​ບົດ​ທີ 36

1 ຄົນເຫລົ່ານີ້ຄືເຊື້ອສາຍ​ຂອງ​ເອຊາວ ຫລື​ມີ​ຊື່​ຫນຶ່ງ​ອີກ​ວ່າເອໂດມດ້ວຍ. 2 ເອຊາວໄດ້ຮັບເອົາ​​ຊາວ​ການາອານ. ມາເປັນເມຍຂອງເຂົາຫລາຍຄົນ ຄົນເຫລົ່ານີ້ທີ່ເປັນເມຍຂອງເຂົາຄື: ນາງ​ອາດາ​ລູກສາວ​ຂອງ​ເອໂລນ​ຊາວ​ຮິດຕີ; ນາງໂອໂຮລີບາມາ​ລູກສາວ​ຂອງ​ອານາ, ຫລານສາວຂອງ​ຊີເບໂອນ​ຊາວ​ຮີວີ; 3 ແລະ​ນາງ​ບາເສມາດ​, ລູກສາວຂອງ​ອິຊະມາເອນ, ນ້ອງສາວ​ຂອງ​ເນບາໂຢດ. 4 ອາດາມີ​ລູກຊາຍເອລີຟັດແກ່ເອຊາວ, ແລະບາເສມາດເກີດລູກຊາຍເຣອູເອນ. 5 ໂອໂຮລີບາມາເກີດ​ລູກຊາຍ: ເຢອຸດ, ຢາລາມ, ແລະ​ໂກຣາ. ຄົນເຫລົ່ານີ້​ເປັນ​ລູກຊາຍ​ຂອງ​ເອຊາວ ຜູ້ຊຶ່ງໄດ້​ເກີດແກ່ເຂົາ​ໃນ​ແຜ່ນດິນການາອານ. 6 ​ເອຊາວ​ໄດ້ນຳເອົາ​ບັນດາ​ເມຍ​ຂອງຕົນ, ບັນດາ​ລູກ​ຊາຍຂອງເຂົາລູກສາວຂອງເຂົາ​​, ແລະ​ຊະມາຊິກຄົວ​ເຮືອນທັງຫມົດຂອງເຂົາ, ຝູງ​ສັດລຽ້ງທັງຫມົດຂອງເຂົາ, ແລະ​ສິ່ງຂອງ​ທັງຫມົດທີ່ເຂົາຄອບຄອງເປັນເຈົ້າຂອງຊຶ່ງເຂົາໄດ້ຊອກຫາຮວບຮວມມາໄດ້​ໃນແຜ່ນດິນ​ການາອານ​, ແລະໄດ້ເຂົ້າໄປໃນແຜ່ນດິນຫ່າງໄກຈາກ​ຢາໂຄບ​ນ້ອງຊາຍ​ຂອງຕົນ. 7 ເຂົາໄດ້ເຮັດຢ່າງນີ້ ເພາະວ່າຊັບສິນຂອງພວກເຂົາມີຫລວງຫລາຍ ເກີນກວ່າທີ່​ພວກເຂົາຈະຢູ່ດ້ວຍກັນໄດ້. ທີ່ດິນທີ່ພວກເຂົາອາໄສຢູ່ບໍ່ສາມາດຮອງຮັບພວກເຂົາໄດ້ເພາະ​ຝູງສັດ​ລຽ້ງຂອງພວກເຂົາ. 8 ສະນັ້ນ ເອຊາວ, ຊຶ່ງເປັນທີ່ຮູ້ຈັກວ່າເອໂດມ​, ຈຶ່ງ​ໄປຕັ້ງຖິ່ນຖານ​ຢູ່​ໃນ​ເຂດ​ເນີນພູ​ເສອີ. 9 ຄົນເຫລົ່ານີ້ຄືບັນດາ​ເຊື້ອສາຍ​ຂອງ​ເອຊາວ, ບັນພະບູຣຸດຂອງ​ຊາວ​ເອໂດມ ໃນດິນແດນ​ທີ່​ເນີນພູ​ເສອີ. 10 ເຫລົ່ານີ້ຄືບັນດາຊື່ຂອງລູກຊາຍ​ຂອງ​ເອຊາວ: ເອລີຟັດ, ລູກຊາຍຂອງອາດາເມຍຂອງເອຊາວ; ເຣອູເອນລູກຊາຍຂອງບາເສມາດ, ເມຍຂອງເອຊາວ. 11 ລູກຊາຍຂອງເອລີຟັດຄື: ເຕມານ, ໂອມາກ, ເຊໂຟ, ຄາຕາມ, ແລເກນາດ. 12 ຕິມນາ, ເມຍນ້ອຍຄົນຫນຶ່ງຂອງເອລີຟັດ, ລູກຊາຍຂອງເອຊາວ, ໄດ້ມີລູກຊາຍຜູ້ຫນຶ່ງຊື່ອາມາເຫລັກ. ຄົນເຫລົ່ານີ້ຄືຫລານຊາຍຂອງອາດານ, ເມຍຂອງເອຊາວ. 13 ຄົນເຫລົ່ານີ້ຄືລູກຊາຍທັງຫລາຍຂອງ ​ເຣອູເອນ​ຄື: ນາຮາດ, ເຊຣາ, ຊາມມາ, ແລະ​ມິດຊາ. ຄົນເຫລົ່ານີ້ເປັນຫລານຊາຍຂອງບາເສມາດ, ເມຍຂອງເອຊາວ. 14 ຄົນເຫລົ່ານີ້ເປັນລູກຊາຍຂອງນາງ​ໂອໂຮລີບາມາ, ເມຍຂອງເອຊາວ, ຜູ້ຊຶ່ງເປັນລູກສາວ​ຂອງ​ອານາ ແລະ​ເປັນຫລານສາວ​ຂອງ​ຊີເບໂອນ. ນາງໄດ້ເກີດ: ເຢອຸດ, ຢາລາມ, ແລະ​ໂກຣາແກ່ເອຊາວ. 15 ຄົນ​ເຫລົ່ານີ້ເປັນວົງຕະກູນທັງຫລາຍທ່າມກາງ​​ເຊື້ອສາຍ​ມາ​ຈາກ​ເອຊາວ. ເຊື້ອສາຍຂອງ ເອລີຟັດ​, ລູກຊາຍກົກ​ຂອງ​ເອຊາວ: ເຕມານ, ໂອມາກ, ເຊໂຟ, ເກນາດ, 16 ໂກຣາ, ຄາຕາມ, ແລະ​ອາມາເຫລັກ. ຄົນເຫລົ່ານີ້ເປັນວົງຕະກູນ​ສືບ​ເຊື້ອສາຍ​ຈາກເອລີຟັດໃນແຜ່ນດິນຂອງເອໂດມ. ພວກເຂົາເປັນຫລານຊາຍຂອງອາດາ. 17 ຄົນເຫລົ່ານີ້ເປັນວົງຕະກູນຈາກເຣອູເອນ​, ລູກຊາຍ​ຂອງ​ເອຊາວຄື: ນາຮາດ, ເຊຣາ, ຊາມມາ, ແລະ​ມິດຊາ. ຄົນເຫລົ່ານີ້ເປັນວົງຕະກູນສືບ​ເຊື້ອສາຍ​ມາຈາກເຣອູເອນໃນແຜ່ນດິນແຫ່ງເອໂດມ. ພວກເຂົາເປັນຫລາຍຊາຍຂອງບາເສມາດ, ເມຍ​ຂອງ​ເອຊາວ. 18 ຄົນເຫລົ່ານີ້ເປັນວົງຕະກູນຂອງ​​ນາງ​ໂອໂຮລີບາມາ, ເມຍ​ຂອງ​ເອຊາວ ຄື: ເຢອຸດ, ຢາລາມ, ແລະ​ໂກຣາ. ຄົນເຫລົ່ານີ້ສືບເຊື້ອສາຍຈາກນາງໂອໂຮລີບາມາ, ລູກສາວຂອງອານານ. 