​ບົດ​ທີ 34

1 ນາງ​ດີນາ​, ລູກສາວ​ຂອງ​​​ເລອາຜູ້ທີ່ນາງ ໄດ້​ໃຫ້ກຳເນີດແກ່ຢາໂຄບ, ໄດ້ອອກໄປ​ພົບ​ຍິງ​ສາວຂອງແຜ່ນດິນນັ້ນ. 2 ຊີເຄມລູກຊາຍ​ຂອງ​ຮາໂມ​ຊາວ​ຮີວີ, ເຈົ້າຊາຍຂອງແຜ່ນດິນນັ້ນໄດ້ເຫັນ​ນາງ, ແລະເຂົາໄດ້ດຶງນາງ​, ແລະໄດ້ບັງຄັບ​ຂືນໃຈນາງ, ແລະໄດ້ຫລັບນອນກັບນາງ. 3 ເຂົາໄດ້ຫລົງໄຫລນາງດີນາ, ລູກສາວຂອງຢາໂຄບ. ເຂົາໄດ້ຮັກ​ຍິງສາວ ແລະ​ໄດ້ເວົ້າຢ່າງອອ່ນໂຍນກັບ​ນາງ.​ 4 ຊີເຄມໄດ້​ເວົ້າ​ກັບ​ຮາໂມ, ພໍ່​ຂອງເຂົາກ່າວວ່າ, "ໄປ​ຂໍ​ຍິງ​ສາວນີ້​ໃຫ້ເປັນເມຍຂອງ​ລູກ​ເຖີດ." 5 ຂະນະນັ້ນຢາໂຄບ​ໄດ້ຍິນເລື່ອງທີ່ເຂົາໄດ້ກະທຳເສື່ອມເສຍກັບດີນາ ລູກສາວ​ຂອງເຂົາ. ​ລູກຊາຍ​ທັງຫລາຍຂອງ​ເຂົາ ໄດ້​ກ​ຳລັງຢູ່ກັບຝູງສັດລ້ຽງ​ຂອງເຂົາ​ທີ່​ທົ່ງນາ, ດັ່ງ​ນັ້ນຢາໂຄບຈຶ່ງໄດ້ສະຫງົບສະຕິອາລົມຈົນພວກເຂົາທັງຫລາຍໄດ້​ກັບເຂົ້າ​ມາ​. 6 ຮາໂມ​ພໍ່​ຂອງ​ຊີເຄມ​ໄດ້​ອອກໄປຫາ​​ຢາໂຄບເພື່ອທີ່ຈະເວົ້າກັບເຂົາ. 7 ລູກຊາຍ​ທັງຫລາຍຂອງ​ຢາໂຄບ​ ໄດ້ກັບເຂົ້າ​ມາ​ຈາກທົ່ງນາ. ແລະເມື່ອພວກເຂົາໄດ້ຍິນເລື່ອງນີ້​. ພວກຜູ້ຊາຍທັງຫລາຍຕ່າງບໍ່ພໍໃຈ. ພວກເຂົາ​ໄດ້ໂກດ​ແຄ້ນເປັນຢ່າງຍິ່ງ ເພາະວ່າເຂົາເຮັດໃຫ້ອິສະຣາເອນເສື່ອມເສຍ, ໂດຍ​ການໃຊ້ກຳລັງຂອງເຂົາເອງໃນເລື່ອງ​ລູກສາວ​ຂອງ​ຢາໂຄບ. 8 ຮາໂມໄດ້​ເວົ້າ​ກັບ​ພວກເຂົາ​, ກ່າວວ່າ, "ຊີເຄມ ​ລູກຊາຍ​ຂອງຂ້ອຍ​ຫລົງ​ຮັກ​ລູກສາວ​ຂອງ​ທ່ານ. ກະລຸນາຍົກນາງ​ໃຫ້ເປັນເມຍຂອງເຂົາເຖີດ. 9 ໃຫ້​ພວກເຮົາ​ມາ​ຕົກລົງ​ກັນ​ວ່າ, ຄົນ​ຂອງຂ້ອຍ, ແລະ​ຄົນ​ຂອງ​ເຈົ້າ​ແຕ່ງງານ​ກັນ​ໄດ້. 