ມບູຊາເຫນືອເສົານັ້ນ ແລະເທນໍ້າມັນ​ຫມາກກອກເທດ​​ເທິງເສົາ​ນັ້ນ. 15 ຢາໂຄບ​ໄດ້ໃສ່​ຊື່​ສະຖານທີ່​ນັ້ນ ​ທີ່ພຣະເຈົ້າໄດ້ກ່າວກັບເຂົາວ່າ ເບັດເອນ. 16 ພວກເຂົາ​ໄດ້​ເດີນທາງຈາກ​ເບັດເອນໄປ.​ໃນຂະນະທີ່ພວກເຂົາຍັງຢູ່ຫ່າງຈາກເອຟຣາທາ, ນາງ​ຣາເຊັນ​ກໍ​ເຈັບ​ທ້ອງ​ຈະ​ອອກລູກ. ນາງເຈັບທ້ອງຫລາຍ​. 17 ໃນຂະນະທີ່ນາງ​ໃກ້​ຈະເກີດແລ້ວນັ້ນ, ນາງ​ຜະດຸງຄັນ​ກໍ​ເວົ້າ​ກັບ​ນາງ​ວ່າ, "ບໍ່​ຕ້ອງ​ຢ້ານ,​ເພາະວ່າບັດນີ້, ເຈົ້າ​ຈະ​ໄດ້​ລູກ​ຜູ້ຊາຍ​ອີກຄົນຫນຶ່ງ." 18 ຂະນະທີ່ນາງກຳລັງຈະຕາຍ, ດ້ວຍລົມຫາຍໃຈຄັ້ງສຸດທ້າຍ​​ ນາງ​ໄດ້​ໃສ່​ຊື່​ໃຫ້​ເຂົາວ່າ ເບັນໂອນີ, ແຕ່​​ພໍ່​ຂອງເຂົາໄດ້ຕັ້ງຊື່​ເຂົາວ່າ ເບັນຢາມິນ. 19 ຣາເຊັນ​ໄດ້​ຕາຍໄປ ແລະ​ຖືກ​ຝັງໄວ້ ລະຫວ່າງ​ທາງ​ໄປ​ເມືອງ​ເອຟຣາທາ ນັ້ນຄື​ເບັດເລເຮັມ. 20 ຢາໂຄບໄດ້ຕັ້ງ​ເສົາເ​ທິງຫລຸມສົບຂອງນາງ. ​ເປັນ​ເຄື່ອງຫມາຍ​ຫລຸມສົບຂອງ​ນາງ​ຣາເຊັນ​ມາເຖິງ​ເທົ່າ​ທຸກ​ວັນນີ້. 21 ຢາໂຄບໄດ້ຍົກຍ້າຍໄປຕໍ່ ແລະໄດ້​ຕັ້ງ​ຄ້າຍພັກຂ​ອງເຂົາທາງໃຕ້​​ຂອງ​ຫໍຄອຍ​ເອເດ ຂອງຝູງສັດ. 22 ຂະນະທີ່ອິສະຣາເອນກຳລັງ​ອາໄສ​ຢູ່​ໃນ​ດິນແດນ​ນັ້ນ, ຣູເບັນ​ໄດ້ຫ​ລັບນອນ​ກັບ​ນາງ​ບິນຮາ ເມຍນ້ອຍ​ຂອງ​ພໍ່​ຂອງເຂົາ, ແລະອິສະຣາເອນກໍໄດ້​​ຮູ້​ເລື່ອງ​ນີ້. ບັດນີ້ຢາໂຄບ​ມີ​ລູກຊາຍ​ສິບສອງ​ຄົນ. 23 ລູກຊາຍ​ທັງຫລາຍຂອງເຂົາທີ່ເກີດຈາກນາງ​ເລອາຄື: ຣູເບັນ​ລູກຊາຍຫົວປີຂອງຢາໂຄບ, ແລະ ຊີເມໂອນ, ເລວີ, ຢູດາ, ອິດຊາຄາ, ແລະ​ເຊບູໂລນ. 24 ລູກຊາຍທັງຫລາຍຂອງເຂົາ​ທີ່​ເກີດ​ຈາກ​ນາງ​ຣາເຊັນ ມີ​ດັ່ງນີ້: ໂຢເຊັບ ​ແລະ​ ເບັນຢາມິນ. 25 ລູກຊາຍທັງຫລາຍຂອງເຂົາ​ທີ່​ເກີດ​ຈາກ​ນາງ​ບິນຮາ, ຍິງຮັບໃຊ້​ຂອງ​ຣາເຊັນຄື: ດານ ​ແລະ​ເນັບທາລີ. 26 ພວກລູກຊາຍຂອງ​ນາງ​ຊີລະປາ, ຍິງຮັບໃຊ້ຂອງ​ນາງ​ເລອາ ຄື: ກາດ​ ແລະ​ອາເຊ. ທັງຫມົດເຫລົ່ານີ້ຄືພວກ​ລູກຊາຍ​ຂອງຢາໂຄບ ຜູ້ທີ່​ໄດ້​ເກີດແກ່ເຂົາ​ໃນປັດດານອາຣຳ. 27 ຢາໂຄບ​ໄດ້​​ມາ​ຫາ​ອີຊາກ​, ພໍ່​ຂອງຕົນ​ທີ່​ມຳເຣ, ທີ່ເມືອງ​ເຮັບໂຣນ, ບ່ອນ​ທີ່​ອັບຣາຮາມ ​ແລະ​ອີຊາກ​ໄດ້ອາໄສ​ຢູ່. 28 ອີຊາກ​ໄດ້​ດຳລົງ​ຊີວິດ​ອີກ​ຕໍ່ໄປ​ຈົນເຖິງ 180 ປີ. 29 ອີຊາກໄດ້ສີ້ນລົມຫາຍໃຈ ແລະ​ໄດ້​ຕາຍໄປ, ​ແລະໄດ້ຖືກຮວບຮວມໄວ້ກັບບັນພະບູຣຸດທັງຫລາຍຂອງເຂົ, າເປັນຜູ້ຊາຍທີ່ມີ​ອາຍຸ​ສູງ​ຫລາຍ, ເອຊາວ ແລະຢາໂຄບ, ລູກຊາຍ​ຂອງ​ເພິ່ນ​ເອງ, ໄດ້​ຝັງສົບ​ເພິ່ນ​ໄວ້.