19 ຄົນ​ເຫລົ່ານີ້ຄືລູກຊາຍ​ທັງຫມົດຂອງເອຊາວ, ແລະເປັນວົງຕະກູນຂອງພວກເຂົາ​. 20 ຄົນເຫລົ່ານີ້ເປັນລູກຊາຍທັງຫລາຍ​ຂອງ​​ເສອີ​ຊາວ​ໂຮຣີ, ຜູ້ທີ່ອາໄສຂອງແຜ່ນດິນນັ້ນຄື: ໂລຕັນ, ໂຊບານ, ຊີເບໂອນ, ອານາ, 21 ດີໂຊນ, ເອເຊ, ແລະ​ດີຊານ. ຄົນເຫລົ່ານີ້ເປັນວົງຕະກູນຂອງຄົນໂຮຣີ, ຜູ້ຢູ່ອາໄສຂອງເສອີໃນແຜ່ນດິນເອໂດມ. 22 ລູກຊາຍທັງຫລາຍຂອງ ໂລຕັນ​ຄື: ໂຮຣີ​ ແລະ​ໂຮມາມ, ແລະຕິມນາ ​ນ້ອງສາວ​ຂອງໂລຕັນ. 23 ຄົນເຫລົ່ານີ້ເປັນລູກຊາຍຂອງໂຊບານ​ຄື: ອັນວານ, ມານາຮາດ, ເອບານ, ເຊໂຟ, ແລະ​ໂອນາມ. 24 ຄົນເຫລົ່ານີ້ເປັນລູກຊາຍຂອງຊີເບໂອນ​ຄື: ອາອີຢາ ​ແລະ​ອານາ. ນີ້ຄືອານາ​​ຜູ້ທີ່​ພົບ​ບໍ່ນໍ້າ​ຮ້ອນ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ, ໃນ​ເວລາທີ່ເຂົາ​ກຳລັງ​ລ້ຽງ​ຝູງ​ລໍ​ຂອງຊີເບໂອນພໍ່​ຂອງຕົນ​. 25 ຄົນເຫລົ່ານີ້ເປັນລູກຂອງອານາ​: ຄື​ດີໂຊນ ແລະໂອໂຮລີບານາ, ລູກສາວຂອງອານາ. 26 ຄົນເຫລົ່ານີ້ເປັູກຊາຍຂອງດີໂຊນຄື:​ເຮັມດານ, ເອັດຊະບານ, ອີທະຣານ, ແລະ​ເກຣານ. 27 ຄົນເຫລົ່ານີ້ເປັນລູກຊາຍຂອງເອເຊ​ຄື: ຊາອາວານ, ແລະ​ອາການ. 28 ຄົນເຫລົ່ານີ້ເປັນລູກຊາຍທັງຫລາຍຂອງດີຊານຄື: ອູເຊ ​ແລະ​ອາຣານ. 29 ຄົນເຫລົ່ານີ້ເປັນວົງຕະກູນຂອງຄົນໂຮຣີ ຄື: ໂລຕັນ, ໂຊບານ, ຊີເບໂອນ, ອານາ, 30 ດີໂຊນ, ເອເຊ, ແລະ​ດີຊານ. ຄົນເຫລົ່ານີ້ເປັນວົງຕະກູນຂອງຄົນໂຮຣີ, ຕາມບັນຊີວົງຕະກູນຂອງພວກເຂົາໃນແຜ່ນດິນເສອີ. 