10 ທ່ານຈະອາໄສຢູ່ກັບເຮົາ, ແລະແຜ່ນດິນ​ຈະ​ເປີດໃຫ້ທ່ານທີ່ຈະອາໄສແລະຄ້າຂາຍ, ​ແລະ​ເພື່ອທີ່ຈະເຂົ້າຖືສິດໃນຊັບສິນ." 11 ຊີເຄມໄດ້ເວົ້າກັບພໍ່ຂອງນາງ ແລະ​ພວກອ້າຍຂອງນາງວ່າ, "ຂໍໃຫ້ຂ້ານ້ອຍ​ເປັນທີ່ຊອບໃນສາຍຕາຂອງພວກທ່ານ, ແລະທ່ານຈະຮຽກຮ້ອງສິ່ງໃດຂ້ານ້ອຍກໍຈະໃຫ້​. 12 ຈະ​ຮຽກຮ້ອງຄ່າ​ດອງ​ທອງຫມັ້ນຈຳນວນມະຫາສານ, ແລະຂອງຂວັນຕາມໃຈຂອງທ່ານ ແລະຂ້ານ້ອຍຈະ​ໃຫ້​ທຸກສິ່ງ​ທີ່​ພວກເຈົ້າ​ຂໍ​ມາ, ແຕ່​ຂໍໃຫ້ຍົກຍິງສາວນັ້ນເປັນເມຍຂ້ານ້ອຍ​." 13 ພວກ​ລູກຊາຍ​ຂອງ​ຢາໂຄບ​ໄດ້​ຕອບ​ຊີເຄມ ​ແລະ​ຮາໂມ​ພໍ່ຂອງເຂົາຢ່າງມີເລ້ຫລຽ່ມ, ເພາະ​ຊີເຄມ​ໄດ້​ເຮັດ​ໃຫ້​ດີນານ້ອງສາວ​ຂອງ​ພວກເຂົາ​ເສື່ອມເສຍ. 14 ພວກເຂົາໄດ້​ເວົ້າ​ກັບເຂົາ, ພວກເຮົາບໍ່ສາມາດຈະເຮັດສິ່ງນີ້ໄດ້, ຄືການຍົກນ້ອງສາວຂອງພວກເຮົາ ໃຫ້ກັບໃຜຄົນໃດຄົນຫນຶ່ງທີ່​ບໍ່ໄດ້​ຮັບ​ພິທີຕັດ; ເພາະ​ວ່າມັນເປັນ​ການ​ເຮັດໃຫ້ເຮົາເສຍ​ກຽດ​ສັກສີ​ສຳລັບ​ພວກເຮົາ. 15 ມີ​ທາງດຽວ​ເທົ່ານັ້ນ​ທີ່​ພວກເຮົາ​ຈະຕົກ​ລົງ​ກັບພວກທ່ານໄດ້​ກໍຄື: ຖ້າພວກທ່ານຈະຮັບພິທີຕັດ​ເຫມືອນພວກເຮົາ, ຖ້າຜູ້ຊາຍ​ທຸກຄົນ​ທ່າມກາງພວກທ່ານ​ຮັບ​ພິທີຕັດ. 16 ຈາກນັ້ນ​ພວກເຮົາ​ຈະ​ຍົກ​ລູກສາວຂອງພວກເຮົາໃຫ້​ພວກທ່ານ​, ແລະພວກເຮົາ​ຈະ​​ຮັບລູກສາວທັງຫລາຍຂອງພວກທ່ານມາເພື່ອພວກເຮົາ, ແລະພວກເຮົາຈະອາໄສຢູ່ກັບພວກທ່ານ​ ແລະ​ກາຍເປັນ​ປະຊາຊົນ​ຊາດ​ດຽວກັນ. 17 ແຕ່​ຖ້າ​ພວກທ່າ​ນບໍ່​ຟັງພວກເຮົາ ໃນການທີ່ຈະຮັບພິທີຕັດ, ພວກເຮົາ​ກໍ​ຈະ​ເອົາ​ນ້ອງ​ສາວຂອງພວກເຮົາຄືນ​ມາ ແລະ​ພວກເຮົາກໍຈະຈາກ​​ໄປ." 18 ຄຳເວົ້າຂອງພວກເຂົາເຮັດໃຫ້ຮາໂມ ​ແລະ​ຊີເຄມລູກຊາຍຂອງເຂົາພໍໃຈ. 19 ຊາຍຫນຸ່ມນັ້ນບໍ່ໄດ້ລີລໍທີ່ຈະປະຕິບັດຕາມໃນສິ່ງທີ່ພວກເຂົາໄດ້ເວົ້າ, ເພາະວ່າເຂົາເພິງພໍໃຈໃນຕົວລູກສາວຂອງຢາໂຄບ, ແລະເພາະ​ວ່າ​ເຂົາໄດ້ເປັນຄົນ​ທີ່ໄດ້ຮັບກຽຕ​​ຫລາຍທີ່ສຸດ. ໃນບັນດາຄົນທັງຫລາຍໃນ​​ຄົວເຮືອນຂອງພໍ່ເຂົາ. 20 ​ຮາໂມ ​ແລະຊີເຄມລູກຊາຍ​ຂອງເຂົາ​ໄດ້ໄປ​​ທີ່​ປະຕູ​ເມືອງຂອງພວກເຂົາ ແລະ​ໄດ້ເວົ້າ​ກັບ​ບັນດາຜູ້ຊາຍຂອງຊາວ​ເມືອງ​ຂອງ, ເຂົາກ່າວວ່າ, 21 "ຄົນ​ພວກ​ນີ້​ຢູ່ກັບພວກເຮົາຢ່າງສັນຕິ, ດັ່ງນັ້ນຂໍ​ໃຫ້​ພວກເຂົາ​ໄດ້ອາໄສ​ຢູ່​ໃນ​ດິນແດນ​ນີ້ ແລະ​ຄ້າຂາຍ​ເຖີ້ນ, ທີ່ຈິງແລ້ວແຜ່ນດິນນ​ັ້ນກໍ​ກວ້າງ​ຂວາງ​ພຽງພໍສຳລັບ​ພວກເຂົາ. ​ໃຫ້​ພວກເຮົາຮັບລູກສາວ​ຂອງ​ພວກເຂົາ​ມາເປັນເມຍກັບ​ລູກຊາຍ​ຂອງ​ພວກເຮົາ, ແລະ​ໃຫ້​ພວກເຮົາຍົກລູກສາວ​ຂອງ​ພວກເຮົາໃຫ້​ພວກເຂົາ. 22 ດ້ວຍພຽງເງື່ອນໄຂນີ້​ພວກຜູ້ຊາຍຕົກລົງທີ່ຈະອາໄສຢູ່​ກັບພວກເຮົາ ແລະ​ກາຍເປັນ​ປະຊາຊົນ​ຫນຶ່ງດຽວ​ຄື: ຖ້າຜູ້ຊາຍທຸກຄົນ​ໃນທ່າມກາງພວກເຮົາຈະຮັບ​ພິທີຕັດ,​ເຫມືອນທີ່ພວກເຂົາໄດ້ຮັບພິທີຕັດ. 23 ຝູງສັດລຽ້ງ, ຊັບສິນ, ແລະສັດ​ທັງຫລາຍ​​ຂອງ​ພວກເຂົາ ຈະ​ບໍ່ຕົກເປັນ​ຂອງ​ພວກເຮົາ​​ບໍ? ດັ່ງນັ້ນໃຫ້ພວກເຮົາຕົກລົງກັບ​ພວກເຂົາ, ແລະ​​ພວກເຂົາ​ຈະອາໄສຢູ່​ທ່າມ​ກາງພວກເຮົາ​." 