​ບົດ​ທີ 33

1 ຢາໂຄບໄດ້ຫລຽວຂຶ້ນໄປດູ ແລະເບິ່ງເຖີດ,​​ເອຊາວ​ກຳລັງເຂົ້າມາ, ພ້ອມ​ກັບຜູ້ຊາຍສີ່ຮ້ອຍຄົນ. ຢາໂຄບໄດ້ແບ່ງ​ເດັກທັງຫລາຍທ່າມກາງເລອາ, ຣາເຊັນ, ແລະ​ຍິງຮັບໃຊ້​ທັງສອງ. 2 ຈາກນັ້ນເຂົາໄດ້ໃຫ້ພວກຍິງຮັບໃຊ້ ແລະລູກທັງຫລາຍ​ຂອງ​ພວກເຂົາ​ຢູ່ຂ້າງຫນ້າ​, ຕາມດ້ວຍເລອາ ​ແລະ​ລູກ​ທັງຫລາຍຂອງນາງ, ແລະ​ຕາມດ້ວຍຣາເຊັນ​ກັບ​ໂຢເຊັບ​ຢູ່​ທາງຫລັງ. 3 ຕົວເຂົາ​ເອງ​ຢູ່ຂ້າງຫນ້າ​ພວກເຂົາ​. ເຂົາໄດ້ໂຄ້ງຄຳນັບລົງ​ເຖິງພື້ນເຈັດ​ເທື່ອ​ຈົນເຂົາໄດ້​ເຂົ້າ​ມາໃກ້​ອ້າຍຂອງເຂົາ. 4 ເອຊາວ​ໄດ້​ແລ່ນ​ໄປ​ພົບ​ເຂົາ, ໄດ້ສວມ​ກອດເຂົາກອດຄໍເຂົາ, ​ແລະ​ຈູບ​ເຂົາ. ຈາກນັ້ນພວກເຂົາ​ພາກັນ​ຮ້ອງໄຫ້. 5 ເມື່ອ​ເອຊາວ​ມືນ​ຕາ​ຂຶ້ນ​ເບິ່ງ, ເຂົາໄດ້ເຫັນ​ພວກ​ຜູ້ຍິງ ແລະ​ເດັກທັງຫລາຍ. ລາວ​ຈຶ່ງ​ຖາມ​ວ່າ,"ຄົນເຫລົ່ານີ້​ທີ່​ມາ​ນຳ​ເຈົ້າ​ນີ້​ເປັນໃຜ?" ຢາໂຄບ​ໄດ້ຕອບ​ວ່າ, "ບັນດາ​ລູກ​ທັງຫລາຍທີ່​ພຣະເຈົ້າ ຊົງມີພຣະເມດຕາປຣະທານໃຫ້ຜູ້ຮັບໃຊ້ຂອງທ່ານ." 6 ຈາກນັ້ນພວກຍິງຮັບໃຊ້ໄດ້​ເຂົ້າ​ມາ​ຂ້າງຫນ້າ ພ້ອມກັບລູກທັງຫລາຍຂອງພວກນາງ, ແລະພວກເຂົາໄດ້ໂຄ້ງຄຳນັບ. 7 ຕໍ່ມາເລອາ​ພ້ອມ​ທັງຫລານລູກທັງຫລາຍຂອງນາງ ໄດ້ເຂົາມາຂ້າງຫນ້າ ແລະໂຄ້ງຄຳນັບດ້ວຍ. ສຸດ​ທ້າຍແມ່ນ​ຣາເຊັນ ​ພ້ອມ​ດ້ວຍ​ໂຢເຊັບໄດ້ເຂົ້າມາຂ້າງຫນ້າແລະໂຄ້ງຄຳນັບ. 8 ເອຊາວ​ໄດ້ຖາມ​ວ່າ,"ເຈົ້າຫມາຍຄວາມວ່າຢ່າງໃດກັບບັນດາສິ່ງເຫລົ່ານີ້​ທີ່​ເຮົາໄດ້ເຫັນ?"​ ຢາໂຄບ​ຕອບ​ວ່າ,"ເພື່ອໃຫ້ເປັນທີ່ຊອບໃນສາຍຕາຂອງເຈົ້ານາຍຂອງຂ້ອຍ." 9 ເອຊາວ​ໄດ້ເວົ້າວ່າ, "ເຮົາມີພຽງພໍຢູ່ແລ້ວ, ນ້ອງເຮົາເອີຍ. ຈົ່ງເກັບໄວ້​ສິ່ງທີ່​ເຈົ້າມີໄວ້ເພື່ອຕົວເຈົ້າ​ເອງ​ເທາະ." 10 ຢາໂຄບໄດ້​ເວົ້າ​ວ່າ, "ຢ່າເລີຍ, ກະລຸນາເທາະ, ຫາກຂ້ອຍເປັນທີ່ຊອບໃນສາຍຕາຂອງທ່ານ, ກໍຂໍໃຫ້ຮັບ​ຂອງຕ້ອນຂອງຂ້ອຍຈາກມືຂອງຂ້ອຍ, ເພາະທີ່ຈິງແລ້ວເມື່ອຂ້ອຍໄດ້ເຫັນ​ຫນ້າ​ທ່ານກໍ ​ເຫມືອນກຳລັງເຫັນ​ຫນ້າ​ພຣະເຈົ້າ, ແລະທ່ານໄດ້​ຍອມຮັບຂ້ອຍ. 11 ກະລຸນາ​ຮັບ​​ຂອງຕ້ອນຂອງຂ້ອຍ​ທີ່​ນຳ​ມາ​ໃຫ້​ທ່ານ, ເພາະພຣະເຈົ້າ​ໄດ້​ຊົງກະທຳ​ກັບຂ້ອຍດ້ວຍ​ຄວາມເມດຕາ, ແລະເພາະວ່າຂ້ອຍມີພຽງພໍແລ້ວ." ຢາໂຄບ​ໄດ້ຂະຍັນຂະຍໍເຂົາ, ແລະເອຊາວກໍໄດ້ຮັບຂອງຕ້ອນໄວ້. 