31 ຄົນເຫລົ່ານີ້ເປັນກະສັດ ແລະ​ຫລານ​ສາວ​ຂອງ​ເມຊາຮາບຜູ້ທີ່ປົກຄອງແຜ່ນດິນເອໂດມກ່ອນກະສັດໃດໆຈະມາປົກຄອງ​ເຫນືອຄົນອິສະຣາເອນ: 32 ເຈົ້າ​ເບລາ, ລູກຊາຍ​ຂອງ​ເບອໍ, ໄດ້ປົກຄອງເອໂດມ, ແລະຊື່ເມືອງ​ຂອງເຂົາຄືດິນຮາບາ. 33 ເມື່ອເບລາເສຍຊີວິດ, ຈາກນັ້ນໂຢບັບ, ລູກຊາຍ​ຂອງ​ເຊຣາ, ແຫ່ງ​ເມືອງ​ໂບຊະຣາໄດ້ປົກຄອງແທນເຂົາ. 34 ເມື່ອໂຢບັບເສຍຊີວິດ, ຮູຊາມຄົນຂອງແຜ່ນດິນເຕມານ, ໄດ້ຂຶ້ນມາປົກຄອງແທນເຂົາ. 35 ເມື່ອຮູຊາມໄດ້ເສຍຊີວິດ, ຮາດັດ, ລູກຊາຍ​ຂອງ​ເບດັດ, ຜູ້​​ຮົບຊະນະ​ຊາວ​ມີດີອານ​ໃນ​ແຜ່ນຂອງ​ດິນແດນ​ໂມອາບ, ໄດ້ປົກຄອງແທນເຂົາຊື່ເມືອງຂອງເຂົາອາອີ. 36 ເມື່ອຮາດັດເສຍຊີວິດ, ຈາກນັ້ນສາມລາ, ແຫ່ງ​ເມືອງ​ມາສະເຣກາໄດ້ປົກຄອງແທນເຂົາ. 37 ເມື່ອສາມລາເສຍຊີວິດ, ຈາກນັ້ນຊາອູນ ແຫ່ງ​ເມືອງ​ເຣໂຮໂບດ​ທີ່​ຢູ່​ແຄມ​ແມ່ນໍ້າໄດ້ປົກຄອງແທນເຂົາ. 38 ເມື່ອຊາອູນເສຍຊີວິດ, ຈາກນັ້ນບາອັນຮານາ ລູກຊາຍ​ຂອງ​ອັກໂບຮາດັດ ໄດ້ປົກຄອງແທນເຂົາ. 39 ເມື່ອບາອັນຮານາລູກຊາຍຂອງອັກໂບຮາດັດເສຍຊີວິດ, ຈາກນັ້ນຮາດານໄດ້ປົກຄອງແທນເຂົາ ຊື່ເມືອງ​ຂອງເຂົາຄື ປາອູ. ເມຍຂອງເຂົາຊື່ວ່າ​ເມເຮຕາເບນ, ລູກສາວຂອງມັດເຣັດ ແລະ​ຫລານ​ສາວ​ຂອງ​ເມຊາຮາບ. 40 ເຫລົ່ານີ້ຄືຊື່ຂອງພວກຫົວຫນ້າຕະກູນຈາກບັນດາ​ເຊື້ອສາຍ ​ຂອງເອຊາວຕາມວົງຕະກູນຂອງພວກເຂົາ ແລະຖິ່ນຖານຂອງພວກເຂົາ,​ໂດຍຊື່ຂອງພວກເຂົາຄື: ຕີມນາ, ອານວາ, ເຢເທັດ, 41 ໂອໂຮລີບາມາ, ເອລາ, ປີໂນນ, 42 ເກນັດ, ເຕມານ, ມິບຊາ, 43 ມັກດີເອນ, ແລະ​ອີຣາມ. ຄົນເຫລົ່ານີ້ເປັນຫົວຫນ້າວົງຕະກູນຂອງເອໂດມ, ຕາມການຕັ້ງຖິ່ນຖານຂອງ​ພວກເຂົາ​ໃນດິນແດນທີ່ພວກເຂົາໄດ້​ຄອບຄອງ. ນີ້ຄື ເອຊາວ, ບັນພະບຸຣຸດຂອງເອໂດມ.