24 ຜູ້ຊາຍ​ທຸກຄົນ​ຈຶ່ງ​ພາກັນ​ຮັບ​ພິທີຕັດ. 25 ໃນວັນທີສາມ​ຂະນະທີ່​ພວກ​ຜູ້ຊາຍ​ຊາວ​ເມືອງ​ຍັງ​ເຈັບປວດ​ຢູ່, ລູກຊາຍ​ສອງ​ຄົນ​ຂອງ​ຢາໂຄບ(ຄື​ຊີເມໂອນ ​ແລະ​ເລວີ​ພວກ​ອ້າຍ​ຂອງ​​ດີນາ), ແຕ່ລະຄົນໄດ້​ເອົາດາບຂອງ​ເຂົາ ​ແລະພວກເຂົາໄດ້ເຂົ້າໂຈມຕີ​ເມືອງ​ນັ້ນ​ທີ່ຫມັ້ນໃຈວ່າຕົນເອງປອດໄພ, ແລະ​​ພວກເຂົາໄດ້ຂ້າພວກ​ຜູ້ຊາຍ​ທັງຫມົດ​ 26 ພວກເຂົາໄດ້ຂ້າຮາໂມ ແລະ​ຊີເຄມ​ລູກຊາຍ​ຂອງ​ເຂົາ​ດ້ວຍຄົມດາບ. ​ພວກເຂົາ​ໄດ້​ເອົາ​ດີນາ​ອອກ​ຈາກ​ເຮືອນ​ຂອງ​ຊີເຄມ ແລະໄດ້ຫນີອອກໄປ. 27 ພວກລູກຊາຍ​ຄົນອື່ນໆ​ຂອງ​ຢາໂຄບ​ໄດ້ເຂົ້າມາທີ່ຊາກສົບ ແລະໄດ້ປຸ້ນສະດົມ​ເມືອງນັ້ນ, ເພາະວ່າປະຊາຊົນຂອງເມືອງນັ້ນ ເຮັດໃຫ້​ນ້ອງສາວ​ຂອງ​ພວກ​ເຂົາເຊື່ອມເສຍ. 28 ພວກເຂົາ​ໄດ້ຢຶດເອົາ​ສັດທັງຫລາຍຂອງພວກເຂົາ, ແລະ​ທຸກສິ່ງ​ທຸກຢ່າງຂອງ​ເຂົາໃນ​ເມືອງ​ນັ້ນ, ແລະ​ໃນ​ທົ່ງນາ​ຮອບໆ 29 ຄວາມມັ່ງຄັ່ງທັງຫມົດຂອງພວກເຂົາ​. ພວກເຂົາໄດ້ຈັບ​ເອົາ​ຜູ້ຍິງ ​ແລະ​ເດັກນ້ອຍທັງຫລາຍ. ​ພວກເຂົາໄດ້ເອົາຂອງທຸກສິ່ງ​ທີ່ຢູ່ໃນ​ເຮືອນ​ໄປ​ຈົນກ້ຽງ. 30 ຢາໂຄບ​ໄດ້ເວົ້າ​ກັບ​ຊີເມໂອນ ​ແລະ​ເລວີ​ວ່າ,"ພວກເຈົ້າ​ໄດ້ນຳຄວາມລຳບາກມາ​ສູ່ເຮົາ, ເຮັດໃຫ້ເຮົາເຊື່ອມຊາມລົງ ໃນຜູ້ທີ່ອາໄສໃນແຜ່ນດິນນັ້ນ ຄືຄົນການາອານ, ແລະຊາວ​ເປຣີຊີ. ເຮົາມີຄົນຈຳນວນນ້ອຍ. ຖ້າ​ພວກເຂົາລວມຕົວເປັນພວກດຽວກັນ​ມາຕໍ່ຕ້ານເຮົາ ແລະໂຈມຕີເຮົາ​ຈະ​ຕ້ອງຖືກ​ທຳລາຍ​, ເຮົາແລະຄົວເຮືອນຂອງເຮົາ​." 31 ແຕ່​ຊີເມໂອນ ແລະເລວີໄດ້​ຕອບ​ວ່າ, "ຄວນບໍທີ່ຊີເຄມໄດ້ກະທຳ​ຕໍ່​ນ້ອງສາວ​ຂອງ​ພວກເຮົາ​ເຫມືອນ​ຍິງໂສເພນີ​?"