12 ຈາກນັ້ນເອຊາວ​ໄດ້ເວົ້າ​ວ່າ, "ໃຫ້ເຮົາ​​ເດີນທາງ​ກັນເທາະ. ເຮົາຈະ​ໄປຂ້າງ​ຫນ້າ​ເຈົ້າ." 13 ຢາໂຄບ​ໄດ້ເວົ້າກັບເຂົາ​ວ່າ, "ເຈົ້ານາຍຂອງຂ້ອຍຮູ້ແລ້ວ​ວ່າ​ພວກ​ເດັກໆຍັງ​ອ່ອນຢູ່, ແລະ ​ພວກແກະ ແລະ ຝູງສັດລ້ຽງກຳລັງລ້ຽງລູກອ່ອນຂອງ​ພວກມັນ. ຖ້າ​ພວກມັນຖືກໄລ່ຢ່າງຮີບເຮັ່ງແມ່ນ​ແຕ່​ມື້​ດຽວ​, ສັດ​ເຫລົ່ານີ້​ກໍ​ຈະ​ຕາຍ​ຫມົດ. 14 ຂໍໃຫ້ເຈົ້ານາຍຂອງຂ້ອຍລ່ວງ​ຫນ້າໄປ​ກ່ອນ​ຜູ້ຮັບໃຊ້ຂອງທ່ານ. ຂ້ອຍຈະຄ່ອຍໆເດີນທາງໄປຊ້າໆ, ຕາມກຳລັງຂອງຝູງສັດລ້ຽງທີ່ຢູ່ຂ້າງຫນ້າຂ້ອຍ, ແລະ ຕາມກຳລັງຂອງພວກ​ເດັກໆ, ຈົນກວ່າຂ້ອຍຈະ​ໄປພົບເຈົ້ານາຍຂອງ​ຂ້ອຍທີ່ເອໂດມ." 15 ເອຊາວໄດ້​ເວົ້າ​ວ່າ, "ເຮົາ​ຈະ​ໃຫ້​ຄົນ​ຂອງ​ເຮົາທີ່ຢູ່ກັບເຮົາ​ບາງສ່ວນ​ຢູ່​ກັບ​ເຈົ້າ." ແຕ່​ຢາໂຄບ​ຕອບ​ວ່າ, "ເປັນຫຍັງຕ້ອງເຮັດຢ່າງນັ້ນ? ເຈົ້ານາຍຂອງຂ້ອຍ ໄດ້ມີເມດຕາຕໍ່ຂ້ອຍພຽງພໍແລ້ວ." 16 ດັ່ງນັ້ນເອຊາວ​ຈຶ່ງ​ໄດ້ອອກເດີນທາງ​ກັບເອໂດມ​ໃນ​ວັນ​ນັ້ນ​. 17 ສ່ວນ​ຢາໂຄບ​ໄດ້​ເດີນທາງ​ໄປ​ເຖິງ​ຊຸກໂກດ, ໄດ້​ສ້າງ​ບ້ານ​ສຳລັບ​ຕົວ​ເຂົາເອງ, ແລະ ໄດ​້ສ້າງ​ຄອກ​ທັງຫລາຍສຳລັບ​ຝູງສັດລ້ຽງຂອງເຂົາ. ສະຖານທີ່ນັ້ນ​ຈຶ່ງ​ຖືກເອີ້ນຊື່​ວ່າ ຊຸກໂກດ. 18 ເມື່ອ​ຢາໂຄບໄດ້​ມາ​ ຈາກປັດດານອາຣຳ, ເຂົາໄດ້ມາເຖິງ​ເມືອງ​ຊີເຄມ​, ຊຶ່ງຢູ່​ໃນ​ແຜ່ນດິນການາອານຢ່າງປອດໄພ. ເຂົາໄດ້​ຕັ້ງ​ຄ້າຍພັກ​ຢູ່​ໃກ້​​ເມືອງ​ນັ້ນ. 19 ຈາກນັ້ນເຂົາ​ຊື້​ທີ່ດິນຜື​ນຫນຶ່ງທີ່ເຂົາໄດ້ຕັ້ງເຕັນຂອງເຂົາຈາກ ລູກຊາຍທັງຫລາຍ ​ຂອງ​ຮາໂມ, ພໍ່​ຂອງ​ຊີເຄມດ້ວຍເງິນຫນຶ່ງຮ້ອຍຫລຽນ. 20 ທີ່ນັ້ນເຂົາໄດ້​ສ້າງ​ແທ່ນບູຊາ​​ແລະ​ເອີ້ນມັນວ່າ, ເອວເອໂລເຮ, ພຣະເຈົ້າ​ຂອງ​ຊາດ​ອິສະຣາເອນ.